ລົດໄຟລາວ-ຈີນສັນຍະລັກປະຫວັດສາດເຊື່ອມໂຍງກັບວົງຄະນະຍາດສາກົນ ແລະ ການສ້າງຮ່ວມຊະຕາກໍາມະນຸດຊາດ

29/09/2022 14:10
Email Print 1003
ຂປລ ເສັ້ນທາງລົດໄຟລາວ-ຈີນ ບໍ່ພຽງເປັນສັນຍະລັກ ດ້ານປະຫວັດສາດລະຫວ່າງ ສປປ ລາວ ແລະ ສປ ຈີນ ຫາກຍັງຫັນ ປ່ຽນສະຖານະພາບປະເທດລາວ ທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດ ເຊື່ອມໂຍງ-ເຊື່ອມຈອດ ກັບປະ ເທດເພື່ອນບ້ານໄກ້ຄຽງ ສປ ຈີນ, ອາຊຽນ, ພາກພື້ນ ແລະ ສາກົນພາຍໃຕ້ຂໍ້ລິເລີ່ມ “ໜຶ່ງເເລວໜຶ່ງເສັ້ນທາງ” ຂອງ ສປ ຈີນອີກດ້ວຍ.






ເສັ້ນທາງລົດໄຟລາວ-ຈີນບໍ່ພຽງເປັນສັນຍະລັກ ດ້ານປະຫວັດສາດລະຫວ່າງ ສປປ ລາວ ແລະ ສປ ຈີນ ຫາກຍັງຫັນປ່ຽນ ສະຖານະພາບປະເທດລາວ ທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດ ເຊື່ອມໂຍງ-ເຊື່ອມຈອດ ກັບປະເທດເພື່ອນບ້ານໄກ້ຄຽງ ສປ ຈີນ, ອາຊຽນ, ພາກພື້ນ ແລະ ສາກົນພາຍໃຕ້ຂໍ້ລິເລີ່ມ ໜຶ່ງເເລວໜຶ່ງເສັ້ນທາງຂອງ ສປ ຈີນອີກດ້ວຍ ເຊິ່ງນັ້ນໄດ້ຢືນຢັນ ເຖິງສາຍພົວພົວຮ່ວມມື ຄູ່ຮ່ວມຊາຕາກໍາດຽວກັນ ແລະ ການຜັນຂະຫຍາຍ ຕາມທິດ 4 ດີຂອງສອງພັກ-ສອງລັດ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໜັກແໜ້ນ ໝັ້ນຄົງທະນົງແກ່ນຮອບດ້ານ.

ພາຍຫຼັງໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນເລີ່ມລົງມືກໍ່ສ້າງແຕ່ວັນທີ 25 ທັນວາ 2016 ເປັນຕົ້ນມາ, ໂດຍພາຍໃຕ້ການຊີ້ນຳ-ນຳພາ ອັນປີຊາສາມາດ ແລະ ດ້ວຍວິໄສທັດເບິ່ງກວ້າງແນມໄກ ຂອງຜູ້ນຳສອງພັກ-ສອງລັດ, ການອູ້ມຊູຊ່ວຍເຫລືອ ແລະ ສະໜັບສະໜູນ ຢ່າງແຂງແຮງ ຂອງປະຊາຊົນສອງຊາດ ລາວ-ຈີນ ຕະຫລອດໄລຍະ ຫຼາຍປີຜ່ານມານັ້ນ,  ເຮັດໃຫ້ໂຄງການ ທີ່ມີລັກສະນະປະຫວັດສາດ ຂອງການຮ່ວມມືລະຫວ່າງ ສອງປະເທດ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນຮູບປະທຳ ແລະ ສຳເລັດຕາມລະດັບ ຄາດໝາຍທີ່ວາງ ໄວ້ທຸກປະການ.

ໃນເວລາ 16:45 ໂມງ ຂອງວັນທີ 3 ທັນວາ 2021, ເປັນໄລຍະທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ  ພວມເບີກບານມ່ວນຊື່ນ ກັບການສະເຫຼີມສະຫຼອງ ວັນທີ 2 ທັນວາຄົບຮອບ 46 ປີ ແລະ ກົງກັບວັນຄົບຮອບ 60 ປີ ແຫ່ງການສະເຫຼີມສະຫຼອງ ວັນສ້າງ ຕັ້ງສາຍພັນການທູດ ລາວ-ຈີນ ເຊິ່ງຜູ້ນໍາ ສປປ ລາວ ແລະ ສປ ຈີນ ໄດ້ອອກຄໍາສັ່ງປ່ອຍລົດໄຟ ຢ່າງເປັນທາງການ ກັບຜູ້ໂດຍສານ C82 ຂອງຝ່າຍລາວ ອອກເດີນທາງ ຈາກເສັ້ນທາງລົດໄຟ ເສັ້ນທີ 1 ຂອງ ສະຖານີ ນະຄອນຫຼວງວຽງຈັນ ສປປ ລາວ ແລະ ລົດໄຟໂດຍສານ C3 ຂອງຝ່າຍຈີນ ກໍອອກເດີນທາງ ຈາກເສັ້ນທາງລົດໄຟ ເສັ້ນທີ 1 ຂອງສະຖານີຄຸນໝິງ ຂອງ ສປ ຈີນ ໃນເວລາດຽວກັນອັນໄດ້ສ້າງຄວາມສົນໃຈເປັນພິເສດຕໍ່ສາຍຕາຊາວໂລກຫັນມາເບິ່ງ ສປປ ລາວຢ່າງໃຈຈົດໃຈຈໍ່.

ນັບແຕ່ວັນນັ້ນທີ່ເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນຢ່າງເປັນທາງເຖິງປັດຈຸບັນນີ້ເກືອບ 10 ເດືອນຜ່ານມາ (3 ທັນວາ 2021-24 ກັນຍາ 2022) ພົບວ່າ: ຕົວເລກຈໍານວນ ຜູ້ໂດຍສານທັງພາຍໃນ ແລະ ຕ່າງປະເທດເຂົ້າມາ ໃຊ້ບໍລິການລົດໄຟ ລາວ-ຈີນ ມີເຖິງເກືອບ 9 ແສນຄົນ ແລະ ການບໍລິການຂົນສົ່ງສິນຄ້າ ລະຫວ່າງປະເທດບັນລຸ 1.228.000 ກວ່າໂຕນ ໃນນັ້ນສິນຄ້ານໍາເຂົ້າມາ ສປປ ລາວ ເກືອບ 280.000 ໂຕນ ແລະ ສິນຄ້າແຕ່ ສປປ ລາວ ສົ່ງໄປຍັງ ສປ ຈີນປະມານ 948.000 ກວ່າໂຕນ,ໂດຍສະເລ່ຍ ການບໍລິການຂົນ ສົ່ງ ເພີ່ມຂຶ້ນເຖິງ 23.8% ໃນແຕ່ລະເດືອນ. ພ້ອມນີ້ຍັງມີການລາຍງານວ່າ: ທາງລົດໄຟ ລາວ-ຈີນ ຍັງສາມາດບໍລິການຂົນສົ່ງ ປະເພດແຮ່ທາດເປັນຫຼັກ ເຊິ່ງກວມເອົາ 73% ຂອງປະລິມານການສົ່ງອອກ ລວມມີ 5 ປະເພດຄື: ແຮ່ເຫຼັກ, ແຮ່ທອງ, ແຮ່ຊືນ, ແຮ່ Tin, ແຮ່ Antimony; ສໍາລັບການຂົນສົ່ງສິນຄ້າ ປະເພດກະສິກໍາກວມເອົາ 25% ມີ 22 ປະເພດຄື: ຢາງພາລາ, ແປ້ງມັນຕົ້ນ, ມັນດ້າງ, ຖ່ານດໍາ, ເຂົ້າສານ ແລະ ອື່ນໆ ນອກຈາກນັ້ນ ຍັງມີສິນຄ້າປະເພດອື່ນໆ ກວມເອົາ 2%.

ດ້ວຍຄວາມສໍາເລັດທີ່ເປັນຮູບປະທໍາພາຍໃຕ້ຂອບການຮ່ວມມືລະຫວ່າງ ສປປ ລາວ, ສປ ຈີນ, ອາຊຽນ ແລະ ວົງຄະນະຍາດສາກົນນັ້ນ ບໍ່ສາມາດປະຕິເສດ ແລະ ເບິ່ງຂ້າມໄດ້ຜົນປະໂຫຍດຮ່ວມກັນ ດ້ານການຄ້າ, ການລົງທຶນ, ການຂົນສົ່ງ, ການບໍລິການ ແລະ ການໄປມາ ຫາສູ່ກັນ ແຕ່ຫາກຍິ່ງຈະພົ້ນເດັ່ນ ແລະ ສືບຕໍ່ເກີດດອກອອກຜົນ ຢ່າງກວ້າງຂວາງໃນອະນາຄົດ ເຊິ່ງ ສປປ ລາວເຮົາ ຈະກາຍເປັນປະຕູ ອອກສູ່ອາຊຽນ ກັບປະຊາກອນທັງໝົດ 600 ລ້ານຄົນ, ສປ ຈີນ ມີປະຊາກອນປະມານ 1.4 ຕື້ຄົນ, ເອີຣົບມີປະຊາກອນ ປະມານ 500 ລ້ານຄົນ ນັ້ນໝາຍວ່າເສັ້ນທາງລົດໄຟ ລາວ-ຈີນ ຈະເປັນຂົວຕໍ່ ແລະ ປຽບດັ່ງເສັ້ນເລືອດໃຫຍ່ ປະກອບສ່ວນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ, ຍົກລະດັບຊີວິດການເປັນຢູ່ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ ໃຫ້ດີຂຶ້ນເທື່ອລະກ້າວນັ້ນເອງ.

ໂດຍສອດຄ່ອງກັບຄໍາເຫັນຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ກ່າວວ່າ: ທາງລົດໄຟລາວ-ຈີນ ໄດ້ກາຍເປັນເສັ້ນທາງສໍາຄັນ ຂອງແລວທາງເສດຖະກິດ ແຫຼມອິນດູຈີນ ເຊິ່ງປະຊາຊົນລາວບັນດາເຜົ່າ ມີຄວາມພາກພູມໃຈ ແລະ ດີໃຈທີ່ສຸດ,  ການເປີດເສັ້ນທາງລົດໄຟ ລາວ-ຈີນ ຍັງເປັນການແລກປ່ຽນ ການໄປມາຫາສູ່ກັນ, ການລົງທຶນ, ການຂົນສົ່ງ, ການຄ້າ ແລະ ອື່ນໆລະຫວ່າງ ສອງປະເທດ ຈະສະດວກກວ່າເກົ່າ ”.  ທ່ານ ປະທານປະເທດ ແຫ່ງ ສປປ ລາວ ຍັງໄດ້ຍົກເນື້ອໃນ ສໍາຄັນບາງຕອນວ່າ: ບ່ອນໃດ ມີເສັ້ນທາງ ບ່ອນນັ້ນມີໂອກາດພັດທະນາ”, ທັງໄດ້ຢືນຢັນຢ່າງເຕັມສ່ວນ ເຖິງບົດບາດຄວາມສໍາຄັນ ຂອງເສັ້ນທາງລົດໄຟ ລາວ-ຈີນ ໃນການຊຸກຍູ້ ການພັດທະນາຂອງລາວ.  ທາງລົດໄຟຈີນ-ລາວ ຈະກາຍເປັນກໍາລັງແຮງ ຊຸກຍູ້ການຮ່ວມມື ລະຫວ່າງປະເທດລາວ ກັບປະ ເທດຈີນ, ອາຊຽນ-ຈີນ ຈະເພີ່ມທະວີການຮ່ວມມື ແລະ ການແລກປ່ຽນ ດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ວັດທະນະທໍາ ແລະ ການແລກປ່ຽນ ບຸກຄະລາກອນ ແລະ ສ້າງວຽກເຮັດງານທໍາ ນໍາມາເຊິ່ງຜົນປະໂຫຍດຕົວຈິງ ແລະ ເຫັນໄດ້ ຢ່າງຈະແຈ້ງ ໃນນັ້ນ ສະແດງເຖິງ ການຂົນສົ່ງທາງບົກ ຂອງ ປະເທດລາວ ໄດ້ຫັນໄປສູ່ ການຄົມມະນາຄົມທັນສະໄໝ. ປະເທດລາວ ໄດ້ຫັນປະເທດ ທີ່ບໍ່ມີຊາຍແດນ ຕິດກັບທະເລ ກາຍເປັນປະເທດ ເຊື່ອມໂຍງ ກັບປະເທດອ້ອມຂ້າງ”.

ພ້ອມດຽວກັນນັ້ນ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວກໍໃຫ້ຄໍາເຫັນວ່າ: ການພັດທະນາເສັ້ນທາງລົດໄຟ ລາວ-ຈີນ ແມ່ນຄວາມຕ້ອງການ ຂອງປະຊາຊົນລາວບັນດາເຜົ່າ ໃນການປະກອບສ່ວນ ສົ່ງເສີມການພັດທະນາ ເສດຖະກິດ-ສັງຄົມ, ແກ້ໄຂ ຄວາມທຸກຍາກ ແລະ ຍົກລະດັບຊີວິດການເປັນຢູ່ ຂອງຊາຊົນໃຫ້ດີຂຶ້ນ ເທື່ຶອລະກ້າວ ແລະ ກາຍເປັນເສັ້ນທາງ ເຊື່ອມຕໍ່ທີ່ສໍາຄັນ ລະ ຫວ່າງ ລາວກັບບັນດາປະເທດ ໃນພາກພື້ນ ແລະ ສາກົນອີກອີກດ້ວຍ”.

ດັ່ງທີ່ຮູ້ນໍາກັນໃນປີ 2013, ທ່ານ ສີ ຈິ້ນຜິງ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ໄດ້ປະກາດຈັດຕັ້ງປະຕິບັດ ຟື້ນຄືນເສັ້ນທາງສາຍໄໝ ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງເຊິ່ງໄດ້ຮັບການຍ້ອງຍໍຊົມເຊີຍ ແລະ ໄດ້ຮັບຄວາມສົນໃຈ ຈາກວົງຄະນະຍາດສາກົນ ຢ່າງກວ້າງຂວາງ ພ້ອມນີ້ກໍໄດ້ກາຍເປັນ ຍຸດທະສາດສໍາຄັນທີ່ສຸດ ໃນຂອບການຮ່ວມມື ພາຍໃຕ້ຜົນປະໂຫຍດຮ່ວມກັນ ຄື: ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ລະຫວ່າງປະເທດ ເພື່ອນບ້ານໄກ້ຄຽງ, ອາຊຽນ, ສປ.ຈີນ, ເອີຣົບ, ຕາເວັນອອກກາງ, ອາຟຣິກກາ ແລະ ອື່ນໆ ເຊິ່ງ ປະກອບສ່ວນ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ, ການເມືອງ, ເສດຖະກິດ, ຄວາມໝັ້ນຄົງ. ມາຮອດປັດຈຸບັນນີ້ ມີບັນດາເພື່ອນມິດ, ວົງຄະນະຍາດສາກົນ ແລະ ອົງການຕ່າງໆ ໄດ້ເຂົ້າຮ່ວມໃນໂຄງການ ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ 149 ປະເທດທົ່ວໂລກ.


KPL

ຂ່າວອື່ນໆ

    • ມ່ວນຊືນໃຫ້ພໍດີບົດ-ສາລະຄະດີ

      ມ່ວນຊືນໃຫ້ພໍດີ

      4/11/2024 9:20:19 AM

      ມື້ຮືກໍ່ເຂົ້າສູ່ເທສະການສະຫລອງສົ່ງທ້າຍປີເກົ່າຕ້ອນຮັບປີ ໃໝ່ລາວ ພ.ສ 2567 ແລ້ວ, ນັບແຕ່ທ້າຍອາທິດແລ້ວມາອາທິດນ້ີຍິນມາວ່າຫລາຍສໍານັກງານຫ້ອງການ ແລະ ຄອບຄົ ໄດ້ສັງສັນສາມັກຄີກັນລ່ວງໜ້າແດ່ແລ້ວ ເພື່ອວ່າໃນໄລຍະສະຫລອງບຸນແທ້ໆຕ່າງຄົນໄປຕາມເປົ້າໝາຍໃຜລາວ, ເປັນການໝູນໃຊ້ກາລະໂອກາດອັນອໍານວຍ ໄດ້ທັງຮີດຄອງ ແລະ ຄວາມສາມັກຄີ.

    • ສະກັດກັ້ນການສວຍໂອກາດບົດ-ສາລະຄະດີ

      ສະກັດກັ້ນການສວຍໂອກາດ

      4/9/2024 5:58:32 AM

      ໃກ້ຮອດປີໃໝ່ລາວ, ອາທິດນີ້ຈະມີຫລາຍສໍານັກງານອົງການ ຕະຫລອດຮອດຄອບຄົວຫົວເຮືອນ ມີແຜນຈັດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ເພື່ອວ່າໄລຍະປີໃໝ່ ເອົາເວລາໄປທ່ອງທ່ຽວສົ່ງເສີມປີທ່ອງທ່ຽວລາວ ໃຫ້ຄຶກຄື້ນມ່ວນຊື່ນພາຍໃຕ້ຄໍາຂວັນ ທ່ອງທ່ຽວປອດໄພ ຊື່ນໃຈວັດທະນະທໍາ, ທໍາມະຊາດ ແລະ ປະຫວັດສາດ.

    • ຊາວໜຸ່ມລາວ ແມ່ນກຳລັງແຮງໃນພາລະກິດສ້າງສາພັດທະນາປະເທດຊາດບົດ-ສາລະຄະດີ

      ຊາວໜຸ່ມລາວ ແມ່ນກຳລັງແຮງໃນພາລະກິດສ້າງສາພັດທະນາປະເທດຊາດ

      4/9/2024 5:45:56 AM

      ພັກປະຊາຊົນ ປະຕິວັດລາວໄດ້ຂະໜານນາມຊາວໜຸ່ມວ່າ: ເປັນແຂນຂວາຂອງພັກ, ເປັນກະດູກສັນຫລັງຂອງປະເທດຊາດ, ເປັນຜູ້ສືບທອດທີ່ຈົ່ງຮັກພັກດີຂອງປະເທດຊາດ, ມູນເຊື້ອ ແລະ ວິລະກໍາຂອງຊາດໄດ້ຮັບການຜັນຂະຫຍາຍ ເປັນການກະທໍາປະຕິວັດຂອງຊາວໜຸ່ມ ຊຶ່ງສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງພັກ, ຂອງປະເທດຊາດ ແລະ ເຮັດສໍາເລັດພາລະກໍາຂອງຕົນ.

    • 60 ປີ ຊາວໜຸ່ມລາວ ເຕີບໃຫຍ່ຂະຫຍາຍຕົວໃນທຸກພາລະກິດຂອງຊາດບົດ-ສາລະຄະດີ

      60 ປີ ຊາວໜຸ່ມລາວ ເຕີບໃຫຍ່ຂະຫຍາຍຕົວໃນທຸກພາລະກິດຂອງຊາດ

      4/8/2024 11:28:13 AM

      ຕະຫລອດໄລຍະ 69 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ, ຊາວໜຸ່ມປະຊາຊົນ ປະຕິວັດລາວ ແມ່ນມີບົດບາດສໍາຄັນໃນທຸກພາລະກິດຂອງຊາດ ແລະ ມີບົດບາດໃນການຕັດສິນທຸກໄຊຊະນະຂອງການປະຕິວັດຊາດ ເພາະຊາວໜຸ່ມແມ່ນກໍາລັງແຂນຂວາຂອງຂອງພັກ, ເປັນກະດູກສັນຫລັງຂອງຊາດ ທີ່ເຕັມໄປດ້ວຍມູນເຊື້ອນໍ້າໃຈຮັກເຊື້ອແພງຊາດອັນດູດດື່ມ ມີວັດທະນະທໍາອັນດີງາມ ແລະ ມີ ຄວາມເສຍສະຫລະອັນສູງສົ່ງໃນການປະກອບສ່ວນໃນພາລະກໍາປະຫວັດສາດ ແລະ ເຮັດສໍາເລັດໜ້າທີ່ຂອງການປະຕິວັດປະຊາທິປະໄຕ.

    • ລ້ຽງໄກ່ພັນໄຂ່ ລາຍຮັບດີມີກຳໄລບົດ-ສາລະຄະດີ

      ລ້ຽງໄກ່ພັນໄຂ່ ລາຍຮັບດີມີກຳໄລ

      4/8/2024 11:20:26 AM

      ໄຂ່ ເປັນອາຫານທີ່ນິຍົມຊົມຊອບຂອງຜູ້ບໍລິໂພກ ເນື່ອງຈາກວ່າສາມາດນໍາມາປຸງແຕ່ງອາຫານໄດ້ຫລາກຫລາຍ ບໍ່ວ່າຈະຕົ້ມ, ຂົ້ວ ຫລື ເປັນສ່ວນປະກອບຂອງອາຫານເຍື່ອງອື່ນໆ ກໍ່ແຊບຊ້ອຍ, ກິນງ່າຍໄດ້ທັງເດັກນ້ອຍ ແລະ ຜູ້ໃຫຍ່.

ads
ads

Top