ແຂວງໄຊສົມບູນ ຈັດແຂ່ງຂັນເທສະການອາຫານ ປະຈຳປີ 2025

03/12/2025 11:03
ຂປລ ຂປລ. ເມື່ອມໍ່ໆມານີ້ ແຂວງໄຊສົມບູນ ໄດ້ຈັດການແຂ່ງຂັນເທສະການອາຫານປະຈຳ 2025 ຂຶ້ນ ເພື່ອເປັນການສົ່ງເສີມດ້ານທຸລະກິດອາຫານໃຫ້ມີການຂະຫຍາຍຕົວ ໄປພ້ອມໆກັບການສະເຫລີມສະຫລອງວັນຊາດ ທີ 2 ທັນ ວາ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ຂປລ. ເມື່ອມໍ່ໆມານີ້ ແຂວງໄຊສົມບູນ ໄດ້ຈັດການແຂ່ງຂັນເທສະການອາຫານປະຈຳ 2025 ຂຶ້ນ ເພື່ອເປັນການສົ່ງເສີມດ້ານທຸລະກິດອາຫານໃຫ້ມີການຂະຫຍາຍຕົວ ໄປພ້ອມໆກັບການສະເຫລີມສະຫລອງວັນຊາດ ທີ 2 ທັນ ວາ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ທີ່ເດີ່ນສາທາລະນະ ຫໍຫລັກເມືອງ ໂດຍການເປັນປະທານຂອງ ທ່ານ ນາງ ເພັດສະໄໝ ໂພໄຊຍະວົງ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງໄຊສົມບູນ, ພ້ອມດ້ວຍຄະນະກໍາມະການຕັດສິນການແຂ່ງຂັນ, ຕະຫລອດຮອດໜ່ວຍສະຫະພັນແມ່ຍິງ ບັນດາພະແນກການອ້ອມຂ້າງແຂວງ, ໜ່ວຍສະຫະພັນແມ່ຍິງ ເມືອງອະນຸວົງ ແລະ ຕົວແທນຈາກຮ້ານອາຫານເຂົ້າຮ່ວມ.

 

ທ່ານ ນາງເພັດສະໄໝ ໂພໄຊຍະວົງ ກ່າວວ່າ: ການຈັດງານແຂ່ງຂັນເທສະການອາຫານ ປະຈຳປີ 2025 ນີ້, ກໍເພື່ອເປັນການອະນຸລັກ ແລະ ສົ່ງເສີມວັດທະນະທໍາຮີດຄອງປະເພນີລາວ ໂດຍສະເພາະອາຫານທີ່ເປັນເອກະລັກຂອງຊາວແຂວງໄຊສົມບູນ ທີ່ຄວນອະນຸລັກຮັກສາໄວ້ຄຽງຄູ່ກັບຄົນລາວຕະຫລອດໄປຕິດພັນກັບການໂຄສະນາເຜີຍແຜ່ອາຫານທີ່ເປັນເອກະລັກຂອງແຂວງອອກສູ່ສັງຄົມ ທັງເປັນການສ້າງຄວາມສາມັກຄີພາຍໃນເອື້ອຍນ້ອງແມ່ຍິງໃຫ້ແໜ້ນແຟ້ນຍິ່ງຂຶ້ນ  ຊຶ່ງການແຂ່ງຂັນປຸງແຕ່ງອາຫານໃນຄັ້ງນີ້ ມີຕົວແທນເຂົ້າຮ່ວມແຂ່ງຂັນ 18 ພາກສ່ວນ. ໃນນັ້ນ, ໄດ້ປຸງແຕ່ງອາ ຫານ ໃຫ້ແກ່ຄະນະກໍາມະການຊີມ ພ້ອມທັງຕັດສິນຈາກຄວາມແຊບ, ຄວາມສະອາດ ທີ່ຖືກຫລັກອະນາໄມ ແລະ ຄວາມສວຍງາມໃນການຕົບແຕ່ງ.

ແນວໃດກໍດີ, ຜົນການຕັດສິນຈາກຄະນະກຳມະການ ເຫັນວ່າອັນດັບທີ 1 ໄດ້ແກ່ ຮ້ານອາຫານ ນາງ ຄຳ ໂດຍປະເພດອາຫານທີ່ຖືກໃຈກຳມະການໄດ້ແກ່ (ໜຶ້ງໄກ່ລາດ ສະໝຸນໄພ) ໄດ້ຮັບເງິນລາງວັນ 5.000.000 ກີບ, ອັນດັບທີ 2 ໄດ້ແກ່ ຮ້ານຂາຍຂອງກິນສຸກ ນາງ ໄຊ (ເອາະກະປູນາ) ໄດ້ຮັບເງິນລາງວັນ 4.000.000 ກີບ ແລະ ອັນດັບທີ 3 ໄດ້ແກ່ຮ້ານອາຫານ ນາງ ຄໍາພາ (ໜຶ້ງປາສະໝຸນໄພ) ໄດ້ເງິນລາງວັນ 3.000.000 ກີບ. ຂະນະທີ່ອີກ 15 ພາກສ່ວນ ແມ່ນໄດ້ຮັບລາງວັນຊົມເຊີຍ ຮ້ານລະ 500. 000 ກີບຕື່ມອີກ.

ນອກຈາກການແຂ່ງຂັນເທສະການອາຫານແລ້ວ ຍັງໄດ້ເປີດຕະຫລາດນັດວາງສະແດງສິນຄ້າ ໂດຍມີຫລາຍພາກສ່ວນໄດ້ນໍາເອົາສິນຄ້າທີ່ຜະລິດດ້ວຍຕົນເອງມາວາງສະແດງ ແລະ ຈຳໜ່າຍໃຫ້ແກ່ຜູ້ທີ່ມາທ່ຽວຊົມໄດ້ຊື້ເປັນຂອງ ຝາກຂອງຕ້ອນ. ນອກຈາກນີ້, ຍັງເປັນການສົ່ງເສີມດ້ານການຜະລິດເປັນສິນຄ້າໃຫ້ຫລາຍຂຶ້ນ ສາມາດສົ່ງອອກຂາຍສູ່ຕະ ຫລາດຕ່າງເມືອງ-ແຂວງໃນຕໍ່ໜ້າ ໄປພ້ອມໆກັບການສະເຫລີມສະຫລອງວັນສຳຄັນຂອງຊາດລາວໃຫ້ມີບັນຍາກາດຟົດ ຟື້ນ ແລະ ມີຄວາມໝາຍເລິກເຊິ່ງ.  

KPL

ຂ່າວອື່ນໆ

ads
ads

Top