ໂຕໂຢຕ້າ ມີຍອດຂາຍ-ການຜະລິດທົ່ວໂລກ ຫລຸດລົງ 2 ເດືອນຕິດຕໍ່ກັນ

30/09/2026 17:11
ຂປລ ບໍລິສັດ ໂຕໂຢຕ້າ ມໍເຕີ ຄອບ (Toyota Motor Corp) ເຊິ່ງເປັນ ຜູ້ຜະລິດລົດໃຫຍ່ ຂະໜາດໃຫຍ່ ຈາກ ປະເທດ ຍີ່ປຸ່ນ ໄດ້ເປີດເຜີຍ ໃນວັນທີ 29 ກັນຍານີ້ວ່າ: ຍອດຂາຍລົດໃຫຍ່ ທົ່ວໂລກ ຂອງໂຕໂຢຕ້າໃນ ເດືອນສິງຫາ ລວມມີ 790.743 ຄັນ

ຂປລ. ສຳນັກຂ່າວອິນໂຟເຄວ: ບໍລິສັດ ໂຕໂຢຕ້າ ມໍເຕີ ຄອບ (Toyota Motor Corp) ເຊິ່ງເປັນ ຜູ້ຜະລິດລົດໃຫຍ່ ຂະໜາດໃຫຍ່ ຈາກ ປະເທດ ຍີ່ປຸ່ນ ໄດ້ເປີດເຜີຍ ໃນວັນທີ 29 ກັນຍານີ້ວ່າ: ຍອດຂາຍລົດໃຫຍ່ ທົ່ວໂລກ ຂອງໂຕໂຢຕ້າໃນເດືອນສິງຫາ ລວມມີ 790.743 ຄັນ, ຫລຸດລົງ 6,4% ເມື່ອທຽບໃສ່ ໄລຍະດຽວກັນ ຂອງ ປີກາຍ ເຊິ່ງເປັນ ການຫລຸດລົງ ຕິດຕໍ່ກັນ ເປັນເດືອນທີ 2 ເນື່ອງຈາກ ຄວາມຕ້ອງການ ຢູ່ປະເທດຈີນ ຢຸດຈຶ້ງ ທ່າມກາງລາຄານ້ຳມັນແອັດຊັງ ປັບຕົວສູງຂຶ້ນ ຍ້ອນວ່າ ຄວາມຂັດແຍ້ງ ໃນເຂດຕາເວັນອອກກາງ.

ໂດຍທາງບໍລິສັດດັ່ງກ່າວ ລະບຸວ່າ ຍອດການຜະລິດ ທົ່ວໂລກ ລວມມີ 700.860 ຄັນ, ຫລຸດລົງ 5,9% ເມື່ອທຽບໃສ່ ໃນໄລຍະດຽວກັນຂອງປີກາຍ ເນື່ອງຈາກ ຈຳນວນ ວັນເຮັດວຽກ ທີ່ໜ້ອຍລົງ ໃນບາງປະເທດ. ຍອດການຂາຍຢູ່ຕ່າງປະເທດ ຂອງໂຕໂຢຕ້າ ຈຳນວນ 685.676 ຄັນ, ຫລຸດລົງ 8,4% ເມື່ອສົມທຽບກັບ ປີກາຍ ເປັນເດືອນທີ 7 ໂດຍສະເພາະ ຍອດການຂາຍ ໃນຈີນ ລວມມີ 118.449 ຄັນ, ຫລຸດລົງຮອດ 22,8% ເນື່ອງຈາກ ຕະຫລາດລົດໃຫຍ່ ທີ່ໃຊ້ນ້ຳມັນເຊື້ອໄຟ ລວມທັງ ລົດໃຫຍ່ເຄື່ອງຈັກ ແລະ ລົດໃຫຍ່ໄຮບຣິດ ຍັງສືບຕໍ່ຢຸດຈຶ້ງ. ສ່ວນການຜະລິດ ໃນຕ່າງປະເທດ 496.373 ຄັນ ຫລຸດລົງ 7,6% ເປັນເດືອນທີ 4 ໂດຍ ແລະ ການຜະລິດ ໃນຈີນ ລວມມີ 111.154 ຄັນຫລຸດລົງ 11,3% ແລະ ອື່ນໆ./

KPL

ຂ່າວອື່ນໆ

ads
ads

Top