ສື່ມວນຊົນ ສຳເລັດການລົງເກັບກຳຂ່າວ ຂະບວນສັກວັກຊິນ ຢູ່ແຂວງສະຫວັນນະເຂດ

18/07/2022 13:43
Email Print 9656
ຂປລ ຂປລ. ຄະນະສື່ມວນຊົນ ນຳພາໂດຍ ກົມສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ອົງການອຸຍນີເຊບ ປະຈຳລາວ ແລະ ສູນສຸຂະພາບ ແມ່ ແລະ ເດັກ ກະຊວງສາທາລະນະສຸກ

ຂປລ. ຄະນະສື່ມວນຊົນ ນຳພາໂດຍ ກົມສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ອົງການອຸຍນີເຊບ ປະຈຳລາວ ແລະ ສູນສຸຂະພາບ ແມ່ ແລະ ເດັກ ກະຊວງສາທາລະນະສຸກ ໄດ້ສຳເລັດ ການລົງເຄື່ອນໄຫວ ເກັບກຳຂ່າວຂະບວນ ສັກວັກຊິນ ໂຄວິດ-19 ແລະ ສັກວັກຊິນຮອບປົກກະຕິ ຢູ່ແຂວງສະຫວັນນະເຂດ ໃນລະ ຫວ່າງວັນທີ 10-16 ກໍລະກົດ 2022 ເພື່ອໂຄສະນາປຸກລະດົມ ຂະບວນການສັກວັກຊິນ ປີ 2022 ໃຫ້ບັນລຸຕາມເປົ້າໝາຍ ລັດຖະບານວາງໄວ້ 80%.

ການລົງເຄື່ອນໄຫວ ເກັບກຳຂ່າວຂະບວນ ສັກວັກຊິນໂຄວິດ-19 ແລະ ສັກວັກຊິນຮອບປົກກະຕິ ຢູ່ ແຂວງສະຫວັນນະເຂດ ໃນຄັ້ງນີ້, ສື່ມວນຊົນໄດ້ ລົງຕິດຕາມ ແລະ ຮັບຟັງການລາຍງານ ກ່ຽວກັບວຽກງານການປ້ອງກັນ ແລະ ສະກັດກັ້ນການລະບາດ ຂອງພະຍາດໂຄວິດ-19 ລວມທັງ ວຽກງານການສັກວັກຊິນ ໂຄວິດ-19 ແລະ ສັກວັກຊິນຮອບປົກກະຕິ ຢູ່ນະຄອນໄກສອນ ພົມວິຫານ, ເມືອງພີນ, ພະລານໄຊ ແລະ ເມືອງຊົນນະບູລີ. ພ້ອມທັງລົງເບິ່ງ ບັນຫາຕົວຈິງກ່ຽວກັບ ຂະບວນສັກວັກຊິນ ແລະ ສຳພາດພາກສ່ວນຕ່າງໆ ທີ່ຮັບຜິດຊອບ ລວມທັງປະຊາຊົນ ໂດຍສະເພາະ ແມ່ນຄວາມຄືບໜ້າ ໃນການສັກວັກຊິນ, ສິ່ງທ້າທາຍ, ຄວາມຮັບຮູ້-ເຈົ້າໃຈ ຂອງປະຊາຊົນ ກ່ຽວກັບການສັກວັກຊິນ ເພື່ອນໍາໂຄສະນາ ເຜີຍແຜ່ໃຫ້ປະຊາຊົນ, ພະນັກງານ, ທະຫານຕໍາຫລວດ ແລະ ທຸກພາກສ່ວນໃນສັງຄົມ ໄດ້ຮັບຮູ້ ເຖິງຈຸດປະສົງ, ຄວາມສຳຄັນ ໃນການສັກວັກຊິນ ເພື່ອສ້າງພູມຄຸ້ມກັນ.

ທ່ານ ດຣ ທອງຄຳ ພັດຫະວົງ ຫົວໜ້າໜ່ວຍງານ ປຸກລະດົມຊູມຊົນ ສູນສຸຂະພາບ ແມ່ ແລະ ເດັກ ກະຊວງສາທາລະນະສຸກ ໄດ້ໃຫ້ຮູ້ວ່າ: ຜ່ານການລົງຕິດຕາມ ຮ່ວມກັບຄະນະສື່ມວນຊົນ ໃນຄັ້ງນີ້, ເຫັນວ່າບົດຮຽນ ທີ່ພວກເຮົາເຫັນຊັດເຈນ ດ້ານພື້ນຖານ ແມ່ນຍັງຂາດ ການໂຄສະນາ ເຜີຍແຜ່ ຂໍ້ມູນຂ່າວສານ ແລະ ການປຸກລະດົມຢ່າງກວ້າງຂວາງ ເພື່ອໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈ ເຖິງຄວາມສຳຄັນ ຂອງການມາສັກວັກຊິນ ເຊິ່ງເປັນວຽກໜຶ່ງ ທີ່ພວກເຮົາຕ້ອງໄດ້ສືບຕໍ່ ເພື່ອເຮັດແນວໃດ ໃຫ້ການໂຄສະນາ ສຸຂະສຶກສາໃຫ້ປະຊາຊົນ ຢູ່ເຂດຫ່າງໄກສອກຫລີກ ໄດ້ເຂົ້າໃຈ ແລະ ມີຄວາມຈໍາເປັນວ່າ ວຽກງານສັກວັກຊິນ ປ້ອງກັນໂຄວິດ ແມ່ນມີຄວາມຈຳເປັນ, ຖ້າພວກເຮົາ ບໍ່ໄດ້ສັກວັກຊິນປ້ອງກັນ ຈະເຮັດໃຫ້ພະ ຍາດດັ່ງກ່າວລະບາດໄດ້, ກະຊວງສາທາລະນະສຸກ ແລະ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ລວມທັງພາກສ່ວນກ່ຽວຂ້ອງອື່ນໆ ຕ້ອງໄດ້ຊ່ວຍກັນ ໂຄສະນາຂໍ້ມູນ ຂ່າວສານຕ່າງໆ ກ່ຽວກັບການປ້ອງກັນ ແລະ ສະກັດກັ້ນພະຍາດໃຫ້ທົ່ວເຖິງ, ພວກເຮົາຕ້ອງໄດ້ຊ່ວຍກັນ, ຮ່ວມມື ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ນໍາໃຊ້ບັນດາສື່ໂຄສະນາຕ່າງໆ ເປັນຕົ້ນ ໜັງສືພິມ, ວິທະຍຸ, ໂທລະພາບ, ໂທລະໂຄ່ງ ແລະ ສື່ອື່ນໆ ກະຈາຍຂໍ້ມູນຂ່າວສານ ຢ່າງກວ້າງຂວາງ ແລະ ທົ່ວເຖິງ ເຊິ່ງໄລຍະຜ່ານມາ, ວຽກງານ ສື່ໂຄສະນາຕ່າງໆແມ່ນ ມອບໃຫ້ແຕ່ສາທາລະນະສຸກ ເປັນເຈົ້າການ ເຮັດໃຫ້ການກະຈາຍຂ່າວ, ການສົ່ງຄວາມຮູ້ຕ່າງໆ ກ່ຽວກັບການປ້ອງກັນຕົນເອງ ບໍ່ວ່າຈະເປັນການສັກວັກຊິນ ຫລື ກວດສຸຂະພາບ ທົ່ວໄປ ຍັງຄິດວ່າເປັນຂອງສ່ວນຕົວ ເປັນຂອງບຸກຄົນ, ສະນັ້ນ ເຮົາຕ້ອງເຂົາໃຈວ່າ ສຸຂະພາບມັນເປັນຂອງທຸກຄົນ ພວກເຮົາຕ້ອງໄດ້ຮ່ວມມືກັນ ໂດຍສະເພາະ ການໂຄສະນາຂໍ້ມູນຂ່າວສານ ຕ້ອງໄດ້ເວົ້າຫລາຍເທື່ອ ແລະ ຊໍ້າໄປຊໍ້າມາ.

ທ່ານ ດຣ ທອງຄຳ ພັດຫະວົງ ຍັງໃຫ້ຮູ້ອີກວ່າ: ເພື່ອເຮັດໃຫ້ການ ບໍລິການສັກວັກຊິນ ເຂົ້າເຖິງປະຊາຊົນຫລາຍຂຶ້ນ ພວກເຮົາຕ້ອງອາໃສ່ ໜ່ວຍສັກວັກຊິນຄົງທີ່ ແລະ ໜ່ວຍເຄື່ອນທີ່ ເພື່ອເຄື່ອນໄຫວ ແຕ່ຕ້ອງ ໄດ້ເອົາໃຈໃສ່ປະສານສົບທົບກັບ ອຳນາດການປົກຄອງ ເພື່ອເປັນສື່ ຊ່ວຍພວກເຮົາ, ທາງດ້ານແພດ ກໍຕ້ອງໄດ້ເອົາໃຈໃສ່ ທາງດ້ານເຕັກນິກຕ່າງໆ, ສຳຄັນຕ້ອງໄດ້ອາໃສ່ ສື່ໂຄສະນາ ທີ່ພວກເຮົາສ້າງຂຶ້ນ, ຕ້ອງໄດ້ລົງ ໂຄສະນາເລື້ອຍໆ, ທີມງານທີ່ໄປເຄື່ອນທີ່ ກໍຕ້ອງໄດ້ເຮັດວຽກເຊື່ອມສານ, ຕ້ອງໄດ້ໂຄສະນາຫລາຍໆຄັ້ງ, ເອົາຜົນດີ, ຜົນເສຍ, ຄວາມຈຳເປັນ ຕ້ອງໄດ້ສັກວັກຊິນ ປ້ອງກັນະຍາດ ໃຫ້ແກ່ປະຊາຊົນຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດ ໃຫ້ວຽກງານດັ່ງກ່າວ ບັນລຸຕາມເປົ້າໝາຍທີ່ວາງໄວ້.

ສຳລັບວຽກງານ ສື່ໂຄສະນາຕ່າງໆ ແມ່ນມີຄວາມຈຳເປັນ ຕ້ອງໄດ້ສືບຕໍ່ໂຄສະນາ, ເຮັດຫລາຍໆຄັ້ງ, ໂຄສະນາຫລາຍໆເທື່ອ, ພະຍາຍາມ ເວົ້າຫລາຍ ເພື່ອໃຫ້ປະຊາຊົນຮັບຮູ້, ເຂົ້າໃຈຕໍ່ວຽກງານດັ່ງກ່າວ.

ຂ່າວ: ຈັນທະລອນ

ພາບ: ສຸກທະວີ

KPL

ຂ່າວອື່ນໆ

ads
ads

Top