ຂປລ
ທ່ານ ອາເທີ ໂຈເຊຟ ຄູຣຸບ (Arthur Joseph Kurup) ລັດຖະມົນຕີ ກະຊວງ ຊັບພະຍາກອນ ທຳມະຊາດ ແລະ ຄວາມຍືນຍົງ ດ້ານສິ່ງແວດລ້ອມ ຂອງມາເລເຊຍ ເປີດເຜີຍວ່າ ສະຖານະການ ໝອກຄວັນ ໃນປັດຈຸບັນ ມີທ່າອຽງແກ່ຍາວ ໄປເຖິງ ຊ່ວງຕົ້ນປີ 2027
ຂປລ.ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ທ່ານ ອາເທີ ໂຈເຊຟ ຄູຣຸບ (Arthur Joseph Kurup) ລັດຖະມົນຕີ ກະຊວງ ຊັບພະຍາກອນ ທຳມະຊາດ ແລະ ຄວາມຍືນຍົງ ດ້ານສິ່ງແວດລ້ອມ ຂອງມາເລເຊຍ ເປີດເຜີຍວ່າ ສະຖານະການ ໝອກຄວັນ ໃນປັດຈຸບັນ ມີທ່າອຽງແກ່ຍາວ ໄປເຖິງ ຊ່ວງຕົ້ນປີ 2027 ເນື່ອງຈາກ ສະພາບອາກາດ ທີ່ຮ້ອນ ແລະ ແຫ້ງແລ້ງ ເປັນເວລາ ຍາວນານ ຈາກ ອິດທິພົນ ຂອງ ປະກົດການເອລນີໂຍ.
ໂດຍຄາດການວ່າ ປະກົດການເອລນີໂຍ ຈະເພີ່ມທະວີ ຄວາມຮຸນແຮງຂຶ້ນ ໄປສູ່ລະດັບ “ຊູເປີເອລນີໂຍ” (Super El Nino) ຕັ້ງແຕ່ ເດືອນຕຸລາ 2026 ເຖິງ ເດືອນມັງກອນ 2027 ແລະ ສົ່ງຜົນກະທົບ ຂອງ ປະກົດການດັ່ງກ່າວ ຈະແກ່ຍາວ ໄປຈົນເຖິງ ເດືອນມິຖຸນາ. ໃນຂະນະດຽວກັນ, ມໍລະສຸມ ຕາເວັນຕົກສຽງໃຕ້ ທີ່ເກີດຂຶ້ນ ໃນໄລຍະເວລາ ດຽວກັນນີ້ ກໍຍັງສົ່ງຜົນໃຫ້ ປະລິມານ ນໍ້້າຝົນຫລຸດລົງ ເຮັດໃຫ້ ສະພາບອາກາດ ເພີ່ມຄວາມຮ້ອນ ແລະ ແຫ້ງແລ້ງຫລາຍຂຶ້ນຕື່ມ.
ສະພາບອາກາດ ແຫ້ງແລ້ງ ທີ່ແກ່ຍາວ ຈະເພີ່ມຄວາມສ່ຽງ ຕໍ່ການເກີດໄຟໄໝ້ ໃນພື້ນທີ່ກາງແຈ້ງ. ໂດຍສະຖານະການໝອກຄວັນ ທີ່ແກ່ຍາວ ໃນຄັ້ງນີ້ ມີຄວາມແຕກຕ່າງ ຈາກໃນອະດີດ ທີ່ມັກແກ່ຍາວ ເວລາພຽງ ປະມານ 1-2 ເດືອນເທົ່ານັ້ນ. ນອກຈາກນີ້, ມາເລເຊຍ ຈະໃຫ້ ການຊ່ວຍເຫລືອ ປະເທດ ອິນໂດເນເຊຍ ໃນການ ຮັບມືກັບ ໄຟປ່າ ແລະ ໄຟໄໝ້ພື້ນດິນ ລວມເຖິງ ການສະໜັບ ສະໜຸນ ດ້ານການດັບເພີງ ທາງອາກາດ ໂດຍການປະຕິບັດການ ໃຊ້ເຮລິກົບແຕ້ ປ່ອຍນ້ຳ ເພື່ອດັບໄຟ, ການດັບໄຟ ດ້ວຍເຮືອບິນ ແລະ ການເຮັດຝົນທຽມ./
KPL