ຂປລ
ທ່ານ ຄຣີສໂຕເຟີຣ ເຄນ ຜູ້ຊ່ວຍ ທະນາຄານກາງ ອົດສະຕຣາລີ (RBA ) ເປີດເຜີຍວ່າ ຄວາມຂັດແຍ່ງ ໃນເຂດຕາເວັນອອກກາງ ແກ່ຍາວ ເທົ່າໃດ ຄວາມເສຍຫາຍ ທາງດ້ານເສດຖະກິດ ຈະເພີ່ມທະວີ ຫລາຍຂຶ້ນ ເທົ່ານັ້ນ.
ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ທ່ານ ຄຣີສໂຕເຟີຣ ເຄນ ຜູ້ຊ່ວຍ ທະນາຄານກາງ ອົດສະຕຣາລີ (RBA ) ເປີດເຜີຍວ່າ ຄວາມຂັດແຍ່ງ ໃນເຂດຕາເວັນອອກກາງ ແກ່ຍາວ ເທົ່າໃດ ຄວາມເສຍຫາຍ ທາງດ້ານເສດຖະກິດ ຈະເພີ່ມທະວີ ຫລາຍຂຶ້ນ ເທົ່ານັ້ນ. ສະນັ້ນ ເຈົ້າໜ້າທີ່ ກໍານົດນະໂຍບາຍຂອງ RBA ຈໍາເປັນຕ້ອງ ສ້າງຄວາມໝັ້ນໃຈວ່າ ລາຄາ ພະລັງງານ ເພີ່ມສູງຂຶ້ນ ຈະບໍ່ເຮັດໃຫ້ ການຄາດການ ເງິນເຟີ້ຫລຸດຈາກກອບ. ໃນລະຫວ່າງ ການກ່າວສູນທອນພົດ ໃນເວທີສົນທະນາ ຊຶ່ງຈັດຂຶ້ນ ໃນນະຄອນ ຊິດນີ ວ່າ , ຄວາມຂັດແຍ່ງ ໃນຕາເວັນອອກກາງ ໄດ້ເຮັດໃຫ້ ພາວະເສດຖະກິດການເງິນ ຢຸດຈຶ້ງ ຫລາຍຂຶ້ນ ແລະ ພາວະຢຸດຈຶ້ງ ດ້ານການສະໜອງ ກໍ່ສົ່ງຜົນໃຫ້ ເກີດຄວາມສ່ຽງ ຕໍ່ພາວະເງິນເຟີ້ເຊັ່ນກັນ./
KPL