ຂປລ
ຂປລ. ທ່າມກາງການສະຫລອງ ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ເຊິ່ງເປັນຂີດໝາຍທາງປະຫວັດ ສາດທີ່ປະກາດການກຳເນີດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ການເດີນທາງຢ້ຽມຢາມ ຂອງ ສະຫາຍເລຂາທິການໃຫຍ່ ໂຕ ເລິມ ກາຍເປັນຈຸດເນັ້ນສຳຄັນທີ່ມີຄວາມໝາຍ ເຊິ່ງບໍ່ພຽງແຕ່ສະທ້ອນເຖິງຄວາມຜູກພັນທີ່ຊື່ສັດ ແລະ ແໜ້ນແຟ້ນ ຂອງຫວຽດນາມ ທີ່ມີຕໍ່ສະຫາຍລາວເທົ່ານັ້ນ ຍັງເປັນຊ່ວງເວລາທີ່ ສປປ ລາວ

ຂປລ. ທ່າມກາງການສະຫລອງ ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ເຊິ່ງເປັນຂີດໝາຍທາງປະຫວັດ ສາດທີ່ປະກາດການກຳເນີດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ການເດີນທາງຢ້ຽມຢາມ ຂອງ ສະຫາຍເລຂາທິການໃຫຍ່ ໂຕ ເລິມ ກາຍເປັນຈຸດເນັ້ນສຳຄັນທີ່ມີຄວາມໝາຍ ເຊິ່ງບໍ່ພຽງແຕ່ສະທ້ອນເຖິງຄວາມຜູກພັນທີ່ຊື່ສັດ ແລະ ແໜ້ນແຟ້ນ ຂອງຫວຽດນາມ ທີ່ມີຕໍ່ສະຫາຍລາວເທົ່ານັ້ນ ຍັງເປັນຊ່ວງເວລາທີ່ ສປປ ລາວ ກໍາລັງທົບທວນເສັ້ນທາງເກືອບເຄິ່ງສະຕະວັດແຫ່ງການສ້າງສາ ແລະ ປົກປ້ອງປະເທດນັບຕັ້ງແຕ່ໄຊຊະນະອັນຍິ່ງໃຫຍ່ໃນປີ 1975. ສະແດງໃຫ້ເຫັນຢ່າງຊັດເຈນວ່າ ຫວຽດນາມ ໃຫ້ຄວາມສຳຄັນສູງສຸດຕໍ່ຄວາມສຳພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ຄວາມຮ່ວມມືຮອບດ້ານ ຫວຽດນາມ–ລາວ ແບບສະເໝີຕົ້ນສະເໝີປາຍ ເຊິ່ງເປັນຊັບສົມບັດອັນລໍ້າຄ່າທີ່ຜູ້ນຳ ແລະ ປະຊາຊົນສອງຊາດຮ່ວມກັນສານສ້າງມາຢ່າງຍາວນານ.
ຈາກໜ້າປະຫວັດສາດອັນສະຫງ່າຜ່າເຜີຍທີ່ຖືກຮຽບຮຽງດ້ວຍເຫື່ອ, ເລືອດເນື້ອ ແລະ ຄວາມເຊື່ອໝັ້ນ, ຄວາມສາມັກຄີລະຫວ່າງຫວຽດນາມ–ລາວ ໄດ້ກຳເນີດ ແລະ ພັດທະນາເປັນຄວາມສຳພັນອັນພິເສດຫາຍາກໃນປະຫວັດສາດໂລກ. ນັບຕັ້ງແຕ່ວັນທຳອິດຂອງການຕໍ່ສູ້ເພື່ອປົດປ່ອຍຊາດ, ພາຍໃຕ້ການນຳພາອັນສະຫລຽວສະຫລາດຂອງ ປະທານ ໂຮ່ຈີ່ມິງ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ, ກຳລັງປະຕິວັດຂອງທັງສອງປະເທດໄດ້ຄຽງບ່າຄຽງໄຫລ່, ເຮັດເສິກກັບສັດຕູຮ່ວມກັນຢ່າງກ້າຫານ. ນັກຮົບອາສາສະໝັກ ແລະ ຜູ້ຊ່ຽວຊານຫວຽດນາມໄດ້ຮ່ວມທຸກຮ່ວມສຸກກັບອ້າຍນ້ອງລາວ “ເກືອເມັດຫັກ ຜັກເສັ້ນດຽວ” ຕໍ່ສູ້ໃນທຸກສະໜາມຮົບອັນດຸເດືອດ, ທຸ້ມເທຊີວິດເພື່ອປົກປ້ອງແຜ່ນດິນລາວ. ການເສຍສະລະອັນຍິ່ງໃຫຍ່ນັ້ນແມ່ນສ່ວນສຳຄັນທີ່ນຳໄປສູ່ໄຊຊະນະທາງປະຫວັດສາດ ວັນທີ 2 ທັນວາ1975 ວັນກໍາເນີດຂອງ ສປປ ລາວ ແລະ ເປັນຂີດໝາຍອັນສະຫວ່າງສະໄຫວໃນປະຫວັດສາດຄວາມສຳພັນອ້າຍນ້ອງຫວຽດນາມ–ລາວ.
ຫລັງຈາກລາວໄດ້ຮັບເອກະລາດ, ຫວຽດນາມ ຍັງຄົງຄຽງຂ້າງຢ່າງແໜ້ນແຟ້ນໃນຊ່ວງເວລາຍາກລໍາບາກທີ່ສຸດ. ທ່າມກາງຊາກສົງຄາມ, ເສດຖະກິດທີ່ອ່ອນແອ ແລະ ການຕໍ່ຕ້ານສັດຕູພາຍນອກຫວັງມ້າງເພຜົນງານປະຕິວັດ, ຫວຽດນາມໄດ້ແບ່ງປັນປະສົບການໃນການສ້າງປົກຄອງ, ຝຶກອົບຮົມພະນັກງານ, ເສີມສ້າງຄວາມສາມາດໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຊ່ວຍຟື້ນຟູເສດຖະກິດ–ສັງຄົມໃຫ້ແກ່ລາວ. ຄວາມຊ່ວຍເຫລືອທີ່ຈິງໃຈ ແລະ ບໍລິສຸດນີ້ເກີດຈາກມິດຕະພາບອັນບໍລິສຸດໂດຍບໍ່ມີເງື່ອນໄຂ ແລະ ວິໄສທັດຍຸດທະສາດຂອງພັກກອມມູນິດຫວຽດນາມທີ່ຍຶດໝັ້ນໃນຄວາມຮັບຜິດຊອບລະຫວ່າງປະເທດຕໍ່ຊາຕາກໍາຂອງສະຫາຍລາວ ນີ້ຄືການອຸທິດຕົນທີ່ລາວໃຫ້ການຍົກຍ້ອງ ແລະ ຖືເປັນສ່ວນໜຶ່ງຂອງໄຊຊະນະ ແລະ ຄວາມກ້າວໜ້າຂອງປະເທດມາຕະຫລອດເກືອບເຄິ່ງສະຕະວັດ.
ໃນດ້ານການເມືອງ, ທັງສອງຝ່າຍມີການພົບປະລະດັບສູງຢ່າງເປັນປົກກະຕິ ເສີມສ້າງ ຄວາມໄວ້ວາງໃຈເຊິ່ງກັນ ແລະ ກັນ ໃນລະດັບຍຸດທະສາດ ເຊິ່ງເປັນຮາກຖານສຳຄັນຂອງການຮ່ວມມືທະວິພາຄີ. ກົນໄກຂອງການປະຊຸມກົມການເມືອງສອງພັກ ແລະ ຄະນະກຳມະການສອງລັດຖະບານ ຫວຽດນາມ–ລາວ ມີບົດບາດສຳຄັນໃນການກຳນົດແນວທາງການຮ່ວມມືລະຫວ່າງສອງຝ່າຍ ເຊິ່ງຄວາມສຳພັນທາງການເມືອງທີ່ໜຽວແໜ້ນເຫລົ່ານີ້ຍັງຄົງເປັນຫລັກປະກັນຄວາມສະຫງົບໃຫ້ທັງສອງປະເທດທ່າມກາງສະພາບໂລກມີການປ່ຽນແປງຢ່າງໄວວາໃນປັດຈຸບັນ.

ການຮ່ວມມືດ້ານຄວາມສະຫງົບ–ປ້ອງກັນຊາດ ຖືເປັນເສົາຫລັກທີ່ສຳຄັນຍິ່ງ ດ້ວຍເສັ້ນຊາຍແດນຍາວ 2.300 ກິໂລແມັດ, ທັງສອງປະເທດໄດ້ຮ່ວມສົ່ງເສີມການສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ທັງສອງຝ່າຍໄດ້ຮ່ວມມືກັນຢ່າງໃກ້ຊິດໃນການລາດຕະເວນ, ປ້ອງກັນ ແລະ ປາບປາມອາຊະຍາກຳຂ້າມຊາດ. ພາລະກິດຄົ້ນຫາ, ເກັບກູ້ ແລະ ອັນເຊີນອັດຖິທະຫານອາສາສະໝັກຫວຽດນາມທີ່ເສຍສະລະເທິງຜືນແຜ່ນດິນລາວກັບຄືນສູ່ປະເທດໄດ້ດຳເນີນດ້ວຍຄວາມເອົາໃຈໃສ່ສູງສຸດ ແລະ ກາຍເປັນສັນຍະລັກແຫ່ງມິດຕະພາບທີ່ຍືນຍົງຂອງສອງຊາດ.
ໃນດ້ານເສດຖະກິດ, ຫວຽດນາມເປັນ 1 ໃນ 3 ປະເທດລົງທຶນໃຫຍ່ທີ່ສຸດໃນລາວ. ໂຄງການສຳຄັນຂອງຫວຽດນາມບໍ່ພຽງແຕ່ສ້າງລາຍໄດ້ ໃຫ້ກັບງົບປະມານຂອງລາວ, ຍັງຊ່ວຍຍົກລະດັບການພັດທະນາພາກພື້ນ, ສ້າງຫ່ວງໂສ້ເຊື່ອມໂຍງທາງເສດຖະກິດ–ການຄ້າ. ໂຄງການທ່າເຮືອຫວຸງອ໋າງ, ພື້ນຖານໂຄງລ່າງຕ່າງໆ ຊ່ວຍໃຫ້ລາວກ້າວໃກ້ເປົ້າໝາຍການເປັນປະເທດເຊື່ອມຕໍ່ຂອງພາກພື້ນ.
ໃນແຕ່ລະປີ ຫວຽດນາມ ສືບຕໍ່ໃຫ້ທຶນການສຶກສາຫລາຍພັນທຶນຕໍ່ປີ ໃຫ້ແກ່ນັກຮຽນ, ນັກສຶກສາ ແລະ ພະນັກງານຂອງລາວ ຊ່ວຍສ້າງບຸກຄະລາກອນຜູ້ຊ່ຽວຊານ ແລະ ຜູ້ບໍລິຫານຮຸ່ນໃໝ່ໃຫ້ແກ່ລາວ ເຊິ່ງປຽບເໝືອນ “ຂົວແຫ່ງມິດຕະພາບ”. ນອກຈາກນັ້ນ, ການຮ່ວມມືທາງວັດທະນະທຳ–ສັງຄົມ ໄດ້ມີການແລກປ່ຽນສິລະປະວັດທະນະທຳ, ກິລາ, ແລະ ການຈັດເທສະການ, ຮ່ວມກັນສ້າງພື້ນຖານວັດທະນະທຳຮ່ວມທີ່ແໜ້ນແຟ້ນລະຫວ່າງປະຊາຊົນສອງປະເທດນັບມື້ນັບໃກ້ຊິດກັນ.
ຫວຽດນາມ ແລະ ລາວ ຍັງໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນຢ່າງແໜ້ນແຟ້ນ ທັງໃນອາຊຽນ, ກົນໄກແມ່ນໍ້າຂອງ ແລະ ອົງການສະຫະປະຊາຊາດ ເພື່ອສ້າງຄວາມສັນຕິພາບ ແລະ ການຮ່ວມມືເພື່ອການພັດທະນາຢ່າງຍືນຍົງ.
ການຢ້ຽມຢາມລາວ ແລະ ຮ່ວມພິທີສະເຫລີມສະຫລອງວັນຊາດ 2 ທັນວາ ຂອງ ສະຫາຍ ເລຂາທິການໃຫຍ່ຫວຽດນາມ ເປັນພາບສະທ້ອນທີ່ຊັດເຈນຂອງຄວາມສຳພັນພິເສດ ຫວຽດນາມ–ລາວ ໃນວັນສຳຄັນທີ່ສຸດຂອງປະເທດເພື່ອນບ້ານ, ສະແດງໃຫ້ເຫັນຄວາມຮັບຜິດຊອບ, ຄວາມຜູກພັນ ແລະ ຄໍາໝັ້ນສັນຍາຂອງຫວຽດນາມຕໍ່ເສັ້ນທາງການພັດທະນາໄລຍະຍາວຂອງລາວ. ດັ່ງທີ່ປະທານ ໂຮ່ຈີ່ມິງ ໄດ້ກ່າວວ່າ: “ຄວາມສາມັກຄີລະຫວ່າງຫວຽດນາມ–ລາວ ຈະແໜ້ນແຟ້ນຍິ່ງກວ່າພູເຂົາ ແລະ ຢືນຍາວກວ່າສາຍນໍ້າ” ມິດຕະພາບອັນລໍ້າຄ່ານີ້ຈະຍັງຄົງໄດ້ຮັບການສືບທອດ, ຮັກສາ ແລະ ເພີ່ມພູນຄຸນສ້າງ ໂດຍຮຸ່ນນີ້ ແລະ ຮຸ່ນຕໍ່ໄປ ເພື່ອກາຍເປັນຊັບສົມບັດອັນສັກສິດຂອງສອງປະຊາຊາດ, ຄຽງຄູ່ກັນໄປເທິງເສັ້ນທາງສູ່ສັນຕິພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ການພັດທະນາທີ່ຍືນຍົງ.
ໂດຍ: ບກ
KPL