ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ຕິດຕັ້ງລະບົບບັນທຶກສຽງໃໝ່ຢູ່ໃນຫ້ອງສະຕູດີໂອ

03/08/2022 15:49
Email Print 2564
ຂປລ ຂປລ. ເມື່ອບໍ່ດົນມານີ້, ຂະແໜງວິທະຍຸ ຂອງສູນໂຄສະນາຂ່າວສານ ການສຶກສາ ແລະ ກິລາ ພາຍໃຕ້ການຊີ້ນໍາຂອງ ສະຖາບັນຄົ້ນຄ້ວາ ວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ໄດ້ຕິດຕັ້ງລະບົບບັນທຶກສຽງໃໝ່ ຢູ່ໃນຫ້ອງສະຕູດີໂອ ​ໂດຍ​ໄດ້​ຮັບ​ ການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ

ຂປລ. ເມື່ອບໍ່ດົນມານີ້, ຂະແໜງວິທະຍຸ ຂອງສູນໂຄສະນາຂ່າວສານ ການສຶກສາ ແລະ ກິລາ ພາຍໃຕ້ການຊີ້ນໍາຂອງ ສະຖາບັນຄົ້ນຄ້ວາ ວິທະຍາສາດການສຶກສາ (ສວສ)  ກະຊວງສຶກສາທິການ ແລະ ກິລາ ໄດ້ຕິດຕັ້ງລະບົບບັນທຶກສຽງໃໝ່ ຢູ່ໃນຫ້ອງສະຕູດີໂອ ​ໂດຍ​ໄດ້​ຮັບ​ ການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ​ໂດຍມີວິຊາການດ້ານສຽງ ແລະ ໂຄສົກລາຍການວິທະຍຸ ຂອງຂະແໜງວິທະຍຸ ຂອງສູນໂຄສະນາຂ່າວ ສານການສຶກສາ ແລະ ກິລາ ໄດ້ເຂົ້າຮ່ວມຝືກຊ້ອມ ການນຳໃຊ້ລະບົບທີ່ທັນສະໄໝໃໝ່ນີ້.

ທ່ານນາງ ພາວະດີ ຫົວໜ້າຂະແໜງວິທະຍຸ ແລະ ໂຄສົກລາຍການວິທະຍຸການສຶກສາ ໄດ້ກ່າວວ່າ: ປັດຈຸບັນນີ້, ທີມງານພວກເຮົາສາມາດ ນໍາໃຊ້ອຸປະກອນບັນທຶກສຽງ ທີ່ທັນສະໄໝ ແລະ ເປັນມືອາຊີບ ເພື່ອເຮັດໃຫ້ສຽງດຶງດູດໃຈ ຜູ້ຟັງຫລາຍຂຶ້ນ. ສະຕູດີໂອຂອງ IMC ໄດ້ຖືກສ້າງຕັ້ງຂຶ້ນປະມານ 40 ກວ່າປີແລ້ວ. ຜ່ານມາສະຕູດີໂອນີ້ ໄດ້ຜະລິດລາຍ ການວິທະຍຸສຶກສາໃໝ່ ອອກອາກາດສູ່ສັງຄົມໄດ້ຮັບຟັງ, ເປັນກະບອກສຽງ ໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ ໃນການເຜີຍແຜ່ໂຄສະນາ ວຽກງານຂ່າວສານ ການສຶກສາຕ່າງໆ ແລະ ຍັງສາມາດຜະລິດຄຣິບສຽງ ທີ່ຫລາກຫລາຍ ເພື່ອສະໜັບສະໜູນ ການພັດທະນາ ການສຶກສາຂອງລາວ ເຊັ່ນ: ຄຣິບສຽງ ການນໍາໃຊ້ການຮຽນ-ການສອນຫລັກສູດປຶ້ມແບບຮຽນ ແລະ ປຶ້ມຄູ່ມືຄູ, ເພງການສຶກສາ ແລະ ລາຍງານຂ່າວອື່ນໆ ກ່ຽວກັບວຽກງານການສຶກສາ.

ສະຕູດິໂອບັນທຶກສຽງ ຍັງຖືກນໍາໃຊ້ໂດຍຄູ່ຮ່ວມງານຂອງ ສວສ ອື່ນໆ ເພື່ອບັນທຶກ ຄຣິບສຽງທີ່ ຄູສາມາດນໍາໃຊ້ໂດຍກົງໃນຫ້ອງຮຽນ ສໍາລັບບົດຮຽນວິຊາພາສາລາວ, ວິຊາພາສາອັງກິດ, ວິຊາດົນຕີ ແລະ ວິຊາພາລະສຶກສາ.

KPL

ຂ່າວອື່ນໆ

ads
ads

Top