ທະນາຄານ ລາວ-ຫວຽດ ອວຍພອນ ຜູ້ອໍານວຍການໃຫຍ່ ຂ່າວສານປະເທດລາວ

10/08/2022 18:42
Email Print 606
ຂປລ ຂປລ. ​ໃນຕອນບ່າຍ​ວັນ​ທີ 10 ສິງຫາ 2022, ທ່ານ ນາງ ​ແສງ​ມະນີ ​ພິລາ​ວົງ ຫົວໜ້າໜ່ວຍງານ ພັດທະນາ ​ເຄື່ອງໝາຍການ​ຄ້າ ​ແລະ ສື່​ມວນ​ຊົນ ທະນາຄານ​ທຸລະ​ກິດ​ລາວ-ຫວຽດນາມ​ ຈໍາກັດ ພ້ອມ​ດ້ວຍ​ຄະນະ​ ໄດ້​ເຂົ້າ​ອວຍພອນທ່ານ ຄໍາ​ເຜີຍ​ ພິລາ​ພາ ​ຜູ້​ອໍານວຍ​ການ​ໃຫຍ່ ໜັງສືພິມປະ​ເທດ​ລາວ ​ເນື່ອງ​ໃນ​ໂອ ກາດ ວັນ​ສື່​ມວນ​ຊົນ​ແຫ່ງ​ຊາດ ​ແລະ ການ​ພິມ​ຈໍາໜ່າຍ ຄົບຮອບ 72 ​ປີ (13/8/1950-13/8/2022).

ຂປລ. ​ໃນຕອນບ່າຍ​ວັນ​ທີ 10 ສິງຫາ 2022, ທ່ານ ນາງ ​ແສງ​ມະນີ ​ພິລາ​ວົງ  ຫົວໜ້າໜ່ວຍງານ ພັດທະນາ ​ເຄື່ອງໝາຍການ​ຄ້າ ​ແລະ ສື່​ມວນ​ຊົນ ທະນາຄານ​ທຸລະ​ກິດ​ລາວ-ຫວຽດນາມ​ ຈໍາກັດ ພ້ອມ​ດ້ວຍ​ຄະນະ​ ໄດ້​ເຂົ້າ​ອວຍພອນທ່ານ ຄໍາ​ເຜີຍ​ ພິລາ​ພາ ​ຜູ້​ອໍານວຍ​ການ​ໃຫຍ່ ໜັງສືພິມປະ​ເທດ​ລາວ ​ເນື່ອງ​ໃນ​ໂອ ກາດ ວັນ​ສື່​ມວນ​ຊົນ​ແຫ່ງ​ຊາດ ​ແລະ ການ​ພິມ​ຈໍາໜ່າຍ ຄົບຮອບ 72 ​ປີ (13/8/1950-13/8/2022).

​ໃນ​​ໂອກາດ​ນີ້, ທ່ານ ຄໍາ​ເຜີຍ​ພິລາ​ພາ  ໄດ້ສະແດງຄວາມຊົມເຊີຍ ຍິນດີຕ້ອນຮັບ ແລະ ຕີລາຄາລາສູງ ຕໍ່ຜູ້ຕາງໜ້າທະນາຄານ​ ລາວ-​ຫວຽດ ຈຳກັດ ທີ່ຍາມໃດກໍ​ໃຫ້ຄວາມສຳຄັນ ຕໍ່ວຽກງານສື່ມວນຊົນ ​ແລະ ​ໄດ້​ມາ​ຢ້ຽມຢາມ ຖາມ​ຂ່າວ. ​ແນວ​ໃດ​ກໍດີ​ ຂໍ​ສືບຕໍ່ມູນ​ເຊື້ອ​ທີ່​ດີງາມ​ ໃນ​ການ​ຮ່ວມ​ມື​ກັນ​ ໃນ​ໄລຍະ​ໃໝ່ ​​ເພື່ອ​ຕອບ​ສະໜອງ ຄວາມ​ຮຽກຮ້ອງ​ຕ້ອງການ​ ໃນ​ການ​ພັດ​ທະນາ ການສື່ສານ​ຕໍ່ສັງຄົມ, ​ການ​ໂຄສະນາ​ໃຫ້​ມີ​ສີສັນ​ ບໍ່ວ່າ​ຈະ​ເປັນ​ບັນຫາ​ລວມ ຫລື ວຽກງານ ຂໍ້​ມູນ​ຂ່າວສານ ຂອງ​ທະນາຄານ ລາວ​-ຫວຽດ ກໍ​ລ້ວນ​ແຕ່​ເປັນ​ປະ​​ໂຫຍ​ດຕໍ່ສັງຄົມ; ສະ​ນັ້ນ, ​ຂ່າວສານ​ປະ​ເທດ​ລາວ ​ກໍ​ພ້ອມ​ໃຫ້ຄວາມ​ຮ່ວມ​ມືຕະຫລອດ​ໄປ.

ໃນໂອກາດນີ້, ຜູ້ຕາງໜ້າ ທະນາຄານ​ທຸລະ​ກິດ​ລາວ-ຫວຽດນາມ​ ຈໍາກັດ ກໍໄດ້ສະແດງຄວາມຂອບໃຈ ຕໍ່ ສຳນັກຂ່າວສານປະເທດລາວ ທີ່ໃຫ້ການສະໜັບສະໜູນ ຕະຫລອດມາ ໃນການໂຄສະນາເຜີຍແຜ່ ຂໍ້ມູນຂ່າວ ສານ, ບັນດາ ກິດຈະກຳຕ່າງໆ ຂອງທະນາຄານ ໃຫ້ກັບສັງຄົມໄດ້ຮັບຮູ້ ຢ່າງກວ້າງຂວາງ ໃນໄລຍະຜ່ານມາ ພ້ອມທັງຫວັງວ່າ  ສຳນັກຂ່າວສານປະເທດລາວ ຈະສືບຕໍ່ຮ່ວມມືກັນຕື່ມອີກໃນຕໍ່ໜ້າ.

KPL

ຂ່າວອື່ນໆ

ads
ads

Top