ນາຊາ ກຽມສົ່ງມະນຸດຂຶ້ນໄປດວງຈັນ ເປັນຄັ້ງທຳອິດ ໃນຮອບ 50 ກວ່າປີ

01/04/2026 17:10
ຂປລ ອົງການ ບໍລິການ ການບິນ ແລະ ອາວະກາດແຫ່ງຊາດ ສ.ອາເມລິກາ (NASA) ກຽມສົ່ງນັກບິນ ອາວະກາດ ຊຸດທຳອິດ ເດີນທາງຂື້ໄປສູ່ ດວງຈັນ ໃນຮອບ 53 ປີ ໃນພາລະກິດ Artemis II ຊຶ່ງຖືເປັນ ຖ້ຽວບິນ ທົດລອງ ຄັ້ງສຳຄັນ

ຂປລ. ສຳນັກຂ່າວ ອິນໂຟເຄວສ: ວັນທີ 31 ມີນາ,  ອົງການ ບໍລິການ ການບິນ ແລະ ອາວະກາດແຫ່ງຊາດ ສ.ອາເມລິກາ (NASA) ກຽມສົ່ງນັກບິນ ອາວະກາດ ຊຸດທຳອິດ ເດີນທາງຂື້ໄປສູ່ ດວງຈັນ ໃນຮອບ 53 ປີ ໃນພາລະກິດArtemis II ຊຶ່ງຖືເປັນ ຖ້ຽວບິນ ທົດລອງ ຄັ້ງສຳຄັນ ເພື່ອສຳຫລວດ ອາວະກາດ ໃນໄລຍະຍາວ ຂອງ ມະນຸດ, ໃນຂະນະທີ່ ສ.ອາເມລິກາ ພວມເລັ່ງ ທວງຄືນ ການເປັນ ຜູ້ນຳ ດ້ານອາວະກາດ ທ່າມກາງ ການແຂ່ງຂັນ ທີ່ ທະວີຄວາມຮຸນແຮງ ກັບ ຈີນ.

ໂດຍວັນທີ 1 ເມສານີ້ ນັກບິນອາວະກາດ ຊາວ ສ.ອາເມລິກາ 3 ຄົນ ແລະ ຊາວການາດາ 1 ຄົນ ມີກຳນົດອອກເດີນທາງດ້ວຍຍານ ໂອໄຣອອນ (Orion) ທີ່ຂັບເຄື່ອນ ດ້ວຍຈະຫລວດ ສະເປຊລອນຊີສເຕັມ(Space Launch System) ຫລື SLS ຂອງ ນາຊາ ເພື່ອເລີ່ມພາລະກິດ ທົດລອງ ໃນໄລຍະ 10 ວັນ. ໂດຍຍານດັ່ງກ່າວ ຈະເດີນທາງ ອອ້ມດວງຈັນ ກ່ອນຈະກັບຄືນສູ່ໂລກ. ພາລະກິດໃນຄັ້ງນີ້ ລວມມີ ລູກເຮືອ ເປັນຄັ້ງທຳອິດ ຂອງ ໂຄງການ ອາຣເທມິສ ເພື່ອແນ່ໃສ່ ເປີດເສັ້ນທາງ ບິນສູ່ ດວງຈັນ ເປັນປະຈຳ,​ ໂດຍໃຊ້ ງົບປະມານ ເກືອບ 9,3 ໝື່ນລ້ານ ໂດລາສະຫະລັດ ນັບແຕ່ ປີ 2012./

 

 

KPL

ຂ່າວອື່ນໆ

ads
ads

Top