ຂປລ
ກະຊວງ ສາທາລະນະສຸກ ຂອງ ສີລັງກາ ລາຍງານວ່າ: ໃນປີ 2026, ຍອດຈໍານວນ ຜູ້ເປັນພະຍາດ ໄຂ້ເລືອດອອກ ໃນສີລັງກາ ລວມມີ 100.127 ຄົນ ໂດຍຄິດໄລ່ຮອດ ວັນທີ 27 ກັນຍາ, ໃນນັ້ນ ລວມມີ ຜູ້ເສຍຊີວິດ 77 ຄົນ.
ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ກະຊວງ ສາທາລະນະສຸກ ຂອງ ສີລັງກາ ລາຍງານວ່າ: ໃນປີ 2026, ຍອດຈໍານວນ ຜູ້ເປັນພະຍາດ ໄຂ້ເລືອດອອກ ໃນສີລັງກາ ລວມມີ 100.127 ຄົນ ໂດຍຄິດໄລ່ຮອດ ວັນທີ 27 ກັນຍາ, ໃນນັ້ນ ລວມມີ ຜູ້ເສຍຊີວິດ 77 ຄົນ.
ໂດຍສະເພາະ ແຂວງເວສເຕີນ (Western Province) ມີຈຳນວນ ຜູ້ເປັນພະຍາດ 52.562 ຄົນ, ກວມເອົາ 52,5% ຂອງ ຈຳນວນຜູ້ຕິດເຊື້ອທັງໝົດ. ໃນຂະນະດຽວກັນ, ບົດລາຍງານ ຍັງລະບຸວ່າ ເຂດກຳປາຮາ (Gampaha) ມີຜູ້ຕິດເຊື້ອ ພະຍາດ ໄຂ້ເລືອດອອກ ສູງສຸດ ໃນບັນດາເຂດ ແລະ ໜ່ວຍລາຍງານຕ່າງໆ ດ້ວຍຈຳນວນ 21.234 ຄົນ ຫລື ກວມເອົາ 21,21% ຂອງ ຜູ້ຕິດເຊື້ອທັງໝົດ, ຖັດລົງມາ ເມືອງໂຄລຳໂບ (Colombo), 19.634 ຄົນ ແລະ ເມືອງແຄນດີ (Kandy) ມີຜູ້ຕິດເຊື້ອ 7.624 ຄົນ. ໂດຍສະເພາະ ເດືອນກໍລະກົດ ລວມມີ ຈຳນວນ 29.964 ຄົນ./
KPL