ສາລະວັນ ແລະ ກວາງຈິ ເພີ່ມທະວີການຮ່ວມມື

24/10/2022 15:43
Email Print 25931
ຂປລ ໂດຍປະຕິບັດຕາມສັນຍາ ວ່າດ້ວຍ ການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນ ລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ ຫວຽດນາມ.




ໂດຍປະຕິບັດຕາມສັນຍາ ວ່າດ້ວຍ ການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນ ລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ ຫວຽດນາມ ກໍຄື ຄະນະຜູ້ແທນຊາຍແດນ ແຂວງສາລະວັນ ແຫ່ງ ສປປ ລາວ ກັບຄະນະຜູ້ແທນ ຊາຍແດນ ແຂວງກວາງຈິ ແຫ່ງ ສສ ຫວຽດນາມ ໄດ້ຈັດກອງປະຊຸມສາມັນ ປະຈໍາປີ 2022 ພ້ອມທັງເຊັນບົດບັນທຶກ ຮ່ວມວຽກງານຊາຍແດນ ໂດຍການລົງນາມເຊັນ ຂອງ ທ່ານ ພູທົງ ຄຳມະນີວົງ ຮອງເຈົ້າແຂວງສາລະວັນ ປະທານຄະນະ ກໍາມະການ ຊາຍແດນ ລາວ- ຫວຽດນາມ ກັບ ທ່ານ ຮ່າ ສີ ດົ່ງ ຮອງປະທານຜູ້ປະຈໍາການ ຄະນະກໍາມະການ ປະຊາຊົນແຂວງ ຫົວໜ້າຄະນະຊີ້ນໍາ ວຽກງານຊາຍແດນ ແຂວງກວາງຈິ ພ້ອມດ້ວຍຄະນະຜູ້ແທນ ທັງສອງຝ່າຍເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ພູທົງ ຄໍາມະນີວົງ ກໍໄດ້ກ່າວຕ້ອນຮັບ ພ້ອມທັງລາຍງານ ສະພາບການ ໂດຍລວມຂອງແຂວງສາລະວັນ ແລະ ຕີລາຄາຜົນຈັດຕັ້ງ ປະຕິບັດເນື້ອໃນ ບົດບັນທຶກກອງປະຊຸມ ຊາຍແດນ ສະບັບລົງວັນທີ 19 ມີນາ 2021 ລະຫວ່າງ ຄະນະກໍາມະ ການຊາຍແດນ ແຂວງສາລະວັນກັບ ຄະນະກໍາມະການຊາຍແດນ ແຂວງກວາງຈິ ເພື່ອເປັນການສືບຕໍ່ ເພີ່ມທະວີຄວາມສາມັກຄີ ມິດຕະພາບແບບ ພິເສດລາວ-ຫວຽດນາມ, ຫວຽດນາມ-ລາວ ດ້ວຍຄວາມມຸ່ງຫວັງ ສ້າງຊາຍແດນລາວ-ຫວຽດນາມ ໃຫ້ກາຍ ເປັນຊາຍແດນ ແຫ່ງສັນຕິພາບ, ມິດຕະພາບ ແລະ ການພັດທະນາ ແບບຍືນຍົງ ການລົງລາຍເຊັນ ບົດບັນທຶກໃນຄັ້ງນີ້ ຊຶ່ງທັງສອງຝ່າຍ ໄດ້ມີແຜນການຮ່ວມມື ໃນປີ 2022-2023 ທັງສອງຝ່າຍຈະສືບຕໍ່ ເຮັດວຽກໂຄສະນາ ເຜີຍແຜ່ ແລະ ຂົນຂວາຍ ປະຊາຊົນ ປະຕິບັດ ບັນດາເອກະສານ ກົດໝາຍຢູ່ເຂດຊາຍແດນ ລາວ-ຫວຽດ ນາມ ທີ່ລັດຖະບານ ທັງສອງປະເທດ ໄດ້ລົງນາມຮ່ວມກັນ ພິເສດແມ່ນບັນດາ ອະນຸສັນຍາວ່າດ້ວຍ ເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນ, ສືບຕໍ່ຊີ້ນໍາບັນດາ ກໍາລັງຄຸ້ມຄອງຊາຍແດນ ແລະ ບັນດາອົງການທ້ອງຖິ່ນ ກ່ຽວຂ້ອງສົມທົບກັນ ຢ່າງແໜ້ນແຟ້ນ ໃນການແລກປ່ຽນບົດຮຽນ, ແບ່ງປັນຂໍ້ມູນຂ່າວສານ ໃນວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ທັງສອງຝ່າຍເຫັນດີ ລົງທຶນກໍ່ສ້າງສິ່ງ ອໍານວຍຄວາມສະດວກ, ຈັດຕັ້ງການ ສໍາ ຫຼວດ, ອໍານວຍຄວາມສະດວກ ໃຫ້ແກ່ການພັດທະນາ ການຄ້າຊາຍແດນ, ເປັນເອກະພາບ ຕໍ່ນະໂຍບາຍໃຫ້ພາຫະນະ ຂອງພໍ່ຄ້າຊາວຂາຍ ແລະ ປະຊາຊົນບໍລິເວນຊາຍແດນ ໄດ້ຮັບອະນຸຍາດເຂົ້າ-ອອກ ຢູ່ດ່ານປະເພນີອາສົກ-ກັອກ ເພື່ອຊ່ວຍເກັບຊື້ ສິນຄ້າ ກະສິ ກໍາ ຢູ່ບໍລິເວນຊາຍແດນດັ່ງກ່າວ ແລະ ກວດກາຕິດຕາມ ການເຄື່ອນໄຫວເກັບຊື້ ຜົນຜະລິດເກັບຊື້ ກະສິກໍາຕາມລະບຽບ ການທີ່ກໍານົດໄວ້ ໃນກົດໝາຍຂອງ ແຕ່ລະປະເທດ ແລະ ຫ້າມສວຍໃຊ້ກິດ ຈະການດັ່ງກ່າວນັ້ນ ຫັນໄປເປັນການ ລັກລອບຄ້າຂາຍເຖື່ອນ, ນອກນັ້ນ ທັງສອງຝ່າຍຍັງເອກະພາບ ບາງເນື້ອໃນເພີ່ມເຕີມຄື: ສົມທົບກັນຍົກລະດັບ ພື້ນຖານໂຄງລ່າງດ່ານສາກົນ ລະໄລ-ລາໄລ ຕາມເງື່ອນໄຂຄວາມສາມາດ ຂອງແຕ່ລະແຂວງ ເພື່ອໃຫ້ ເໝາະສົມກັບຂະໜາດ ຂອງດ່ານຊາຍແດນ ສາກົນທີ່ທັນ ສະໄໝ, ສຶກ ສາຄົ້ນຄວ້າ ໃຫ້ລັດຖະບານ ທັງສອງຝ່າຍ ເພື່ອຂຸດຄົ້ນ ຄວາມອາດສາມາດບົ່ມຊ້ອນ ທ່າແຮງຂອງແຕ່ລະແຂວງ ແຕ່ລະປະທດ, ປະສານສົມທົບ ແຂວງກວາງຈິ ຊ່ວຍສະໜັບສະໜູນ, ສ້າງເງື່ອນໄຂ ອໍານວຍຄວາມສະດວກ ໃຫ້ແກ່ໜ່ວຍ ງານທີ່ປຶກສາສ້າງແຜນ ຜັງພັດທະນາ ເສດຖະກິດ-ສັງຄົມໃຫ້ແກ່ແຂວງສາລະວັນ ສໍາເລັດໜ້າທີ່ ຕາມແຜນການທີ່ວາງໄວ້.

ໂອກາດນີ້, ທ່ານ ຮ່າ ສີ ດົ່ງ ໄດ້ມອບເງິນຈຳນວນ 100 ລ້ານດົງ ຫຼື ປະມານເກືອບ 80 ລ້ານກີບ, ໃຫ້ອົງການປົກຄອງ ແຂວງສາລະວັນ ເພື່ອຮັບໃຊ້ເຂົ້າໃນວຽກງານ ຊາຍແດນ, ຮັບໂດຍ ທ່ານ ພູທົງ ຄໍາມະນີວົງ ຈາກນັ້ນທັງສອງຝ່າຍ ກໍໄດ້ມອບຂອງຂວັນທີ່ລະ ນຶກ ໃຫ້ກັນ ແລະ ກັນ. ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 14 ຕຸລາ ຜ່ານມາ ທີ່ສະໂມສອນແຂວງສາລະວັນ.

ຂ່າວ-ພາບ: ກິນດາວັນ ອ້ວນນາຄູ


KPL

ຂ່າວອື່ນໆ

ads
ads

Top