ຊຽງຂວາງ ຢືນຢັນ ສະຖານທີ່ພັກເຊົາ ມີພຽງພໍ ຮອງຮັບກິລາຊຽງຂວາງເກມ 2022

23/11/2022 16:11
Email Print 564
ຂປລ ຂປລ. ອະນຸກຳມະການ ສະຖານທີ່ພັກ ແລະ ອາຫານ ຢືນຢັນວ່າ: ແຂວງຊຽງ ມີສະຖານທີ່ພັກເຊົາ ພຽງພໍ ເພື່ອຮອງຮັບແຂກ ທັງພາຍໃນ-ຕ່າງປະເທດ ແລະ ນັກກິລາ ຂອງບັນດາແຂວງ ເຊິ່ງທົ່ວແຂວງ ມີໂຮງແຮມທັງໝົດ 18 ແຫ່ງ


ຂປລ. ອະນຸກຳມະການ ສະຖານທີ່ພັກ ແລະ ອາຫານ ຢືນຢັນວ່າ: ແຂວງຊຽງ ມີສະຖານທີ່ພັກເຊົາ ພຽງພໍ ເພື່ອຮອງຮັບແຂກ ທັງພາຍໃນ-ຕ່າງປະເທດ ແລະ ນັກກິລາ ຂອງບັນດາແຂວງ ເຊິ່ງທົ່ວແຂວງ ມີໂຮງແຮມທັງໝົດ 18 ແຫ່ງ, ມີຫ້ອງນອນ 619 ຫ້ອງ, 902 ຕຽງນອນ, ໃນນີ້ ໂຮງແຮມ VIP ມີ 8 ແຫ່ງ, ມີ 371 ຫ້ອງ, ມີ 510 ຕຽງ, ເຮືອນພັກມີ 110 ແຫ່ງ, ມີ 1.699 ຫ້ອງ, ມີ 2.000 ກວ່າຕຽງນອນ.
          ທ່ານ ກົງ​ທະນູ ອຸ່ນ​ສະຫວັນ ​ເຈົ້າ​ເມືອງໆ​ແປ​ກ ​ແຂວງ​ຊຽງ​ຂວາງ, ທັງເປັນຫົວໜ້າ ອະນຸກຳມະການ ສະຖານທີ່ພັກ ແລະ ອາຫານ ໃຫ້ສຳພາດຕໍ່ສື່ມວນຊົນ ເມື່ອບໍ່ດົນນີ້ວ່າ: ເພື່ອຮອງຮັບ ແລະ ອຳນວຍຄວາມສະດວກໃຫ້ແກ່ແຂກ ແລະ ຄະນະນັກກິລາ ຂອງບັນດາແຂວງ ໃນຂອບເຂດ ທົ່ວປະເທດ, ແຂວງຊຽງຂວາງ ໄດ້ກະກຽມ ສະຖານທີ່ພັກໃຫ້ຄະນະນັກກິລາ ທັງໝົດ
17 ແຫ່ງ, 19 ໂຮງຮຽນ, ສາມາດຮອງຮັບນັກກິລາໄດ້ 5.200 ກວ່າຄົນ, ປັດຈຸບັນກໍາລັງກວດກາ, ປັບປຸງ ແລະ ສ້ອມແປງດ້ານຕ່າງໆເຊັ່ນ: ໄຟຟ້າ, ນໍ້າປະປາ, ຫ້ອງນໍ້າ, ຫ້ອງອາບນໍ້າ ແລະ ອື່ນໆ. ພ້ອມນັ້ນ, ຍັງມີເຄື່ອງບ່ອນນອນ ແລະ ອຸປະກອນຮັບໃຊ້ຄະນະນັກກິລາ ຢ່າງພຽງພໍ ແລະ ສາມາດໃຊ້ໄດ້.
  ທ່ານ ກົງ​ທະນູ ອຸ່ນ​ສະຫວັນ ​ໄດ້ເນັ້ນຕື່ມວ່າ: ຜ່ານ​ມາ, ພາກສ່ວນທີ່ກ່ຽວຂ້ອງໄດ້ຈັດກອງປະຊຸມຮ່ວມກັບຜູ້ປະກອບການ ຮ້ານອາຫານ
, ໂຮງແຮມ ແລະ ເຮືອນພັກ ເພື່ອເອກະພາບກັນທາງດ້ານລາຄາ ເພື່ອບໍ່ໃຫ້ມີຜູ້ສວຍໂອກາດ ຂຶ້ນລາຄາ ແລະ ອື່ນໆ.

ຂ່າວ-ພາບ: ທະນູທອງ

 

 

 

 

 

KPL

ຂ່າວອື່ນໆ

ads
ads

Top