ແຂວງບໍ່ແກ້ວ ຈັດຫລາຍກິດຈະກຳສະຫອງປີສາມັກຄີ ລາວ-ຫວຽດນາມ

25/10/2022 10:10
Email Print 26042
ຂປລ ແຂວງບໍ່ແກ້ວ ໄດ້ເຄື່ອນໄຫວຫລາຍກິດຈະກຳ ເພື່ອສະເຫລີມສະຫລອງປີສາມັກຄີ ມິດຕະພາບລາວ-ຫວຽດ ນາມ 2022 ກໍຄືວັນ ເຊັນສົນ ທິສັນຍາມິດຕະພາບ ແລະ ການຮ່ວມມື ວັນທີ 18 ກໍລະກົດ ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດ ນາມ ວັນທີ 5 ກັນຍາ ຄົບ ຮອບ 60 ປີ ຢ່າງ ເປັນຂະບວນຟົດຟື້ນ ແນໃສ່ເສີມຂະຫຍາຍ ແລະ ຮັດແຫນ້ນຄວາມສາມັກ ຄີແບບພິເສດການ ຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມໃຫ້ແໜ້ນແຟ້ນຍິ່ງຂຶ້ນ.





ແຂວງບໍ່ແກ້ວ ໄດ້ເຄື່ອນໄຫວຫລາຍກິດຈະກຳ ເພື່ອສະເຫລີມສະຫລອງປີສາມັກຄີ ມິດຕະພາບລາວ-ຫວຽດ ນາມ 2022 ກໍຄືວັນ ເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ວັນທີ 18 ກໍລະກົດ ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ວັນທີ 5 ກັນຍາ ຄົບຮອບ 60 ປີ ຢ່າງເປັນ ຂະບວນຟົດຟື້ນ ແນໃສ່ເສີມຂະຫຍາຍ ແລະ ຮັດແຫນ້ນຄວາມສາມັກຄີ ແບບພິເສດການຮ່ວມມື ຮອບດ້ານລະຫວ່າງລາວ-ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ທ່ານ ຈອມສີ ລັດຕະນະປັນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ທັງເປັນປະທານສະມາຄົມມິດ ຕະພາບລາວ-ຫວຽດນາມ ແຂວງບໍ່ແກ້ວ ໄດ້ໃຫ້ຮູ້ວ່າ: ການສະເຫລີມສະຫລອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ຢູ່ແຂວງບໍ່ແກ້ວ ໄດ້ເນັ້ນໃສ່ຫລາຍກິດຈະກຳ ສໍາຄັນເປັນຕົ້ນ ຈັດປາ ຖະກະຖາ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນ ການທູດລາວ-ຫວຽດນາມ ຄົບຮອບ 60 ປີ, ເຊື່ອມຊຶມເອກະສານ ສະເຫລີມສະຫລອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ຢູ່ອ້ອມຂ້າງ ແຂວງ ແລະ ຂັ້ນເມືອງ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 10.609 ຄົນ, ຍິງ 2.556 ຄົນ, ຕ້ອນຮັບການມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຂອງຫົວໜ້າກົງສູນໃຫຍ່ ສສ ຫວຽດນາມ ປະຈໍານະຄອນຫລວງພະບາງ ພ້ອມດ້ວຍຄະນະ ຢ່າງເປັນທາງການ ພ້ອມທັງໄດ້ຕ້ອນຮັບ ຄະນະກອງປະຕິບັດງານ ພິເສດທະຫານເຂດ ສອງ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍ່ແກ້ວ, ສ້າງຂະບວນການ ດ້ານຕ່າງໆເປັນຕົ້ນ: ຂະບວນການສ້າງບ້ານ ແລະ ກຸ່ມບ້ານພັດທະນາ ຢູ່ບັນດາເມືອງ, ການຊຸກຍູ້ການປູກ-ການລ້ຽງ, ການດໍາເນີນທຸລະກິດ ຕິດພັນກັບການ ເປີດການທ່ຽວທ່ອງສີຂຽວ, ການເປີດດ່ານສາກົນ, ການສ້າງບ້ານນາມມະຍົດ ຕ່າງໆ, ການຈັດຕັ້ງຂະບວນການ ກິລາວັນນະຄະດີ, ການອອກແຮງງານ, ປະດັບປະດາສະຖານ ທີ່ສໍາຄັນຢູ່ແຂວງ-ເມືອງຢ່າງຟົກຟື້ນ ນອກຈາກນີ້ ຍັງໄດ້ຈັດກິດຈະກຳຖາມ-ຕອບຄຳຖາມ ຫົວຂໍ້ວິທະຍາສາດ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022, ຈັດກອງປະຊຸມພົບປະ ແລກປ່ຽນບົດຮຽນ ລະຫວ່າງພາກ ລັດ ແລະ ນັກທຸລະກິດ, ຊາວຫວຽດນາມ ປະຈຳແຂວງບໍ່ແກ້ວ ເພື່ອຊຸກຍູ້, ສົ່ງເສີມການດຳເນີນທຸລະກິດ, ການຄ້າ-ການລົງທຶນຕິດພັນ ກັບການຈັດກິດຈະກໍາ ເປີດງານຕະຫຼາດວາງສະແດງ ແລະ ຈຳໜ່າຍສິນຄ້າລາວ-ຫວຽດນາມ.

ໃນໄລຍະຜ່ານມາແຂວງບໍ່ແກ້ວໄດ້ຮັບການຊ່ວຍເຫລືອຈາກລັດຖະບານ ສສ ຫວຽດນາມ ໃນຫລາຍດ້ານ ຈາກແຂວງແຮກສ່ຽວ ແລະ ບັນດາແຂວງ ທີ່ມີການພົວພັນຮ່ວມມື ເປັນຕົ້ນການຊ່ວຍເຫລືອ ກໍ່ສ້າງໂຮງຮຽນວິຊາຊີບ, ສ້າງສະຖານີວິທະຍຸ-ໂທລະພາບ ແຂວງບໍ່ແກ້ວ ພ້ອມທັງໄດ້ມີການພົວພັນ ຮ່ວມມືກັບແຂວງ ເຊີນລາ, ແຂວງດຽນບຽນ, ແຂວງທາຍຫງວຽນ, ແຂວງ ຝູ່ເທາະ, ແຂວງ ວິງຝຸກ, ແຂວງລາວກາຍ, ກອງບັນຊາການທະຫານເຂດສອງ ແລະ ແຂວງ ອື່ນໆ ພ້ອມດຽວກັນນີ້ ຄະນະນໍາຂອງແຂວງບໍ່ແກ້ວ ຍັງໄດ້ເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ລາວ- ຫວຽດນາມ ຈັດຂຶ້ນທີ່ແຂວງເຊີນລາ ສສ ຫວຽດ ນາມ ແລະ ໃນໂອກາດນີ້ ຄະນະການນໍາຂັ້ນສູງ ຂອງແຂວງບໍ່ແກ້ວ ໄດ້ລົງນາມເຊັນບົດບັນທຶກ ການຮ່ວມມື ໄລຍະປີ 2022 - 2024 ຕື່ມອີກ.

ທ່ານ ຈອມສີ ລັດຕະນະປັນ ໃຫ້ສໍາພາດຕື່ມວ່າ: ໃນຕໍ່ໜ້າອົງການປົກຄອງແຂວງຍັງຈະສືບຕໍ່ ເຜີຍແຜ່ເຊື່ອມຊຶມມູນເຊື້ອ 2 ວັນປະຫວັດສາດດັ່ງກ່າວ ໃຫ້ທົ່ວເຖິງໃນທຸກຂົງເຂດວຽກງານ ແນໃສ່ເຮັດໃຫ້ເຂົາເຈົ້າ ກໍາໄດ້ເນື້ອໃນຄວາມໝາຍຄວາມສໍາຄັນ ຂອງສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ມີມູນເຊື້ອ ອັນດີງາມ, ມີການພົວພັນຮ່ວມມື ແບບພິເສດ ທີ່ມີມາແຕ່ດົນນານ ແລະ ຂໍອວຍພອນ ໃຫ້ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມື ຮອບດ້ານ ຂອງສອງພັກ-ສອງລັດ ກໍຄືປະຊາຊົນສອງຊາດ ລາວ-ຫວຽດນາມ; ຫວຽດນາມ-ລາວ ເວົ້າລວມ; ເວົ້າສະເພາະ ແຂວງບໍ່ແກ້ວ ກັບ ແຂວງ ແຮກສ່ຽວ, ບັນດາແຂວງທີ່ມີການຮ່ວມມື ຈົ່ງສວຍສົດງົດງາມ ແລະ ໝັ້ນຄົງຕະຫລອດໄປ.


ໂດຍ: ຈັນທະສອນ

KPL

ຂ່າວອື່ນໆ

ads
ads

Top