ສອງດ່ານສາກົນ ພູເກືອ-ເບີອີ ສືບຕໍ່ເສີມຂະຫຍາຍການຮ່ວມມື

09/08/2022 11:21
Email Print 3656
ຂປລ *ດ່ານສາກົນພູເກືອ ແຂວງອັດຕະປື ແຫ່ງ ສປປ ລາວ ແລະ ດ່ານສາກົນເບີອີ ແຂວງ ກອນຕູມ ສສ ຫວຽດນາມ ໄດ້ພ້ອມກັນສືບຕໍ່ ເສີມຂະຫຍາຍການຮ່ວມມື ໃນຫລາຍດ້ານ ເປັນຕົ້ນ: ການຄຸ້ມຄອງ ປົກປັກຮັກສາ ຄວາມສະຫງົບ, ຄວາມເປັນລະບຽບຮຽບ ຮ້ອຍ ຕາມຂອບເຂດ ຄວາມຮັບຜິດຊອບ, ເພີ່ມທະວີຮ່ວມມື ກັນສະກັດກັ້ນ ແລະ ຕ້ານການລັກລອບ ການເຂົ້າ-ອອກເມືອງ ຂອງພົນລະເມືອງ ທັງສອງຝ່າຍ, ສະກັດກັ້ນ ແລະ ຕ້ານການຄ້າຂາຍ ຢາເສບຕິດ ຕາມບໍລິເວນ ຂອບເຂດຊາຍແດນ.


*ດ່ານສາກົນພູເກືອ ແຂວງອັດຕະປື ແຫ່ງ ສປປ ລາວ ແລະ ດ່ານສາກົນເບີອີ ແຂວງ ກອນຕູມ ສສ ຫວຽດນາມ ໄດ້ພ້ອມກັນສືບຕໍ່ ເສີມຂະຫຍາຍການຮ່ວມມື ໃນຫລາຍດ້ານ ເປັນຕົ້ນ: ການຄຸ້ມຄອງ ປົກປັກຮັກສາ ຄວາມສະຫງົບ, ຄວາມເປັນລະບຽບຮຽບ ຮ້ອຍ ຕາມຂອບເຂດ ຄວາມຮັບຜິດຊອບ, ເພີ່ມທະວີຮ່ວມມື ກັນສະກັດກັ້ນ ແລະ ຕ້ານການລັກລອບ ການເຂົ້າ-ອອກເມືອງ ຂອງພົນລະເມືອງ ທັງສອງຝ່າຍ, ສະກັດກັ້ນ ແລະ ຕ້ານການຄ້າຂາຍ ຢາເສບຕິດ ຕາມບໍລິເວນ ຂອບເຂດຊາຍແດນ, ລວມທັງການຄ້າຂາຍເຖື່ອນ, ແກ້ໄຂສະພາບ ການແພ່ລະບາດ ຂອງພະຍາດຕ່າງໆ, ທັງສອງດ່ານຈະເອົາໃຈໃສ່ ການແຈ້ງສະພາບການ ກ່ຽວກັບສິນຄ້າ ທີ່ຕ້ອງຫ້າມໃນການສົ່ງອອກ-ນໍາເຂົ້າ ແລະ ສິນຄ້າອື່ນໆ ໃຫ້ກັນຊາບຢ່າງທັນການ, ສືບຕໍ່ເອົາໃຈໃສ່ ໃນການສື່ສານ ແລກປ່ຽນຂໍ້ມູນນໍາກັນ ຢ່າງເປັນປົກ ກະຕິ ແລະ ທັນການ, ສອງດ່ານສືບຕໍ່ ຈັດຕັ້ງເພີ່ມທະວີ ການເຄື່ອນໄຫວ ຢ້ຽມຢາມແລກປ່ຽນບົດຮຽນ ແລະ ອ່ວຍພອນເຊິ່ງກັນ ແລະ ກັນຢ່າງເປັນປະຈຳ ໃນໂອກາດ ວັນສຳຄັນຕ່າງໆ ຂອງພັກ-ຂອງຊາດ, ສືບຕໍ່ປະສານສົມທົບ ໃຫ້ແໜ້ນແຟ້ນເລີກເຊິ່ງ ຂື້ນກວ່າເກົ່າ, ເຂັ້ມ ງວດ ໃນການກວດກາຄົນເຂົ້າ-ອອກເມືອງ ນັບທັງພາຫານະ ແລະ ສິນຄ້າ ເພື່ອຮັບປະກັນ ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ຖ້າມີບັນຫາແນວໃດ ຕ້ອງແຈ້ງໃຫກັນຊາບຢ່າງທັນເວລາ.

ຂໍ້ຕົກລົງການຮ່ວມມືດັ່ງກ່າວໄດ້ມີຂຶ້ນໃນກອງປະຊຸມປຶກສາຫາລື ເມື່ອບໍ່ດົນນີ້ ໂດຍການເປັນປະ ທານຮ່ວມຂອງສະຫາຍ ພັອ ໂພໄຊ ສຸລິວົງສາ ຫົວໜ້າຄະນະ ຄຸ້ມຄອງດ່ານສາກົນພູເກືອ ແລະ ສະຫາຍ ດັ້ງ ງອກ ເທີ້ນ ຫົວໜ້າຄະນະຄຸ້ມຄອງ ດ່ານສາກົນເບີອີ, ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງ ທັງສອງຝ່າຍເຂົ້າຮ່ວມ. ໂອກາດດັ່ງກ່າວ ໃນກອງປະຊຸມທັງສອງດ່ານ ກໍ່ໄດ້ລາຍງານ ສະພາບລວມຂອງດ່ານ ໃຫ້ກັນຊາບ, ພ້ອມທັງໄດ້ທົບທວນຄືນ ຜົນຂອງການຮ່ວມມືກັນ ໃນໄລຍະຜ່ານມາ ເຊິ່ງຕະຫລອດໄລຍະ ຜ່ານມາຄະ ນະນໍາ ພ້ອມດ້ວຍພະນັກງານ ວິຊາການ ຂອງທັງສອງດ່ານສາກົນ ພູເກືອ ແລະ ເບີອີ ໄດ້ມີການພົວພັນ ຮ່ວມມືກັນຕະຫລອດມາ, ບົນພື້ນຖານ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ທີ່ຕ່າງຝ່າຍຕ່າງ ໄດ້ຮັບຜົນປະໂຫຍດ ເທົ່າທຽມກັນ, ພິເສດໄລຍະຜ່ານມາ ທັງສອງດ່ານ ໄດ້ຮ່ວມມືກັນຕ້ານ ແລະ ສະກັດກັ້ນ ການແພ່ລະບາດ ຂອງພະຍາດໂຄວິດ-19, ທັງສອງດ່ານ ໄດ້ມີການພົວພັນ ແລະ ປະສານງານ ກັນຢ່າງເປັນປະຈໍາ, ເປັນຕົ້ນແມ່ນ ບັນດາຂະແໜງການ-ໜ່ວຍງານ ແມ່ນມີການລາຍງານ ແລະ ແຈ້ງສະພາບການຕ່າງໆ ໃຫ້ ກັນຊາບຢ່າງເປັນປົກກະຕິ, ພາຍຫລັງທີ່ສະພາບການ ລະບາດຂອງພະຍາດໂຄວິດ-19 ຜ່ອນຄາຍລົງ ທັງສອງປະເທດ ໄດ້ມີການເປີດດ່ານ ຢ່າງເປັນທາງການ ທັງສອດ່ານກໍ່ໄດ້ມີການ ອໍານວນຄວາມສະດວກ ໃຫ້ປະຊາຊົນ ທີ່ຢູ່ລຽບຕາມຊາຍແດນ ໄດ້ມີການໄປມາຫາ ສູ່ຊື້ ຂາຍ ແລກປ່ຽນສິນຄ້າ ນໍາກັນຢ່າງເປັນປົກກະຕິ, ໄດ້ອໍາ​ນວຍ​ຄວາມສະດວກ ໃຫ້ແກ່ພະນັກງານ-ລັດຖະກອນ ທີ່ມາປະຕິບັດວຽກງານ ຢູ່ດ່ານໄດ້ໄປມາຫາສູ່, ພົບປະແລກປ່ຽນບົດຮຽນ ແບບພົບໜ້າພໍຕາເຊິ່ງກັນ ແລະ ກັນ./.



ໂດຍ: ມະນີວອນ

KPL

ຂ່າວອື່ນໆ

ads
ads

Top