ຂປລ
ຄະນະກຳມະການ ສະຫະພາບ ເອີຣົບ ໄດ້ສະເໜີແຜນການ ທີ່ຄວບຄຸມ ກ່ຽວກັບ ການເພີ່ມທະວີ ຄວາມໝັ້ນຄົງ ຢູ່ຊາຍແດນ ທາງ ນອກ ຂອງສະຫະພາບ ເອີຣົບ ໂດຍມີ ຈຸດປະສົງ ເພື່ອຮັບມືກັບ ເຫດການຄົນເຂົ້າເມືອງ ຜິດກົດໝາຍ ຢ່າງຂະໜາດໃຫຍ່ ທີ່ອາດເກີດຂຶ້ນ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,ວັນທີ 29 ກັນຍານີ້, ຄະນະກຳມະການ ສະຫະພາບ ເອີຣົບ ໄດ້ສະເໜີແຜນການ ທີ່ຄວບຄຸມ ກ່ຽວກັບ ການເພີ່ມທະວີ ຄວາມໝັ້ນຄົງ ຢູ່ຊາຍແດນ ທາງ ນອກ ຂອງສະຫະພາບ ເອີຣົບ ໂດຍມີ ຈຸດປະສົງ ເພື່ອຮັບມືກັບ ເຫດການຄົນເຂົ້າເມືອງ ຜິດກົດໝາຍ ຢ່າງຂະໜາດໃຫຍ່ ທີ່ອາດເກີດຂຶ້ນ. ອີງຕາມແຜນການດັ່ງກ່າວ, ສະຫະພາບເອີຣົບ ຈະດຳເນີນການໃນ 5 ດ້ານ ຄື: ເພີ່ມທະວີ ການຮ່ວມມື ກັບປະເທດທີ່ກ່ຽວຂ້ອງ, ເພີ່ມທະວີການຄຸ້ມຄອງ ແລະ ການຄວບຄຸມ ຊາຍແດນທາງນອກ, ປັບປຸງກົນໄກ ຕິດຕາມກວດກາ ແລະ ເຕືອນໄພລ່ວງໜ້າ, ລຶບລ້າງເຄືອຂ່າຍ ການຄ້າມະນຸດ ແລະ ການລັກລອບຂົນສົ່ງຄົນ ແລະ ເພີ່ມທະວີ ການສົ່ງຜູ້ເຂົ້າເມືອງ ຜິດກົດໝາຍກັບຄືນປະເທດ. ໃນທ້າຍເດືອນ ກໍລະກົດປີນີ້, ຜູ້ຍົກຍ້າຍຜິດກົດໝາຍ ຈຳນວນຫລວງ ຫລາຍ ຈາກປະເທດ ມາຣົກ ໄດ້ຫລັງໄຫລກັບເຂົ້ານະຄອນເຊວຕາ ປະເທດແອັດສະປາຍ ເຮັດໃຫ້ແອັດສະປາຍ ເກີດວິກິດການ ຄົນຍົກຍ້າຍ ຢູ່ເຂດຊາຍແດນ ທີ່ຮ້າຍແຮງທີ່ສຸດ ໃນຊຸມປີມໍ່ໆມານີ້./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL