ເສັ້ນທາງລົດໄຟຈີນ-ລາວ ເປັນມິດກັບສິ່ງແວດລ້ອມ-ປອດໄພ

26/09/2026 12:14
ຂປລ ສະ​ມາ​ຄົມວິ​ສະ​ວະ​ກຳໂຍ​ທາ​ຈີນ ແລະ ອົງ​ການກອງ​ທຶນ​ ເພື່ອ​ການ​ພັດ​ທະ​ນາ ​ວິ​ທະ​ຍາ​ສາດ ​ເຕັກ​ໂນ​ໂລ​ຊີ​​ວິ​ສະ​ວະ​ກຳ​ໂຍ​ທາ​ ຈ່ານ​ທ່ຽນ​ໂຢ້ວ​ປັກ​ກິ່ງ​ ໄດ້​ຮ່ວມ​ກັນ​ອອກ “ຂໍ້​ຕົກ​ລົງ​ກ່ຽວ​ກັບ​ ການມອບ​ລາງວັນ ​ວິ​ສະ​ວະ​ກຳ​ໂຍ​ທາ​ຈ່ານ​ທ່ຽນ​ໂຢ້ວ​ຈີນ ​ຄັ້ງ​ທີ 21”, ເສັ້ນ​ທາງ​ລົດ​ໄຟ​ຈີນ-ລາວ​ ໄດ້​ຮັບ​ການ​ຄັດ​ເລືອກ​ ໃຫ້​ໄດ້​ຮັບ​ລາງວັນ​ນີ້.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ​ກຸ່ມບໍ​ລິ​ສັດ​ ທາງ​ລົດ​ໄຟ​ຈີນ​ ສາ​ຂາ​ຄຸນ​ໝິງ​​ ຈຳ​ກັດ​ ໄດ້​ແຈ້ງ​ໃຫ້​ຮູ້​ ໃນ​ວັນ​ທີ 24 ກັນ​ຍາ​ນີ້​ວ່າ: ສະ​ມາ​ຄົມວິ​ສະ​ວະ​ກຳໂຍ​ທາ​ຈີນ ແລະ ອົງ​ການກອງ​ທຶນ​ ເພື່ອ​ການ​ພັດ​ທະ​ນາ ​ວິ​ທະ​ຍາ​ສາດ ​ເຕັກ​ໂນ​ໂລ​ຊີ​​ວິ​ສະ​ວະ​ກຳ​ໂຍ​ທາ​ ຈ່ານ​ທ່ຽນ​ໂຢ້ວ​ປັກ​ກິ່ງ​ ໄດ້​ຮ່ວມ​ກັນ​ອອກ “ຂໍ້​ຕົກ​ລົງ​ກ່ຽວ​ກັບ​ ການມອບ​ລາງວັນ ​ວິ​ສະ​ວະ​ກຳ​ໂຍ​ທາ​ຈ່ານ​ທ່ຽນ​ໂຢ້ວ​ຈີນ ​ຄັ້ງ​ທີ 21”, ເສັ້ນ​ທາງ​ລົດ​ໄຟ​ຈີນ-ລາວ​ ໄດ້​ຮັບ​ການ​ຄັດ​ເລືອກ​ ໃຫ້​ໄດ້​ຮັບ​ລາງວັນ​ນີ້. ລາງວັນ​ວິ​ສະ​ວະ​ກຳ​ໂຍ​ທາ​ຈ່ານ​ທ່ຽນ​ໂຢ້ວ​ຈີນ ​ແມ່ນ​ກຽດ​ຕິ​ຍົດ​ສູງ​ສຸດ​ ສຳ​ລັບ ​ການ​ປະ​ດິດ​ສ້າງ​ ທາງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ ໃນ​ການ​ກໍ່​ສ້າງ​ທາງວິ​ສະ​ວະ​ກຳ​ໂຍ​ທາ​ຂອງ ສປ ​ຈີນ. ການ​ຄັດ​ເລືອກ​ໃນ​ປີ​ນີ້ ໄດ້​ຍຶດ​ໝັ້ນ​ແນວ​ຄິດ​ທີ່​ວ່າ: ຄຸນ​ນະ​ພາບ ​ແລະ​ ຄວາມ​ປອດ​ໄພ​ແມ່ນ​ເສັ້ນ​ຕ່ຳ​ເພ​ດານ, ສີ​ຂຽວ ​ແລະ​ ກາກບອນ​ຕ່ຳ ​ແມ່ນ​ພື້ນ​ຖານ, ການ​ປະ​ດິດ​ສ້າງ ວິ​ທະ​ຍາ​ສາດ ​ເຕັກ​ໂນ​ໂລ​ຊີ​ເປັນ​ຫລັກ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top