ຂປລ
ທາງການ ບັງກລາເທດ ເລີ່ມສັກວັກຊີນ ປ້ອງກັນ ພະຍາດໝາກແດງ (ພະຍາດຫັດ) ແລະ ພະຍາດຫັດ ເຢຍລະມັນ ທົ່ວປະເທດ ໂດຍເນັ້ນໃສ່ ເດັກນ້ອຍທີ່ບໍ່ທັນສັກວັກຊີນ ປະມານ 3,4 ລ້ານຄົນ ທ່າມກາງການແພ່ລະບາດ ຂອງ ພະຍາດຫັດ ຢ່າງຮ້າຍແຮງທີ່ສຸດ ເປັນປະຫວັດສາດ
ຂປລ. ສຳນັກຂ່າວຣອຍເຕີ (Reuters) ລາຍງານຈາກ ນະຄອນຫລວງດາກາ ປະເທດ ບັງກລາເທດ, ເມື່ອວັນທີ 27 ກັນຍາ ລະບຸວ່າ: ທາງການ ບັງກລາເທດ ເລີ່ມສັກວັກຊີນ ປ້ອງກັນ ພະຍາດໝາກແດງ (ພະຍາດຫັດ) ແລະ ພະຍາດຫັດ ເຢຍລະມັນ ທົ່ວປະເທດ ໂດຍເນັ້ນໃສ່ ເດັກນ້ອຍທີ່ບໍ່ທັນສັກວັກຊີນ ປະມານ 3,4 ລ້ານຄົນ ທ່າມກາງການແພ່ລະບາດ ຂອງ ພະຍາດຫັດ ຢ່າງຮ້າຍແຮງທີ່ສຸດ ເປັນປະຫວັດສາດ, ສົ່ງຜົນໃຫ້ມີ ຜູ້ເສຍຊີວິດຫລາຍກວ່າ 1.000 ຄົນ ແລະ ມີຜູ້ຕິດເຊື້ອ ອີກຫລາຍໝື່ນຄົນ.
ການສັກວັກຊິນ ດັ່ງກ່າວ ມີໄລຍະເວລາ 1 ເດືອນ ເພື່ອສັກວັກຊີນ ໃຫ້ແກ່ເດັກເກີດໃໝ່ ທີ່ມີອາຍຸ 6-59 ເດືອນ ທີ່ບໍ່ໄດ້ຮັບການ ສັກວັກຊີນ ເພື່ອສ້າງພູມປ້ອງກັນ ຫລັງຈາກ ທາງການ ບັງກລາເທດ ປັບຫລຸດ ອາຍຸຂັ້ນຕໍ່າ ໃນການສັກວັກຊີນລົງ ຈາກເດີມກຳນົດໄວ້ 9 ເດືອນ ເນື່ອງຈາກ ການລະບາດ ຂອງ ພະຍາດຫັດ ທີ່ຮຸນແຮງ.
ການລະບາດ ໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງ ຊ່ອງຫວ່າງ ໃນການ ສັກວັກຊີນ ປ້ອງກັນ ພະຍາດ ໃນເດັກ ແລະ ເພີ່ມແຮງກົດດັນ ຕໍ່ລະບົບ ສາທາລະນະສຸກ ຂອງ ບັງກລາເທດ, ໃນຂະນະທີ່ ພວມຮັບມືກັບ ຈຳນວນຜູ້ປ່ວຍພະຍາດໄຂ້ເລືອດອອກ ທີ່ເພີ່ມຂຶ້ນ ຕາມລະດູການ. ປັດຈຸບັນ ບັງກລາເທດ ພວມຜະເຊີນກັບ ການແພ່ລະບາດ ຂອງພະຍາດຫັດ ຄັ້ງໃຫຍ່ ທີ່ສຸດໃນໂລກ ອີງຕາມການລາຍງານ ຂອງ ສູນຄວບຄຸມ ແລະ ປ້ອງກັນ ພະຍາດ ແຫ່ງສະຫະລັດ (US CDC) ໂດຍມີ ຜູ້ເສຍຊີວິດ ທີ່ໄດ້ຮັບການຢືນຢັນ ແລະ ຕ້ອງສົງໄສວ່າ ກ່ຽວຂ້ອງ ກັບ ພະຍາດຫັດ ຈຳນວນ 1.087 ຄົນ, ໃນນັ້ນ ລວມມີ ຜູ້ເສຍຊີວິດ ທີ່ໄດ້ຮັບການຢືນຢັນ ຈາກຫ້ອງທົດລອງ 101 ຄົນ.
ນອກຈາກນັ້ນ, ຂໍ້ມູນ ຈາກ ກະຊວງ ສາທາລະນະສຸກ ບັງກລາເທດ ຍັງເປີດເຜີຍວ່າ: ນັບຕັ້ງແຕ່ ວັນທີ 15 ມີນາ ເປັນຕົ້ນມາ ທາງການບັງກລາເທດ ໄດ້ລາຍງານ ຈຳນວນ ຜູ້ຕ້ອງສົງໄສ ຕິດເຊື້ອ ພະຍາດຫັດ ເກືອບ 187.000 ຄົນ, ໃນນັ້ນ ມີຜູ້ຕິດເຊື້ອ ທີ່ໄດ້ຮັບການ ຢືນຢັນ 21.099 ຄົນ ແລະ ຄົນເຈັບເຂົ້າຮັບ ການປິ່ນປົວ ໃນໂຮງໝໍ ສູງເຖິງ 165.000 ຄົນ./
KPL