ຂປລ
ໃນໂອກາດ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຈີນ-ລາວ, ທັງເປັນປີມິດຕະພາບ ຈີນ-ລາວ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ຈັດງານພົບປະສົ່ງເສີມວັດທະນະທຳ ແລະ ການທ່ອງທ່ຽວ ໃນຫົວຂໍ້: “ພົບພໍ້ກວາງຊີ” ຢູ່ນະຄອນຫລວງວຽງຈັນ ເພື່ອຊຸກຍູ້ການຮ່ວມມືຕົວຈິງ ລະຫວ່າງ ຂະແໜງການທ່ອງທ່ຽວຂອງກວາງຊີ ແລະ ສປປ ລາວ ໃນວັນທີ 24 ກັນຍາ 2026 .
ຂປລ. ໂດຍມີ ທ່ານ ພະຂັນໄຊ ສີຄັນໄຊ ຮອງລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ທ່ານ ນາງ ເສິນອີ້ຈຸນ ກໍາມະການປະຈໍາຄະນະພັກເຂດ, ຫົວໜ້າຄະນະໂຄສະນາອົບຮົມເຂດປົກຄອງຕົນເອງ ຊົນເຜົ່າຈ້ວງກວາງຊີ ສປ ຈີນ, ມີຜູ້ປະກອບການດ້ານການທ່ອງທ່ຽວ ລາວ-ຈີນ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍ ລາວ-ຈີນ ເຂົ້າຮ່ວມ. ງານພົບປະໃນຄັ້ງນີ້, ໄດ້ຈັດວາງສະແດງຊັບພະຍາກອນດ້ານວັດທະນະທຳ ແລະ ການທ່ອງທ່ຽວ ກວາງຊີ ສປ ຈີນ, ເສັ້ນທາງທີ່ມີເອກະລັກສະເພາະຂອງກວາງຊີ ຢ່າງຮອບດ້ານ, ເພື່ອສະໜອງເວທີໃນການເຊື່ອມຕໍ່ຢ່າງຊັດເຈນ ແລະ ເຈລະຈາຮ່ວມມືໃຫ້ແກ່ບັນດາວິ ສາຫະກິດທ່ອງທ່ຽວຂອງທັງສອງຝ່າຍ ລາວ-ຈີນ. ພ້ອມນີ້, ໃນງານຜູ້ເຂົ້າຮ່ວມຍັງໄດ້ແບ່ງປັນປະສົບການທີ່ໄດ້ໄປສຳຜັດກ່ຽວກັບການທ່ອງທ່ຽວ ກໍຄື ບັນດາແຫ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ, ປະຫວັດສາດ ແລະ ອື່ນໆ ຢູ່ ກວາງຊີ, ພ້ອມທັງຊົມການສະແດງ ສິລະປະຂອງນັກສະແດງ ຈາກ ສປ ຈີນ ຕື່ມອີກ.
ໂອກາດນີ້, ທ່ານ ພະຂັນໄຊ ສີຄັນໄຊ ໄດ້ກ່າວວ່າ: ກິດຈະກຳຄັ້ງນີ້, ບໍ່ພຽງແຕ່ເປັນການໂຄສະນາສົ່ງເສີມວັດທະນະທໍາ ແລະ ການທ່ອງທ່ຽວຂອງແຂວງກວາງຊີເທົ່ານັ້ນ, ແຕ່ຍັງເປັນການສະທ້ອນໃຫ້ເຫັນເຖິງສາຍພົວພັນອັນແໜ້ນແຟ້ນ ພາຍໃຕ້ຂອບການຮ່ວມມື “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ນັບມື້ນັບມີຜົນສຳເລັດຢ່າງເປັນຮູບປະທຳ ແລະ ສະທ້ອນໃຫ້ເຫັນເຖິງໄມຕີຈິດມິດຕະພາບຂອງການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ- ໝັ້ນຄົງ-ຍາວນານ ແລະ ການເປັນຄູ່ຮ່ວມຊາຕາກໍາ ຈີນ-ລາວ, ລາວ- ຈີນ ໂດຍຜ່ານກິດຈະກໍາວັດທະນະທໍາ ແລະ ທ່ອງທ່ຽວ ດັ່ງກ່າວ ກໍຄືການຈັດຕັ້ງຜັນຂະຫຍາຍຖະແຫລງການຮ່ວມ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ຕະຫລອດການໃນຍຸກໃໝ່ ລະຫວ່າງ ລາວ- ຈີນ, ຈີນ-ລາວ ໃນໂອກາດການຢ້ຽມຢາມຈີນ ຂອງການນຳຂັ້ນສູງພັກ, ລັດລາວ ໃນເດືອນມິຖຸນາ 2026 ທີ່ຜ່ານມາ. ສປປ ລາວ ແລະ ສປ ຈີນ ເປັນປະເທດຄູ່ຮ່ວມມືຍຸດທະສາດຮອບດ້ານ, ບ້ານໃກ້ເຮືອນຄຽງທີ່ມີສາຍພູ ແລະ ແມ່ນໍ້າຕິດຈອດກັນ, ປະຊາຊົນສອງຊາດ ໄດ້ມີການໄປມາຫາສູ່ກັນມາແຕ່ບູຮານນະການ.
ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ຕ້ັງຢູ່ແຄມຝ່ັງທະເລພາກໃຕ້ຂອງຈີນ, ແມ່ນປ່ອງຢ້ຽມແຖວໜ້າຂອງຈີນ ໃນການເປີດປະຕູຮ່ວມມືກັບອາຊຽນ, ມີຊັບພະຍາກອນດ້ານວັດທະນະທຳ ແລະ ການທ່ອງທ່ຽວທີ່ອຸດົມສົມບູນເປັນຢ່າງຍິ່ງ ເຊັ່ນ: ພູຜານໍ້າຊ່ອງກຸ້ຍຫລິນທີ່ມີຊື່ສຽງດັງໄປທົ່ວໂລກ, ນໍ້າຕົກຕາດເຕີທຽນ (ບານຊົກ) ຈີນ-ຫວຽດນາມ ຊຶ່ງເປັນນໍ້າຕົກຕາດຂ້າມພົມແດນທີ່ໃຫຍ່ທີ່ສຸດໃນອາຊີ, ເມືອງປາມ້າ (Bama) ຊຶ່ງເປັນດິນແດນແຫ່ງອາຍຸຍືນຂອງໂລກ, ຮູບແຕ້ມເທິງໜ້າຜາຮວາຊານ ຊຶ່ງເປັນມໍລະດົກວັດທະນະທຳໂລກ ແລະ ວັດທະນະທຳຊົນເຜົ່າສ່ວນໜ້ອຍທີ່ມີສີສັນສວຍງາມ.
ຂ່າວ-ພາບ: ທະນູທອງ
KPL