ວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ ສາຍໃຈຫວຽດນາມ - ລາວ ອັນແໜ້ນແຟ້ນ, ຮ່ວມກ້າວສູ່ຄວາມຈະເລີນຮຸ່ງເຮືອງໃນຍຸກສະໄໝໃໝ່

01/12/2025 10:50
ຂປລ (ເນື່ອງໃນໂອກາດສະເຫລີມສະຫລອງ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ວັນທີ 2 ທັນວາ 1975 – 2 ທັນວາ 2025)

(ເນື່ອງໃນໂອກາດສະເຫລີມສະຫລອງວັນສະຖາປານາສາທາລະນະລັດປະຊາທິປະໄຕປະຊາຊົນລາວ ຄົບຮອບ50 ປີ ວັນທີ 2 ທັນວາ1975 – 2 ທັນວາ2025)

ໂດຍ: ທ່ານຫງວຽນມິງເຕີມ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມແຫ່ງສສຫວຽດນາມປະຈຳສປປ ລາວ

ຂປລ. ປີ 2025 ເປັນປີທີ່ມີຄວາມໝາຍຍິ່ງໃຫຍ່ເປັນພິເສດຕໍ່ປະຊາຊົນຂອງທັງສອງປະເທດ ຫວຽດນາມ ແລະ ລາວ, ເນື່ອງຈາກເປັນປີທີ່ມີການສະເຫລີມສະຫລອງວາລະຄົບຮອບວັນສໍາຄັນຕ່າງໆຂອງຊາດ. ສໍາລັບປະເທດລາວ ອ້າຍນ້ອງ, ປີນີ້ຄົບຮອບ 70 ປີແຫ່ງການສ້າງຕັ້ງ ພັກປະຊາຊົນປະຕິວັດລາວ (22 ມີນາ 1955 - 22 ມີນາ 2025), ຄົບຮອບ 50 ປີວັນສະຖາປານາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (2 ທັນວາ 1975 - 2 ທັນວາ 2025) ແລະ ຄົບຮອບ 105 ປີ ວັນເກີດຂອງປະທານ ໄກສອນ ພົມວິຫານ (13 ທັນວາ 1920 - 13 ທັນວາ 2025) ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ ແລະ ເປັນມິດສະຫາຍຜູ້ຍິ່ງໃຫຍ່ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ. ວາລະສໍາຄັນເຫລົ່ານີ້ເປັນໂອກາດທີ່ດີໃຫ້ປະຊາຊົນຂອງທັງສອງປະເທດ ຫວຽດນາມ- ລາວ ໄດ້ຮ່ວມກັນພາກພູມໃຈທົບທວນ ປະຫວັດສາດອັນສະຫງ່າຜ່າເຜີຍ, ຫວນຄືນຄວາມຊົງຈຳອັນເລິກເຊິ່ງຂອງພັນທະມິດການຕໍ່ສູ້ຄຽງບ່າຄຽງໄຫລ່ ພ້ອມດ້ວຍຄວາມເຊື່ອໝັ້ນ ທີ່ຈະຮ່ວມເດີນຄຽງຂ້າງກັນ ສູ່ການພັດທະນາຮຸ່ງເຮືອງໃນຍຸກສະໄໝໃໝ່.

ນັບຕັ້ງແຕ່ການສ້າງຕັ້ງພັກ ກອມມູນິດອິນດູຈີນໃນປີ 1930, ການປະຕິວັດຂອງທັງສາມປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ ໄດ້ມີສາຍພົວພັນອັນແໜ້ນແຟ້ນ ບົນເສັ້ນທາງການຕໍ່ສູ້ ເພື່ອປົດປ່ອຍຊາດໃຫ້ພົ້ນຈາກ ການປົກຄອງຂອງລັດທິລ່າເມືອງຂຶ້ນ. ສໍາລັບຫວຽດນາມ ແລະ ລາວ, ໃນພາລະກິດການຕໍ່ສູ້ອັນຍາກລຳບາກ ແລະ ເຕັມໄປດ້ວຍບົດທົດສອບນັ້ນ, ພາຍໃຕ້ການນຳພາຂອງສອງພັກ ຄື: ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ, ປະຊາຊົນຂອງທັງສອງປະເທດ ໄດ້ຢືນຢັດຄຽງຂ້າງກັນ ສະເໝີຕົ້ນສະເໝີປາຍ, ຮ່ວມສຸກຮ່ວມທຸກ ຮ່ວມສະໜາມຮົບດຽວກັນເພື່ອຕໍ່ສູ້ກັບສັດຕູຮ່ວມ, ນຳພາການປະຕິວັດຂອງທັງສອງຊາດໄປສູ່ໄຊຊະນະຢ່າງສົມບູນ.

ພາຍຫລັງເປີດສາກການບຸກໂຈມຕີຄັ້ງໃຫຍ່ ແລະ ການລຸກຮືຂຶ້ນຂອງລະດູໃບໄມ້ປົ່ງປີ 1975 ໃນຫວຽດນາມ ກອງທັບ ແລະ ປະຊາຊົນຫວຽດນາມ ໄດ້ຮັບໄຊຊະນະຢ່າງຍິ່ງໃຫຍ່ແລ້ວ, ທີ່ປະເທດລາວ, ກອງກຳລັງປະເທດລາວ ພ້ອມດ້ວຍການສະໜັບສະໜູນ ຈາກກອງທະຫານອາສາສະໝັກຫວຽດນາມ ກໍໄດ້ເລັ່ງລັດເຄື່ອນກຳລັງເຂົ້າສູ່ແຂວງ ແລະ ເມືອງຕ່າງໆ ລຽບຕາມແມ່ນໍ້າຂອງ ເພື່ອປຸກລະດົມມວນຊົນ, ກະກຽມຄວາມພ້ອມສໍາລັບການລຸກຮືຂຶ້ນຍຶດອຳນາດຄັ້ງໃຫຍ່. ວັນທີ 30 ເມສາ 1975, ບັ້ນຮົບ ໂຮ່ຈີ່ມິງ ໃນຫວຽດນາມໄດ້ຮັບໄຊຊະນະຢ່າງສົມບູນ. ເມື່ອເຫັນວ່າສະຖານະການ ການປະຕິວັດສຸກງອມແລ້ວ, ວັນທີ 5 ພຶດສະພາ 1975, ກົມການເມືອງ ແລະ ສູນກາງພັກປະຊາຊົນປະຕິວັດລາວ ໄດ້ຈັດການປະຊຸມຂະຫຍາຍ ແລະ ມີມະຕິເປັນເອກະພາບເຫັນດີ ຕໍ່ການປະເມີນຂອງສະຫາຍ ເລຂາທິການໃຫຍ່ ໄກສອນ ພົມວິຫານ ທີ່ວ່າ: “ການປະຕິວັດລາວ ກຳລັງຢູ່ຕໍ່ໜ້າຊ່ວງເວລາທີ່ອຳນວຍຢ່າງຍິ່ງ. ພາລະກິດການຍຶດອຳນາດຄືນສູ່ມື ປະຊາຊົນຈຳເປັນຕ້ອງໄດ້ປະຕິບັດ ໂດຍເລັ່ງດ່ວນ. ພາຍໃຕ້ການນຳພາຂອງ ພັກປະຊາຊົນ ປະຕິວັດລາວ, ພວກເຮົາມີຄວາມສາມາດພຽງພໍ ທີ່ຈະເຮັດໃຫ້ການປະຕິວັດ ປະຊາທິປະໄຕ ປະຊາຊົນ ສໍາເລັດລຸລ່ວງທົ່ວປະເທດ ໄດ້ພາຍໃນໄລຍະເວລາອັນສັ້ນ.” ກົມການເມືອງຂອງລາວ ໄດ້ມີມະຕິເຫັນດີແຜນການຍຶດ ອຳນາດທົ່ວປະເທດ ແລະ ປະກາດຮຽກຮ້ອງໃຫ້ ທ່ົວພັກ, ທົ່ວປະຊາຊົນ ແລະ ທົ່ວກອງທັບໃນທັງສາມເຂດຍຸດທະສາດ, ຍຶດໝັ້ນໃນໂອກາດປະຫວັດສາດ ທີ່ຫາໄດ້ຍາກຍິ່ງລຸກຮືຂຶ້ນພ້ອມກັນ ແລະ ບຸກທະລຸຢ່າງຮອບດ້ານ, ຕໍ່ເນື່ອງ ແລະ ເຂັ້ມແຂງ ເພື່ອຍຶດອຳນາດຄືນສູ່ມືປະຊາຊົນໃນເວລາສັ້ນທີ່ສຸດ ດ້ວຍສາມແນວຮົບຍຸດທະສາດ ແລະ ແນວທາງການຕໍ່ສູ້ທາງການຕ່າງປະເທດ”. ວັນທີ 2 ທັນວາ 1975, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ກຳເນີດຂຶ້ນຢ່າງເປັນທາງການ.ການປະຕິວັດປົດປ່ອຍຊາດຂອງປະຊາຊົນລາວ ພາຍໃຕ້ການນຳພາຂອງພັກ ປະຊາຊົນປະຕິວັດລາວ ໄດ້ຮັບໄຊຊະນະຢ່າງສົມບູນຕາມຄຳກ່າວທີ່ວ່າ: “ດອກບົວບໍ່ຊໍ້າ, ນໍ້າບໍ່ຂຸ່ນ, ແຕ່ສາມາດຈັບປາໄດ້ທັງໝົດ”. ຜົນສໍາເລັດອັນຍິ່ງໃຫຍ່ນີ້ ບໍ່ພຽງແຕ່ເປັນຄວາມພາກພູມໃຈ ຂອງປະຊາຊົນລາວເທົ່ານັ້ນ ຍັງເປັນຫລັກຖານອັນມີຊີວິດຊີວາ ທີ່ສະທ້ອນໃຫ້ເຫັນເຖິງ ຄວາມສາມັກຄີພິເສດອັນລໍ້າຄ່າ ແລະ ຫາໄດ້ຍາກຍິ່ງໃນໂລກ ລະຫວ່າງສອງປະເທດ ແລະ ສອງຊາດເພື່ອນບ້ານ ຫວຽດນາມ-ລາວ.

ເມື່ອກ້າວເຂົ້າສູ່ຍຸກແຫ່ງການປ່ຽນແປງ ແລະ ການເຊື່ອມໂຍງກັບສາກົນ, ສາຍພົວພັນຫວຽດນາມ - ລາວ ຍັງຄົງພັດທະນາຢ່າງເຂັ້ມແຂງ, ເປັນຮູບປະທຳ ແລະ ຮອບດ້ານຍິ່ງກວ່າທີ່ເຄີຍເປັນມາ. ທັງສອງປະເທດໄດ້ຮ່ວມລົງນາມ ແລະ ປະຕິບັດຢ່າງມີປະສິດທິພາບຕາມ ສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ-ລາວ (18 ກໍລະກົດ 1977), ພ້ອມດ້ວຍຂໍ້ຕົກລົງອີກ ຈຳນວນຫລວງຫລາຍ ດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ການສຶກສາ, ວິທະຍາສາດ - ເຕັກໂນໂລຊີ ແລະ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ຕະຫລອດໄລຍະເວລາກວ່າເຄິ່ງ ສະຕະວັດທີ່ຜ່ານມາ, ສາຍພົວພັນຫວຽດນາມ-ລາວ ໄດ້ພັດທະນາຢ່າງຮອບດ້ານ ແລະ ໄດ້ກາຍເປັນແບບຢ່າງອັນໂດດເດັ່ນ ຂອງຄວາມສາມັກຄີພິເສດ ລະຫວ່າງສອງຊາດ.

ສາຍພົວພັນຫວຽດນາມ-ລາວ ໄດ້ກຳນົດໃຫ້ເປັນລຳດັບຄວາມສໍາຄັນສູງສຸດ ໃນນະໂຍບາຍການຕ່າງປະເທດ ຂອງແຕ່ລະປະເທດ ມາໂດຍຕະຫລອດ ເຊິ່ງເປັນສາຍພົວພັນຕົ້ນແບບ ທີ່ມີຄວາມໝາຍຍຸດທະສາດໃນໄລຍະຍາວ, ເປັນໜຶ່ງໃນປັດໄຈຊີ້ຂາດຄວາມສໍາເລັດ ຂອງພາລະກິດການປະຕິວັດຂອງແຕ່ລະຊາດ ແລະ ເປັນຊັບສິນອັນລໍ້າຄ່າທີ່ເຮັດໜ້າທີ່ ເປັນຫລັກຄ້ຳຈູນຍຸດທະສາດ ຕໍ່ສະຖຽນລະພາບ, ການພັດທະນາ ແລະ ການເຊື່ອມໂຍງກັບສາກົນຂອງແຕ່ລະປະເທດ. ຂະນະດຽວກັນ, ຍັງເປັນກົດແຫ່ງປະຫວັດສາດ, ເປັນແຫລ່ງພະລັງ ແລະ ເປັນແຮງຂັບເຄື່ອນໃຫ້ທັງ ສອງປະເທດຮ່ວມກັນປົກປັກຮັກສາ, ເສີມຂະຫຍາຍ ແລະ ຖ່າຍທອດໃຫ້ຮຸ່ນຫລັງ.

ສາຍພົວພັນທາງດ້ານການເມືອງ ແລະ ການຕ່າງປະເທດລະຫວ່າງ ຫວຽດນາມ-ລາວ ໄດ້ຖືວ່າເປັນແກນກາງ ແລະ ທິດທາງນຳ ຂອງສາຍພົວພັນຂອງສອງຊາດ. ທັງສອງຝ່າຍໄດ້ແລກປ່ຽນ ຄະນະຜູ້ແທນຂັ້ນສູງ ແລະ ທຸກລະດັບຢ່າງສະໝໍ່າສະເໝີ, ມີການປະສານງານກັນຢ່າງໃກ້ຊິດ ໃນການກຳນົດນະໂຍບາຍ, ການປົກປ້ອງຊາຍແດນ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດ ແລະ ບັນຫາຍຸດທະສາດທີ່ກ່ຽວຂ້ອງກັບຄວາມໝັ້ນຄົງ ແລະ ການພັດທະນາຂອງແຕ່ລະປະເທດ. ສາຍພົວພັນທາງດ້ານການເມືອງທີ່ໝັ້ນຄົງແຂງແກ່ນ ໄດ້ສ້າງຮາກຖານຮອງຮັບ ການຮ່ວມມືໃນຂະແໜງອື່ນໆ, ພ້ອມທັງເສີມຂະຫຍາຍ ຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າໃຈ ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນຂອງທັງສອງປະເທດ.

ການຮ່ວມມືດ້ານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ   ເປັນ 1ໃນ ເສົາຄ້ຳອັນສໍາຄັນ ທີ່ຊ່ວຍໃຫ້ທັງສອງຝ່າຍສາມາດຮັບມືກັບສິ່ງທ້າທາຍດ້ານຄວາມໝັ້ນຄົງ ໃນຮູບແບບດັ້ງເດີມ ແລະ ຮູບແບບໃໝ່ໄດ້ຢ່າງມີປະສິດທິພາບ, ມີສ່ວນສໍາຄັນຕໍ່ການຮັກສາ ຄວາມໝັ້ນຄົງທາງການເມືອງ, ຄວາມສະຫງົບ,​ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ການພິທັກອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຢ່າງໝັ້ນຄົງ ຕະຫລອດຮອດການຮັກສາສັນຕິພາບ ແລະ ມິດຕະພາບໃນບໍລິເວນ ຊາຍແດນຮ່ວມກັນ.

ສາຍພົວພັນດ້ານເສດຖະກິດເປັນ 1 ໃນຮາກຖານສໍາຄັນ ຂອງການຮ່ວມມື ຫວຽດນາມ-ລາວ ທີ່ເຊື່ອມໂຍງເຂົ້າໃນສາຍພົວພັນທາງການເມືອງ ແລະ ການປ້ອງກັນຊາດ. ໃນຊ່ວງບໍ່ພໍເທົ່າໃດປີທີ່ຜ່ານມາ, ການຮ່ວມມືທາງດ້ານເສດຖະກິດ ລະຫວ່າງ ທັງສອງປະເທດໄດ້ພັດທະນາຢ່າງວ່ອງໄວ ແລະ ບັນລຸຜົນສຳເລັດທີ່ໜ້າປະທັບໃຈ. ໃນປີ 2024, ມູນຄ່າການຄ້າສອງຝ່າຍບັນລຸປະມານ 2,25 ຕື້ໂດລາສະຫະລັດ ເຊິ່ງເປັນລະດັບສູງສຸດ. ໂດຍສະເພາະໃນໄລຍະ 10 ເດືອນທຳອິດ ຂອງປີ 2025, ມູນຄ່າການຄ້າສອງຝ່າຍ ບັນລຸເຖິງ 2,56 ຕື້ໂດລາສະຫະລັດ, ເພີ່ມຂຶ້ນເຖິງ 50,4% ເມື່ອທຽບກັບໄລຍະດຽວ
ກັນ
, ສະແດງໃຫ້ເຫັນເຖິງແນວໂນ້ມການຟື້ນຕົວ ແລະ ການຂະຫຍາຍຕົວຢ່າງເຂັ້ມແຂງ ຂອງກະແສເສດຖະກິດ ລະຫວ່າງສອງປະເທດ ຖືວ່າເປັນສັນຍານສໍາຄັນທີ່ສະທ້ອນຄວາມມຸ່ງໝັ້ນຮ່ວມກັນ ໃນການຊຸກຍູ້ເປົ້າໝາຍ ການຍົກລະດັບມູນຄ່າ ການຄ້າສອງຝ່າຍໃຫ້ເຖິງ 5 ຕື້ໂດລາສະຫະລັດໃນໄລຍະໃກ້ ແລະ 10 ຕື້ໂດລາສະຫະລັດພາຍໃນປີ 2030.

ດ້ານການລົງທຶນ, ປັດຈຸບັນຫວຽດນາມ ມີໂຄງການລົງທຶນໃນລາວ ທີ່ຍັງຈັດຕັ້ງປະຕິບັດຈຳນວນ 267 ໂຄງການດ້ວຍມູນຄ່າທຶນ ຈົດທະບຽນລວມກວ່າ 6,2 ຕື້ໂດລາສະຫະລັດ ໂດຍສະເພາະແມ່ນ ຢູ່ໃນຂະແໜງການສໍາຄັນຕ່າງໆ ເຊັ່ນ: ພະລັງງານ, ກະສິກຳ, ບໍ່ແຮ່, ພື້ນຖານໂຄງລ່າງ ແລະ ໂທລະຄົມມະນາຄົມ. ການດຳເນີນຢ່າງໝັ້ນຄົງ ແລະ ການຂະຫຍາຍຕົວຢ່າງຕໍ່ເນື່ອງ ຂອງພາກທຸລະກິດຫວຽດນາມໃນລາວ ມີສ່ວນສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງລາວ, ພ້ອມທັງສົ່ງເສີມການເຊື່ອມໂຍງ ຍຸດທະສາດລະຫວ່າງ ສອງປະເທດໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ໃນໄລຍະຕໍ່ໄປ, ທັງສອງຝ່າຍໃຫ້ຄວາມສໍາຄັນ ກັບການຊຸກຍູ້ການເຊື່ອມໂຍງ ລະຫວ່າງ ສອງລະບົບເສດຖະກິດຢ່າງຮອບດ້ານ, ທັງໃນດ້ານສະຖາບັນການເງິນ, ພື້ນຖານໂຄງລ່າງດ້ານຄົມມະນາຄົມ-ຂົນສົ່ງ, ໂລຈິສຕິກ, ນະວັດຕະກຳ, ການຫັນເປັນດີຈິຕອນ, ພະລັງງານທົດແທນ, ກະສິກຳທັນສະໄໝ, ອຸດສາຫະກຳປຸງແຕ່ງ, ການພັດທະນາສີຂຽວ, ເສດຖະກິດດີຈິຕອນ, ໂທລະຄົມມະນາຄົມ, ການທ່ອງທ່ຽວ, ພື້ນຖານໂຄງລ່າງ ແລະ  ການສ້າງຕ່ອງໂສ້ການເຊື່ອມໂຍງການຜະລິດ-ການບໍລິໂພກ ເຊິ່ງທິດທາງສໍາຄັນເຫລົ່ານີ້ ຈະເປັນຮາກຖານໃຫ້ ການຮ່ວມມືທາງດ້ານເສດຖະກິດ ຫວຽດນາມ-ລາວ ເຕີບໂຕຢ່າງເຂັ້ມແຂງ ແລະ ຍືນຍົງ, ກາຍເປັນແຮງຂັບເຄື່ອນສໍາຄັນ ທີ່ຜັກດັນສາຍພົວພັນຂອງທັງ ສອງປະເທດໃຫ້ເລິກເຊິ່ງຍິ່ງຂຶ້ນຢ່າງຕໍ່ເນື່ອງ.

ການຮ່ວມມືດ້ານການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ ຖືກຍົກລະດັບເປັນ ພາລະກິດຍຸດທະສາດ. ຫວຽດນາມ ໃຫ້ການສະໜັບສະໜູນລາວ ຜ່ານໂຄງການທຶນການສຶກສາ ແລະ ການຝຶກອົບຮົມ, ໂດຍໃນປີ 2025 ໄດ້ມອບທຶນການສຶກສາກວ່າ 1.160 ທຶນໃຫ້ແກ່ນັກສຶກສາ ແລະ ສໍາມະນາກອນຂອງລາວ ນັບເປັນຈຳນວນສູງສຸດ ນັບແຕ່ເວລາເລີ່ມມີການຮ່ວມມື ລະຫວ່າງສອງຝ່າຍ. ທັງສອງຝ່າຍເລັ່ງເສີມຂະຫຍາຍ ການແລກປ່ຽນນັກສຶກສາ ແລະ ສໍາມະນາກອນ, ດຳເນີນໂຄງການຝຶກອົບຮົມ ລົງເລິກໃນຂະແໜງການບໍລິຫານລັດ, ເສດຖະກິດ ແລະ ວິທະຍາສາດ-ເຕັກໂນໂລຊີ. ຄຽງຄູ່ກັນນັ້ນ, ກິດຈະກຳແລກປ່ຽນດ້ານວັດທະນະທຳ, ກິລາ ແລະ ເຍົາວະຊົນ ຍັງຄົງໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ, ກາຍເປັນຂົວມິດຕະພາບອັນຍືນຍົງທີ່ເຊື່ອມໂຍງ ສອງຊາດໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ສາຍພົວພັນ ຫວຽດນາມ-ລາວ ບໍ່ພຽງແຕ່ເປັນການເສີມຂະຫຍາຍຄວາມໝັ້ນຄົງໃນປັດຈຸບັນ ແຕ່ຍັງເປັນການກຳນົດທິດທາງ ສູ່ອະນາຄົດແຫ່ງການພັດທະນາຢ່າງຍືນຍົງ ແລະ ຮອບດ້ານ. ພັກ, ລັດ ແລະ ປະຊາຊົນຫວຽດນາມລ້ວນຈົດຈຳ, ຊາບຊຶ້ງ ແລະ ສໍານຶກໃນບຸນຄຸນຢ່າງເລິກເຊິ່ງຕໍ່ພັກ, ລັດ ແລະ ປະຊາຊົນລາວ ທີ່ໄດ້ມອບການສະໜັບສະໜູນ ດ້ວຍຄວາມຈິງໃຈ ແລະ ຄວາມເສຍສະລະຢ່າງສູງສຸດຕໍ່ຫວຽດນາມ, ຕະຫລອດໄລຍະການຕໍ່ສູ້ເພື່ອປົດປ່ອຍຊາດ ໃນອະດີດຈົນເຖິງພາລະກິດ ໃນການສ້າງສາ ແລະ ການປົກປ້ອງປະເທດຊາດໃນປັດຈຸບັນ. ຄວາມຊ່ວຍເຫລືອດັ່ງກ່າວ ບໍ່ພຽງແຕ່ມີຄຸນຄ່າໃນດ້ານຈິດໃຈ, ວັດຖຸປັດໄຈ ແລະ ຄວາມເຊື່ອໝັ້ນເທົ່ານັ້ນ  ຍັງເປັນແຫລ່ງພະລັງອັນລໍ້າຄ່າ ທີ່ຊ່ວຍຫລໍ່ລ້ຽງ ໃຫ້ທັງສອງຊາດຮ່ວມກັນ ເສີມສ້າງອະນາຄົດຕໍ່ໄປ.

ຕະຫລອດ 50 ປີແຫ່ງການສ້າງ ແລະ ພັດທະນາ, ພາຍໃຕ້ການນຳພາອັນສະຫລາດສ່ອງໃສ ແລະ ຖືກຕ້ອງຂອງພັກປະຊາຊົນປະຕິວັດລາວ, ປະເທດລາວອ້າຍນ້ອງ ໄດ້ບັນລຸຄວາມສໍາເລັດອັນຍິ່ງໃຫຍ່ ແລະ ຮອບດ້ານ. ເສດຖະກິດເຕີບໂຕຢ່າງໝັ້ນຄົງ, ພື້ນຖານໂຄງລ່າງ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ຄຸນນະພາບຊີວິດຂອງປະຊາຊົນ ໄດ້ຮັບການຍົກລະດັບຢ່າງບໍ່ຢຸດຢັ້ງ, ວັດທະນະທຳ, ການສຶກສາ, ສາທາ ລະນະສຸກ ແລະ ການທ່ອງທ່ຽວ ລ້ວນມີການພັດທະນາກ້າວໜ້າຢ່າງເຂັ້ມແຂງ. ພ້ອມກັນນັ້ນ, ບົດບາດ ແລະ ສະຖານະຂອງປະເທດລາວເທິງເວທີສາກົນກໍໄດ້ຮັບການຢືນຢັນຫລາຍຍິ່ງຂຶ້ນ. ປະຊາຊົນຫວຽດນາມຮູ້ສຶກຍິນດີ ແລະ ພາກພູມໃຈຢ່າງຍິ່ງຕໍ່ຄວາມສໍາເລັດຂອງອ້າຍນ້ອງລາວ ແລະ ຖືຄວາມສໍາເລັດຂອງລາວກໍຄື ຄວາມພາກພູມໃຈຮ່ວມກັນ ຂອງທັງສອງປະເທດ, ສອງຊາດຂອງພວກເຮົາ ເຊິ່ງເຄີຍຮ່ວມແບ່ງປັນທັງທຸກ ແລະ ສຸກໃນໄລຍະເວລາສົງຄາມອັນດຸເດືອດ ຕະຫລອດຮອດປັດຈຸບັນ ທີ່ຄຽງຂ້າງກັນຢ່າງແໜ້ນແຟ້ນ ໃນພາລະກິດການສ້າງສາ ແລະ ພັດທະນາປະເທດຊາດ.

ທ່າມກາງສະພາບການຂອງໂລກ ແລະ ພາກພື້ນ ໃນປັດຈຸບັນທີ່ຜັນຜວນ ແລະ ຄາດຄະເນໄດ້ຍາກ, ຄວາມສາມັກຄີລະຫວ່າງຫວຽດນາມ - ລາວ ເປັນຫລັກຢຶດທີ່ເດັດດຽວ ເປັນພາບສະທ້ອນອັນມີຊີວິດຊີວາ ຂອງລັດທິສາກົນນິຍົມອັນບໍລິສຸດ ແລະ ຈິດໃຈແຫ່ງຄວາມເປັນເອກະລາດ ເພິ່ງພາຕົນເອງຂອງສອງຊາດ. ທັງສອງປະເທດໄດ້ຂະຫຍາຍ ການຮ່ວມມືຍຸດທະສາດ, ຊຸກຍູ້ການພັດທະນາພື້ນຖານ ໂຄງລ່າງຂ້າມຊາຍແດນ, ການຮ່ວມມືດ້ານພະລັງງານ, ກະສິກຳທັນສະໄໝ, ເສດຖະກິດດີຈິຕອນ, ການທ່ອງທ່ຽວຢ່າງຍືນຍົງ, ພ້ອມທັງປະສານງານກັນຢ່າງໃກ້ຊິດ ໃນເວທີລະດັບພາກພື້ນ ແລະ ລະດັບໂລກ, ໂດຍສະເພາະໃນຂອບເຂດອາຊຽນ, ອະນຸພາກພື້ນລຸ່ມແມ່ນໍ້າຂອງ ແລະ ກົນໄກການຮ່ວມມືຫລາຍຝ່າຍອື່ນໆ, ມຸ່ງສູ່ເປົ້າໝາຍຮ່ວມກັນຄື: ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢ່າງຍືນຍົງ.

ຫລາຍກວ່າເຄິ່ງສະຕະວັດໄດ້ຜ່ານພົ້ນໄປ, ແຕ່ສາຍພົວພັນຫວຽດນາມ-ລາວ ຍັງຄົງເປັນແບບ ຢ່າງອັນໂດດເດັ່ນຂອງຄວາມສາມັກ ຄີພິເສດ ລະຫວ່າງສອງຊາດເພື່ອນບ້ານ. ພາບແຫ່ງເຂົ້າເມັດຫັກ ຜັກເສັ້ນດຽວບໍ່ພຽງແຕ່ແມ່ນຄວາມຊົງຈຳ ຂອງຊ່ວງໄລຍະເວລາສົງຄາມເທົ່ານັ້ນ ຍັງກາຍເປັນສັນຍະລັກອັນເປັນອະມະຕະແຫ່ງ ນໍ້າໃຈທັງ 4 ຄື: ນໍ້າໃຈສະຫາຍຮ່ວມອຸດົມການ, ນໍ້າໃຈມິດຕະພາບ, ນໍ້າໃຈແຫ່ງຄວາມສາມັກຄີ ແລະ ນໍ້າໃຈພີ່ນ້ອງ ລະຫວ່າງສອງຊາດ. ນໍ້າໃຈເຫລົ່ານີ້ໄດ້ຫລໍ່ຫລອມ ຈາກເລືອດເນື້ອຂອງບັນດາວິລະຊົນ ແລະ ປະຊາຊົນຂອງທັງສອງປະເທດ, ຈາກຄວາມເຊື່ອໝັ້ນ ແລະ ການຊ່ວຍເຫລືອເຊິ່ງກັນ ແລະ ກັນໃນຍາມຍາກລຳບາກ, ບໍ່ແມ່ນພຽງມໍລະດົກທາງປະຫວັດສາດເທົ່ານັ້ນ ຍັງເປັນພະລັງພາຍໃນອັນລໍ້າຄ່າ ທີ່ຊ່ວຍໃຫ້ສອງປະເທດບັນລຸພາລະກິດ ການປົດປ່ອຍຊາດໃນອະດີດ ແລະ ເປັນແຮງຊຸກຍູ້ທີ່ສໍາຄັນຕໍ່ ການພັດທະນາປະເທດ ໃນປັດຈຸບັນ ແລະ ອະນາຄົດ.

ເມື່ອຫວຽດນາມ ແລະ ລາວຮ່ວມກັນກ້າວສູ່ໄລຍະໃໝ່ແຫ່ງການພັດທະນາ, ທຸກຜົນງານການຮ່ວມມື, ທຸກການແລກປ່ຽນ ແລະ ທຸກເລື່ອງລາວແຫ່ງນໍ້າໃຈລະຫວ່າງປະຊາຊົນ ຂອງທັງສອງປະເທດ ຈະຮ່ວມກັນຂຽນຕໍ່ໜ້າປະຫວັດສາດອັນງົດງາມຂອງສາຍພົວພັນອັນແໜ້ນແຟ້ນ ຫວຽດນາມ - ລາວ ຮ່ວມກ້າວສູ່ຄວາມຈະເລີນຮຸ່ງເຮືອງ ໃນຍຸກສະໄໝໃໝ່”.

KPL

ຂ່າວອື່ນໆ

ads
ads

Top