ດ້ວຍເຫດຜົນໃດ ປີນີ້ລາວຈຶ່ງສາມາດປະຢັດນໍ້າມັນເຊື້ອໄຟ ໄດ້ເຖິງ 20 ລ້ານລິດ?

03/12/2025 11:12
ຂປລ ຂປລ​. ລາວສາມາດປະຢັດນໍ້າມັນເຊື້ອໄຟໄດ້ເຖິງ 20 ລ້ານລິດໃນປີ 2025 ນີ້ ອັນສືບເນື່ອງຈາກການໃຊ້ລົດໄຟຟ້າພາຍໃນປະເທດເພີ່ມຂຶ້ນຮອດ 12.000 ກວ່າຄັນ ແລະ ຍັງສາມາດຮັກສາເງິນຕາຮົ່ວໄຫລອອກຕ່າງປະເທດຈາກການຊື້ນໍ້າມັນໄດ້ເປັນຈໍານວນຫລາຍອີກ

       

       ຂປລ​. ລາວສາມາດປະຢັດນໍ້າມັນເຊື້ອໄຟໄດ້ເຖິງ 20 ລ້ານລິດໃນປີ 2025 ນີ້ ອັນສືບເນື່ອງຈາກການໃຊ້ລົດໄຟຟ້າ ພາຍໃນປະເທດເພີ່ມຂຶ້ນຮອດ 12.000 ກວ່າຄັນ ແລະ ຍັງສາມາດຮັກສາເງິນຕາຮົ່ວໄຫລ ອອກຕ່າງປະເທດ ຈາກການຊື້ນໍ້າມັນໄດ້ເປັນ ຈໍານວນຫລາຍອີກ ພາຍຫລັງລັດຖະບານດໍາເນີນ ການຈັດປະຕິບັດແຜນ ພັດທະນາເສດຖະກິດ ຕາມທິດສີຂຽວຍືນຍົງ, ສົ່ງເສີມໃຫ້ປະຊາຊົນນໍາໃຊ້ລົດໄຟຟ້າ ແລະ ເຄື່ອງໃຊ້ຕ່າງໆ ທີ່ເປັນມິດຕໍ່ສິ່ງແວດລ້ອມ, ຄາດປີ 2026 ການນໍາເຂົ້າລົດໄຟຟ້າຈະສູງເຖິງ 20.000 ຄັນ. ຂະນະທີ່ ສິນຄ້າຈາກ ຈີນ ກາຍເປັນກໍາລັງຊ່ວຍໜູນສໍາຄັນ ໃນການປ່ຽນແປງພຶດຕິກໍາຂອງຊາວລາວ ໃຫ້ຫັນມາໃຊ້ລົດໄຟຟ້າ,ເຄື່ອງໃຊ້ໃນເຮືອນ, ພະລັງງານໃໝ່ທີ່ເປັນມິດຕໍ່ສິ່ງແວດລ້ອມ.

ມາເບິ່ງນໍາກັນຍ້ອນສາເຫດໃດ ເຮັດໃຫ້ລາວສາມາດປະຢັດນໍ້າມັນເຊື້ອໄຟ ໄດ້ຢ່າງໜ້າສົນໃຈ ແລະ ຄ່ອຍໆຜ່ານຜ່າວິກິດຂາດເຂີນນໍ້າມັນເຊື້ອໄຟ ໃນໄລຍະການລະບາດພະຍາດໂຄວິດໃນຊຸມປີ 2020-2021, ປັດຈຸບັນສາມາດແກ້ໄຂໄດ້ແລ້ວ ແລະ ຈະກ້າວໄປຫາການພັດທະນາພະລັງງານ ທີ່ໝັ້ນທ່ຽງຂຶ້ນເທື່ອລະກ້າວ, ຕໍ່ກັບເລື່ອງນີ້ຈະບໍ່ສາມາດເບິ່ງຂ້າມໄດ້ທຸກບາດກ້າວ ການປ່ຽນແປງດ້ານນະໂຍບາຍຕ່າງໆ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງພັກ-ລັດແຕ່ລະໄລຍະອັນ ໄດ້ສົ່ງຜົນຕໍ່ການຂັບເຄື່ອນເສດຖະກິດ, ການສ້າງວຽກເຮັດງານທໍາ ແລະ ການແກ້ໄຂຄວາມທຸກຍາກ ຂອງຊາດຢ່າງຢ່າງມີເປົ້າໝາຍໜັກແໜ້ນ. ສະນັ້ນ, ເມື່ອຢ້ອນຄືນປີ 1986 ລາວ ໄດ້ເປີດປະຕູສູ່ໂລກພາຍນອກ ຄືການຫັນເປັນເສດຖະ ກິດຕະຫລາດ ແລະ ປີ 2016 ມະຕິກອງປະຊຸມໃຫຍ່ຂອງພັກ ຄັ້ງທີ 10 ໄດ້ນໍາສະເໜີການພັດທະນາສີຂຽວຍືນຍົງ 2030 ໃນນັ້ນ ປະກອບມີແຜນພັດທະນາພະລັງງານສະອາດ ເປັນມິດຕໍ່ສິ່ງແວດລ້ອມການພັດທະນາທ່ອງທ່ຽວຍືນຍົງ ແລະ ອື່ນໆ ເຊິ່ງເລີ່ມຈາກຈຸດນັ້ນ ເຮັດໃຫ້ລາວປ່ຽນຈາກປະລິມານ ສູ່ຄຸນນະພາບເພີ່ມຂຶ້ນ ແລະ ເພີ່ມທະວີຄວາມເອົາໃຈໃສ່ ຕໍ່ການພັດທະນາ ເປັນລະບົບຢ່າງລະມັດລະວັງ. ດັ່ງທີ່ຮູ້ນໍາກັນໃນໄລຍະການລະບາດ ພະຍາດໂຄວິດ-19, ພວກເຮົາເຄີຍຜະເຊີນໜ້າ ສະພາບການຂາດເຂີນນໍ້າມັນເຊື້ອໄຟໄລຍະສັ້ນໆ ໃນການສະໜອງຕໍ່ສັງຄົມ ສືບເນື່ອງຈາກມາດຕະການ ປິດປະເທດ, ຫລາຍປະເທດພົບບັນຫາ ດ້ານເສດຖະກິດ, ຫ່ວງໂສ້ການສະໜອງຢຸດສະງັກ ຊົ່ວຄາວ ແລະ ການໄປຫາສູ່ກັນອື່ນໆ ໄດ້ພົບຄວາມຫຍຸ້ງຍາກ ກັບຂໍ້ຈໍາກັດແຕກຕ່າງກັນ ເຊິ່ງສາເຫດເຫລົ່ານັ້ນບໍ່ພຽງ ແຕ່ສົ່ງຜົນກະທົບຕໍ່ລາວ ເທົ່ານັ້ນຫາກຍັງສົ່ງຜົນກະທົບໄປທົ່ວໂລກ ຢ່າງຫລີກລ່ຽງບໍ່ໄດ້.

ແຕ່ເຖິງແນວໃດກໍດີ, ຍ້ອນຄວາມເອົາໃສ່ ແລະ ມີນະໂຍບາຍອັນຖືກຕ້ອງຂອງພັກ-ລັດຖະບານລາວ ໄດ້ຖືຄວາມສໍາຄັນທີ່ສຸດ ໃນການປັບປຸງຊີວິດການຢູ່ ຂອງປະຊາຊົນໃຫ້ດີຂຶ້ນ ກິນອິ່ມໜຳສໍາລານ ມີຄວາມສະຫງົບສຸກ, ການເພີ່ມທະວີສາຍພົວພັນທີ່ດີ ແລະ ການສ້າງຄູ່ຮ່ວມມືກັບ ບັນດາປະເທດເພື່ອນບ້ານໃກ້ຄຽງ ລວມທັງວົງຄະນະຍາດສາກົນຢ່າງໃກ້ຊິດໄດ້ເຮັດໃຫ້ລາວ ສາມາດຜ່ານຜ່າຄວາມຫຍຸ້ງຍາກໄດ້, ຟື້ນຟູເສດຖະກິດວ່ອງໄວ ຈາກສະພາບໂຄວິດ, ສາມາດຕິດຕໍ່ພົວພັນການຄ້າຂາຍ ແລະ ໄປມາຫາສູ່ກັນຄືນປົກກະຕິ ໂດຍສະເພາະການນໍາເຂົ້າສິນຄ້າ ປະເພດອຸປະໂພກ-ບໍລິໂພກ, ນໍ້າມັນເຊື້ອໄຟທີ່ຈໍາເປັນຈາກ ຈີນ, ໄທ, ຫວຽດນາມ ແລະ ບັນດາປະເທດອື່ນໆ.

      ບັນດານັກວິເຄາະເສດຖະກິດໃຫ້ທັດສະນະວ່າ: ລາວແມ່ນປະເທດໜຶ່ງໃນອາຊຽນ ທີ່ເພິ່ງພາການນໍາເຂົ້ານໍ້າມັນໄຟເຊື້ອໄຟ ຈາກຕ່າງປະເທດເຖິງ 100% ເຖິງແມ່ນວ່າມີການລົງທຶນສ້າງໂຮງງານປຸງແຕ່ງ ຫລື ກັ່ນນໍ້າມັນເຊື້ອໄຟປະມານ 3 ແຫ່ງຢູ່ແຂວງຊຽງຂວາງ, ນະຄອນຫລວງວຽງຈັນ, ຄໍາມ່ວນ ໂດຍການລົງທຶນ ຈາກນັກທຸລະກິດພາຍໃນ ແລະ ຕ່າງ ປະ ເທດ, ແຕ່ເບິ່ງຄືວ່າການສະໜອງ ໃຫ້ສັງຄົມຂ້ອນຂ້າງຈໍາກັດ ບໍ່ສາມາດຄວບຄຸມໄດ້ທົ່ວປະເທດ ຈຶ່ງເຮັດໃຫ້ລາວສືບຕໍ່ນໍາເຂົ້ານໍ້າມັນເຊື້ອໄຟ ເພື່ອຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມຮອບດ້ານ. ຕາມຂໍ້ມູນຈາກກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເປີດເຜີຍວ່າ: ສປປ ລາວ ນໍາເຂົ້ານໍ້າມັນເຊື້ອໄຟ ຈາກຕ່າງປະເທດ ສະເລ່ຍມູນຄ່າ 100 ລ້ານໂດລາຕໍ່ເດືອນ; ໃນນັ້ນສໍາລັບປີ 2020 ໃຊ້ຈ່າຍງົບປະມານຊື້ນໍ້າມັນ 400-500 ລ້ານໂດລາຕໍ່ປີ, ປີ 2022 ມີປະມານ 1 ຕື້ໂດລາຕໍ່ປີ, ປີ 2024  ເພີ່ມຂຶ້ນມີປະມານ 1,2 ລ້ານກວ່າໂດລາ. ຕໍ່ກັບການໃຊ້ງົບປະມານຂ້ອນຂ້າງຫລາຍ ເພື່ອຊື້ນໍ້າມັນເຊື້ອຈາກຕ່າງປະເທດ ເຮັດໃຫ້ລາວຂາດດູນການຄ້າໃນບາງຄັ້ງ ແລະ ເຮັດໃຫ້ເງິນຕາຕ່າງປະເທດຮົ່ວໄຫລ ອອກນອກປະເທດເຊັ່ນກັນ.

ນັກວິເຄາະຍັງກ່າວວ່າ: ການຈະເຮັດໃຫ້ລາວສາມາດຫລຸດຜ່ອນ ການຂາດດູນການຄ້າໄດ້ໃນລະດັບໜຶ່ງ ແລະ ສາມາດຫລີກລ່ຽງ ການຂາດເຂີນນໍ້າມັນເຊື້ອໄຟນັ້ນກ່ອນອື່ນລາວເອງບໍ່ຄວນເບິ່ງພຽງ ການຜະລິດສິນຄ້າສໍາລັບ ສົ່ງອອກເພື່ອທົດແທນການນໍາເຂົ້າດ້ານດຽວ, ແຕ່ຫາກຍິ່ງໃຫ້ຄວາມສໍາຄັນທີ່ສຸດ ຕໍ່ແຜນພັດທະນາສີຂຽວຍືນຍົງ ຂອງລັດຖະບານໄປຄວບຄູ່ກັນ ໂດຍສະເພາະ ການຫັນພຶດຕິກໍາໃຫ້ຄົນພາຍ ໃນຊາດມາໃຊ້ລົດໄຟຟ້າຫລາຍຂຶ້ນ, ພັດທະນາພະລັງງານໃໝ່ ທີ່ເປັນມິດຕໍ່ສິ່ງແວດລ້ອມ, ສ້າງບຸກຄະລາກອນຢ່າງເປັນເຈົ້າການ, ຫັນປ່ຽນເປັນອຸດສາຫະກໍາທັນສະໄໝ ແລະ ຊອກຫາຊ່ອງທາງການລົງທຶນ ທີ່ມີຄຸນນະພາບເພີ່ມຂຶ້ນ. ນອກຈາກນັ້ນ, ລາວຍັງຄວນຮຽນຮູ້, ຖອດຖອນບົດຮຽນ ແລະ ປັບຕົວໃຫ້ເຂົ້າກັບຍຸກສະໄໝ ຕາມການປ່ຽນແປງຂອງໂລກາພິວັດ ເພື່ອເຊື່ອມໂຍງການພັດທະນາ ຫລາກຫລາຍສີສັນກັບບັນດາ ປະເທດເພື່ອນມິດໃກ້ຄຽງ ແລະ ວົງຄະນະຍາດສາກົນຢ່າງຕໍ່ເນື່ອງ ເປັນຕົ້ນ ຕ້ອງຕິດຕາມແຜນພັດທະນາ ເສດຖະກິດສັງຄົມໃໝ່ທ່າອ່ຽງການປ່ຽນແປງ ດ້ານເສດຖະກິດ-ການເມືອງ, ການຫັນເປັນທັນສະໄໝ ດ້ານເຕັກໂນໂລຊີ ເອໄອ ແລະ ຄວາມໜ້າສົນໃຈອື່ນໆ ໃນຕ່າງປະເທດ ທີ່ມີຜົນຕໍ່ການພັດທະນາຮ່ວມກັນ ໂດຍຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຢ່າງຍືນຍົງ ໂດຍສະເພາະ ໃນສະພາບການຂອງໂລກທີ່ກຳລັງປ່ຽນແປງນີ້, ແຜນພັດທະນາ ເສດຖະກິດ-ສັງຄົມ  ແຫ່ງຊາດ 5 ປີ ຄັ້ງທີ 15 (2026-2030) ຂອງ​ຈີນ ໄດ້ເຜີຍແຜ່ອອກສູ່ສາຍຕາປະຊາຄົມໂລກ ແລະ ຈະກາຍເປັນທາງເລືອກໃໝ່ ທີ່ສໍາຄັນເພື່ອສະໜອງໂອກາດ ການພັດທະນາຮອບດ້ານ. ແຜນພັດທະນາດັ່ງກ່າວຂອງຈີນ ບໍ່ພຽງແຕ່ກໍານົດເປົ້າໝາຍດ້ານເສດ ຖະກິດ, ຍັງໄດ້ວາງແບບ “ການພັດທະນາທີ່ມີຄຸນນະພາບສູງ” ທີ່ສ້າງຂຶ້ນບົນພື້ນຖານ ການປະດິດສ້າງໃໝ່, ການ​ພັດ​ທະ​ນາ​ຕາມ​ທິດສີຂຽວ ແລະ ອື່ນໆ.

ສ່ວນປະເທດລາວໜຶ່ງໃນ 10 ຊາດສະມາຊິກອາຊຽນ ທີ່ມີເສັ້ນທາງລົດໄຟ ລາວ-ຈີນ ຈະບໍ່ພຽງກາຍ ເປັນ “ປະຕູ ຄໍາ” ເຊື່ອມໂຍງ ລະຫວ່າງ ອາຊຽນ, ຈີນ, ເອີຣົບ ແລະ ຂົງເຂດອື່ນໆເທົ່ານັ້ນ ແຕ່ຫາກເຫັນວ່າແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 15 ຂອງຈີນ ຍັງຈະຊ່ວຍຂັບເຄື່ອນ ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງລາວມຸ່ງໜ້າໄປໃນທິດທາງ ທີ່ໝັ້ນທ່ຽງເຊັ່ນກັນ. ປັດຈຸບັນນີ້ ຈີນ ຍັງຈັດເປັນອັນດັບທີ 1 ຂອງການລົງທຶນຕ່າງປະເທດ ໃນລາວ, ມີເກືອບ 1.000 ໂຄງການ ມູນຄ່າປະມານ 16 ຕື້ກວ່າໂດລາ; ໃນນັ້ນ ມີປະມານ 50 ໂຄງການພະລັງງານໄຟຟ້າ(ພະລັງງານລົມ, ແສງຕາເວັນ ແລະ ພະລັງງານນໍ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ), ເສັ້ນທາງລົດໄຟລາວ-ຈີນ, ເຂດເສດ ຖະກິດພິເສດ-ສະເພາະ ແລະ ອື່ນໆ. ພ້ອມດຽວກັນນີ້, ໂຄງ​ການ​ຜະ​ລິດ​ໄຟ​ຟ້າ​ດ້ວຍ ​ພະ​ລັງ​ງານ​ລົມມອນ​ຊູນ ​ຢູ່​ພາກ​ໃຕ້​ຂອງ​ລາວ ຍັງກາຍ​ເປັນ​ຕົວ​ແບບ​ ເຕັກ​ໂນ​ໂລ​ຊີ​ສີ​ຂຽວຂອງ​ຈີນ ​ກ້າວ​ໄປ​ສູ່​ໂລກ ແລະ ໄດ້ໜອງພະລັງງານສະອາດ ໃຫ້ຂົງເຂດອາຊຽນ. ນອກຈາກຄວາມປະທັບໃຈ ດ້ານການຮັກສິ່ງແວດລ້ອມທີ່ດີເລີດ ຕໍ່ໂຄງການໄຟຟ້າພະລັງລົມແຫ່ງນີ້ ດ້ວຍ​ກຳ​ລັງ​ຕິດ​ຕັ້ງ 600 ເມ​ກາ​ວັດ ແລະ ສາມາດຫລຸດ​ການ​ປ່ອຍ​ກາກບອນ ​ໄດ້ເຖິງ 35 ລ້ານ​ໂຕນ​ ໃນ​ອາ​ຍຸ​ການ​ນຳ​ໃຊ້ງານ​ແລ້ວ, ມັນ​ຍັງ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍດ​ ຈາກ​ການ​ພັດ​ທະ​ນາ​ ມາໃຫ້​ແກ່​ປະ​ຊາ​ຊົນ​ທ້ອງ​ຖິ່ນຄື: ໄດ້​ສ້າງວຽກ​ເຮັດ​ງານ​ທຳຫລາຍ​ພັນ​ຕຳ​ແໜ່ງ​ ໃຫ້​ແກ່​ປະ​ຊາ​ຊົນ​ລາວ, ເຮັດ​ໃຫ້​​ປະ​ຊາ​ຊົນ​ຢູ່​ເຂດ​ໃກ້​ຄຽງ​ ມີ​ລາຍ​ຮັບ​ຢ່າງ​ໝັ້ນ​ທ່ຽງ; ໄດ້​ສ້າງ​ຕັ້ງກອງ​ທຶນ​ພັດ​ທະ​ນາ​ເຂດ​ຊຸມ​ຊົນ​ ໂດຍ​ສະ​ເພາະ ເພື່ອ​ປັບ​ປຸງ​ພື້ນ​ຖານ​ໂຄງ​ລ່າງ​ ດ້ານ​ສາທາລະນະສຸກ, ການ​ສຶກ​ສາ ແລະ ​ອື່ນໆ​ຢູ່​ທ້ອງ​ຖິ່ນ.

ກ່ອນໜ້ານີ້, ທ່ານ ທອງພັດ ອິນທະວົງ ອະດີດຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ໄດ້ລາຍງານຕໍ່ກອງປະຊຸມສະຫລຸບແຜນພັດທະນາ ພະລັງງານ ແລະ ບໍ່ແຮ່ (ພບ) ປະຈໍາປີ 2022-2023 ຜ່ານມາວ່າ: ຕໍ່ກັບການພັດທະນາ ພະລັງງານສະອາດຍືນຍົງ ຕິດພັນກັບການຈັດຕັ້ງປະຕິບັດ ວຽກຈຸດສຸມຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນມີ 3 ວຽກ ຄື ການນໍາໃຊ້ລົດໄຟຟ້າ (Electric Vehicle, EV) ໃຫ້ຫລາຍຂຶ້ນ ເພື່ອຫລຸດຜ່ອນການນໍາເຂົ້ານ້ໍາມັນເຊື້ອໄຟ ທີ່ບໍ່ຈໍາເປັນຍ້ອນມີຄວາມຫຍຸ້ງຍາກ ໃນການນໍາເຂົ້ານໍ້າມັນເຊື້ອໄຟ ແລະ ລາຄານໍ້າມັນແພງຂຶ້ນຢ່າງຕໍ່ເນື່ອງ; ເລັ່ງດ່ວນຂະຫຍາຍສະຖານີ ສາກລົດໄຟຟ້າ  ໃນຂອບເຂດທົ່ວປະເທດ ແລະ ສ້າງສູນບໍາລຸງຮັກສາ-ສ້ອມແປງລົດໄຟຟ້າ (ລົດຈັກ-ລົດໃຫຍ່) ເພື່ອຮອງຮັບ ແລະ ສ້າງຄວາມເຊື່ອໝັ້ນ ໃຫ້ຜູ້ຊົມໃຊ້ຫລາຍຂຶ້ນ.

ທ່ານອະດີດຮອງລັດຖະມົນຕີຍັງເນັ້ນຕື່ມວ່າ: ລາວມີທ່າແຮງຢ່າງຫລວງຫລາຍ ໃນການສະໜອງພະລັງງານສະ ອາດ ເພາະມີປະຊາກອນໜ້ອຍ ແຕ່ເນື້ອທີ່ກວ້າງຂວາງ ແລະ ມີຊັບພະຍາກອນທໍາມະຊາດ ອຸດົມສົມຫລາຍ, ສິ່ງສໍາຄັນ ຕ້ອງດຶງດູດທ່າແຮງ ຂອງເຮົາອອກມາໃຊ້ ໃຫ້ໄດ້ຢ່າງມີປະສິດທິຜົນສູງ, ເອົາໃຈໃສ່ໃຫ້ການຮ່ວມມື ຢ່າງໂປ່ງໃສຍຸຕິທໍາ,ວ່ອງໄວ ແລະ ຖືກຕ້ອງຕໍ່ຜູ້ລົງທຶນຕ່າງປະເທດ ໂດຍສະເພາະບັນດາ ປະເທດເພື່ອນບ້ານໃກ້ຄຽງ ແລະ ຄູ່ຮ່ວມມືອື່ນໆ ທີ່ມີທ່າແຮງດ້ານທຶນຮອນ, ເຕັກໂນໂລຊີທັນສະໄໝ ແລະ ມີບົດຮຽນປະສົບການກ່ອນເຮົາ ໂດຍສະເພາະຈີນ ເປັນປະເທດໜຶ່ງທີ່ມີຄວາມທັນສະໄໝດ້ານນີ້.

     ກາງເດືອນນີ້, ທ່ານ ສຸລິໂຍ ວົງດາລາ, ປະທານບໍລິສັດໂລກ້າລາວ ( LOCA LAOS), ຜູ້ບຸກເບີກທໍາອິດສ້າງແພດຟອມ ໃຫ້ບໍລິການລົດແທັກຊີອອນລາຍ, ຕູ້ບໍລິການສະຖານີສາກລົດໄຟຟ້າໃນລາວ ໄດ້ໃຫ້ທັດສະນະກ່ຽວກັບການພັດທະນາສີຂຽວ ຜ່ານສື່ສັງຄົມອອນລາຍວ່າ: ຕົນເອງໄດ້ເຫັນບາງສະມາຊິກສະພາແຫ່ງຊາດ ຍົກປະເດັ່ນຂຶ້ນມາ ລະຫວ່າງກອງປະຊຸມສະພາເດືອນນີ້ ໃນລັກສະນະສະເໜີ ຄວາມຄິດເຫັນແລກປ່ຽນ ທີ່ມີເນື້ອໃນເປັນຄໍາຖາມ-ຕ້ອງການຄໍາຕອບ ຄື: ລົດໄຟຟ້າແມ່ນສິນຄ້າຟູມເຟືອຍ ຫລື ຈະຊ່ວຍຊາດປະຢັດບໍ່?. ຕໍ່ກັບເລື່ອງນີ້, ຂໍຢືນຢັນດ້ວຍປະສົບການ ສະສົມມາ ແລະ ບົດຮຽນເກັບກໍາຂໍ້ມູນເບື້ອງຕົ້ນ ເຫັນວ່າການນໍາໃຊ້ລົດໄຟຟ້າ ບໍ່ແມ່ນສິນຄ້າຟູມເຟືອຍ ແຕ່ຢ່າງໃດຫາກຍັງແມ່ນຊ່ວຍຊາດ ປະຢັດງົບປະມານມະຫາສານ ໃນການຊື້ນໍ້າມັນເຊື້ອໄຟ, ຊ່ວຍຫລຸດຜ່ອນເງິນຕາຮົ່ວໄຫລ ອອກນອກປະເທດ ແລະ ປະກອບສ່ວນຄວາມພະຍາຍາມ ໃນຂອບການຮ່ວມມືສາກົນເພື່ອຫລຸດຜ່ອນ ໂລກຮ້ອນອີກດ້ວຍ.

ທ່ານປະທານບໍລິສັດໂລກ້າລາວ ຍັງອ້າງຫລັກຖານເປັນຂໍ້ມູນທາງວິຊາການ ຈາກກະຊວງອຸດ ສາຫະກໍາ ແລະ ການຄ້າວ່າ: ເບື້ອງຕົ້ນຈາກຕົວເລກນໍາເຂົ້າ ລົດໄຟຟ້າຂອງລາວ ໃນປີ 2019 ມີພຽງແຕ່ 8 ຄັນເທົ່ານັ້ນ, ປີ 2022 ມີ 1.400 ຄັນ, ປີ 2023 ມີ 2.000 ກວ່າຄັນ, ປີ 2024 ມີ 8.000 ຄັນ ແລະ ຮອດປີ 2025 ເຮັດໃຫ້ຕົວເລກນໍາເຂົ້າສະສົມລົດໄຟຟ້າທັງໝົດມີສູງເຖິງ 12.000 ກວ່າຄັນ; ໃນນັ້ນຄາດວ່າການນໍາເຂົ້າລົດໄຟຟ້າສ່ວນໃຫຍ່ 80 ກວ່າເປີເຊັນແມ່ນຈາກປະເທດຈີນ. ການນໍາເຂົ້າລົດໄຟຟ້າສູ່ລາວ ມີຈຸດປ່ຽນທີ່ໜ້າສົນໃຈ ແລະ ຄູ່ຄວນເຜີຍແຜ່ຂໍ້ມູນທີ່ເປັນປະ ໂຫຍດ ໃຫ້ສັງຄົມຮັບຮູ້ຢ່າງກວ້າງຂວາງດັ່ງນີ້:  ລາວນໍາເຂົ້ານໍ້າມັນເຊື້ອໄຟ (ແອັດຊັງ ແລະ ກາຊວນ) ໂດຍສະເລ່ຍມູນຄ່າ 100 ລ້ານໂດລາຕໍ່ເດືອນ ໃນນັ້ນ ປີ 2020 ນໍາເຂົ້ານໍ້າມັນມູນຄ່າ 400-500 ລ້ານໂດລາຕໍ່ປີ, ປີ 2022 ມີມູນຄ່າ 1 ຕື້ກວ່າໂດລາຕໍ່ປີ, ປີ 2024 ມີມູນຄ່າ 1, 2 ຕື້ກວ່າໂດລາຕໍ່ປີ ເຊິ່ງການໃຊ້ຈ່າຍຄ່ານໍ້າມັນເຊື້ອໄຟນີ້ ໄດ້ກວມເອົາອັດຕາເກືອບ 8% ຂອງຈີດີພີລາວ ຖືວ່າເປັນການໃຊ້ງົບ ຈໍານວນຫລວງຫລາຍ ເຊິ່ງການນໍາເຂົ້ານໍ້າມັນ ກວມເອົາເກືອບໝົດເລີຍ.

       ສະນັ້ນ, ເສດຖະກິດຂອງເຮົາທຸກມື້ນີ້ ອາດຂັບເຄື່ອນດ້ວຍນໍ້າມັນກໍວ່າໄດ້. ເຖິງແນວໃດກໍຕາມ, ເມື່ອການນໍາເຂົ້າລົດໄຟຟ້າຢ່າງຕໍ່ເນື່ອງ ບວກຄ່ານິຍົມຂອງຄົນລາວ ຫັນປ່ຽນພຶດຕິກໍາ ຈາກການໃຊ້ລົດນໍ້າມັນ ມາເປັນການນໍາໃຊ້ໄຟ ຟ້າເພີ່ມຂຶ້ນຢ່າງກວ້າງຂວາງ ເຮັດໃຫ້ທ່າອ່ຽງຄວາມຕ້ອງການນໍາເຂົ້າ ນໍ້າມັນແອັດຊັງຫລຸດລົງຢ່າງຕໍ່ເນື່ອງ ເຊັ່ນ: ປີ 2023 ນໍາເຂົ້ານໍ້າມັນແອັດຊັງ 240 ລ້ານໂດລາຕໍ່ປີ, ແຕ່ປີ 2024 ເຫັນວ່າຄວາມຕ້ອງການນໍ້າມັນແອັດຊັງ ຫລຸດລົງເຫລືອພຽງແຕ່ 230 ລ້ານໂດລາຕໍ່ປີເທົ່ານັ້ນ,  ຫລຸດລົງ 4,8%, ໃນ 10 ເດືອນຂອງປີນີ້ ການນໍາເຂົ້ານໍ້າມັນມີພຽງ 160 ລ້ານໂດລາ ແລະ ສາມາດປັດຢັດນໍ້າມັນໄດ້ 20 ລ້ານລິດ. ສະນັ້ນ, ຄໍາຖາມມີຢູ່ວ່າຄວາມຕ້ອງການນໍ້າມັນນີ້ມັນຫາຍໄປໃສ? ອັນນີ້ສະແດງວ່າສ່ວນໜຶ່ງ ມາຈາກລົດໄຟຟ້າແນ່ນອນ. ນອກຈາກນັ້ນ, ເຫດຜົນຫລັກຂອງຄົນ ຫັນມາໃຊ້ລົດໄຟຟ້າ ຄື: ຄວາມປະຢັດ ເພາະວ່າມັນເປັນລົດທາງເລືອກໃໝ່ ເຮັດໃຫ້ປະຊາຊົນ ຢາກປ່ຽນວິທີການແບບດັ້ງເດີມ ຍຶດຕິກັບການນໍາໃຊ້ລົດນໍ້າມັນຍາວນານ ບວກກັບລາຄານໍ້າມັນແພງຂຶ້ນ ນັບມື້ແບກຮາບພາລະບໍ່ໄຫວ ຈຶ່ງລອງມາໃຊ້ລົດໄຟຟ້າ ແລະ ມັນກໍປະຢັດແທ້. ຖ້າເຮົາມາເບິ່ງຄວາມຟູມເຟືອຍແລ້ວ ລາຄາສະເລ່ຍລົດໄຟຟ້າ ກັບລົດນໍ້າມັນເຫັນວ່າ: ລາຄາລົດ ໄຟຟ້າຖືກກວ່າ, ສາມາດຈັບຕ້ອງໄດ້, ເມື່ອນໍາເຂົ້າມາແລ້ວມີອາກອນຊົມໃຊ້ພຽງແຕ່ 3% ແລະ ອາກອນມູນຄ່າເພີ່ມ 10%, ບໍ່ວ່າຈະເປັນລົດນໍ້າມັນ ແລະ ລົດໄຟຟ້າ ບໍ່ມີພາສີນໍາເຂົ້າ ເພາະພາສີການຄ້າເສລີ. ໃນອະນາຄົດອັນຕໍ່ໜ້ານີ້, ບັນດາຜູ້ປະກອບການ ແລະ ນັກວິເຄາະຄາດວ່າ: ຈີນຈະບໍ່ພຽງເປັນຜູ້ນໍາໜ້າໂລກດ້ານລົດໄຟຟ້າ ແຕ່ຍັງຈະເປັນຜູ້ນໍາ ດ້ານເຕັກໂນໂລຊີເອໄອ, ພະລັງງານສະອາດ, ອາວະກາດ ແລະ ອື່ນໆ ເຊິ່ງຈະເຮັດໃຫ້ມວນມະນຸດ ເຂົ້າເຖິງການຊົມໃຊ້ລົດໄຟຟ້າຄຸນນະພາບໃໝ່ ກັບລະບົບເອໄອ ແລະ ໝໍ້ໄຟທີ່ມີອາຍຸການໃຊ້ງານ ຍາວນານຂຶ້ນມາພ້ອມກັນ. ອັນທີ່ສໍາຄັນທີ່ສຸດ ໄດ້ສ້າງຄວາມສົນໃຈ ແລະ ຕິດຕາມຢ່າງໄກ້ຊິດຕໍ່ຊາວໂລກ ຄື: ຫວ່າງບໍ່ດົນມານີ້ ຈີນເຜີຍແຜ່ “ຂໍ້ສະເໜີ” ກ່ຽວ​ກັບແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ​ຄັ້ງ​ທີ 15 (ປີ 2026-2030) ໄດ້ຕີລາຄາໃນແງ່ບວກ ຍ່ອມໝາຍຄວາມວ່າໂອກາດທາງການຄ້າ, ການລົງທຶນ, ເຕັກໂນໂລຊີ, ການທ່ອງທ່ຽວ, ການສຶກສາ ແລະ ການເຊື່ອມໂຍງ-ເຊື່ອມຈອດ ພື້ນຖານໂຄງລ່າງແມ່ນຄຸນນະພາບ ໃໝ່ຈາກການເປີດປະເທດ ​ໃນລະດັບສູງຂອງຈີນ ເຊິ່ງຈະເຮັດໃຫ້ມວນມະນຸດ ສາມາດຊົມໃຊ້ສິນ ຄ້າຂອງຈີນທີ່ມີຄຸນນະພາບໃໝ່, ລາຄາເປັນມິດຈັບຕ້ອງໄດ້, ອາຍຸການໃຊ້ງານຍາວນານ ແລະ ສາມາດອອກ ຈາກການຄວບງໍາ ລະບົບຜູກຂາດການຄ້າ-ຄາລາບີບຮັດ ທີ່ແພງຂອງບາງຊາດຕາເວັນຕົກໄດ້ຢ່າງແທ້ງຈິງ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

ads
ads

Top