ສ.ອາເມລິກາ ຈະສ້າງຕັ້ງພາກສ່ວນກວດກາ ຊາວຍົກຍ້າຍ ແຫ່ງໃໝ່

06/12/2025 20:16
ຂປລ ລັດຖະບານ ສ.ອາເມລິກາ ປະກາດວ່າ ຈະສ້າງຕັ້ງສູນກວດກາແຫ່ງໃໝ່ ເພື່ອເພີ່ມທະວີ ການກວດກາ ເບື້ອງຫລັງ ຂອງພົນລະເມືອງ ຕ່າງປະເທດ ທີ່ຮ້ອງຂໍຍົກຍ້າຍ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 5 ທັນວານີ້, ລັດຖະບານ ສ.ອາເມລິກາ ປະກາດວ່າ ຈະສ້າງຕັ້ງສູນກວດກາແຫ່ງໃໝ່ ເພື່ອເພີ່ມທະວີ ການກວດກາ ເບື້ອງຫລັງ ຂອງພົນລະເມືອງ ຕ່າງປະເທດ ທີ່ຮ້ອງຂໍຍົກຍ້າຍ. ໃນວັນດຽວກັນ,ອົງການບໍລິການພົນລະເມືອງ ແລະ ຊາວຍົກຍ້າຍ ອາເມລິກາ ອອກຖະແຫລງການ ໂດຍລະບຸວ່າ: ສຳນັກງານໃຫຍ່ ຂອງສູນກວດກາ USCIS ທີ່ສ້າງຕັ້ງ ຂຶ້ນໃໝ່ ຈະຕັ້ງຢູ່ອັດລານຕາ ເພື່ອຊ່ວຍເຈົ້າໜ້າທີ່ ສະຫະລັດ ອາເມລິກາ ໃນການຈຳແນກ ພວກກໍ່ການຮ້າຍ ທີ່ແຝງຊ້ອນຢູ່ ແລະ ບຸກຄົນສັນຊາດ ຕ່າງປະເທດ ທີ່ກ່ຽວຂ້ອງກັບຄະດີ ພ້ອມດ້ວຍສ່ວນ ບຸກຄົນອື່ນໆ ທີ່ອາດຈະເປັນໄພຂົ່ມຂູ່ ຕໍ່ຄວາມໝັ້ນຄົງ ແຫ່ງຊາດ ຫລື ຄວາມໝັ້ນຄົງສາທາລະນະ.ກ່ອນໜ້ານີ້ ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ໄດ້ປະກາດ ນະໂຍບາຍຫລາຍສະບັບ ຢ່າງເປັນລຳດັບ ເພື່ອຄວບຄຸບຊາວຍົກຍ້າຍ ຢ່າງເຂັ້ມງວດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top