ຂປລ
ຂປລ. ບຸນກິນຈຽງເຜົ່າມົ້ງ ຫລື ນໍ່ເປ້ເຈົ່າ ແມ່ນບຸນໜຶ່ງສືບທອດກັນມາແຕ່ດົນນານ ຊຶ່ງຈັດຂຶ້ນໃນທຸກໆປີ ພາຍ ຫລັງສຳເລັດການເກັບກູ້ຜົນຜະລິດ ກໍບົ່ງບອກເຖິງບຸນກິນຈຽງໄດ້ໝູນວຽນມາຮອດອີກວາລະໜຶ່ງ.

ຂປລ. ບຸນກິນຈຽງເຜົ່າມົ້ງ ຫລື ນໍ່ເປ້ເຈົ່າ ແມ່ນບຸນໜຶ່ງສືບທອດກັນມາແຕ່ດົນນານ ຊຶ່ງຈັດຂຶ້ນໃນທຸກໆປີ ພາຍ ຫລັງສຳເລັດການເກັບກູ້ຜົນຜະລິດ ກໍບົ່ງບອກເຖິງບຸນກິນຈຽງໄດ້ໝູນວຽນມາຮອດອີກວາລະໜຶ່ງ.
ບຸນກິນຈຽງເຜົ່າມົ້ງ ຫລື ນໍ່ເປ້ເຈົ່າ ຈັດຂຶ້ນເພື່ອເປັນການສະຫລຸບທົບທວນ ສະເຫລີມສະຫລອງຜົນງານທີ່ຍາດມາໄດ້ໃນໜຶ່ງປີຜ່ານມາ ທັງເປັນການປົກປັກຮັກສາຮີດຄອງປະເພນີອັນດີງາມ, ເປັນການຈັດພາເຂົ້າຖວາຍໃຫ້ແກ່ບັນພະບູລຸດ ແລະ ຜູ້ທີ່ລ່ວງຫລັບໄປ, ໃນດ້ານວັດທະນະທຳເປັນການບາສີສູ່ຂວັນສໍາມາຄະລະວະນໍາຜູ້ເປັນພໍ່ແມ່ ແລະ ຜູ້ອາວຸໂສອວຍພອນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ໄວໜຸ່ມບ່າວ-ສາວ ກໍຈະພາກັນເອ້ຍ້ອງດ້ວຍຊຸດເຄື່ອງນຸ່ງປະຈຳເຜົ່າ ແລະ ໂຍນໝາກຄອນເບີກບານມ່ວນຊື່ນ ແລະ ອື່ນໆ.

ໃນຫລາຍປີຜ່ານມາ ການຈັດບຸນກິນຈຽງ ແມ່ນຍັງບໍ່ທັນເອກະພາບກັນເທື່ອ ຊຶ່ງບາງບ້ານ ເມືອງ ແຂວງ ກໍຈະຈັດຂຶ້ນໃນເດືອນພະຈິກ (ມື້ແຮມ 14 ຄ່ຳ). ຂະນະທີ່ມີບາງບ້ານ ເມືອງ ແຂວງ ຈະຈັດໃນເດືອນທັນວາ (ມື້ແຮມ 14 ຄ່ຳ), ແຕ່ມາໃນ 5-6 ປີມານີ້, ເຜົ່າມົ້ງໄດ້ເອກະພາບຈັດຂຶ້ນພ້ອມກັນໃນມື້ດຽວກັນຄືເດືອນທັນວາຂອງທຸກໆປີເປັນມື້ເລີ່ມຕົ້ນສະເຫລີມສະຫລອງເປັນຕົ້ນໄປ, ນີ້ແມ່ນຄວາມເປັນເຈົ້າການ ຈັດຕັ້ງປະຕິບັດຕາມພັກ-ລັດຖະບານວາງອອກ ໂດຍສະເພາະແມ່ນສູນກາງແນວລາວສ້າງຊາດ. ແນວໃດກໍດີ, ສຳລັບປີນີ້ ບຸນນໍ່ເປ້ເຈົ່າຂອງເຜົ່າມົ້ງ ໄດ້ພ້ອມກັນ ຈັດຂຶ້ນໃນວັນທີ 19 ເດືອນທັນວາ 2025 ກົງກັບມື້ແຮມ 14 ຄ່ຳ ໂດຍບັນດາຄອບຄົວກໍພາກັນຮວມ ໂຕກັນໃນມື້ນີ້ ເພື່ອເຮັດເຂົ້າໜົມ, ພາເຂົ້າຖວາຍເຄື່ອງບູຊາແກ່ບັນພະບຸລຸດ ຜູ້ລ່ວງລັບໄປແລ້ວ. ທັງຈັດພາ ເຂົ້າເອີ້ນຍາດຕິພີ່ນ້ອງ, ເພື່ອນມິດສະຫາຍມາຮ່ວມກິນໃນເຮືອນຂອງພວກເຂົາ. ສໍາລັບບັນດາຕົວເມືອງ ທີ່ມີປະຊາຊົນເຜົ່າມົ້ງເປັນຈໍານວນຫລາຍ, ການສະເຫລີມສະຫລອງບຸນກິນຈຽງແມ່ນຈະຈັດຂຶ້ນຢູ່ສະຖານທີ່ກາງແຈ້ງ ເປັນເວລາໜຶ່ງອາທິດເຕັມ. ໃນບຸນ ດັ່ງກ່າວ ຈະມີຫລາກຫລາຍກິດຈະກຳ ບໍ່ວ່າຈະເປັນກິລາໝາກຂ່າງ, ຍິງໜ້າເກັກ, ສິລະປະຟ້ອນລໍາ ແລະ ຮ້ອງເພງ, ງົວຊົນງົວ ແລະ ໂຍນໝາກຄອນ, ການສະແດງເຄື່ອງດົນຕີ ທີ່ມີລັກສະນະຮູບຊົງຍາວທີ່ເປັນເອກະລັກສະເພາະ (ເປັນເຄື່ອງດົນຕີປະເພດເປົ່າທີ່ ເອີ້ນວ່າ: ແຄນ) ແມ່ນການສະແດງທີ່ນິຍົມຫລາຍ ໂດຍບັນດານັກດົນຕີທີ່ມີຄວາມຊຳນິຊຳນານສາມາດຟ້ອນລໍາ ແລະ ເຮັດກາຍະກຳໄປພ້ອມໆກັນ ຄຽງຄູ່ກັບການສືບຕໍ່ ປະຄັບປະຄອງຮັກສາທໍານອງດົນຕີ ຂອງພວກເຂົາໄວ້. ຊາວໜຸ່ມຊາຍ ແລະ ຍິງ ຈະພາກັນນຸ່ງເຄື່ອງພື້ນເມືອງ ທີ່ປະ ກອບໄປດ້ວຍສີສັນຫລາກຫລາຍເພື່ອຫວັງທີ່ຈະດຶງດູດໃຫ້ໄດ້ພົບກັບຜູ້ທີ່ຈະມາເປັນຄູ່ຄອງຂອງຕົນ.

ແນວໃດກໍດີ, ບຸນກິນຈຽງກໍແມ່ນອີກບຸນໜຶ່ງທີ່ ເປັນເອກະລັກ ແລະ ຍິນດີຕ້ອນຮັບນັກທ່ອງທ່ຽວ ໃຫ້ເຂົ້າມາຮ່ວມ ພ້ອມທັງສາມາດນຸ່ງຊຸດພື້ນເມືອງປະຈຳເຜົ່າຮ່ວມສະເຫລີມສະຫລອງກິດຈະກຳຕ່າງໆນຳເຂົາເຈົ້າໄດ້ນໍາອີກ.ແຕ່ໃດມາແມ່ຍິງເຜົ່າມົ້ງຖືໄດ້ວ່າມີຄວາມຊຳນານໃນການຕໍ່າແຜ່ນແພ ຫຍິບຖັກ ປັກແສ່ວຫລາຍ ຊຶ່ງໃນແຕ່ລະປີແມ່ຍິງກໍໄດ້ພ້ອມກັນຫຍິບຖັກປັກແສ່ວຊຸດປະຈຳເຜົ່າ ໂດຍໃຊ້ເວລາຫວ່າງຈາກການອອກແຮງ, ການຮຽນໜັງສືມາຖັກແສ່ວ. ຂະນະທີ່ມາຮອດປັດຈຸບັນນີ້ ມີບາງກຸ່ມກໍຖືເອົາການຖັກແສ່ວເປັນອາຊີບຫລັກເພື່ອສ້າງລາຍຮັບເຂົ້າຄອບຄົວ.
ໂດຍລວມແລ້ວ, ບຸນກິນຈຽງຊົນເຜົ່າມົ້ງ ແມ່ນເທສະການສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຂອງຊົນເຜົ່າມົ້ງ ທີ່ເປັນສັນຍະລັກແຫ່ງຄວາມສາມັກຄີ, ຄວາມຜູກໝັ້ນໃນວົງສາຄະນະຍາດຂອງປະຊາຊົນເຜົ່າມົ້ງ ທີ່ຢູ່ຫ່າງໄກໄດ້ມາພົບປະສ້າງສັນ ເພື່ອເຮັດພິທີກຳລະນຶກເຖິງບັນພະບູລຸດຂອງວົງສາຄະນະຍາດຕົນ ທັງເປັນການສະຫລຸບຜົນງານທີ່ຍາດມາໄດ້ໃນໜຶ່ງປີຜ່ານມາ, ບາສີສູ່ຂວັນໃຫ້ແກ່ແຕ່ລະຄອບຄົວ, ສົມມາຄະລະວະນໍາຜູ້ເປັນພໍ່ແມ່ ແລະ ຜູ້ອາວຸໂສ ອວຍພອນສົ່ງ ທ້າຍປີເກົ່າຕ້ອນຮັບປີໃໝ່ ເປີດໂອກາດໃຫ້ໄວໜຸ່ມ ບ່າວ-ສາວໄດ້ໂຍນໝາກຄອນ ເບີກບານມ່ວນ ຊື່ນ ແລະ ອື່ນໆ.
ໂດຍ: ເຂົ້າຈານນ້ຳ
KPL