ສະມາຄົມທັນຕະແພດ ລາວ-ໄທ ເປີດບໍລິການກວດສຸຂະພາບ ບໍ່ເສຍຄ່າ

02/11/2022 12:09
Email Print 8296
ຂປລ ຂປລ.ສະມາຄົມທັນຕະແພດລາວ, ຄະນະທັນຕະແພດສາດ ມະຫາວິທະຍາໄລ ວິທະ ຍາສາດ ສຸຂະພາບ(ມວສ) ກະຊວງສາທາລະນະສຸກ ສປປ ລາວ ຮ່ວມກັບ ໜ່ວຍທັນຕະກຳ ທາງພາກລັດ-ເອກະຊົນ ແຫ່ງປະເທດໄທ

ຂປລ.ສະມາຄົມທັນຕະແພດລາວ, ຄະນະທັນຕະແພດສາດ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ (ມວສ) ກະຊວງສາທາລະນະສຸກ ສປປ ລາວ ຮ່ວມກັບ ໜ່ວຍທັນຕະກຳ ທາງພາກລັດ-ເອກະຊົນ ແຫ່ງປະເທດໄທ ໄດ້ເປີດໃຫ້ບໍລິການ ກວດພະຍາດທົ່ວໄປ ແລະ ການບໍລິການ ທາງດ້ານທັນຕະກຳ ໃຫ້ແກ່ປະຊາຊົນ ພາຍໃນນະຄອນຫລວງວຽງຈັນ ໂດຍບໍ່ເສຍຄ່າ ເຊິ່ງໄດ້ຈັດຂຶ້ນໃນວັນທີ 1 ພະຈິກ ນີ້ ທີ່ ມວສ ໂດຍການເປັນ ປະທານຮ່ວມຂອງ ທ່ານ ບຸນຖົມ ຊາມຸນຕຣີ ອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ  ແລະ ທ່ານ ນາງ ມ່ອມຣາດຊະວົງ ຈິຢາກອນ ເສຊະເວດ ອາພາກອນ ກໍາມະການອຳນວຍການ ມູນລະນິທິສົງເຄາະເດັກ ສະພາກາຊາດໄທ; ມີປະທານມູນລະນິທິ ທັນຕະແພດ ຜູ້ປ່ວຍມະເຮັງ ໃນຊ່ອງປາກເອກະຊົນ ປະເທດໄທ, ມີທີ່ປຶກສາອັກຄະຣາຊະທູດ ແຫ່ງປະເທດໄທ ປະຈໍາ ສປປ ລາວ  ພ້ອມດ້ວຍບັນດາແພດໝໍ ແລະ ນັກສຶກສາ ຈາກຄະນະທັນຕະແພດສາດ ມວສ  ເຂົ້າຮ່ວມ.

ທ່ານ  ສົມພອນ ພັນທະວົງ ຄະນະບໍດີ ຄະນະທັນຕະແພດສາດ ໄດ້ກ່າວວ່າ:  ເພື່ອ ເປັນການສ້າງຂະບວນການ ຊົມເຊີຍວັນແພດລາວ ຄົບຮອບ 68 ປີ ແລະ ຕ້ອນຮັບວັນຊາດ 2 ທັນວາ ຄົບຮອບ 47 ປີ ທີ່ຈະມາເຖິງນີ້, ພາຍໃຕ້ຄວາມຮ່ວມມື ແລະ ຄວາມຮັກແພງ ສາມັກຄີ ຊ່ວຍເຫລືອ ຊຶ່ງກັນ ແລະ ກັນ ຖານບ້ານໃກ້ເຮືອນຄຽງ ລະຫວ່າງລາວ-ໄທ. ງານອັນສຳຄັນ ດ້ານສາທາລະນາສຸກ ໃນຄັ້ງນີ້ ຈັດຂຶ້ນ ເພື່ອເປັນການ ສືບທອດ ສາຍສໍາພັນທາງ ດ້ານວິຊາການ ທັງສອງຊາດ ໂດຍສະເພາະ ແມ່ນກັບປະທານ ມູນນິທິທັນຕະແພດເອກະຊົນ ແຫ່ງປະເທດໄທ ເປັນຜູ້ລິເລີ່ມ ໃນການອອກໜ່ວຍບໍລິການ ກວດພະຍາດທົ່ວໄປ ແລະ ການກວດສຸຂະພາບ ຊ່ອງປາກ-ແຂ້ວ ໃຫ້ປະຊາຊົນ ໃນນະຄອນຫລວງວຽງຈັນ ຊຶ່ງປະກອບມີໜ່ວຍ ທັນຕະກໍາ ໂຄງການສຸຂະພາບດີ ໃຕ້ຮົ່ມພຣະບາລະມີ; ໜ່ວຍທັນຕະກຳ ພຣະລາດຊະທານ .ຂອນແກ່ນ; ໜ່ວຍທັນຕະກຳ ໂຮງໝໍມະຫາຣາດ ນະຄອນຣາຊະສີມາ; ໂຮງໝໍພູມິພົນອະດຸນຍະເດດ ກອງທັບອາກາດໄທ; ໂຮງໝໍໄຊຍະພູມ ກະຊວງສາທາລະນະສຸກ ປະເທດໄທ; ໂຮງໝໍກະເສມລາດ ອິນເຕີເນຊັນນໍ ວຽງຈັນ ແລະ ທີມງານອາຈານ-ນັກສຶກສາ ຈາກຄະນະ ທັນຕະແພດສາດ ມວສ.

ການບໍລິການກວດສຸຂະພາບຟີ ໃນຄັ້ງນີ້ ເພື່ອໃຫ້ປະຊາຊົນ ໃນນະຄອນຫລວງວຽງຈັນ ໄດ້ຮັບບໍລິການກວດ-ຈ່າຍຢາ ປິ່ນປົວພະຍາດທົ່ວໄປ ແລະ ໄດ້ຮັບການໃຫ້ບໍລິການ ດ້ານທັນຕະກໍາ ຈາກທັນຕະແພດ ຜູ້ຊ່ຽວຊານສະເພາະທາງ; ທັງເປັນການພັດທະນາ ຄວາມຮູ້ທັກສະວິຊາການ ໃຫ້ແກ່ທັນຕະແພດ ບຸກຄະລາກອນລາວ ໄດ້ຮ່ວມກັບທັນຕະແພດ ບຸກຄະລາກອນ ແລະ ພັດທະນາວັດຕະກໍາ ການສົ່ງເສີມສຸຂະພາບຊ່ອງປາກ ໂດຍການມີສ່ວນຮ່ວມ ຂອງຊຸມຊົນ. ໃນການບໍລິການປະກອບມີ: ກວດແຂ້ວ ແລະ ພະຍາດຊ່ອງປາກ; ປິ່ນປົວ ແລະ ອັດແຂ້ວ; ຖອນແຂ້ວ; ຂູດຫີນປູນ; ກວດພະຍາດທົ່ວໄປ ແລະ ກວດພະຍາດຜີວໜັງ.

KPL

ຂ່າວອື່ນໆ

    • ການຖືພາຂອງໄວໜຸ່ມໃນລາວ ຍັງກວມ ອັດຕາສ່ວນສູງ ໃນຂົງເຂດອາຊີ-ປາຊີຟິກສາທາລະນະສຸກ

      ການຖືພາຂອງໄວໜຸ່ມໃນລາວ ຍັງກວມ ອັດຕາສ່ວນສູງ ໃນຂົງເຂດອາຊີ-ປາຊີຟິກ

      5/7/2025 8:24:17 PM

      ຂປລ. ອັດຕາການເກີດລູກໃນໄວໜຸ່ມ ຍັງເປັນສິ່ງທີ່ໜ້າກັງວົນຫລາຍ ເຊິ່ງໃນປີ 2017 ສປປ ລາວ ມີອັດຕາການເກີດລູກໃນໄວໜຸ່ມ ເປັນອັນດັບທີ 2 ໃນຂົງເຂດປາຊີຟິກຕາເວັນຕົກ ທີ່ມີອັດຕາຢູ່ 83 ການເກີດຕໍ່ແມ່ຍິງໄວໜຸ່ມ ອາຍຸ 15-19 ປີ ສູງເຖິງ 1.000 ຄົນ.

    • ສະຫລອງວັນສຸຂະພາບໂລກ ຢູ່ນະຄອນຫລວງວຽງຈັນສາທາລະນະສຸກ

      ສະຫລອງວັນສຸຂະພາບໂລກ ຢູ່ນະຄອນຫລວງວຽງຈັນ

      4/30/2025 12:59:18 PM

      ຂປລ. ລັດຖະບານລາວ ແລະ ບັນດາຄູ່ຮ່ວມພັດທະນາ ຈັດງານສະເຫລີມສະຫລອງ ວັນສຸຂະພາບໂລກ 2025 ໃນວັນທີ 29 ເມສາ 2025 ຢູ່​ນະຄອນຫລວງ​ວຽງຈັນ ພາຍໃຕ້ຫົວຂໍ້ “ການເລີ່ມຕົ້ນສຸຂະພາບທີ່ດີ ເພື່ອອະນາຄົດທີ່ສົດໃສ” ແນໃສ່ເພື່ອເພີ່ມທະວີ ຄວາມພະຍາຍາມ ຢຸດຕິການເສຍຊີວິດຂອງແມ່ ແລະ ເດັກເກີດໃໝ່ ຈາກສາເຫດທີ່ສາມາດປ້ອງກັນໄດ້ ແລະ ການໃຫ້ຄວາມສຳຄັນກັບສຸຂະ ພາບແມ່ຍິງໃນໄລຍະຍາວ.

    • ກະຊວງສາທາລະນະສຸກ ສະຫລຸບ 	ວຽກງານແຜນການ ແລະ ການເງິນ	ສາທາລະນະສຸກ

      ກະຊວງສາທາລະນະສຸກ ສະຫລຸບ ວຽກງານແຜນການ ແລະ ການເງິນ

      4/4/2025 3:58:55 PM

      ຂປລ. ກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານແຜນການ ແລະ ການເງິນປະຈຳປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ຂອງກະຊວງສາທາລະນະສຸກ ພາຍໃຕ້ຄໍາຂວັນ "ຕັ້ງໜ້າພັດທະນາວຽກງານ ສາທາລະນະສຸກໃຫ້ມີຄຸນນະພາບ, ທົ່ວເຖິງ ແລະ ທັນສະໄໝ ເທື່ອລະກ້າວ" ຈັດຂຶ້ນໃນວັນທີ 3 ເມສາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີຮອງລັດຖະມົນຕີ, ຫົວໜ້າຫ້ອງການ ພ້ອມ ​ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    • ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວສາທາລະນະສຸກ

      ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວ

      3/20/2025 2:52:37 PM

      ຂປລ. ສະຖານທູດຢີ່ປຸ່ນປະຈໍາລາວ ຈັດກິດຈະກຳໃຫ້ສື່ມວນຊົນລາວ ໄປຢ້ຽມຢາມບັນດາໂຄງການທີ່ລັດ ຖະບານຢີ່ປຸ່ນ ໃຫ້ການຊ່ວຍເຫລືອ ຢູ່ ສປປ ລາວ ໃນຂະແໜງການຮ່ວມມືດ້ານເສດຖະກິດ ຢູ່ໃນນະຄອນຫລວງວຽງຈັນ (ນວ) ໃນວັນທີ 19 ມີນາ 2027 ເນື່ອງໃນໂອກາດ ສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນ ທາງການທູດລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ (ວັນທີ 5 ມີນາ 1955 ຫາ 5 ມີນາ 2025) ນໍາໂດຍ ທ່ານ ໂທຊິມິຈິ ໂຄກະ ເລຂາເອກ, ຫົວໜ້າພະແນກເສດຖະກິດ ແລະ ການຮ່ວມມື ແລະ ທ່ານ ນາງ ໂຢຊິຮະລຊິ ອະຊຸກະ ຫົວໜ້າພະແນກ ວັດທະນະທຳ ສະຖານທູດຢີ່ປຸ່ນປະຈໍາລາວ.

    • ສະຫລຸບການຈັດຕັ້ງປະຕິບັດວຽກງານ ກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024ສາທາລະນະສຸກ

      ສະຫລຸບການຈັດຕັ້ງປະຕິບັດວຽກງານ ກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024

      2/13/2025 2:51:34 PM

      ຂປລ. ກອງປະຊຸມສະຫລຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024 ແລະ ແຜນການປະຈຳປີ 2025 ຈັດຂຶ້ນໃນວັນທີ 13-14 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າຫ້ອງການ ກະຊວງສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top