ເຮັດດ້ວຍໃຈມັກ ອາຊີບໃດກໍປະສົບຜົນສຳເລັດ

29/11/2022 13:33
Email Print 797
ຂປລ ການປະກອບອາຊີບໃດກໍຕາມ ນອກຈາກມີຄວາມຮູ້, ຄວາມສາມາດ ແລະ ມີຕົ້ນທຶນຈຳນວນໜຶ່ງແລ້ວ ສິ່ງສຳຄັນແມ່ນຕ້ອງມີ ໃຈມັກຮັກໃນອາຊີບ ແລະ ຮັກໃນການບໍລິການ ກໍສາມາດປະສົບຜົນສຳເລັດໄດ້





ການປະກອບອາຊີບໃດກໍຕາມ ນອກຈາກມີຄວາມຮູ້, ຄວາມສາມາດ ແລະ ມີຕົ້ນທຶນຈຳນວນໜຶ່ງແລ້ວ ສິ່ງສຳຄັນແມ່ນຕ້ອງມີ ໃຈມັກຮັກໃນອາຊີບ ແລະ ຮັກໃນການບໍລິການ ກໍສາມາດປະສົບຜົນສຳເລັດໄດ້ ດັ່ງທ່ານ ຄຳລຽນ ສີຈຳປາ ເຈົ້າຂອງຮ້ານຮ່າວຽງ ບໍລິການສ້ອມແປງ ລົດ ທຸກຊະນິດ ທີ່ຍຶດຖືການບໍລິການ ດ້ວຍຄຸນນະພາບ, ວ່ອງໄວ, ໄດ້ມາດຕະຖານ, ໃຫ້ບໍລິການແບບເປັນກັນເອງ, ຈິງໃຈກັບລູກຄ້າ, ບໍ່ວ່າຈະເປັນການບໍລິການ ເຄາະ-ຈອດ, ພົ່ນສີລົດ, ເຊັກໄຟ, ເຊັກຊ່ວງລ່າງ, ແປງຈັກ-ເຮັດຈັກລົດ, ປ່ຽນນ້ຳມັນເຄື່ອງ, ແປແອລົດ ແລະ ອື່ນໆ.

 ທ່ານ ຄຳລຽນ ສີຈຳປາ ເຈົ້າຂອງຮ້ານແປງລົດຮ່າວຽງ ໄດ້ໃຫ້ຮູ້ວ່າ: ກ່ອນຈະມາເປີດຮ້ານບໍລິການສ້ອງແປງລົດ ຄົນກໍເຄີຍເປັນພະນັກງານ ສັງກັດລັດມາກ່ອນ ແຕ່ດ້ວຍສະພາບເສດຖະກິດ ບໍ່ອຳນວຍບວກກັບ ແນວທາງນະໂຍບາຍຂອງພັກ-ລັດ ໃນການສ້າງເສດຖະກິດຄອບ ຄົວ ກຸ້ມຕົນເອງ ເພິ່ງຕົນເອງ ຈຶ່ງໄດ້ຫັນມາປະກອບອາຊີບສ່ວນຕົວ ຊຶ່ງໃນເບື້ອງຕົ້ນແມ່ນ ເລີ່ມຈາກການເປັນ ນາຍແປພາສາຫວຽດນາມ ຈົນມາຮອດປີ 2016 ໄດ້ມີຄວາມຄິດ ຢາກມາເຮັດທຸລະກິດແປງລົດ ຊຶ່ງຕົນເອງກໍ່ບໍ່ໄດ້ມີຄວາມຮູ້ ດ້ານການແປງລົດມາກ່ອນ, ອາໄສແຕ່ຄວາມມັກ, ຮັກໃນອາ ຊີບນີ້, ຈຶ່ງໄດ້ຕັດສິນໃຈ ກູ້ຢືມເງິນຈາກທະນາຄານ ເພື່ອມາເປີດຮ້ານດັ່ງກ່າວ,ໂດຍໄດ້ຂັດເລືອກເອົານາຍຊ່າງ ທີ່ມີສີມືດີ ຈາກ ສສ ຫວຽດນາມ ຈຳນວນ 2 ຄົນ ແລະ ນາຍຊ່າງຄົນລາວ ອີກຈຳນວນໜຶ່ງ ມາຮ່ວມເຮັດທຸລະກິດ ໂດຍຕົນເອງ ເປັນຜູ້ບໍລິຫານທັງໝົດ, ນັບແຕ່ເປີດໃຫ້ບໍລິການ ເຫັນ ລູກຄ້າໄດ້ເຂົ້າມາໃຊ້ບໍລິການ ເປັນຈຳນວນຫລາຍ ຍ້ອນເພິ່ງພໍໃຈໃນການບໍລິການ ດ້ວຍເຫດນີ້ຈຶ່ງເຮັດໃຫ້ ທາງຮ້ານມີຖານລູກຄ້າທີ່ດີ ຈົນສາມາດເຊັນສັນຍາຮ່ວມມື ກັບບັນດາກະຊວງ, ອົງການຕ່າງໆ ເຊິ່ງໃນກໍລະນີ ລົດຂອງພາກສ່ວນ ຄູ່ສັນຍາເປ່ເພ ຕ້ອງມາແປງ ຢູ່ຮ້ານຂອງຕົນເທົ່ານັ້ນ ໂດຍ ໄດ້ເກັບຄ່າບໍລິການເປັນປີ ເຊິ່ງນີ້ໄດ້ເຮັດໃຫ້ຮ້ານ ຂອງພວກເຮົາມີຖານລູກຄ້າ ແລະ ລາຍຮັບທີ່ໝັ້ນຄົງພໍສົມຄວນ. ພ້ອມນີ້, ສຳລັບລູກຄ້າ ທີ່ເຂົ້າມາໃຊ້ບໍລິການ ແທກລົມ, ສູບລົມ, ກວດເຊັກລົດ ທາງຮ້ານຈະໃຫ້ບໍລິການຟຣີ ບໍ່ເສຍຄ່າໃຊ້ຈ່າຍໃດໆ. ນອກນັ້ນ, ຍັງມີບໍລິການສ້ອມແປງ ນອກ ສະຖານທີ່ຕື່ມອີກ.ໃນອະນາຄົດຮ້ານແປງລົດຮ່າວຽງ ມີແຜນຈະຂະຫຍາຍສາຂາ ອອກຕື່ມອີກ ເພື່ອໃຫ້ບໍລິການແກ່ລູກຄ້າ ຢ່າງທົ່ວເຖິງ.


ສຳລັບ ລູກຄ້າທ່ານໃດ ຫາກມີຄວາມສົນໃຈຢາກໃຊ້ບໍລິການ ເຊິ່ງຮ້ານຕັ້ງຢູ່ບ້ານ ໂພນພະເນົາ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ, ຮ້ານມີທາງເຂົ້າ-ອອກ ສະດວກສະບາຍ, ສະຖານທີ່ກວ້າງຂວາງ, ເຂົ້າໄດ້ຫລາຍທາງ (ເຂົ້າຮ່ອມໂຮງແຮມດາວວຽງ, ຢູ່ກົງກັນຂ້າມກັບໂຮງຮຽນ ນິລະດາ), ເລີ່ມເປີດໃຫ້ບໍລິການທຸກໆວັນ ເລີ່ມເວລາ 7:00 ໂມງ ຫາ 23:00 ໂມງ ຫລື ໄປບໍ່ຮອດຈອດບໍ່ເຖິງ ສາມາດຕິດຕໍ່ໄດ້ທີ່ເບີ 021 417292, 020 92999666, 020 98858888.



ໂດຍ: ທະນູທອງ

KPL

ຂ່າວອື່ນໆ

ads
ads

Top