ນຳສະເໜີ ແອັບບຸກແນ ບໍລິການນັກທ່ອງທ່ຽວຮູບແບບໃໝ່

26/09/2022 15:58
Email Print 560
ຂປລ ຂປລ. ໃນວັນທີ 26 ກັນຍາ 2022, ທີ່ໂຮງແຮມລາວພລາຊາ ນະຄອນຫລວງວຽງຈັນ ໄດ້ມີການນຳສະເໜີ ແອັບພລິເຄຊັນ ບຸກແນ(Book Nea) ໂດຍການຮ່ວມມື ຂອງບໍລິສັດບຸກແນອິນ ຈຳກັດ ແລະ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ເຊິ່ງເປັນແອັບໃຫ້ບໍລິການຈອງທີ່ພັກ, ຈອງປີ້ລົດເມ, ລົດໄຟລາວ-ຈີນ, ຈອງປີ້ກິດຈະກຳຄອນເສີດ ແລະ ຈອງປີ້ຍົນພາຍໃນປະເທດ

ຂປລ. ໃນວັນທີ 26 ກັນຍາ 2022, ທີ່ໂຮງແຮມລາວພລາຊາ ນະຄອນຫລວງວຽງຈັນ ໄດ້ມີການນຳສະເໜີ ແອັບພລິເຄຊັນ ບຸກແນ(Book Nea) ໂດຍການຮ່ວມມື ຂອງບໍລິສັດບຸກແນອິນ ຈຳກັດ ແລະ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ເຊິ່ງເປັນແອັບໃຫ້ບໍລິການຈອງທີ່ພັກ, ຈອງປີ້ລົດເມ, ລົດໄຟລາວ-ຈີນ, ຈອງປີ້ກິດຈະກຳຄອນເສີດ ແລະ ຈອງປີ້ຍົນພາຍໃນປະເທດ ເພື່ອໃຫ້ບໍລິການທ່ອງທ່ຽວຮູບແບບໃໝ່ ໃຫ້ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໄດ້ນຳໃຊ້ແອັບການບໍລິ ການແບບອອນລາຍ ໂດຍຄົນລາວສ້າງ 100%, ພ້ອມທັງສົ່ງເສີມ ການປະຊາສຳພັນ ການທ່ອງທ່ຽວ ໃຫ້ນັກທ່ອງທ່ຽວ ໄດ້ເຂົ້າເຖິງຂໍ້ມູນຂ່າວສານ ດ້ານການທ່ອງທ່ຽວ ພາຍໃນປະເທດ.

ທ່ານ ນາງ ດາລານີ ພົມມະວົງສາ ຫົວໜ້າກົມຄຸ້ມຄອງ ທຸລະກິດທ່ອງທ່ຽວ ກະຊວງ ຖວທ ໄດ້ມີຄຳເຫັນວ່າ: ການສ້າງແອັບດັ່ງກ່າວນີ້ ເປັນຄວາມຄິດທີ່ດີ ເຊິ່ງເປັນການສ້າງ ແລະ ພັດທະນາ ໃຫ້ເຊື່ອມໂຍງກັບ ຂໍ້ມູນຂ່າວສານ ທີ່ຮວບຮວມໄວ້ເທິງ ໂທລະສັບມືຖື ເພື່ອອຳນວຍຄວາມສະດວກ ໃຫ້ນັກທ່ອງທ່ຽວ ໂດຍການຮ່ວມມືຂອງພາກລັດ ແລະ ພາກທຸລະກິດ ໃຫ້ສາມາດບັນລຸຕາມຈຸດປະສົງ ແລະ ເປົ້າໃຫ້ມີປະສິດທິພາບ ຕາມທີ່ໄດ້ວາງໄວ້. ໃນນີ້, ພາກລັດຈະເປັນຜູ້ສົ່ງເສີມ ດ້ານນະໂຍບາຍ ແລະ ພາກທຸລະກິດເປັນຜູ້ຈັດຕັ້ງປະຕິບັດ ເພື່ອໃຫ້ນັກທ່ອງທ່ຽວໄດ້ນຳໃຊ້ ການບໍລິການທີ່ມີຄຸນນະພາບ  ແລະ ປະສົບການທີ່ດີ ໃນດ້ານການທ່ອງທ່ຽວ, ຊຸກຍູ້ການພັດທະນາ ເສດຖະກິດ ແລະ ສັງຄົມ ໃນການກ້າວເຂົ້າສູ່ການຫັນເປັນເສດຖະກິດ ດີຈີຕອນເທື່ອລະກ້າວ.

ຂ່າວ ສົມຫວັງ

ພາບ ອ່າຍຄຳ

KPL

ຂ່າວອື່ນໆ

ads
ads

Top