ລະນຶກ 70 ປີ ໄຊຊະນະບັ້ນຮົບດຽນບຽນຟູ

27/04/2024 07:39
Email Print 390
ຂປລ ດັ່ງທີ່ຮັບຮູ້ຢ່າງຈະແຈ້ງແລ້ວວ່າ ໄຊຊະນະດຽນບຽນຟູແມ່ນໄຊຊະນະທີ່ສະຫວ່າງສະໄຫວທີ່ສຸດໃນ ປະຫວັດສາດການຕໍ່ສູ້ຕ້ານການຮຸກ ຮານຈາກຈັກກະພັດພາຍນອກ ຂອງ ປະຊາຊົນຫວຽດນາມ ທີ່ມີກຽດສະ ຫງ່າ, ໄດ້ຖືກບັນທຶກເຂ້ົາໃນປະຫວັດ ສາດຂອງຊາດ ແລະ ຂອງໂລກ ໃນ ສະຕະວັດທີ 20.

     *ດັ່ງທີ່ຮັບຮູ້ຢ່າງຈະແຈ້ງແລ້ວວ່າ ໄຊຊະນະດຽນບຽນຟູແມ່ນໄຊຊະນະທີ່ສະຫວ່າງສະໄຫວທີ່ສຸດໃນປະຫວັດສາດ ການຕໍ່ສູ້ຕ້ານການຮຸກຮານຈາກຈັກກະພັດພາຍນອກ ຂອງປະຊາຊົນຫວຽດນາມ ທີ່ມີກຽດສະຫງ່າ, ໄດ້ຖືກບັນທຶກເຂ້ົາໃນປະຫວັດສາດຂອງຊາດ ແລະ ຂອງໂລກ ໃນສະຕະວັດທີ 20 ຊຶ່ງໄດ້ທັບມ້າງທີ່ຕັ້ງຂອງລະບົບຫົວເມືອງຂຶ້ນຂອງລັດທິຈັກກະພັດ, ມັນໄດ້ເຮັດໃຫ້ສັດຈະທໍາມີຄວາມສະຫວ່າງສະໄຫວຂຶ້ນຢູ່ໃນຊາດໜຶ່ງທີ່ເຄີຍເປັນຫົວເມືອງຂຶ້ນ, ເຄິ່ງສັກດີນາ, ກໍາລັງທະຫານຍັງອ່ອນນ້ອຍ ພາຫະນະອຸປະກອນຍັງມີໜ້ອຍ ແຕ່ມີຄວາມສາມັກຄີຢ່າງແໜ້ນແຟ້ນ, ມີການຊີ້ນໍາ-ນໍາພາຂອງພັກ ແລະ ປະທານ ໂຮ່ຈີ່ ມິງ ຜູ້ນໍາທີ່ຍິ່ງໃຫຍ່, ຮູ້ໝູນໃຊ້ກໍາລັງປະກອບອາວຸດທົ່ວປວງຊົນ ເພື່ອເຮັດສົງຄາມປະຊາຊົນ, ສາມາດຕີເອົາໄຊຊະນະກັບສັດຕູຜູ້ທີ່ມາຮຸກຮານທີ່ມີພື້ນຖານເສດຖະກິດ ແລະ ການທະຫານເຂັ້ມແຂງ ແລະ ທັນສະໄໝກວ່າຫລາຍເທົ່າ.

    ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ແມ່ນໄຊຊະນະຂອງປະຊາຊົນ ຫວຽດນາມ  ແຕ່ຍັງແມ່ນໄຊຊະນະຂອງປະຊາຊົນລາວ ແລະ ປະຊາຊົນກໍາປູເຈຍ ທີ່ໄດ້ຮ່ວມສໍາພັນສູ້ຮົບ, ຮ່ວມຂຸມຄອງຕ້ານກັບສັດຕູໂຕດຽວກັນ ເພື່ອປົດປ່ອຍຕົນເອງ. ໄຊຊະນະດັ່ງກ່າວ ໄດ້ດັບມອດເຈດຈໍານົງ ແລະ ການຮຸກຮານຂອງລັດທິລ່າເມືອງຂຶ້ນແບບເກົ່າ, ບັງຄັບໃຫ້ລັດຖະບານຝຣັ່ງ ຕ້ອງຍອມເຊັນສັນຍາເຊີແນວກ່ຽວກັບອິນດູຈີນ, ຮັບຮູ້ຄວາມເປັນເອກະລາດແຫ່ງຊາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນ ອັນຄົບຖ້ວນຂອງຫວຽດນາມ, ລາວ ແລະ ກໍາປູເຈຍ. ພາກເໜືອ ຫວຽດນາມ ໄດ້ຮັບການປົດປ່ອຍຢ່າງສົມບູນ ແລະ ກາຍເປັນຖານທີ່ໝັ້ນຂອງການປະຕິວັດທີ່ເຂັ້ມແຂງ ທັງເປັນແນວຫລັງທ່ີແໜ້ນແກ່ນ ໃຫ້ແກ່ການດໍາເນີນການຕໍ່ສູ້ຕ້ານຈັກກະພັດອາເມລິກາ ຢູ່ພາກໃຕ້ຫວຽດນາມ. ເມື່ອຫວນຄືນປະຫວັດສາດເມື່ອ ປີ 1953 ການຕໍ່ສູ້ຂອງປະຊາຊົນ ສາມປະເທດອິນດູຈີນຕ້ານພວກລ່າເມືອງຂຶ້ນຝຣັ່ງ ໄດ້ກ້າວເຂົ້າສູ່ປີ ທີ 8, ກໍາລັງປະຕິວັດ ຍິ່ງຕີກໍຍິ່ງເຂັ້ມແຂງ ແລະ ຍິ່ງຍາດເອົາທ່າເປັນເຈົ້າການ, ກໍາລັງປະກອບອາວຸດ ໄດ້ເຕີບໃຫຍ່ທາງດ້ານຈໍານວນ ແລະ ຄຸນນະພາບ.

      ຄວາມສາມັກຄີຮ່ວມສຳພັນສູ້ຮົບ ລະຫວ່າງ 3 ຊາດອິນດູຈີນ ມີຄວາມແໜ້ນແຟ້ນຍິ່ງຂຶ້ນ. ບັນດາໄຊຊະນະອັນຍິ່ງໃຫຍ່ທ່ົວສະໜາມຮົບໃນສາມປະເທດອິນດູຈີນ ລາວ - ຫວຽດນາມ ແລະ ກຳປູເຈຍ ໄດ້ບັງຄັບໃຫ້ພວກສັດຕູຕົກຢູ່ໃນທ່າຮັບຈົນຕາແຈ ແລະ ນັບມື້ນັບອ່ອນເພຍ. ສໍາລັບຢູ່ຫວຽດນາມ ແມ່ນໄລຍະທີ່ປະຊາຊົນຫວຽດນາມ ຕໍ່ສູ້ຕ້ານກັບພວກລ່າເມືອງຂຶ້ນແບບເກົ່າ ດ້ວຍຄວາມຕັດສິນໃຈທີ່ວ່າ; “ຍອມເສຍສະຫລະຊີວິດເພື່ອປະເທດຊາດ”. ບັນດາກໍາລັງປະກອບອາວຸດຂອງຫວຽດນາມ ຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງໃນທຸກສະໜາມຮົບ ໂດຍເລີ່ມຈາກບັ້ນຮົບດັບສູນກໍາລັງຂອງສັດຕູ 2 ໝື່ນຄົນ ທີ່ບຸກເຂົ້າເຂດທີ່ໝັ້ນຫວຽດບັກ (1947) ກ້າວໄປເຖິງໄຊຊະນະບັ້ນຮົບຊາຍແດນ (1950), ບັນຮົບ ຮວ່າບິ່ງ (1951), ບັ້ນຮົບຮ່ວາບິງ (1952) ແລະ ບັ້ນຮົບພາກເໜືອລາວ (1953). ໄຊຊະນະດັ່ງກ່າວໄດ້ສ້າງທ່າ ແລະ ກໍາລັງແຮງອັນໃໝ່ໃຫ້ແກ່ການເຕີບໃຫຍ່ຂະຫຍາຍຕົວ ທາງດ້ານຈໍານວນ ແລະ ຄຸນນະ ພາບຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ເປັນເຈົ້າການໃນການ ບຸກໂຈມຕີສັດຕູຢູ່ທຸກໆສະໜາມຮົບ ເຮັດໃຫ້ສັດຕູຕົກຢູ່ໃນທ່າຮັບ.

    ໃນໄລຍະດຽວກັນ, ພວກລ່າເມືອງຂຶ້ນ ຝຣັ່ງ ຖືກປະລາໄຊທາງດ້ານການທະຫານ, ປະສົບກັບວິກິດການດ້ານການເມືອງ ແລະ ເສດຖະກິດຢ່າງໜັກໜ່ວງ. ພວກເຂົາໄດ້ທຸ່ມເທກ້ອນທຶນອັນມະຫາສານໃຫ້ແກ່ສົງຄາມຮຸກຮານ 3.000 ຕື້ຝຣັ່ງ, ປ່ຽນຜູ້ສໍາເລັດຣາຊະການສູງສຸດ 5 ຂໍ້, ປ່ຽນຜູ້ບັນຊາການທະຫານສູງສຸດຢູ່ອິນດູຈີນ 7 ເທ່ືອ, ປ່ຽນລັດຖະບານຝຣັ່ງເຖິງ 19 ຊຸດ, ແຕ່ກໍບໍ່ສາມາດເຮັດໃຫ້ສະພາບການໃນອິນດູຈີນ ຫັນປ່ຽນໄປໃນທາງທີ່ເປັນຜົນດີໃຫ້ພວກເຂົາໄດ້. ສະພາບທະຫານຝຣັ່ງ ນັບມື້ນັບສັບສົນ, ຕົກຢູ່ໃນທ່າຮັບກ່ຽວກັບການນໍາໃຊ້ກໍາລັງລະຫວ່າງ ການເຕົ້າໂຮມ ແລະ ແຈກຢາຍກໍາລັງ. ການບຸກໂຈມຕີກັບການຈັ່ງທ່າຢູ່ໃນເຂດຄວບຄຸມຊ່ົວຄາວຂອງພວກເຂົາ. ຂາດກໍາລັງເຄື່ອນທີ່ຍຸດທະສາດທີ່ເຂັ້ມແຂງ.ຫລັງຈາກຖືກປະລາໄຊຢ່າງໜັກໜ່ວງຢູ່ສົງຄາມເກົາຫລີ (1953) ຈັກກະພັດອາເມລິກາຍິ່ງແຊກແຊງເລິກເຂົ້າໃນອິນດູຈີນ, ພວກເຂົາຮີບຮ້ອນເອົາອໍານາດການປົກຄອງຫຸ່ນ, ກອງທະຫານຫຸ່ນ, ຊອກຫາວິທີປັດເຂ່ຍຝຣັ່ງ ເພື່ອກໍາເອົາສິດບັນຊາສົງ ຄາມຮຸກຮານອິນດູຈີນໂດຍກົງ ແລະ ປະຕິບັດລັດທິລ່າເມືອງຂຶ້ນແບບ ໃໝ່ຢູ່ອິນດູຈີນ. ເດືອນ 5/1953 ລັດ ຖະບານຝຣັ່ງ ໄດ້ແຕ່ງຕັ້ງນາຍພົນ ນາວາ ມາເປັນຜູ້ບັນຊາການທະ ຫານສູງສຸດຂອງຝຣັ່ງຢູ່ອິນດູຈີນ. ເດືອນ 7/1953 ຝຣັ່ງ ແລະ ອາເມລິກາ ພ້ອມກັນສ້າງແຜນການໜຶ່ງຂຶ້ນເອີ້ນວ່າ: “ແຜນການນາວາ”. ແຜນການນີ້ແມ່ນຍຸດທະສາດໃຫຍ່ ຊຶ່ງພວກເຂົາເຊື່ອວ່າ: ພາຍໃນ 18 ເດືອນ ຈະສາມາດຍາດເອົາທ່າເປັນເຈົ້າການໄດ້ ແລະ ຈະບັນລຸອັນທີ່ເອ້ີນວ່າ; “ສ້າງບັນດາເງື່ອນໄຂດ້ານການທະຫານ ເພື່ອເປັນພື້ນຖານໃຫ້ແກ່ວິທີການແກ້ໄຂທາງການເມືອງຢ່າງມີກຽດ”.

ໂດຍ: ພິດສະໄໝ ສຸວັນນະລາດ

*** ອ່ານຕໍ່ສະບັບໜ້າ ***

KPL

ຂ່າວອື່ນໆ

ads
ads

Top