ປະທານຄະນະກວດກາສູນກາງພັກ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປື

25/09/2026 11:55
ຂປລ ໃນວັນທີ 23 ກັນຍາ 2026 ນີ້, ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປື ໂດຍມີ ສະຫາຍ ບຸນເຖິງ ດວງສະຫວັນ ກຳມະການສູນກາງພັກ, ເລຂາຄະນະ ພັກແຂວງ, ປະທານສະພາປະຊາຊົນແຂວງອັດຕະປື ພ້ອມດ້ວຍຄະນະໃຫ້ການຕ້ອນຮັບ.

     ຂປລ. ໂອກາດນີ້, ສະຫາຍ ວັນໄຊ ພອງສະຫວັນ ໄດ້ເຂົ້າຮ່ວມກອງປະຊຸມວຽກງານກວດກາທົ່ວແຂວງ ອັດຕະປື ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ທ່ີຈັດຂ້ຶນໃນວັນທີ 22-23 ກັນຍາ 2026. ກອງປະຊຸມໄດ້ຕີລາຄາການຈັດຕັ້ງປະຕິບັດວຽກງານກວດກາທົ່ວແຂວງ ໃນໄລຍະ 5 ປີຜ່ານມາ ແລະ ໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນຢ່າງເລິກເຊິ່ງ ຕໍ່ການສະຫລຸບວຽກງານດັ່ງກ່າວ ແລະ ຕໍ່ທິດທາງແຜນການ ໃນ 5 ປີ ໂດຍໄດ້ກໍານົດວຽກງານຈຸດສຸມຄື:  ເພີ່ມທະວີວຽກງານຕິດຕາມ ແລະ ກວດກາພາຍໃນພັກ ໂດຍສຸມໃສ່ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ມະຕິ XII ຂອງອົງຄະນະພັກແຂວງ; ເພີ່ມທະວີການກວດກາການຄຸ້ມຄອງບໍລິຫານລັດ ໂດຍເນັ້ນໃສ່ໂຄງການລົງທຶນ, ການຄຸ້ມຄອງງົບປະມານ, ຊັບພະຍາກອນທຳມະຊາດ, ການແກ້ໄຂການລັກລອບຂຸດຄົ້ນແຮ່ຄຳຕົກຂ້ອນ ແລະ ເປີດຊ່ອງທາງໃຫ້ປະຊາຊົນມີສ່ວນຮ່ວມສະໜອງຂໍ້ມູນ; ສືບຕໍ່ຕ້ານ ແລະ ແກ້ໄຂການສໍ້ລາດບັງຫລວງໂດຍດຳເນີນຄະດີຕາມລະບຽບ, ເພີ່ມທະວີການຂຶ້ນບັນຊີຊັບສິນຂອງພະນັກງານ ແລະ ສົ່ງເສີມການນຳເນື້ອໃນຕ້ານການສໍ້ລາດບັງຫລວງເຂົ້າໃນການສຶກສາ, ຍົກລະດັບກົງຈັກ ແລະ ພະນັກງານກວດກາໃຫ້ມີຄວາມເປັນມືອາຊີບ, ມີຈັນຍາບັນ ແລະ ຮອງຮັບການຫັນເປັນທັນສະໄໝ ໂດຍພັດທະນາລະບົບຈັດເກັບຂໍ້ມູນແບບລວມສູນດ້ວຍເຕັກໂນໂລຊີ; ຍົກສູງຄວາມຮັບຜິດຊອບຂອງຄະນະພັກແຕ່ລະຂັ້ນ ໂດຍຖືເອົາວຽກງານກວດກາເປັນກົນໄກສຳຄັນໃນການບໍລິຫານ ແລະ ເປັນໜ້າທີ່ຮັບຜິດຊອບຂອງຜູ້ນຳແຕ່ລະຂັ້ນ.

   

   ໂອກາດນີ້, ສະຫາຍ ວັນໄຊ ພອງສະຫວັນ ກໍໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ໂດຍສະຫາຍໄດ້ເນັ້ນໃຫ້ສ້າງການຫັນປ່ຽນໃນວຽກງານກວດກາ ເພື່ອເຮັດໃຫ້ວຽກງານກວດກາເປັນກົນໄກໜຶ່ງໃນການນຳພາຂອງພັກ ແລະ ການຄຸ້ມຄອງບໍລິຫານລັດ, ຕ້ອງຮັບຮູ້ ແລະ ເຂົ້າໃຈໃຫ້ຖືກຕ້ອງກ່ຽວກັບວຽກງານກວດກາ, ການກວດກາແມ່ນໜຶ່ງໃນບົດບາດການນຳພາຂອງພັກ, ທຸກການຈັດຕັ້ງຂອງພັກ-ລັດຈະຢູ່ໃນຕໍາແໜ່ງໃດກໍຕ້ອງຢູ່ພາຍໃຕ້ການນຳພາ, ພາຍໃຕ້ການກວດກາຂອງພັກ, ກວດກາໃຫ້ເຫັນຜົນສໍາເລັດ, ດ້ານດີ ຂອງການຈັດຕັ້ງ, ບຸກຄົນເພື່ອເສີມຂະຫຍາຍ, ກວດກາຫາດ້ານອ່ອນຂໍ້ຄົງຄ້າງເພື່ອປັບປຸງ ແກ້ໄຂ, ຖ້າຫາກມີການກະທຳຜິດກໍຕ້ອງໄດ້ມີການດຳເນີນຕາມຂັ້ນຕອນໂດຍບໍ່ມີຂໍ້ຍົກເວັ້ນ; ຢາກໃຫ້ບັນດາສະຫາຍເຂົ້າໃຈວ່າວຽກງານກວດກາເປັນວຽກງານຂອງຄະນະພັກໃນແຕ່ລະຂັ້ນ, ເປັນຄວາມຮັບຜິດຊອບໂດຍກົງຂອງຄະນະພັກ ໃນການກຳນົດສ້າງແຜນການໃນການກວດກາໃນແຕ່ລະໄລຍະ ເພື່ອດຳເນີນການກວດກາ, ຖືເອົາວຽກງານກວດກາເປັນການສະກັດກັ້ນ ບໍ່ໃຫ້ມີບັນຫາເກີດຂຶ້ນໃນອົງການຈັດຕັ້ງພັກ-ລັດ, ທັງເປັນຜູ້ຕິດຕາມການຈັດຕັ້ງປະຕິບັດຂອງຄະນະກວດກາ; ການຕິດຕາມ, ກວດກາພັກແມ່ນການຕິດຕາມກວດກາການຈັດຕັ້ງປະຕິບັດກົດລະບຽບຂອງພັກ, ການຈັດຕັ້ງຜັນຂະຫຍາຍບັນດາມະຕິຄຳສັ່ງຂອງຂັ້ນເທິງໃນແຕ່ລະໄລຍະ; ວຽກງານກວດກາລັດແມ່ນການກວດກາການຈັດຕັ້ງປະຕິບັດພາລະບົດບາດ, ການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການຕ່າງໆ; ສ່ວນວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງໃຫ້ເພີ່ມທະວີໃນການໂຄສະນາເຜີຍແຜ່ໃຫ້ພະນັກງານສະມາຊິກພັກຢ່າງເລິກເຊິ່ງເຮັດໃຫ້ເຂົາເຈົ້າມີຄວາມຮັບຮູ້, ເຂົ້າໃຈໃນການປະຕິບັດວຽກງານ, ຖ້າມີພຶດຕິກຳສໍ້ລາດບັງຫລວງກໍຕ້ອງໄດ້ປະຕິບັດຕາມມາດຕະການຢ່າງເດັດຂາດ ໂດຍບໍ່ມີຂໍ້ຍົກເວັ້ນເພື່ອເປັນຕົວຢ່າງໃຫ້ຜູ້ທີ່ຄິດຢາກເຮັດໃຫ້ມີສະຕິ; ສືບຕໍ່ເກັບກໍາຂໍ້ມູນເປົ້າໝາຍທີ່ຍັງບໍ່ທັນສໍາເລັດເພື່ອແກ້ໄຂໂດຍໄວ, ບໍ່ໃຫ້ແກ່ຍາວ; ເອົາໃຈໃສ່ໃນການເກັບກູ້ຊັບສິນຂອງລັດທີ່ຕົກເຮ່ຍເສຍຫາຍກັບຄືນໃຫ້ລັດ, ຄຸ້ມຄອງຊັບສິນທ່ີຢຶດໃນການດໍາເນີນຄະດີຕ່າງໆບໍ່ໃຫ້ຕົກເຮ່ຍເສຍຫາຍ; ການແກ້ໄຂຄຳຮ້ອງ-ຄຳສະເໜີຂອງພົນລະເມືອງ ໃຫ້ເອົາໃຈໃສ່ຄົ້ນຄວ້າແກ້ໄຂ ເພື່ອສະເໜີພາກສ່ວນກ່ຽວຂ້ອງແກ້ໄຂໃຫ້ຖືກຕ້ອງຕາມກົດໝາຍ, ຕາມຂັ້ນຮັບຜິດຊອບຂອງຕົນ ບໍ່ໃຫ້ສະສົມບັນຫາ; ຕ້ອງພ້ອມກັນເພີ່ມທະວີຄວາມຮັບຜິດຊອບຂອງຜູ້ເຮັດວຽກງານກວດກາແຕ່ລະຂັ້ນໃນການຈັດຕັ້ງປະຕິບັດວຽກງານກວດກາ, ມີຈັນຍາບັນຈັນຍາທຳ, ມີກົນໄກ, ມີຄວາມກ້າຫານເດັດຂາດ, ນິ້ມນວນພາວະວິໄສ, ຕ້ອງມີຈິດໃຈທີ່ສັດຊື່, ມີກົນໄກການປະສານສົມທົບຂອງອົງການກ່ຽວຂ້ອງຢ່າງ ລະອຽດຈະແຈ້ງ.

     ພ້ອມກັນນີ້, ສະຫາຍຍັງໄດ້ຕາງໜ້າຄະນະມອບເງິນຈຳນວນ 100 ລ້ານກີບ ໃຫ້ຄະນະກວດກາພັກແຂວງ ແລະ ມອບເງິນຈຳນວນ 100 ລ້ານກີບ ໃຫ້ແຂວງອັດຕະປື ເພ່ືອນໍາໃຊ້ເຂ້ົາໃນວຽກງານສະກັດກັ້ນ ແລະ ແກ້ໄຂໄພພິບັດ.

KPL

ຂ່າວອື່ນໆ

ads
ads

Top