ຂປລ
ຂປລ. ຕະຫລອດໄລຍະ 50 ປີ ພາຍໃຕ້ການນໍາພາ-ຊີ້ນໍາ ຂອງພັກປະຊາຊົນ ປະຕິວັດລາວ ກໍຄື ຄະນະພັກ-ອົງການປົກຄອງ ແຂວງເຊກອງ ການພັດທະນາພື້ນຖານໂຄງລ່າງດ້ານໂຍທາທິການ ແລະ ຂົນສົ່ງ (ຍທຂ) ຢູ່ແຂວງເຊກອງ

ຂປລ. ຕະຫລອດໄລຍະ 50 ປີ ພາຍໃຕ້ການນໍາພາ-ຊີ້ນໍາ ຂອງພັກປະຊາຊົນ ປະຕິວັດລາວ ກໍຄື ຄະນະພັກ-ອົງການປົກຄອງ ແຂວງເຊກອງ ການພັດທະນາພື້ນຖານໂຄງລ່າງດ້ານໂຍທາທິການ ແລະ ຂົນສົ່ງ (ຍທຂ) ຢູ່ແຂວງເຊກອງ ແມ່ນມີການພັດທະນາຢ່າງຕໍ່ເນື່ອງ ແລະ ມີຜົນສໍາເລັດຫລາຍດ້ານ ເຮັດໃຫ້ແຂວງສາມາດມີເສັ້ນທາງເຊື່ອມຕໍ່ ລະຫວ່າງແຂວງຫາແຂວງ, ແຂວງຫາເມືອງ, ເມືອງຫາບ້ານ ແລະ ການໄປ-ມາຫາສູ່ຂອງປະຊາຊົນນັບມື້ສະດວກສະບາຍຫລາຍຂຶ້ນ.
ທ່ານ ແກ້ວປະເສີດ ແກ້ວມະນີວົງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງເຊກອງ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ເມື່ອບໍ່ດົນມານີ້ວ່າ: ແຂວງເຊກອງ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 14 ເມສາ 1984 ມາຮອດປີນີ້ ກໍຄົບຮອບ 41 ປີພໍດີ ເຊິ່ງກ່ອນໜ້ານີ້ 41 ປີ ແຂວງເຊກອງ ແມ່ນເປັນເຂດພູດອຍຫ່າງໄກສອກຫລີກ, ບັນດາພື້ນຖານໂຄງລ່າງດ້ານເສດຖະກິດ-ສັງຄົມ ແລະ ເສັ້ນທາງຄົມມະນາຄົມ ມີຄວາມຍາວປະມານ 100 ກິໂລແມັດ, ການໄປ-ມາພົບຄວາມຫຍຸ້ງຍາກ, ແຕ່ດ້ວຍຈິດໃຈຟົດຟື້ນປະຕິວັດ, ຄວາມຮັກຊາດຮັກລະບອບໃໝ່ ແລະ ຮັກຄວາມເປັນເອກະລາດ ຂອງປະຊາຊົນບັນດາເຜົ່າຊາວແຂວງເຊກອງ ຕະຫລອດໄລຍະ 50 ປີ ພາຍໃຕ້ການນໍາພາຂອງພັກ ປປ ລາວ ແລະ 41 ປີແຫ່ງການບຸກບືນສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ ໂດຍມີມະຕິຂອງສູນກາງພັກ ແລະ ມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງ ໃນແຕ່ລະໄລຍະເປັນເຂັມຊີ້ທິດເຍືອງທາງ ເຮັດໃຫ້ແຂວງເຊກອງ ເວົ້າລວມ, ເວົ້າສະເພາະ ດ້ານວຽກງານໂຍທາທິການ ແລະ ຂົນສົ່ງ ໄດ້ມີການພັດທະນານັບມື້ດີຂຶ້ນຢ່າງຕໍ່ເນື່ອງ. ປັດຈຸບັນ, ທົ່ວແຂວງມີເສັ້ນທາງ 310 ເສັ້ນ, ຍາວ 2.016,04 ກິໂລແມັດ ໃນນີ້, ທາງຫລວງແຫ່ງຊາດ 4 ເສັ້ນ, ທາງຫລວງແຂວງ 2 ເສັ້ນ, ທາງຫລວງເມືອງ 12 ເສັ້ນ, ທາງຕົວເມືອງ 167 ເສັ້ນ, ທາງຊົນນະບົດ 89 ເສັ້ນ ແລະ ທາງສະເພາະ 36 ເສັ້ນ; ມີຂົວ 34 ແຫ່ງ ຍາວ 1.553,04 ແມັດ ໃນນີ້, ຂົວເບຕົງ 18 ແຫ່ງ, ຂົວເບເລ 11 ແຫ່ງ, ຂົວໄມ້ 1 ແຫ່ງ, ຂົວປະສົມ 1 ແຫ່ງ ແລະ ຂົວອູ່ 3 ແຫ່ງ; ມີບ້ານທີ່ມີເສັ້ນທາງເຂົ້າເຖິງ 201 ບ້ານ ກວມເອົາ 99,01% ແລະ ສາມາດທຽວໄດ້ສອງລະດູ 160 ບ້ານ ກວມເອົາ 78,81%. ພ້ອມນີ້, ກໍໄດ້ເອົາໃຈໃສ່ພັດທະນາລະບົບການຂົນສົ່ງ ເພື່ອຮອງຮັບການໃຊ້ບໍລິການຂອງສັງຄົມ ພາຍໃນແຂວງມີສະຖານີຂົນສົ່ງໂດຍສານ 2 ແຫ່ງ, ມີສາຍທາງການຂົນສົ່ງໂດຍສານ 5 ສາຍທາງ (ເຊກອງ-ນະຄອນຫລວງວຽງຈັນ, ເຊກອງ-ສະຫວັນນະເຂດ, ເຊກອງ-ປາກເຊ, ເຊກອງ-ສາລະວັນ, ເຊກອງ-ດາກຈຶງ) ແລະ ການຂົນສົ່ງໂດຍສານ ລະຫວ່າງປະເທດ 2 ສາຍທາງ ຄື: (ເຊກອງ-ນະຄອນເຫວ້ ແລະ ເຊກອງ-ນະຄອນດານັງ ສສ ຫວຽດນາມ).
ທ່ານ ແກ້ວປະເສີດ ແກ້ວມະນີວົງ ໃຫ້ຮູ້ຕື່ມວ່າ: ໃນຊຸມປີຕໍ່ໜ້າ, ແຂວງເຊກອງ ກໍຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ຈະສືບຕໍ່ວາງແຜນປັບປຸງຍົກລະດັບເສັ້ນທາງຍຸດທະສາດສໍາຄັນ ຂອງແຂວງ ແລະ ເມືອງ ຈາກທາງດິນແດງ ເປັນທາງປູຢາງ ຄື: ໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ ແຕ່ບ້ານ (ພູລະກຸບ)-ເມືອງກະລຶມໃໝ່ 48,85 ກິໂລແມັດ; ທາງ 7511 ແຕ່ແຍກທາງ 16B (ຫົວຂົວເຊກອງ)-ເມືອງກະລຶມໃໝ່ 97 ກິໂລແມັດ; ທາງ 7511 ແຕ່ບ້ານວັກ-ຊາຍແດນຫວຽດນາມ ລວງຍາວ 134 ກິໂລແມັດ ພ້ອມທັງສຸມໃສ່ຟື້ນຟູຍົກລະດັບເສັ້ນທາງ 16B ເປັນທາງປູອັດສະຟານ ໃຫ້ສາມາດຮັບນໍ້າໜັກໄດ້ 11 ໂຕນຕໍ່ເພົາ ແລະ ຊຸກຍູ້ບໍລິສັດຮັບເໝົາກໍ່ສ້າງ ເພື່ອປະຕິບັດໂຄງການສືບຕໍ່ຕ່າງໆໃຫ້ສໍາເລັດ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການພັດທະນາ ເສດຖະກິດ-ສັງຄົມ ກໍຄືການຂົນສົ່ງທາງບົກ ເພື່ອເຊື່ອມໂຍງ-ເຊື່ອມຈອດ ລະຫວ່າງແຂວງກັບແຂວງ, ແຂວງກັບເມືອງ, ເມືອງຫາບ້ານ ແລະ ປະເທດເພື່ອນບ້ານໃກ້ຄຽງ ໂດຍສະເພາະ ສສ ຫວຽດນາມ ເປັນການປະກອບສ່ວນຢ່າງຕັ້ງໜ້າ ໃນການພັດທະນາເສດຖະກິດ-ສັງຄົມ, ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນຢ່າງແທ້ຈິງ ແລະ ທັງເຮັດໃຫ້ການສັນຈອນໄປ-ມາ ກໍຄືການແລກປ່ຽນຊື້-ຂາຍສິນຄ້າ ມີຄວາມສະດວກສະບາຍຫລາຍຂຶ້ນກວ່າເກົ່າ.
(ແຫລ່ງຂ່າວແຂວງເຊກອງ)
KPL