ງານວາງສະແດງສິນຄ້າ ລາວ-ຫວຽດນາມ ຊ່ວຍສົ່ງເສີມການຄ້າສອງຝ່າຍໃຫ້ຂະຫຍາຍຕົວ

14/11/2022 15:41
Email Print 18348
ຂປລ ງານວາງສະແດງສີນຄ້າ ຕ້ອນຮັບປີສາມັກຄີມີດຕະພາບລາວ- ຫວຽດນາມ ປະຈຳປີ 2022, ທີ່ຈັດຂຶ້ນໃນລະຫວ່າງວັນທີ 3-8 ພະຈີກ 2022,




ງານວາງສະແດງສີນຄ້າ ຕ້ອນຮັບປີສາມັກຄີມີດຕະພາບລາວ- ຫວຽດນາມ ປະຈຳປີ 2022, ທີ່ຈັດຂຶ້ນໃນລະຫວ່າງວັນທີ 3-8 ພະຈີກ 2022, ຢູ່ສູນການຄ້າລາວໄອເຕັກ ນະຄອນຫລວງວຽງຈັນ ໂດຍການຮ່ວມມືລະຫວ່າງ ກະຊວງປ້ອງກັນປະເທດ, ກະຊວງອຸດສາຫະກໍາ ແລະການຄ້າແຫ່ງ ສປປ ລາວ ກັບກະຊວງປ້ອງກັນປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີແຫ່ງ ສສ ຫວຽດນາມ ແມ່ນໜຶ່ງໃນບັນດາກິດຈະກໍາ ສະເຫລີມສະຫລອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 ທັງເປັນການປະກອບສ່ວນ ຊຸກຍູ້ການພົວພັນມິດ ຕະພາບທີ່ເປັນມູນເຊື້ອ ລະຫວ່າງ ສອງຊາດ ກໍຄືສອງກອງທັບລາວ- ຫວຽດນາມ ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ມີຄຸນນະພາບ, ທັງເປີດໂອກາດໃຫ້ ບັນດາວິສາຫະກິດ ກອງທັບລາວ ແລະ ຫວຽດນາມ ໄດ້ນໍາສະເໜີບັນດາຜົນງານ, ໂຄສະນາເຜີຍແຜ່ຕໍ່ສັງຄົມ ແລະ ສາກົນ. ສ້າງໂອກາດໃຫ້ທັງສອງຝ່າຍ ສຶກສາຂໍ້ມູນຂ່າວສານ, ພົບປະແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ເພື່ອກໍານົດຍຸດທະສາດ ໃນການເປີດກວ້າງ ການພົວພັນຮ່ວມມືກັນ ລະຫວ່າງຫົວໜ່ວຍທຸລະກິດ ຂອງສອງຝ່າຍໃຫ້ຫລາຍຂຶ້ນ ເພື່ອເຊື່ອມໂຍງເຂົ້າກັນ ແລະ ມີຄວາມສາມາດແຂ່ງ ຂັນ ກັບບັນດາປະເທດ ໃນຂົງເຂດ ແລະ ສາກົນໃນອະນາຄົດ.

ທ່ານ ພົນຕີ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ກ່າວ ໃນພິທີເປີດງານວ່າ: ໃນເງື່ອນໄຂສະພາບແວດລ້ອມສາກົນ ແລະ ພາກພື້ນມີການຜັນແປ ໄປຢ່າງສັບສົນທີ່ຄາດຄະເນໄດ້ຍາກນັ້ນ, ໄປກັບຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນໂລກ, ການແພ່ລະບາດ ຂອງພະຍາດໂຄວິດ -19 ໄດ້ສົ່ງຜົນກະທົບ ຢ່າງໜັກໜ່ວງ ຕໍ່ ການພັດທະນາ ເສດຖະກິດ- ສັງຄົມ ຂອງບັນດາປະເທດຕ່າງໆໃນໂລກ, ໃນນັ້ນລວມທັງປະເທດ ລາວ-ຫວຽດນາມ, ແຕ່ບັນຫາຄວາມຫຍຸ້ງຍາກດັ່ງກ່າວນີ້ ບໍ່ສາມາດກີດຂວາງການຮ່ວມມື ລະຫວ່າງສອງພັກ, ສອງລັດ ແລະ ສອງກອງທັບ ລາວ-ຫວຽດນາມໄດ້. ຍິ່ງໃນສະພາບຫຍຸ້ງຍາກ ການພົວພັນຮ່ວມມື ຍິ່ງໄດ້ຮັບການພັດທະນາ ເຂົ້າສູ່ລວງເລິກ ແລະ ມີປະສິດທິພາບ. ພິເສດ, ໃນປີ 2022 ເປັນປີທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດພວກເຮົາ ໄດ້ພ້ອມກັນຈັດຕັ້ງ ສະເຫລີມສະຫລອງ ປີສາມັກຄີສອງຊາດ ລາວ-ຫວຽດນາມ ກອງປະປະຊາຊົນລາວ ກໍໄດ້ປະກອບສ່ວນຫລາຍກິດຈະກຳ ໃນການສະເຫລີມສະຫລອງ ຊຶ່ງລວມມີ 8 ກິດຈະກໍາໃຫຍ່ ໃນນັ້ນ ອັນພົ້ນເດັ່ນໄດ້ແລກປ່ຽນ ຄະນະຜູ້ແທນ ການທະຫານຂັ້ນສູງ ຢ້ຽມຢາມ ເຊິ່ງກັນ ແລະ ກັນ, ຈັດຕັ້ງ ໂຄສະນາປາຖະກະຖາ, ເປີດໂຄງການພັດທະນາ ກຸ່ມບ້ານຊາຍແດນ, ແລກປ່ຽນການສະແດງສິລະປະ,​ ຈັດຕັ້ງການຝຶກຊ້ອມຮ່ວມກັນ ເພື່ອຮັບມືກັບບັນດາສິ່ງທ້າທາຍ ແລະ ກິດຈະກໍາອື່ນໆ ດ້ວຍບັນຍາກາດຄຶກຄື້ນມ່ວນຊື່ນ. ງານວາງສະແດງສິນຄ້າດັ່ງກ່າວ ກໍເປັນອີກກິດຈະກຳໜຶ່ງ ຊຶ່ງມີບັນດາຫົວໜ່ວຍ ການຜະລິດບັນດາ ບໍລິສັດ-ລັດວິສາຫະກິດ ທີ່ຂຶ້ນກັບກອງທັບ ປະຊາຊົນລາວ ແລະ ສສ ຫວຽດນາມເຂົ້າຮ່ວມ. ສະເພາະກອງທັບປະຊາຊົນລາວ ໄດ້ເອົາສິນຄ້າ ແລະ ຜະລິດຕະພັນ ຈາກບັນດາຫົວໜ່ວຍການຜະລິດ ແລະ ວິສາຫະກິດຕ່າງໆລວມມີ 16 ຫົວໜ່ວຍ, 390 ລາຍການ, ມີ 12 ຫ້ອງວາງສະແດງສິນຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ ມີ 4 ຫ້ອງ, ສິນຄ້າຫວຽດນາມ ເຂົ້າຮ່ວມທັງໝົດ 86 ຫົວໜ່ວຍ ແລະ ວາງສະແດງ ໃນ 104 ຫ້ອງ. ໃນນັ້ນ ປະ ກອບມີຜະລິດຕະພັນ ອຸດສາຫະກໍາ, ກະສິກໍາ, ຫັດຖະກໍາ, ເຄື່ອງອຸປະໂພກ-ບໍລິໂພກ, ອຸປະກອນການແພດ-ຜະລິດຕະພັນ ການຢາ ແລະ ອື່ນໆ./


ໂດຍ: ຄັດທະນາມ

KPL

ຂ່າວອື່ນໆ

ads
ads

Top