ເພີ່ມພູນຄູນສ້າງນ້ຳໃຈແຫ່ງຄວາມສາມັກຄີແບບພິເສດແລະມິດຕະພາບອັນຍິ່ງໃຫຍ່ລະຫວ່າງລາວ-ຫວຽດນາມ

22/09/2022 09:53
Email Print 653
ຂປລ ດຈະທຳໄດ້ສະແດງອອກຢ່າງຈະແຈ້ງກ່ອນຈະມີມູນມໍລະດົກ ທີ່ລ້ຳຄ່າຕ້ອງຜ່ານການອອກແຮງງານ ບໍ່ຈັກວ່າເທົ່າໃດ ເຊິ່ງມັນໄດ້ສ່ອງແສງ ໃຫ້ເຫັນເຖິງກົດເກນ ພາວະວິໄສຂອງຊົນຊັ້ນກຳມະຊີບ ກໍຄືແບບຢ່າງມູນເຊື້ອ ແຫ່ງການກຳເນີດເຕີບໃຫຍ່ ຂະຫຍາຍຕົວຂອງຄວາມ ສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດລາວ ແລະ ຫວຽດນາມນັ້ນ ໄດ້ຜ່ານບົດທົດສອບ ແຫ່ງສົ່ງຄາມປົດປ່ອຍຊາດ ຈົນກາຍເປັນມູນ ມໍລະດົກອັນລ້ຳຄ່າ ທີ່ປະຊາຊົນສອງຊາດ ແຕ່ລະຮຸ່ນຄົນເປັນຜູ້ເສີມສ້າງ ແລະ ສືບທອດມາຮອບປັດຈຸບັນ ແລະ ນັບມື້ຍິ່ງໄດ້ຮັບການ ເສີມຂະຫຍາຍແຕກດອກອອກຜົນ ເຂົ້າສູ່ລວງເລິກ ແລະ ຮອບດ້ານ.

         



ພາບປະກອບ


ສັດຈະທຳໄດ້ສະແດງອອກຢ່າງຈະແຈ້ງກ່ອນຈະມີມູນມໍລະດົກ ທີ່ລ້ຳຄ່າຕ້ອງຜ່ານການອອກແຮງງານ ບໍ່ຈັກວ່າເທົ່າໃດ ເຊິ່ງມັນໄດ້ສ່ອງແສງ ໃຫ້ເຫັນເຖິງກົດເກນ ພາວະວິໄສຂອງຊົນຊັ້ນກຳມະຊີບ ກໍຄືແບບຢ່າງມູນເຊື້ອ ແຫ່ງການກຳເນີດເຕີບໃຫຍ່ ຂະຫຍາຍຕົວຂອງຄວາມ ສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດລາວ ແລະ ຫວຽດນາມນັ້ນ ໄດ້ຜ່ານບົດທົດສອບ ແຫ່ງສົ່ງຄາມປົດປ່ອຍຊາດ ຈົນກາຍເປັນມູນ ມໍລະດົກອັນລ້ຳຄ່າ ທີ່ປະຊາຊົນສອງຊາດ ແຕ່ລະຮຸ່ນຄົນເປັນຜູ້ເສີມສ້າງ ແລະ ສືບທອດມາຮອບປັດຈຸບັນ ແລະ ນັບມື້ຍິ່ງໄດ້ຮັບການ ເສີມຂະຫຍາຍແຕກດອກອອກຜົນ ເຂົ້າສູ່ລວງເລິກ ແລະ ຮອບດ້ານ. 

ລາວ-ຫວຽດນາມ ເປັນປະເທດບ້ານໃກ້ເຮືອນຄຽງ ຕັ້ງຢູ່ແຫຼມອິນດູຈີນ, ມີຊາຍແດນຮ່ວມກັນ ຍາວຢຽດແຕ່ ເໜືອຮອດໃຕ້ ພ້ອມກັນອີງຫຼັງໃສ່ ສາຍພູຫຼວງທີ່ສູງສະຫງ່າ ພ້ອມກັນຊົມໃຊ້ ແມ່ນ້ຳລຳເຊພູຜາປ່າດົງ ດິນ ດອນ ຕອນຫຍ້າ ເພື່ອດຳລົງຊີວິດ. ປະຊາຊົນສອງຊາດ ໄດ້ໄປມາຫາສູ່ພົວພັນ, ທຳມາຫາກິນ ແລະ ຄ້າຂາຍຮ່ວມກັນ ຢູ່ຕາມຊາຍແດນ ຂອງສາຍພູຫຼວງ, ເຄີຍມີມູນເຊື້ອສາມັກຄີ ຮັກແພງຊ່ວຍເຫຼືອກັນ, ເຄີຍກິນນ້ຳ ຮ່ວມ ສາຍ, ກິນປາຮ່ວມຫ້ວຍ, ມີວັດທະນະທໍາຮີດຄອງປະເພນີ, ແບບແຜນການດຳລົງຊີວິດ, ຄວາມເຊື່ອຖືທີ່ຄ້າຍຄືກັນ. ດ້ວຍມູນເຊື່ອ ທີ່ມີມາເຫີງນານນັ້ນ ໄດ້ກໍ່ເປັນຮູບເປັນຮ່າງ ໃນໄລຍະແຫ່ງການ ຮ່ວມສຳພັນສູ້ຮົບ ໂດຍ ພາຍໃຕ້ການນຳພາ ຂອງພັກອິນດູຈີນ. ການປະຕິວັດລາວ ແລະ ຫວຽດນາມ ໄດ້ຄຽງບ່າຄຽງໄຫຼ່ ຮ່ວມສຳພັນສູ້ຮົບ ໃນຂຸມຄອງດຽວກັນ, ສັດຕູ້ໂຕດຽວກັນ ແລະ ຈຸດໝາຍອັນດຽວກັນ ຄືືຄວາມເປັນເອກະລາດແຫ່ງຊາດ, ການຕີເອົາຊະນະຈັກກະພັດ ຜູ້ຮຸກຮານ, ເລືອດເນື້ອເຫື່ອໄຄ, ການເສຍສະລະຊີວິດ ເພື່ອປະເທດຊາດ ຂອງກອງທັບ ແລະ ປະຊາຊົນສອງຊາດ ໄດ້ກາຍເປັນແບບຢ່າງ ສາກົນອັນຜ່ອງໃສ ແຫ່ງຄວາມສຳພັນ ແບບພິເສດທີ່ ຫາໄດ້ຍາກ ໃນໂລກນີ້ຄື ດັ່ງປະທານ ໂຮຈີ່ມິງ ກ່າວໄວ້ວ່າ: "ຮັກຫອມກັນໝາຍໝັ້ນ ຫຼາຍສັນພູກໍປີ້ນໄຕ່ ຫຼາຍນ້ຳໃຫຍ່ ແລະ ໂຄກຄ້ອຍ ຂວາງກັ້ນກໍດຸ້ງໄປ ສອງຊາດລາວ-ຫວຽດ ໄດ້ຝັງຄວາມຮັກຢູ່ໃນໃຈ ຮົ່ງຮ່າທັງແມ່ຂອງ ບໍ່ເລິກປຸຸນປານ ໄດ້". ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ, ລາວ-ຫວຽດນາມ ກ້າວສູ່ໄລຍະພັດທະນາໃໝ່ ໂດຍໄດ້ເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ໃນວັນທີ 18  ກໍລະກົດ 1977 ທີ່ນະຄອນຫຼວງ ວຽງຈັນ ເຊິ່ງເປັນການ ວາງ ຮາກຖານດ້ານນິຕິ ກຳອັນໝັ້ນຄົງ ໃຫ້ແກ່ສາຍພົວພັນ ລາວ-ຫວຽດ, ການຮ່ວມມືຮອບ ດ້ານລະຫວ່າງສອງປະເທດ ໄດ້ຮັບການປັບປຸງ ແລະ ຂະຫຍາຍຕົວຢ່າງ ບໍ່ຢຸດຢັ້ງທາງລວງກວ້າງ ແລະ ລວງເລິກ ບັນລຸຄວາມ ເຊື່ອໃຈ ກັນຢ່າງໜັກແໜ້ນ ທັງໃນຂົງເຂດການເມືອງ, ເສດຖະກິດ, ສຶກສາ, ວັດທະນະທຳສັງຄົມ, ປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດ ທັງລະດັບມະຫາພາກ ແລະ ຈຸລະພາກ.

 ໝາກຜົນພົ້ນເດັ່ນຂອງສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ ລາວ-ຫວຽດນາມ ສະແດງອອກຫຼາຍດ້ານ ເປັນຕົ້ນ ດ້ານການເມືອງ ໄດ້ຮັບການປັບປຸ່ງ ແລະ ເສີມຂະຫຍາຍ ຢ່າງໜັກແໜ້ນ, ສ້າງຄວາມໄວ້ເນື້ອເຊື້ອໃຈ ເຊິ່ງກັນແລະກັນ. ຄວາມຜູກພັນ ລະຫວ່າງການນຳ ແລະ ປະຊາຊົນສອງປະເທດ, ບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງນັບແຕ່ ສູນກາງລົງຮອດ ທ້ອງຖິ່ນເລິກເຊິ່ງກວ່າເກົ່າ. ດ້ານການຮ່ວມມື ການພັດທະນາ ຊັບພະຍາກອນມະນຸດ ໄດ້ເປີດກວ້ງຫຼາຍຮູບການ ເຊິ່ງຕອບສະໜອງໄດ້ ຕາມຄວາມຮຽກຮ້ອງຕ້ອງການ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາ ປະ ເທດຊາດ ນັບແຕ່ສົງຄາມ ຈົນຮອດປັດຈຸບັນ, ຫວຽດນາມ ໄດ້ສ້າງພະນັກງານ ໃຫ້ລາວໜຶ່ງແສນກວ່າຄົນ. ສ່ວນລາວກໍໃຫ້ບຸລິມະສິດ ທຶນການສຶກສາ ນັກສຶກສາຫວຽດນາມ ມາຮຽນຢູ່ມະຫາວິທະຍາໄລ ແຫ່ງຊາດລາວ. ດ້ານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ໄດ້ສືບຕໍ່ປະສານກັນຢ່າງແໜ້ນແຟ້ນ, ຮັບປະກັນສະຖຽນລະພາບ ດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ທາງສັງຄົມ, ດຳເນີນການ ປັກຫຼັກໝາຍຊາຍແດນ ແລະ ເປີດດ່ານຊາຍແດນ ເຮັດໃຫ້ຊາຍແດນ ສອງປະເທດກາຍເປັນ ຊາຍແດນແຫ່ງສັນຕິພາບ, ມິດຕະພບ ແລະການຮ່ວມມື. ດ້ານເສດຖະກິດ ຄິດສະເລ່ຍບາງປີ ວິສາຫະກິດຫວຽດນາມ ມາລົງທຶນຢູ່ລາວ ໃນອັນດັບຕົ້ນໆ ຂອງ ການລົງທຶນ, ຫຼາຍໂຄງການມີມູນຄ່າ ຫຼາຍພັນລ້ານໂລລາສະຫະລັດ. ດ້ານການຄ້າໄດ້ສືບຕໍ່ປະຕິບັດ ກົນໄກບຸລິມະສິດ ຜ່ອນຜັນອັດຕາພາສີເຊິ່ງກັນ ແລະ ກັນ, ການຊ່ວຍເຫຼືອຂອງຫວຽດນາມ ໃຫ້ແກ່ລາວໄດ້ຊ່ວຍສ້າງ ພື້ນ ຖານໂຄງລ່າງເຊັ່ນ: ການພັດທະນາຕົວເມືອງ, ຖະໜົນຫົນທາງ, ຂົວ, ຊົນລະປະທານ, ໄຟຟ້ານ້ຳຕົກ, ໂຮງໝໍ, ໂຮງຮຽນ, ຫໍພິພິທະພັນ ແລະ ອື່ນໆ, ອະນຸຍາດໃຫ້ລາວ ນຳໃຊ້ທ່າເຮືອນ້ຳເລິກ ໃນຫວຽດນາມ, ປະສານງານ ຮ່ວມມື ປະຕິບັດການເພື່ອຄົ້ນຫາ, ເກັບກູ້ ແລະ ທ້ອນໂຮມອັດຖິຊ່ຽວຊານ ທະຫານອາສາສະໝັັກຫວຽດນາມ ທີ່ເສຍຊີວິດໃນສະໄໝສົງຄາມ ຢ່ແຜ່ນດິນລາວ ກັບຄືນປະຫຼາຍພັນກວ່າຄົນ.

 ປັດຈຸບັນເຖິງວ່າສະພາບການຂອງໂລກ ຜັນປ່ຽນໄປຢ່າງສະຫລັບຊັບຊ້ອນ, ແຕ່ບົນພື້ນຖານ ສະຫາຍອ້າຍນ້ອງ ໃນໄລຍະການແພ່ລະບາດ ພະຍາດໂຄວິດ-19, ສອງຝ່າຍໄດ້ຊ່ວຍເຫຼືອ ເຊິ່ງກັນແລະກັນ ດ້ານວັດຖຸປັດໄຈ ຕ່າງໆ ນັບທັງສູນກາງ ລົງຮອດທ້ອງຖິ່ນເຊັ່ນ: ການເງິນ, ອຸປະກອນທາງການແພດ, ວັກຊີນ ແລະ ສົ່ງຊ່ຽວຊານເຂົ້າມາຊ່ວຍລາວ. ການຢ້ຽມຢາມກັນເຊິ່ງກັນແລະກັນ ຂອງການນຳຂັ້ນສູງ ໂດຍສະເພາະ ການມາຢ້ຽມຢາມ ລາວ ຢ່າງເປັນທາງການ ແລະ ເປັນປະເທດທຳອິດຂອງທ່ານ ຫວງຽນຊວນຟຸກ ປະທານປະເທດ ພາຍຫຼັງໄດ້ຮັບໜ້າທີ່ໃໝ່, ການໄປຢ້ຽມຢາມ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ໃນເດືອນ ມິຖຸນາ ຫຼັງໄດ້ຮັບດຳລົງຕຳແໜ່ງໃໝ່ ແລະ ການພົບປະ ຂອງສອງນາຍົກລັດຖະມົນ ຕີຕົ້ນປີ 2022 ທີ່ຮ່າໂນ້ຍ ເຫດການເຫລົ່ານີ້ ໄດ້ພິສູດໃຫ້ເຫັນຢ່າງຈະແຈ້ງ ຕໍ່ການໃຫ້ຄວາມສຳຄັນຕໍ່ກັນ, ຄວາມເປັນຫ່ວງ ເປັນໃຍ ແລະ ຮ່ວມກັນຄຽງບ່າຄຽງໄຫຼ່ ພ້ອມກັນຜ່ານຜ່າ ຄວາມຫຍຸ້ງຍາກ ອຸປະສັກນານາປະການ ບົນພື້ນຖານຈິດໃຈ "ເຂົ້າເມັດຫັກ ຜັກເສັ້ນດຽວ ກໍບິແບ່ງປັນກັນ".

 ສະຫຼຸບມູນເຊື້ອ ແລະ ຄວາມສາມັກຄີແບບພິເສດ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ນັບມື້ຍິ່ງໄດ້ຮັບການຍົກສູງ, ເພີ່ມພູນຄູນສ້າງ ຈະເລີນງອກງາມ, ເສີມຂະຫຍາຍສູ່ລວງເລິກ ແລະ ຮອບດ້ານ. ພວກ ເຮົາລູກຫຼານຄົນຮຸ່ນໃໝ່ ພ້ອມແລ້ວຈະເປັນຜູ້ສືບທອດ, ຖະນຸຸຖະໜອມ ແລະ ປົກປັກຮັກ ມູນມໍລະດົກອັນລ້ຳຄ່ານີ້ໄວ້ ໃຫ້ຄົນຮຸ່ນຕໍ່ໄປ, ຕັ້ງໜ້າເພີ່ມທະວີ ສາຍພົວພັນມິດຕະພາບນີ້ ໃຫ້ນັບມື້ຂະຫຍາຍຕົວ ຢ່າງໝັ້ນຄົງ ແລະ ນຳໄປສູ່ຍອດສູງໃໝ່ ສອດຄ່ອງກັບແນວທາງ ປ່ຽນແປງໃໝ່ຂອງສອງປະເທດ, ເພື່ອຕອບສະໜອງ ຜົນປະໂຫຍດລວມ ຂອງປະຊາຊົນສອງຊາດ, ເພື່ອສັນຕິພາບ, ສະຖຽນນະພາບ, ຄວາມຮັ່ງມີຜາສຸກ ທັງເປັນການ ຍົກສູງພາລະບົດບາດ ຂອງສອງຊາດສູ່ເວທີ ພາກພື້ນ ແລະ ສາກົນ ດັ່ງຄຳສອນທີ່ປະທານ ໄກສອນ ໄດ້ກ່າວໄວ້ວ່າ: "ເຖິງພູຈະເຊາະເຈື່ອນ ແມ່ນ້ຳລຳເຊຈະເຫືອດແຫ້ງ, ແຕ່ສາຍພົວພັນ ມິດຕະພາບ ລາວ- ຫວຽດນາມ ຈະ ໝັ້ນຄົງທະນົງ ແກ່ນຊົ່ວກາລະນານ".

ໂດຍ: ທິບພະວົງ ສຸມາວັດ

KPL

ຂ່າວອື່ນໆ

    • ມ່ວນຊືນໃຫ້ພໍດີບົດ-ສາລະຄະດີ

      ມ່ວນຊືນໃຫ້ພໍດີ

      4/11/2024 9:20:19 AM

      ມື້ຮືກໍ່ເຂົ້າສູ່ເທສະການສະຫລອງສົ່ງທ້າຍປີເກົ່າຕ້ອນຮັບປີ ໃໝ່ລາວ ພ.ສ 2567 ແລ້ວ, ນັບແຕ່ທ້າຍອາທິດແລ້ວມາອາທິດນ້ີຍິນມາວ່າຫລາຍສໍານັກງານຫ້ອງການ ແລະ ຄອບຄົ ໄດ້ສັງສັນສາມັກຄີກັນລ່ວງໜ້າແດ່ແລ້ວ ເພື່ອວ່າໃນໄລຍະສະຫລອງບຸນແທ້ໆຕ່າງຄົນໄປຕາມເປົ້າໝາຍໃຜລາວ, ເປັນການໝູນໃຊ້ກາລະໂອກາດອັນອໍານວຍ ໄດ້ທັງຮີດຄອງ ແລະ ຄວາມສາມັກຄີ.

    • ສະກັດກັ້ນການສວຍໂອກາດບົດ-ສາລະຄະດີ

      ສະກັດກັ້ນການສວຍໂອກາດ

      4/9/2024 5:58:32 AM

      ໃກ້ຮອດປີໃໝ່ລາວ, ອາທິດນີ້ຈະມີຫລາຍສໍານັກງານອົງການ ຕະຫລອດຮອດຄອບຄົວຫົວເຮືອນ ມີແຜນຈັດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ເພື່ອວ່າໄລຍະປີໃໝ່ ເອົາເວລາໄປທ່ອງທ່ຽວສົ່ງເສີມປີທ່ອງທ່ຽວລາວ ໃຫ້ຄຶກຄື້ນມ່ວນຊື່ນພາຍໃຕ້ຄໍາຂວັນ ທ່ອງທ່ຽວປອດໄພ ຊື່ນໃຈວັດທະນະທໍາ, ທໍາມະຊາດ ແລະ ປະຫວັດສາດ.

    • ຊາວໜຸ່ມລາວ ແມ່ນກຳລັງແຮງໃນພາລະກິດສ້າງສາພັດທະນາປະເທດຊາດບົດ-ສາລະຄະດີ

      ຊາວໜຸ່ມລາວ ແມ່ນກຳລັງແຮງໃນພາລະກິດສ້າງສາພັດທະນາປະເທດຊາດ

      4/9/2024 5:45:56 AM

      ພັກປະຊາຊົນ ປະຕິວັດລາວໄດ້ຂະໜານນາມຊາວໜຸ່ມວ່າ: ເປັນແຂນຂວາຂອງພັກ, ເປັນກະດູກສັນຫລັງຂອງປະເທດຊາດ, ເປັນຜູ້ສືບທອດທີ່ຈົ່ງຮັກພັກດີຂອງປະເທດຊາດ, ມູນເຊື້ອ ແລະ ວິລະກໍາຂອງຊາດໄດ້ຮັບການຜັນຂະຫຍາຍ ເປັນການກະທໍາປະຕິວັດຂອງຊາວໜຸ່ມ ຊຶ່ງສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງພັກ, ຂອງປະເທດຊາດ ແລະ ເຮັດສໍາເລັດພາລະກໍາຂອງຕົນ.

    • 60 ປີ ຊາວໜຸ່ມລາວ ເຕີບໃຫຍ່ຂະຫຍາຍຕົວໃນທຸກພາລະກິດຂອງຊາດບົດ-ສາລະຄະດີ

      60 ປີ ຊາວໜຸ່ມລາວ ເຕີບໃຫຍ່ຂະຫຍາຍຕົວໃນທຸກພາລະກິດຂອງຊາດ

      4/8/2024 11:28:13 AM

      ຕະຫລອດໄລຍະ 69 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ, ຊາວໜຸ່ມປະຊາຊົນ ປະຕິວັດລາວ ແມ່ນມີບົດບາດສໍາຄັນໃນທຸກພາລະກິດຂອງຊາດ ແລະ ມີບົດບາດໃນການຕັດສິນທຸກໄຊຊະນະຂອງການປະຕິວັດຊາດ ເພາະຊາວໜຸ່ມແມ່ນກໍາລັງແຂນຂວາຂອງຂອງພັກ, ເປັນກະດູກສັນຫລັງຂອງຊາດ ທີ່ເຕັມໄປດ້ວຍມູນເຊື້ອນໍ້າໃຈຮັກເຊື້ອແພງຊາດອັນດູດດື່ມ ມີວັດທະນະທໍາອັນດີງາມ ແລະ ມີ ຄວາມເສຍສະຫລະອັນສູງສົ່ງໃນການປະກອບສ່ວນໃນພາລະກໍາປະຫວັດສາດ ແລະ ເຮັດສໍາເລັດໜ້າທີ່ຂອງການປະຕິວັດປະຊາທິປະໄຕ.

    • ລ້ຽງໄກ່ພັນໄຂ່ ລາຍຮັບດີມີກຳໄລບົດ-ສາລະຄະດີ

      ລ້ຽງໄກ່ພັນໄຂ່ ລາຍຮັບດີມີກຳໄລ

      4/8/2024 11:20:26 AM

      ໄຂ່ ເປັນອາຫານທີ່ນິຍົມຊົມຊອບຂອງຜູ້ບໍລິໂພກ ເນື່ອງຈາກວ່າສາມາດນໍາມາປຸງແຕ່ງອາຫານໄດ້ຫລາກຫລາຍ ບໍ່ວ່າຈະຕົ້ມ, ຂົ້ວ ຫລື ເປັນສ່ວນປະກອບຂອງອາຫານເຍື່ອງອື່ນໆ ກໍ່ແຊບຊ້ອຍ, ກິນງ່າຍໄດ້ທັງເດັກນ້ອຍ ແລະ ຜູ້ໃຫຍ່.

ads
ads

Top