ໄຊຍະບູລີ-ອຽນບາຍ ຮ່ວມສະຫລອງການສ້າງຕັ້ງສາຍພົວພັນຮ່ວມມືມິດຕະພາບ

02/11/2022 09:12
Email Print 21868
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ພິທີສະເຫລີມສະຫລອງ 10 ປີ ແຫ່ງການສ້າງຕັ້ງ ສາຍພົວພັນຮ່ວມມືມິດຕະພາບ ລະຫວ່າງ ແຂວງໄຊຍະບູລີ ແລະ ແຂວງອຽນບາຍ ສສ ຫວຽດນາມ (7/1/2012-7/1/2022) ຈັດຂຶ້ນໃນທ້າຍເດືອນຕຸລາ 2022 ຢູ່ແຂວງໄຊຍະບູລີ.



 


 ຂປລ. ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ພິທີສະເຫລີມສະຫລອງ 10 ປີ ແຫ່ງການສ້າງຕັ້ງ ສາຍພົວພັນຮ່ວມມືມິດຕະພາບ ລະຫວ່າງ ແຂວງໄຊຍະບູລີ ແລະ ແຂວງອຽນບາຍ ສສ ຫວຽດນາມ (7/1/2012-7/1/2022) ຈັດຂຶ້ນໃນທ້າຍເດືອນຕຸລາ 2022 ຢູ່ແຂວງໄຊຍະບູລີ ໂດຍມີ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໄຊຍະບູລີ, ທ່ານ ເຈິນຮຸຍຕວັນ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນ ແຂວງອຽນບາຍ ສສ ຫວຽດນາມ, ທ່ານ ນາງ ກຽວທິຮັງຟຸກ ຫົວໜ້າກົງສຸນໃຫຍ່ ສສ ຫວຽດນາມ ປະ ຈໍາພາກເໜືອ ສປປ ລາວ ທີ່ແຂວງຫລວງພະບາງ, ມີບັນດາການນໍາ ຂອງທັງສອງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.





ທ່ານ ພົງສະຫວັນ ສິດທະວົງ ໄດ້ມີຄຳເຫັນວ່າ: ມື້ນີ້, ເປັນໂອກາດໃຫ້ພວກເຮົາໄດ້ຫວນຄືນມູນເຊື້ອ ຄວາມສາມັກຄີແບບພິເສດ ແລະ ການຊ່ວຍເຫຼືອ ສະໜັບສະໜູນຢ່າງໝົດຈິດ, ໝົດໃຈລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດພວກເຮົາ ໂດຍສະເພາະລະຫວ່າງ ແຂວງໄຊຍະ ບູລີ ແລະ ແຂວງອຽນບາຍ ໃນໄລຍະຜ່ານມາ, ດັ່ງຄໍາເຫັນຊີ້ນໍາຂອງປະທານ ໂຮ່ຈີ່ມິນ ຕໍ່ພະນັກງານ-ນັກຮົບອາສາສະໝັກ ຫວຽດນາມ ເຂົ້າມາຊ່ວຍເຫລືອ ການປະຕິວັດລາວທີ່ວ່າ “ຊ່ວຍເພື່ອນ ແມ່ນຊ່ວຍຕົນເອງ”, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ທີ່ເຄົາລົບຮັກຜູ້ທີ່ ໃຫ້ກໍາເນີດ, ກໍ່ຕັ້ງຖະນຸຖະໜອມ, ເພີ່ມພູນຄຸນສ້າງ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບ ດ້ານລະຫວ່າງສອງຊາດ ລາວ-ຫວຽດນາມ, ຫວຽກນາມ-ລາວ ແລະ ໄດ້ຮັບການເອົາໃຈໃສ່, ສືບຕໍ່ເພີ່ມພູນຄຸນສ້າງ ໃຫ້ຈະເລີນງອກງາມ ຈາກຜູ້ນໍາ ຫລາຍ ຮຸ່ນ ຕໍ່ມາຈົນກາຍເປັນມໍລະດົກ ອັນລໍ້າຄ່າຂອງສອງປະເທດ, ພວກເຮົາຮຸ່ນສືບທອດ ຮູ້ສຶກພາກພູມໃຈ ທີ່ເຫັນວ່າມູນມໍລະດົກ ອັນລໍ້າຄ່າທີ່ຫາຍາກ ພວກເພິ່ນປະໄວ້ໃຫ້ພວກເຮົາ ນັບມື້ນັບໄດ້ຮັບ ການເພີ່ມພູນຄູນສ້າງ ໃຫ້ຈະເລີນງອກງາມ, ຍືນຍົງ, ໝັ້ນຄົງຕະຫລອດມາ.

ທ່ານ ພົງສະຫວັນ ສິດທະວົງ ຍັງກ່າວອີກວ່າ: ຫວນຄືນ 10 ປີ ແຫ່ງການສ້າງຕັ້ງສາຍພົວພັນ ຮ່ວມມືມິດຕະພາບ ລະຫວ່າງສອງແຂວງໄຊຍະບູລີ ແລະ ແຂວງອຽນບາຍ, ການຮ່ວມມື ແລະ ຊ່ວຍເຫລືອ ເຊິ່ງກັນ ແລະ ກັນນັ້ນ, ຄວາມຜູກພັນດ້ວຍ ໄມຕີຈິດອັນດູດດື່ມ ແລະ ຄວາມຮັກ ແພງເຊື່ອໝັ້ນ ຖານອ້າຍນ້ອງທີ່ແທ້ຈິງ ໄດ້ກໍໃຫ້ເກີດການພົວພັນ ສາມັກຄີພິເສດ ລະຫວ່າງສອງ ຊາດລາວ-ຫວຽດນາມ ກໍຄື ແຂວງໄຊຍະບູລີ-ແຂວງອຽນບາຍ ຊຶ່ງໄດ້ເປັນເຫງົ້າພະລັງອັນຍິ່ງໃຫຍ່ ແລະ ເສີມຂະຫຍາຍສາຍພົວພັນ ລາວ-ຫວຽດນາມ ໃຫ້ມີການຂະຫຍາຍຕົວ ຢ່າງຮອບ ດ້ານ ແລະ ນັບມື້ກ້າວເຂົ້າສູ່ລວງເລິກ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ


KPL

ຂ່າວອື່ນໆ

ads
ads

Top