ຂປລ
ຂປລ. ພິທີໂຮມຊຸມນຸມໃຫຍ່ ສະເຫລີມສະຫລອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 2 ທັນວາ 2025 ທີ່ສະໜາມຫລວງ ໂດຍໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ທອງລຸນ ສີສຸດລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ພ້ອມດ້ວຍການນຳຂັ້ນສູງພັກ-ລັດ, ແຂກຈາກບັນດາປະເທດເພື່ອນມິດ, ບັນດາທູຕານຸທູດ, ຕາງໜ້າອົງການຈັດຕັ້ງສາກົນ, ຕະຫລອດຮອດພະນັກງານປະຕິວັດອາວຸໂສບຳນານ ແລະ ມວນຊົນຊາວນະຄອນຫລວງວຽງຈັນ ເຂົ້າຮ່ວມຢ່າງຄຶກຄື້ນ.

ຂປລ. ພິທີໂຮມຊຸມນຸມໃຫຍ່ ສະເຫລີມສະຫລອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 2 ທັນວາ 2025 ທີ່ສະໜາມຫລວງ ໂດຍໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ທອງລຸນ ສີສຸດລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ພ້ອມດ້ວຍການນຳຂັ້ນສູງພັກ-ລັດ, ແຂກຈາກບັນດາປະເທດເພື່ອນມິດ, ບັນດາທູຕານຸທູດ, ຕາງໜ້າອົງການຈັດຕັ້ງສາກົນ, ຕະຫລອດຮອດພະນັກງານປະຕິວັດອາວຸໂສບຳນານ ແລະ ມວນຊົນຊາວນະຄອນຫລວງວຽງຈັນ ເຂົ້າຮ່ວມຢ່າງຄຶກຄື້ນ.


ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸດລິດ ໄດ້ກ່າວວ່າ: ຕະຫລອດໄລຍະ 50 ປີ ແຫ່ງພາລະກິດປົກປັກຮັກສາ ແລະ ພັດທະນາ ສປປ ລາວ, ໄດ້ຢືນຢັນຢ່າງໜັກແໜ້ນ ເຖິງທາດແທ້, ມູນເຊື້ອປະຕິວັດ ທີ່ເປັນບົດຮຽນໃຫ້ແກ່ການສືບຕໍ່ພາປະເທດກ້າວຂຶ້ນ, ນັ້ນແມ່ນ “ຍຶດໜັ້ນອຸດົມການສັງຄົມນິຍົມ, ເສີມຂະຫຍາຍມະຫາສາມັກຄີທົ່ວປວງຊົນລາວທັງຊາດ ເພື່ອບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ເຂັ້ມແຂງ, ສ້າງລັດ ທີ່ມາຈາກປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ, ອໍານາດລັດທັງໝົດ ເປັນຂອງທົ່ວປວງຊົນລາວ ຢ່າງແທ້ຈິງ ແລະ ເຮັດທຸກສິ່ງທຸກຢ່າງ ເພື່ອຄວາມສົມບູນພູນສຸກ ຂອງປະຊາຊົນ” ຊຶ່ງເປັນອຸດົມການອັນເດັດດ່ຽວ, ສະເໝີຕົ້ນສະເໝີປາຍ ຂອງພັກເຮົາ ແລະ ເປັນຄວາມມຸ່ງຫວັງອັນແຮງກ້າ ຂອງປະຊາຊົນລາວບັນດາເຜົ່າ ທີ່ພວກເຮົາ ແລະ ຄົນຮຸ່ນໜຸ່ມຜູ້ສືບທອດ ຕ້ອງສືບຕໍ່ຍຶດໝັ້ນ ເພື່ອນໍາພາພາລະກິດປະຕິວັດ, ນໍາພາປະເທດເຮົາ ກ້າວຂຶ້ນສູ່ສັງຄົມນິຍົມຢ່າງໜັກແໜ້ນ.



ຕໍ່ໜ້າສະພາບການພາກພື້ນ ແລະ ສາກົນ ທີ່ພວມ ແລະ ຈະສືບຕໍ່ຜັນແປໄປຢ່າງໄວວາ, ສັບສົນ, ເລິກເຊິ່ງ, ຮອບດ້ານ ແລະ ເຕັມໄປດ້ວຍສິ່ງທ້າທາຍທົດສອບຫລາຍປະການນັ້ນ, ສປປ ລາວ ສືບຕໍ່ຍຶດໝັ້ນແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການພົວພັນຮ່ວມມື ເພື່ອພັດທະນາ, ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືກັບບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ. ໃນນີ້, ສຶບຕໍ່ເພີ່ມທະວີຄວາມສາມັກຄີ, ສາຍພົວພັນອັນສະໜິດແໜ້ນ ກັບປະເທດເພື່ອນມິດຍຸດທະສາດ; ສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ, ເດັດດ່ຽວຍຶດໝັ້ນເສັ້ນທາງການພັດທະນາ ທີ່ມີຄວາມສົມດູນ, ກົມກຽວ ລະຫວ່າງເສດຖະກິດ ກັບວັດທະນະທໍາ-ສັງຄົມ ແລະ ສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ; ສຶບຕໍ່ຂຸດຄົ້ນ ແລະ ເສີມຂະຫຍາຍທ່າແຮງ, ຄວາມສາມາດບົ່ມຊ້ອນ, ສົມທົບກໍາລັງແຮງຂອງຊາດ ກັບກໍາລັງແຮງ ຂອງຍຸກສະໄໝ ເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດ ບົນພື້ນຖານການເຊີດຊູ ສະຕິຊາດ, ເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ທັງສາມາດກ້າວອອກສູ່ໂລກ ໄດ້ຢ່າງໜັກແໜ້ນ; ເສີມຂະຫຍາຍສິດເປັນເຈົ້າ ຂອງປະຊາຊົນ, ປະຊາຊົນ ໄດ້ຊົມໃຊ້ໝາກຜົນຈາກການພັດທະນາ ຢ່າງຍຸຕິທໍາ ແລະ ທົ່ວເຖິງ, ສ້າງຄວາມຢູ່ດີກິນດີ ແລະ ຮັ່ງມີຂຶ້ນຢ່າງບໍ່ຢຸດຢັ້ງ. ພວກເຮົາ ຕ້ອງສູ້ຊົນບັນລຸຄາດໝາຍໃຫຍ່ ໃນການສຶບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ທີ່ລະບຸໄວ້ໃນໂຄງການການເມືອງ ຂອງພັກວ່າ “ຮອດປີ 2055 ເມື່ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 100 ປີ, ສປປ ລາວ ເປັນປະເທດກໍາລັງພັດທະນາ ທີ່ມີລາຍຮັບປານກາງສູງ, ມີລະບົບການເມືອງທີ່ເຂັ້ມແຂງ, ມີພື້ນຖານເສດຖະກິດທີ່ທັນສະໄໝ, ກໍາລັງການຜະລິດ ໄດ້ຮັບການພັດທະນາຮອບດ້ານ ໂດຍມີການພົວພັນການຜະລິດທີ່ສອດຄ່ອງ ແລະ ກ້າວໜ້າ, ຊີວິດການເປັນຢູ່ ຂອງປະຊາຊົນລາວບັນດາເຜົ່າ ໄດ້ມີພື້ນຖານອັນໜັກແໜ້ນ ກ້າວສູ່ຄວາມອີ່ມໜໍາສໍາລານ”. ພວກເຮົາຈະສືບຕໍ່ປົກປັກຮັກສາໝາກຜົນ ຂອງການປະຕິວັດ, ຜົນງານ ແລະ ໄຊຊະນະ ຕະຫລອດໄລຍະ 50 ປີ ດ້ວຍຊີວິດ ແລະ ອຸດົມການອັນເດັດດ່ຽວ ໜຽວແໜ້ນ, ສະເໝີຕົ້ນສະເໝີປາຍ ຂອງຮຸ່ນຄົນສືບທອດ ຕໍ່ໄປຕາບເທົ້າໃດໆ.


ດ້ວຍການເສີມຂະຫຍາຍນໍ້າໃຈຮັກຊາດອັນດູດດື່ມ, ຄວາມບໍລິສຸດຜຸດຜ່ອງ, ຄວາມຮັບຜິດ ຊອບຕໍ່ໜ້າທີ່ການເມືອງ, ຄວາມເສຍສະລະອັນສູງສົ່ງ ຂອງທົ່ວພັກ, ທົ່ວລັດ ແລະ ທົ່ວກໍາລັງປະກອບອາວຸດ, ຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ ຂອງປວງຊົນລາວທັງຊາດ. ດ້ວຍຄວາມປາຖະໜາອັນແຮງກ້າ, ຄວາມເຊື່ອໜັ້ນອັນເຕັມປ່ຽມ ຂອງປະຊາຊົນ ຕໍ່ອະນາຄົດອັນສະຫວ່າງສະໄຫວ ຂອງປະເທດຊາດ ທີ່ບັນພະບູລຸດ ຂອງພວກເຮົາ ໄດ້ວາງຮາກຖານ ແລະ ປູພື້ນເອົາໄວ້ ຊຶ່ງພວມໄດ້ຮັບການຕໍ່ຍອດ ແລະ ຍົກລະດັບຂຶ້ນດ້ວຍຮຸ່ນຄົນປັດຈຸບັນ ແລະ ຜູ້ສຶບທອດ ທີ່ຈົງຮັກພັກດີນັ້ນ, ພວກເຮົາຈະສາມາດບັນລຸຈຸດໝາຍສ້າງ ສປປ ລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ, ເອກະພາບ ແລະ ວັດທະນະຖາວອນ ເກີດເປັນຈິງຢ່າງແນ່ນອນ.

ພາຍຫລັງ ສະຫາຍເລຂາທິການໃຫຍ່ ກ່າວສູນທອນພົດສີ້ນສຸດລົງ ພິທີສວນສະໜາມສະເຫລີມສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ກໍໄດ້ເລີ່ມຕົ້ນຂຶ້ນດ້ວຍເລີ່ມຕົ້ນດ້ວຍຂະບວນທີ 1 ແມ່ນຈຸທຸງຊາດ-ທຸງພັກ, ກ້ອນຂະບວນ ເຄື່ອງໝາຍຊາດ, ກ້ອນກຳລັງຫ້ອງວ່າການສຳນັກງານປະທານປະເທດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ມີຈຳນວນທັງໝົດ 150 ທ່ານ, ກ້ອນກໍາລັງ ອົງການຈັດຕັ້ງຄະນະຊ່ວຍວຽກ ຂອງສູນກາງພັກ, ຂະບວນລົດ ພະນັກງານປະຕິວັດ ອາວຸດໂສ (ປກສ ບັນຍາຍ); ສຳລັບຂະບວນທີ 2 ກ້ອນສວນສະໜາມຂອງກຳລັງປ້ອງກັນຊາດ ປ້ອງກັນຄວາມສະຫງົບ; ສ່ວນຂະບວນທີ 3 ກ້ອນມະຫາຊົນ ປະກອບມີທັງໝົດ 20 ກ້ອນຄື: ກ້ອນເຍົາວະຊົນ 2 ທັນວາ, ກ້ອນຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ກ້ອນສະຫະພັນແມ່ຍິງລາວ, ກ້ອນສະຫະພັນກຳມະບານລາວ, ກ້ອນກຳລັງສູນກາງແນວລາວສ້າງຊາດ, ກ້ອນຂະແໜງການກວດກາ-ກວດສອບ, ກ້ອນ ຂະແໜງຕຸລາການສານປະຊາຊົນ, ກ້ອນຂະແໜງຍຸດຕິທຳ,ກ້ອນກຳລັງ ຂະແໜງການຕ່າງປະເທດ, ກະຊວງສຶກສາ-ວິທະຍາສາດ ແລະ ກິລາ, ກະຊວງການເງິນ ແລະ ທະນາຄານ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງກະສິກຳ ແລະ ສິ່ງແລດລ້ອມ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງສາທາລະນະສຸກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກ້ອນກຳລັງນະຄອນຫລວງວຽງຈັນ, ກອງແກວົງກອງທັບປະຊາຊົນລາວ, ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ.


ຂ່າວ: ກິດຕາ
KPL