ພາວເວີໄຊນາ ນໍາໃຊ້ເຕັກໂນໂລຊີລະດັບສູງ ຄຸ້ມຄອງລະດັບນໍ້າ ຢູ່ເຂື່ອນນໍ້າອູ

04/10/2022 16:26
Email Print 351
ຂປລ ຂປລ.ເຂື່ອນໄຟຟ້ານໍ້າຕົກແບບຂັ້ນໄດ ຕາມລໍານໍ້າອູ ທີ່ກຸ່ມບໍລິສັດ ພາວເວີ ໄຊນາ (PowerChina) ໄດ້ລົງທຶນພັດທະນາກໍ່ສ້າງຢູ່ ແຂວງຫລວງພະບາງ ແລະ ແຂວງຜົ້ງສາລີ, ໄດ້ນໍາໃຊ້ເຕັກໂນໂລຊີລະດັບສູງໃນການຄຸ້ມຄອງ ແລະ ບໍລິຫານຈັດການລະດັບນໍ້າ ໃນອ່າງເກັບນໍ້າຂອງເຂື່ອນ

    ຂປລ.ເຂື່ອນໄຟຟ້ານໍ້າຕົກແບບຂັ້ນໄດ ຕາມລໍານໍ້າອູ ທີ່ກຸ່ມບໍລິສັດ ພາວເວີ ໄຊນາ (PowerChina) ໄດ້ລົງທຶນພັດທະນາກໍ່ສ້າງຢູ່ ແຂວງຫລວງພະບາງ ແລະ ແຂວງຜົ້ງສາລີ, ໄດ້ນໍາໃຊ້ເຕັກໂນໂລຊີລະດັບສູງໃນການຄຸ້ມຄອງ ແລະ ບໍລິຫານຈັດການລະດັບນໍ້າ ໃນອ່າງເກັບນໍ້າຂອງເຂື່ອນ ເພື່ອຮັບປະກັນໃຫ້ ການຜະລິດກະແສໄຟຟ້າ ຮັບໃຊ້ສັງຄົມມີຄວາມໝັ້ນຄົງ ແລະ ສ້າງຜົນປະໂຫຍດສູງສຸດແກ່ປະເທດຊາດ.
  
ທ່ານ ສົ້ງ ຫຸ້ຍຫົງ ຫົວໜ້າບໍລິສັດ ພາວເວີ ໄຊນາ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນລາວ ແລະ ຈີນ  ເມື່ອບໍ່ດົນນີ້ວ່າ: ເພື່ອປ້ອງກັນອຸທົກກະໄພຢ່າງມີປະສິດທິພາບສູງ
, ການຄຸ້ມຄອງອ່າງເກັບນໍ້າດ້ວຍວິທະ ຍາສາດ ແລະ ບໍລິຫານຈັດການນໍ້າຢ່າງແມ້ນຢໍາ, ບໍລິສັດ ໄດ້ສ້າງລະບົບພະຍາກອນອຸທົກກະສາດ ທີ່ມີເຕັກໂນໂລຊີລະດັບສູງ ຊຶ່ງສາມາດຕິດຕາມຂໍ້ມູນພະຍາກອນອາກາດໃນພື້ນທີ່ກວ່າ 25.000 ກິໂລຕາແມັດໄດ້ຕະຫລອດເວລາ ໂດຍສະເພາະໃນຂອບເຂດແຂວງຜົ້ງສາລີ, ອຸດົມໄຊ ແລະ ແຂວງຫລວງພະບາງ ລວມທັງກໍ່ສ້າງສູນບັນຊາບັນດາເຂື່ອນຕາມແມ່ນໍ້າອູ ດ້ວຍເຕັກໂນໂລຊີ ດີຈີຕອນ. ນອກນັ້ນ ຍັງນຳໃຊ້ລະບົບ ພະຍາກອນອາກາດຂອງກົມອຸຕຸນິຍົມ ແຂວງຢຸນນານ ສປ ຈີນ ທີ່ສາມາດຕິດຕາມສະພາບນໍ້າຝົນ ແລະ ຂໍ້ມູນອຸທົກກະສາດຕະຫລອດເວລາ, ຜ່ານການຄຸ້ມຄອງບໍລິຫານຈັດການນໍ້າແບບລວມສູນ, ໃຊ້ຄວາມພະຍາຍາມຫລາຍທີ່ສຸດ ເພື່ອຫລີກລ້ຽງການເກີດຜົນກະທົບຈາກນໍ້ານອງ ຕໍ່ປະຊາຊົນທີ່ອາໄສຢູ່ຕາມແຄມຝັ່ງນໍ້າ. ຂະນະດຽວກັນ ຂໍ້ມູນທັງໝົດທີ່ໄດ້ຈາກລະບົບພະຍາກອນອາກາດ ແລະ ລະບົບຕິດຕາມທາງອຸທົກກະສາດ ກໍໄດ້ສະໜອງໃຫ້ແກ່ກະຊວງ ແລະ ພາກລັດ ນັບທັງສູນກາງ ແລະ ທ້ອງຖິ່ນ ນຳໃຊ້ ໂດຍບໍ່ໄດ້ເກັບຄ່າໃຊ້ຈ່າຍໃດໆ, ທັງນີ້ ກໍເພື່ອເປັນການປະກອບສ່ວນຢ່າງຫ້າວຫັນ ເຂົ້າໃນວຽກງານດ້ານສາທາລະນະປະໂຫຍດ ກໍຄືການປົກປັກຮັກສາສິ່ງແວດລ້ອມ, ລະບົບນິເວດທໍາມະຊາດ, ການປ້ອງກັນ ແລະ ຫລຸດຜ່ອນໄພພິບັດຕ່າງໆ.
  
ທ່ານ ສົ້ງ ຫຸ້ຍຫົງ ກ່າວຕື່ມວ່າ: ເຂື່ອນໄຟຟ້ານ້ຳອູ ມີທັງມົດ 7 ແຫ່ງ
, ແຫ່ງທີ 1,2 ແລະ 3 ແມ່ນຕັ້ງຢູ່ຂອບເຂດແຂວງຫລວງພະບາງ ແລະ ແຫ່ງທີ 4,5,6 ແລະ 7 ແມ່ນຕັ້ງຢູ່ຂອບເຂດແຂວງຜົ້ງສາລີ. ປັດຈຸບັນ, ທັງ 7 ເຂື່ອນ ໄດ້ຜະລິດພະລັງງານເກືອບເຖິງ 11 ຕື້ ກິໂລວັດໂມງ, ໂດຍພາຍໃຕ້ການບໍລິ ຫານຈັດການ ການຜະລິດພະລັງງານຂອງບັນດາເຂື່ອນແບບຄຸ້ມຄອງລວມສູນ ສາມາດຍົກລະດັບ ແລະ ຮັບປະກັນຄວາມສະຖຽນລະພາບຂອງລະບົບສາຍສົ່ງ ຂອງໄຟຟ້າລາວ, ໄດ້ແບ່ງປັນເຕັກໂນໂລຊີພະລັງ ງານໄຟຟ້າ ແລະ ຝຶກອົບຮົມໃຫ້ພະນັກງານທ້ອງຖິ່ນ ຊຶ່ງມີບົດບາດສຳຄັນໃນການຊຸກຍູ້ພັດທະນາຂະແໜງ ອຸດສາຫະກຳຂອງປະເທດໃຫ້ເຕີບໃຫຍ່ເຂັ້ມແຂງ.

KPL

ຂ່າວອື່ນໆ

ads
ads

Top