ລາວ - ຫວຽດນາມ ຄວາມຜູກພັນພິເສດ ແລະ ຄຸນຄ່າອັນສູງສົ່ງຂອງປະຫວັດສາດ

03/12/2025 11:25
ຂປລ ຂປລ. ການພົວພັນ ລາວ-ຫວຽດນາມ ແມ່ນການພົວພັນພິເສດທີ່ໄດ້ສ້າງຕັ້ງ ແລະ ຂະຫຍາຍຕົວຜ່ານຫລາຍໄລຍະປະຫວັດສາດ, ອີງໃສ່ຄວາມຜູກພັນ, ຄວາມໄວ້ເນື້ອເຊື່ອໃຈ ແລະ ການແບ່ງປັນຢ່າງເລິກເຊິ່ງລະຫວ່າງສອງຊາດ ເຊິ່ງແມ່ນຄວາມສາມັກຄີແບບສະຫາຍ, ແບບອ້າຍນ້ອງ ທີ່ຫາໄດ້ຍາກໃນໂລກ.

         ຂປລ. ການພົວພັນ ລາວ-ຫວຽດນາມ ແມ່ນການພົວພັນພິເສດທີ່ໄດ້ສ້າງຕັ້ງ ແລະ ຂະຫຍາຍຕົວຜ່ານຫລາຍໄລຍະປະຫວັດສາດ, ອີງໃສ່ຄວາມຜູກພັນ, ຄວາມໄວ້ເນື້ອເຊື່ອໃຈ ແລະ ການແບ່ງປັນຢ່າງເລິກເຊິ່ງລະຫວ່າງສອງຊາດ ເຊິ່ງແມ່ນຄວາມສາມັກຄີແບບສະຫາຍ, ແບບອ້າຍນ້ອງ ທີ່ຫາໄດ້ຍາກໃນໂລກ. ຕະຫລອດໄລຍະປະຫວັດສາດ, ໂດຍສະເພາະໃນຊ່ວງເວລາທີ່ຫຍຸ້ງຍາກທີ່ສຸດ, ຫວຽດນາມ ໄດ້ມອບໃຫ້ລາວ ການຊ່ວຍເຫລືອອັນບໍລິສຸດ, ຈິງໃຈ, ມີມູນເຊື້ອ, ທີ່ເກີດຂຶ້ນຈາກຄວາມຮັກແພງອັນເລິກເຊິ່ງ ແລະ ນໍ້າໃຈສັກສິດ ເຊິ່ງໄດ້ກາຍເປັນສັນຍະລັກຂອງຈິດໃຈສາກົນອັນສູງສົ່ງ, ປະ ກອບສ່ວນອັນໃຫຍ່ຫລວງເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງປະຊາຊົນລາວ. ຕົ້ນກໍາເນີດ ຂອງການສະໜັບສະໜູນເຊິ່ງກັນ ແລະ ກັນ ລະຫວ່າງສອງຊາດ ລາວ - ຫວຽດນາມ ແມ່ນ ການຮ່ວມພັນສູ້ຮົບອັນຍິ່ງໃຫຍ່ ທີ່ໄດ້ຮັບການກໍ່ຕັ້ງໂດຍ ທ່ານປະທານ ໂຮ່ຈີ່ມິງ ແລະ ທ່ານປະທານ ໄກສອນ ພົມວິຫານ.

ໃນສົງຄາມຕໍ່ສູ້ຕ້ານສັດຕູຮ່ວມ, ຫວຽດນາມ ໄດ້ສົ່ງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຫລາຍໝື່ນຄົນມາປະເທດລາວ. ການເສຍສະລະຂອງນັກຮົບຫວຽດນາມ ແມ່ນການອຸທິດອັນບໍ່ມີຂອບເຂດ. ພວກເພິ່ນໄດ້ຄຽງບ່າຄຽງໄຫລ່ກັບກອງທັບ ແລະ ປະຊາຊົນລາວ ຕໍ່ສູ້ໃນທົ່ວທຸກສະໜາມຮົບ, ນັບຕັ້ງແຕ່ການສູ້ຮົບຄັ້ງໃຫຍ່ທີ່ມີລັກສະນະຕັດສິນ ຈົນເຖິງການສ້າງຕັ້ງເຂດປົດປ່ອຍ ແລະ ການເພີ່ມທະວີອຳນາດການປົກຄອງຂັ້ນຮາກຖານ. ການຊ່ວຍເຫລືອນີ້ ບໍ່ພຽງແຕ່ເປັນການຮ່ວມສູ້ຮົບເທົ່ານັ້ນ, ຫາກຍັງເປັນການສະໜັບສະໜູນທາງດ້ານການເມືອງ, ວັດຖຸເຕັກນິກ, ສຸຂະພາບ ແລະ ການຝຶກອົບຮົມພະນັກງານໃນສະໜາມຮົບ. ຍ້ອນການຮ່ວມພັນສູ້ຮົບອັນໜັກແໜ້ນນີ້, ການປະຕິວັດສອງປະເທດຈຶ່ງຍາດໄດ້ໄຊຊະນະ ພາຍຫລັງມະຫາໄຊຊະນະໃນລະດູໃບໄມ້ປົ່ງ ປີ 1975 ທີ່ມີຄວາມໝາຍປະຫວັດສາດ. ຄວາມຮັກແພງ ແລະ ການປົກປ້ອງຂອງປະຊາຊົນລາວ ທີ່ມີຕໍ່ທະຫານຫວຽດນາມ, ພ້ອມທັງຈິດໃຈ “ກັດເມັດເຂົ້າແບ່ງເຄິ່ງ, ຫັກເຄິ່ງກ້ານຜັກ”, ໄດ້ກາຍເປັນຄຸນຄ່າອັນຍືນຍົງທີ່ບໍາລຸງລ້ຽງ ມິດຕະພາບພິເສດ ລາວ - ຫວຽດນາມ ໃຫ້ຜ່ານຜ່າທຸກສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກ.

ກ້າວເຂົ້າສູ່ໄລຍະການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ການຊ່ວຍເຫລືອຂອງ ຫວຽດນາມ ໄດ້ປ່ຽນຈຸດໜັກໃສ່ການຮ່ວມມືພັດທະນາເສດຖະກິດ - ສັງຄົມ ແລະ ຝຶກອົບຮົມຊັບພະຍາກອນມະນຸດ, ເພື່ອຊ່ວຍລາວ ຫລຸດພົ້ນອອກຈາກຄວາມຫຍຸ້ງຍາກ, ກ້າວຂຶ້ນ ແລະ ເຊື່ອມໂຍງສາກົນເທື່ອລະກ້າວ.

ການລົງທຶນ ແລະ ເສດຖະກິດ: ຫວຽດນາມ ແມ່ນໜຶ່ງໃນບັນດານັກລົງທຶນຕ່າງປະເທດຂະໜາດໃຫຍ່ ແລະ
ໝັ້ນຄົງຢູ່ລາວ. ບໍ່ພຽງແຕ່ເພື່ອເປົ້າໝາຍເສດຖະກິດເທົ່ານັ້ນ
, ໂຄງການຈໍານວນຫລາຍຍັງມີຄວາມໝາຍໃນການສະໜັບສະໜູນການພັດທະນາໄລຍະຍາວ, ຊ່ວຍລາວ ຂຸດຄົ້ນທ່າແຮງທີ່ມີຢູ່ໃຫ້ດີຂຶ້ນ.

ຈຸດເຊື່ອມຕໍ່ຍຸດທະສາດ: ໜຶ່ງໃນຈຸດເດັ່ນທີ່ສໍາຄັນແມ່ນ ການສະໜັບສະໜູນລາວ ປະຕິບັດຄວາມມຸ່ງມາດປາຖະໜາທີ່ຈະປ່ຽນຈາກ ປະເທດທີ່ບໍ່ມີທາງອອກສູ່ທະເລ ໃຫ້ກາຍເປັນສູນກາງເຊື່ອມຕໍ່ທາງບົກ ຂອງພາກພື້ນ. ຫວຽດນາມ ໄດ້ສ້າງເງື່ອນໄຂໃຫ້ລາວ ນໍາໃຊ້ທ່າເຮືອ ຫວູ່ງອາງ (Vũng Áng)  ເປັນປະຕູສູ່ທະເລທີ່ໃກ້ທີ່ສຸດ, ພ້ອມທັງປະສານສົມທົບຊຸກຍູ້ບັນດາ ໂຄງການຄົມມະນາຄົມ ເຊັ່ນ: ທາງດ່ວນ, ທາງລົດໄຟ ເພື່ອເຊື່ອມຕໍ່ສອງປະເທດ. ບັນດາໂຄງ ການເຫລົ່ານີ້ ປະກອບສ່ວນສ້າງຕັ້ງ ແກນເສດຖະກິດທີ່ເຊື່ອມໂຍງກັນ, ເປີດກວ້າງໂອກາດການຄ້າຂາຍກັບພາກພື້ນ ແລະ ໂລກ. ຫວຽດນາມ ຍັງລົງທຶນຢ່າງແຂງແຮງ ໃນຂົງເຂດໄຟຟ້ານໍ້າຕົກ, ບໍ່ແຮ່ ແລະ ກະສິກໍາ, ສ້າງວຽກເຮັດງານທຳໃຫ້ແກ່ແຮງງານຫຼາຍພັນຄົນ, ປະກອບສ່ວນສໍາຄັນເຂົ້າໃນ ງົບປະມານຂອງ ລາວ ແລະ ສະໜັບສະໜູນການເຕີບໂຕ ທາງດ້ານເສດຖະກິດແບບຍືນຍົງ.

ການຝຶກອົບຮົມຊັບພະຍາກອນມະນຸດ: ໜຶ່ງໃນການຊ່ວຍເຫຼືອ ທີ່ມີຄວາມໝາຍຍາວນານ ທີ່ສຸດຄືການຊ່ວຍ ເຫລືອໃນການຝຶກອົບຮົມ ຊັບພະຍາກອນມະນຸດໃຫ້ແກ່ປະເທດເພື່ອນມິດ. ແຕ່ລະປີ, ຫວຽດນາມ ໃຫ້ທຶນການສຶກສາຫລາຍພັນທຶນ ແກ່ນັກສຶກສາ ແລະ ພະນັກງານລາວໄປສຶກສາຮໍ່າຮຽນ ເຊິ່ງແມ່ນແຫລ່ງຊັບພະຍາກອນທີ່ສໍາຄັນເພື່ອຮັບໃຊ້ການພັດທະນາປະເທດຊາດລາວ ແລະ ເປັນ ຂົວຕໍ່ ທີ່ເຊື່ອມໂຍງສອງຊາດ. ຫລາຍລຸ້ນສະໄໝຂອງນັກສຶກສາລາວ ທີ່ເຄີຍຮຽນຢູ່ຫວຽດນາມ ບໍ່ພຽງແຕ່ໄດ້ຮັບຄວາມຮູ້ວິຊາສະເພາະເທົ່ານັ້ນ, ຫາກຍັງເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບ ມູນເຊື້ອມິດຕະພາບຂອງສອງປະເທດ, ກາຍເປັນຜູ້ປົກປັກຮັກສາ ແລະ ພັດທະນາການພົວພັນພິເສດນັ້ນ.

ດ້ານສຸຂະພາບ ແລະ ຄວາມໝັ້ນຄົງ: ໃນຂົງເຂດສາທາລະນະສຸກ, ຫວຽດນາມ ໄດ້ສົ່ງຊ່ຽວຊານມາຊ່ວຍຝຶກອົບ ຮົມ, ສ້າງຕັ້ງພື້ນຖານໂຄງລ່າງ, ຍົກສູງຄຸນນະພາບການກວດ ແລະ ປິ່ນປົວພະຍາດ. ບັນດາກິດຈະກໍານີ້ ປະກອບສ່ວນຍົກສູງສະຫວັດດີການສັງຄົມ ແລະ ການດູແລສຸຂະພາບຂອງປະຊາຊົນລາວ.

ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ: ໃນສະພາບການທີ່ພາກພື້ນມີການຜັນແປສັບສົນ, ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບລະຫວ່າງສອງປະເທດຍັງຄົງຮັກສາໄວ້ຢ່າງແໜ້ນແຟ້ນ. ຫວຽດນາມ ສະໜັບສະໜູນລາວ ໃນການຝຶກອົບຮົມ, ການສ້າງກໍາລັງ ແລະ ການປະສານສົມທົບຮັບປະກັນ ຄວາມສະຫງົບຮຽບຮ້ອຍຕາມຊາຍແດນ, ປະກອບສ່ວນປົກປັກຮັກສາສະຖຽນລະພາບ ທາງດ້ານການເມືອງຂອງທັງສອງປະເທດ.

ຄວາມກະຕັນຍູຕໍ່ປະຫວັດສາດ: ການເຄື່ອນໄຫວຊອກຄົ້ນ, ເກັບກໍາ ແລະ ສົ່ງກັບຄືນອັດຖິທະຫານອາສາສະ
ໝັກ ແລະ ຊ່ຽວຊານຫວຽດນາມ ທີ່ໄດ້ເສຍສະລະຊີວິດຢູ່ ລາວ ຍາມໃດກໍໄດ້ຮັບການປະສານສົມທົບ ໂດຍສອງຝ່າຍດ້ວຍຄວາມເຄົາລົບນັບຖື
ເຊິ່ງສະແດງເຖິງນໍ້າໃຈອັນເລິກເຊິ່ງ ແລະ ຄວາມຮັບຜິດຊອບຕໍ່ປະຫວັດສາດ.

ການຊ່ວຍເຫລືອອັນບໍລິສຸດ ແລະ ສູງສົ່ງ ຂອງ ຫວຽດນາມ ທີ່ມີຕໍ່ ລາວ ໄດ້ນໍາເອົາບັນດາຜົນສໍາເລັດອັນສະຫງ່າງາມ, ປະກອບສ່ວນສໍາຄັນເຂົ້າໃນຄວາມໝັ້ນຄົງທາງດ້ານການເມືອງ ແລະ ການພັດທະນາເສດຖະກິດ - ສັງຄົມຂອງລາວ, ພ້ອມທັງເຮັດໃຫ້ ມິດຕະພາບພິເສດ ລາວ - ຫວຽດນາມ ເລິກເຊິ່ງຂຶ້ນຕື່ມ, ກາຍເປັນຊັບສົມບັດອັນລໍ້າຄ່າ ແລະ ເປັນ ກົດເກນການຄົງຕົວ ແລະ ພັດທະນາ ຂອງສອງຊາດ.

ການປົກປັກຮັກສາ ແລະ ເສີມຂະຫຍາຍ ການພົວພັນພິເສດ ລາວ - ຫວຽດນາມ ບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບ ຂອງຄົນລຸ້ນໃໝ່ໃນປັດຈຸບັນເທົ່ານັ້ນ, ຫາກຍັງເປັນເງື່ອນໄຂສໍາຄັນເພື່ອໃຫ້ສອງປະເທດກ້າວ ໄປສູ່ອະນາຄົດທີ່ ສັນຕິພາບ, ເອກະລາດ, ສາມັກຄີ ແລະ ວັດທະນາຖາວອນ.

ໂດຍ: ວັນທາ

KPL

ຂ່າວອື່ນໆ

ads
ads

Top