ນີເຊຣີ ຮັບມືກັບໄພນ້ຳຖ້ວມຢ່າງໜັກມີຜູ້ເສຍຊີວິດກວ່າ300ຄົນ

22/09/2022 20:42
Email Print 367
ຂປລ ໜ່ວຍ​ງານ ຈັດການ​ໄພພິບັດ ນີ​ເຊຣີ ລາຍ​ງານ​ວ່າ: ​ໄພ​ນ້ຳ​ຖ້ວມ​ໃນ ນີ​ເຊຣີ ປີ​ນີ້ ມີ​ຜູ້​ເສຍ​ຊີວິດ ​ຫລາຍ​ກວ່າ 300ຄົນ ​ແລະ ສະຖານະ​ການ ​ອາດ​ຮຸນ​ແຮງ​ ຫລາຍ​ກວ່າ​ນີ້

ຂປລ.ສຳນັກ​ຂ່າວ ຣອຍ​ເຕີ,ວັນ​ທີ22 ​ກັນຍາ​ນີ້,ໜ່ວຍ​ງານ ຈັດການ​ໄພພິບັດ ນີ​ເຊຣີ ລາຍ​ງານ​ວ່າ: ​ໄພ​ນ້ຳ​ຖ້ວມ​ໃນ ນີ​ເຊຣີ ປີ​ນີ້ ມີ​ຜູ້​ເສຍ​ຊີວິດ ​ຫລາຍ​ກວ່າ 300ຄົນ ​ແລະ ສະຖານະ​ການ ​ອາດ​ຮຸນ​ແຮງ​ ຫລາຍ​ກວ່າ​ນີ້ ​ເນື່ອງ​ຈາກ ຝົນຕົກ​ໜັກ ​ແລະ ຜົນ​ກະທົບ ​ຂອງ​ນ້ຳ ທີ່​ປ່ອຍ​ອອກ​ ຈາກ​ເຂື່ອນ​ ໃນ​ແຄ​ເມີຣູນ ສ້າງ​ຜົນ​ກະທົບ​ຕໍ່14​ລັດ​ ຂອງ​ປະ​ເທດນີ້. ຂະນະ​ທີ່ ປະຊາຊົນ​ ຫລາຍ​ກວ່າ100.000ຄົນ ຕ້ອງຍົກຍ້າຍ​ ອອກ​ຈາກ​ ທີ່ຢູ່​ອາ​ໄສ ​​ໃຫ້ໄປ​ຢູ່​ ສູນ​ພັກ ​ຊົ່ວຄາວ ​ເພື່ອ​ຄວາມ​ປອດ​ໄພ.ປັດຈຸບັນ ​ເຈົ້າໜ້າ​ທີ່ ​ກູ້​ໄພ ພວມ​ໃຫ້ການ​ຊ່ວຍ​ເຫລືອ ​ຜູ້​ເຄາະ​ຮ້າຍ​ ພ້ອມ​ທັງ​ ກຽມສະບຽງ​ອາຫານ, ນ້ຳ​ດື່ມ ​ແລະ ​ເຄື່ອງ​ໃຊ້​ທີ່​ຈຳ​ເປັນ ​ໃຫ້​ກັບ ​ຜູ້​ປະສົບ​ໄພ ​ໃນ​ຄັ້ງນີ້ ຢ່າງ​ຮີບ​ດ່ວນ./. (ພາກ​ຂ່າວ: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

KPL

ຂ່າວອື່ນໆ

ads
ads

Top