ຂປລ
ຂປລ. ວັດພະເຈົ້າສິງຄຳ ຕັ້ງຢູ່ເທິງພູເຂົາຄວາຍ, ບ້ານວຽງຄຳ, ເມືອງຫລາ, ແຂວງອຸດົມໄຊ ຫ່າງຈາກຕົວເມືອງໄຊ ປະມານ 28 ກິໂລແມັດ ເປັນວັດໜຶ່ງທີ່ປະຊາຊົນລາວສ່ວນໃຫຍ່ເຊື່ອກັນວ່າສັກສິດ. ວັດແຫ່ງນີ້ມີອາຍຸຫລາຍກວ່າ 2.000 ປີ, ເມື່ອກ່ອນເປັນວັດນ້ອຍ ແລະ ໄດ້ຮັບການພັດທະນາປັບປຸງໃນແຕ່ລະໄລຍະຈົນກາຍເປັນວັດທີ່ສວາຍງາມ ແລະ ມີເອກະລັກສະເພາະ ຕັ້ງຢູ່ໃຈກາງເທສະບານເມືອງຫລາ ເປັນວັດທີ່ເກົ່າແກ່

ຂປລ. ວັດພະເຈົ້າສິງຄຳ ຕັ້ງຢູ່ເທິງພູເຂົາຄວາຍ, ບ້ານວຽງຄຳ, ເມືອງຫລາ, ແຂວງອຸດົມໄຊ ຫ່າງຈາກຕົວເມືອງໄຊ ປະມານ 28 ກິໂລແມັດ ເປັນວັດໜຶ່ງທີ່ປະຊາຊົນລາວສ່ວນໃຫຍ່ເຊື່ອກັນວ່າສັກສິດ. ວັດແຫ່ງນີ້ມີອາຍຸຫລາຍກວ່າ 2.000 ປີ, ເມື່ອກ່ອນເປັນວັດນ້ອຍ ແລະ ໄດ້ຮັບການພັດທະນາປັບປຸງໃນແຕ່ລະໄລຍະຈົນກາຍເປັນວັດທີ່ສວາຍງາມ ແລະ ມີເອກະລັກສະເພາະ ຕັ້ງຢູ່ໃຈກາງເທສະບານເມືອງຫລາ ເປັນວັດທີ່ເກົ່າແກ່, ມີປະຫວັດຄວາມເປັນມາທີ່ຍາວນານ, ເປັນພະພຸດທະຮູບຄູ່ບ້ານຄູ່ເມືອງ ທີ່ປະຊາຊົນຊາວແຂວງອຸດົມໄຊ ແລະ ທົ່ວປະເທດ ລ້ວນແລ້ວແຕ່ຢາກມາຂໍພອນກາບໄຫວ້ສັກກະລະບູຊາ.
ພະເຈົ້າສິງຄຳ, ເປັນໜຶ່ງໃນພະພຸດທະຮູບທີ່ເກົ່າແກ່ ແລະ ສັກສິດຈຳນວນຫ້າພະອົງ ໃນສະໄໝເຈົ້າຟ້າງຸ້ມມະຫາຣາຊ ໄດ້ອະຣາທະນາອັງເຊີນຂຶ້ນໄປປະດິດສະຖານໃນບັນດາເຂດແຄວ້ນທາງພາກເໜືອ ຕາມສາຍແມ່ນໍ້າອູຂອງອານາຈັກລາວລ້ານຊ້າງເມື່ອຫລາຍຮ້ອຍປີຜ່ານມາ, ແຕ່ບໍ່ໄດ້ເຖິງເປົ້າໝາຍເຮືອແພໄດ້ຈົມຢູ່ສາມຫລ່ຽມປາກແມ່ນໍ້າເປັນເວລາເຫີງນານ ຈົນມີຄົນຫາປາຂວ່າງແຫໄປຂ້ອງຄາ ສິບບ້ານຊ່າຫ້າບ້ານລືໃຜໆກໍບໍສາມາດເອົາຂຶ້ນມາໄດ້. ຍັງພຽງແຕ່ເຜົ່າກຶມມຸບ້ານໜຶ່ງ ເມື່ອໄດ້ຍິນສຽງຕີຄ້ອງຮ້ອງປ່າວ ພວກເຂົາເຈົ້າໄດ້ຕັ້ງຈິດອະທິຖານ ເອົາຫຍ້າຄາມາເຂັນກັບຝ້າຍເກົ້າສີ ມາປັ່ນເປັນເຊືອກໄດ້ຄົບຕາມຈຳນວນ ແລະ ອະຣາທະນາອັງເຊີນພະອົງຂຶ້ນຈາກນໍ້າໄດ້ຢ່າງງ່າຍດາຍ ແລະ ອັດສະຈັນໃຈເປັນຢ່າງຍິ່ງ, ດ້ວຍຄວາມສັດທາໃນເວລານັ້ນບ້ານເໜືອບ້ານໃຕ້ມີຄວາມຂັດແຍ່ງກັນໃຜໆກໍຢາກໄດ້ ຈົນໄດ້ມີພິທີອະທິຖານເອົາພະອົງຂຶ້ນເຮືອແພລ່ອງນໍ້າ ແລະ ສຸດທ້າຍພະອົງ ໄດ້ສະເດັດລ່ອງແພທວນກະແສນໍ້າໄຫລຂຶ້ນບ້ານເໜືອມາຮອດຈຸດທີ່ປະດິດສະຖານທີ່ແຫ່ງນີ້ນັບຕັ້ງແຕ່ກາລະບັດນັ້ນເປັນຕົ້ນມາ.

ວັດແຫ່ງນີ້ ແຕ່ກ່ອນ ເອີ້ນວ່າ “ວັດກາງ” ເພາະເປັນວັດໃຫຍ່ ທີ່ຊາວເມືອງຫລາ ພາກັນມາກາບໄຫວ້ສັກກາລະບູຊາເປັນທີ່ເພິ່ງທາງໃຈ. ພາຍຫລັງໄດ້ນຳເອົາພະເຈົ້າສິງຄຳ ມາປະດິດສະຖານໄວ້ ຈຶ່ງປ່ຽນຊື່ ວັດກາງ ມາເປັນ “ວັດພະເຈົ້າສິງຄຳ” ຊຶ່ງປັດຈຸບັນໄດ້ກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວທາງວັດທະນະທຳ ຫລື ສາສະໜາໂດຍສະເພາະຊາວພຸດ, ແຕ່ລະມື້ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາກາບໄຫວ້ບູຊາ, ຂໍພອນ ອົງພະເຈົ້າສິງຄຳ ເປັນຈຳນວນຫລວງຫລາຍ, ພ້ອມນັ້ນ ສະຖານທີ່ດັ່ງກ່າວຍັງໄດ້ພັດທະນາ ແລະປັບປຸງກໍ່ສ້າງສິ່ງອຳນວຍຄວາມສະດວກໃຫ້ກັບນັກທ່ອງທ່ຽວທີ່ມາຢ້ຽມຊົມ ເປັນຕົ້ນແມ່ນໄດ້ປັບປຸງ ຫ້ອງນ້ຳ, ວິດຖ່າຍ, ບ່ອນຂາຍທູບທຽນ, ບ່ອນເຊົ່າ (ຫລື ປ່ຽນສິ້ນ) ແລະ ເດີ່ນຈອດລົດເຫລົ່ານີ້ເປັນຕົ້ນ.
ຕາມການເລົ່າຂານວ່າ: ເມື່ອຮອດມື້ວັນສິນໃຫຍ່ຂຶ້ນ 14-15 ຄ່ຳປະກົດວ່າສຳມະເນນໄດ້ເຫັນຊາຍໜຸ່ມ ເອົາຜ້າສີແດງມັດຫົວ ຂຶ້ນມາໄຫວ້ພະເຈົ້າສິງຄຳ ແລ້ວກໍລົງຮູຫາຍໄປສ້າງຄວາມອັດສະຈັນ, ພະສົງສາມະເນນຈຶ່ງບອກຊາວບ້ານໄປເບິ່ງຮູດັ່ງກ່າວ ແລະ ຊາວບ້ານກໍ່ປະຫລາດໃຈຫລາຍ ຕໍ່ມາຊາວບ້ານຈຶ່ງຕົກລົງກັນເອົາໝາກພຸກມາປ່ອນລົງຮູ ແລ້ວໃຫ້ຄົນໄປເບິ່ງວັງນ້ຳພາກຄື: ວັງຄຳ, ວັງອີງ, ວັງອ່າງ ກໍ່ແມ່ນວັງນ້ຳຕາມສາຍນ້ຳພາກ, ນ້ຳຫລາ. ນັບແຕ່ນັ້ນມາຊາວບ້ານຈຶ່ງເວົ້າກັນວ່າແມ່ນ ຮູພະຍານາກຂຶ້ນມາໄຫວ້ພະເຈົ້າສິງຄຳ. ສະນັ້ນ, ຊາວບ້ານຈຶ່ງຢ້ານພະຍານາກເອົາພະເຈົ້າສິງຄຳໄປໄວ້ໃນນ້ຳຕື່ມ ຊາວບ້ານຈຶ່ງພາກັນຊອກຫາເອົາສິ່ງເປິເປື້ອນມາຖິ້ມລົງຮູ ແລະ ອັດຮູໄວ້ຈົນເຖິງປັດຈຸບັນ ແລະ ກໍບໍ່ປະກົດເຫັນພະຍານາກຂຶ້ນມາອີກ. ລະຫວ່າງ ປີ ພ.ສ 2000 ປີກົງກັບ ປີ ຄ.ສ 1457 ຊາວບ້ານຈຶ່ງໄດ້ສ້າງອາຣາມແບບສິລະປະເຜົ່າລື້ຂຶ້ນ ແລະ ໄດ້ກໍ່ອຸມົງກວມໄວ້ໃນໃຈກາງອາຣາມ ແລ້ວເອົາພະເຈົ້າສິງຄຳໄວ້ໃນອຸມົງ ໂດຍແມ່ນນາຍຊ່າງຫໍ້ເປັນຜູ້ສ້າງແຕ່ບໍ່ທັນສຳເລັດສົມບູນ. ຮອດ ປີ ພ.ສ 2743 (ຄ.ສ 1930) ໄດ້ມີສາທຸຈຳປາເປັນຄົນ ບ້ານວຽງຄຳໄດ້ມາປະຈຳ ແລະ ນຳພະສົງສາມະເນນອອກຕົນຍາດໂຍມສືບຕໍ່ກໍ່ສ້າງຈົນສຳເລັດ ແລະ ກໍ່ຝາຕາມແບບເຜົ່າລື້ລ້ອມຝາຂຶ້ນເຄິ່ງໜຶ່ງ. ຕໍ່ມາສາທຸອ້ວນຄົນບ້ານຫາດນາງ ໄດ້ສືບຕໍ່ເຮັດຝາໃສ່ປ່ອງຢ້ຽມຄືປັດຈຸບັນ ແຕ່ຍັງຕ່ຳເລັກໜ້ອຍ (ບໍ່ພຽງປາຍເສົາ).
KPL