ຕື່ນນອນຕອນເຊົ້າແລ້ວດື່ມນ້ຳທັນທີ ສົ່ງຜົນຕໍ່ຮ່າງກາຍແນວໃດ?

28/12/2021 16:50
Email Print 63954
ຂປລ ນ້ຳມີປະໂຫຍດຕໍ່ຮ່າງກາຍ ແຕ່ທ່ານຮູ້ບໍ່ວ່າ ການດື່ມນ້ຳຫລັງຈາກຕື່ນນອນຕອນເຊົ້າທັນທີ ກໍຄື ຕອນທີ່ທ້ອງກຳລັງວ່າງນັ້ນ ຈະສົ່ງຜົນສະທ້ອນຕໍ່ຮ່າງກາຍ ຂອງຄົນເຮົາແນວໃດ?

ນ້ຳມີປະໂຫຍດຕໍ່ຮ່າງກາຍ ແຕ່ທ່ານຮູ້ບໍ່ວ່າ ການດື່ມນ້ຳຫລັງຈາກຕື່ນນອນຕອນເຊົ້າທັນທີ ກໍຄື ຕອນທີ່ທ້ອງກຳລັງວ່າງນັ້ນ ຈະສົ່ງຜົນສະທ້ອນຕໍ່ຮ່າງກາຍ ຂອງຄົນເຮົາແນວໃດ? ຈາກຂໍ້ມູນທີ່ຄົ້ນຄວ້າ ຕາມແຫລ່ງຕ່າງໆສະຫລຸບໄດ້ດັ່ງນີ້:

1)  ດື່ມຕອນຕື່ນນອນໃໝ່ໆ ຊ່ວຍກະຕຸ້ນລະບົບພູມຕ້ານທານ ໃຫ້ເຮັດວຽກໄດ້ເຕັມປະສິດທິພາບ.

2)  ດື່ມນ້ຳເວລາທ້ອງວ່າງ ຊ່ວຍທຳຄວາມສະອາດພາຍໃນຮ່າງກາຍ ສາມາດດູດຊຶມສານອາຫານ ທີ່ມີຄຸນປະໂຫຍດໄປລ້ຽງພາກສ່ວນອື່ນໆ ຕາມຮ່າງຄີງໄດ້ເຕັມທີ່.

3)  ຊ່ວຍປັບສົມດູນຂອງຕ່ອມນ້ຳເຫລືອງ ສົ່ງຜົນດີຕໍ່ລະບົບພາຍໃນ ຫລຸດຜ່ອນຄວາມສ່ຽງອາການອັກເສບຕ່າງໆໄດ້ດີທີ່ສຸດ.

4)  ນ້ຳຊ່ວຍອູ້ມຊູການເຮັດວຽກຂອງຂໍ້ຕໍ່ ແລະ ກະດູກທຸກໆສ່ວນໃນຮ່າງກາຍ, ການດື່ມນ້ຳພຽງພໍ ຈະຊ່ວຍໃຫ້ຄົນເຮົາຫ່າງໄກ ຈາກພະຍາດເຈັບຫລັງ ແລະ ກະດູກຕ່າງໆ ໄດ້ດົນກວ່າອາຍຸຈິງ.

5)  ບາດເປັນໂພງ ກໍສາມາດປິ່ນປົວໃຫ້ເຊົາດີໄດ້ ພຽງແຕ່ດື່ມນ້ຳ 1 ຈອກຕອນຕື່ນນອນໃໝ່ໆເທົ່ານັ້ນ, ການດື່ມນ້ຳຕອນທ້ອງວ່າງ ຍັງເປັນຜົນດີຕໍ່ລະບົບຍ່ອຍອາຫານ.

6)  ຊ່ວຍສ້າງກ້າມຊີ້ນໃໝ່ໃນຮ່າງກາຍ.

7)  ຊ່ວຍລະບົບກຳຈັດໄຂມັນເຮັດວຽກໄດ້ດີ ຊ່ວຍໃນການຫລຸດນ້ຳໜັກໄດ້ດີເລີດ.

8)  ລະບົບເຜົາຜານ ແລະ ລະບົບຍ່ອຍອາຫານຈະແຂງແຮງກວ່າເກົ່າ.

9)  ຊ່ວຍຈັດລະບຽບການເຮັດວຽກຂອງລຳໄສ້, ຫລຸດຜ່ອນອາການຖ່າຍຍາກໄດ້ດີ.

  1. ພະຍາດທີ່ກ່ຽວກັບຄໍ, ເຈັບທ້ອງ, ປວດປະຈຳເດືອນ, ລະບົບສາຍຕາ, ຖອກທ້ອງ, ກະເພາະປັດສະວະອັກເສບ ປ້ອງກັນໄດ້ດ້ວຍວິທີງ່າຍໆ ພຽງດື່ມນ້ຳຫລັງຈາກຕື່ນນອນໃໝ່ເປັນປະຈຳ.
  2.  ການຕື່ມນ້ຳໃຫ້ສະໝອງຕັ້ງແຕ່ເຊົ້າ ຈະຊ່ວຍກະຕຸ້ນໃຫ້ສະໝອງ ເຮັດວຽກໄດ້ດີ ມີຊີວິດຊີວາ ແລະ ຄິດໄດ້ໄວ, ມີຄວາມຈື່ຈຳທີ່ດີ ແລະ ມີສະມາທິໝັ້ນທ່ຽງ.
  3.  ຊ່ວຍໃຫ້ຜິວພັນສົດໃສ ຫ່າງໄກພະຍາດຜິວໜັງ, ຫລຸດຜ່ອນພະຍາດຜີວໜັງເປັນເກັດເປັນຂຸຍ, ຫລຸດສິວຝ້າ,ຖ່ວງດຶງບໍ່ໃຫ້ເຖົ້າໄວ.
  4.  ຊ່ວຍບໍ່ໃຫ້ເປັນມະເຮັງກະເພາະປັດສະວະ ແລະ ມະເຮັງລຳໄສ້, ຍ້ອນສິ່ງທີ່ຕົກຄ້າງໃນລຳໄສ້ ຈະຖືກສະລ້າງ ຖ່າຍເທອອກທາງກະເພາະປັດສະວະ ແລະ ລະບົບຂັບຖ່າຍນັ້ນເອງ.
  5. ຊ່ວຍທຳຄວາມສະອາດລະບົບລຳລຽງອາຫານ.
  6. ຊ່ວຍກະຕຸ້ນການສ້າງແຊນໃໝ່ໃນຮ່າງກາຍ ແລະ ກະຕຸ້ນການເຜົາຜານ ເຮັດໃຫ້ລະບົບຍ່ອຍອາຫານແຂງແຮງ.

ຮຽບຮຽງ: ສ. ສີພັນຄຳ

KPL

ຂ່າວອື່ນໆ

    • ເຜີຍແຜ່ບົດລາຍງານ ເສັ້ນທາງການຖືພາໃນໄວໜຸ່ມໃນ ສປປ ລາວສຸຂະພາບ

      ເຜີຍແຜ່ບົດລາຍງານ ເສັ້ນທາງການຖືພາໃນໄວໜຸ່ມໃນ ສປປ ລາວ

      4/8/2024 10:42:13 AM

      ຂປລ. ໃນວັນທີ 4 ເມສາ 2024 ຜ່ານມາ, ລັດຖະບານ ແຫ່ງ ສປປ ລາວ ຮ່ວມກັບ ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ(UNFPA) ແລະ ອົງການ ອຸຍນີເຊບ ເຜີຍແຜ່ບົດລາຍງານຢ່າງເປັນທາງການໃນຫົວຂໍ້ “ບົດລາຍງານຄວາມເຂົ້າໃຈຂອງເສັ້ນທາງການຖືພາໃນໄວໜຸ່ມ ໃນອາຊີຕາເວັນອອກສ່ຽງໃຕ້: ກໍລະນີສຶກສາໃນ ສປປ ລາວ”.

    • ວິທີເຮັດຝຸ່ນບົ່ມຊີວະພາບເພື່ອປະຢັດລາຍຈ່າຍສຸຂະພາບ

      ວິທີເຮັດຝຸ່ນບົ່ມຊີວະພາບເພື່ອປະຢັດລາຍຈ່າຍ

      9/4/2023 11:04:29 AM

      *ປະຊາ​ຊົນ​ລາວ​ບັນດາ​ເຜົ່າ ຖື​ເອົາການ​ຜະລິດ​ ກະ​ສິກໍາ​ເປັນ​ສິນຄ້າ ​ໃນ​ການ​ສ້າງ​ລາຍ​ຮັບ​ເຂົ້າ​ຄອບ​ຄົວ ​ເຊິ່ງ​ແຕ່ລະ​ປີ​ການ​ຜະລິດ​ກະສິກໍາ ຕິດຕໍ່ກັນ​ເປັນ​ເວລາ​ຫລາຍ​ປີ ກໍ​ຈະ​ເຮັດ​ໃຫ້​ດິນ​ເຊື່ອ​ມຄຸນ​ນະພາ​ບ​ໄດ້ ສະ​ນັ້ນ, ຄໍ​ລໍາ ສຶກສາ​ຫາ​ຄວາມ​ຮູ້ ຈະ​ນໍາ​ເອົາ​ວິ​ທີການ​ເຮັດ​ຝຸ່ນ​ບົ່ມ​ຊີວະ​ພາບ ​ເເພື່ອແບປະຢັດເງິນ ທັງສາ ມາດປັບປຸງ​ດິນ

    • ຮອດລະດູຝົນ ຕ້ອງລະວັງພະຍາດໄຂ້ເລືອດອອກສຸຂະພາບ

      ຮອດລະດູຝົນ ຕ້ອງລະວັງພະຍາດໄຂ້ເລືອດອອກ

      6/2/2022 1:05:52 PM

      *ເມື່ອກ້າວເຂົ້າສູ່ລະດູຝົນພະຍາດຕ່າງໆ ມັກຈະເກີດຂຶ້ນຫລາຍ ໂດຍສະເພາະ ພະຍາດໄຂ້ເລືອດອອກ ຫລື ໄຂ້ຍຸງລາຍ ຊຶ່ງຈະພົບຫລາຍ ໃນລະດູນີ້ ແລະ ມີຜູ້ຕິດເຊື້ອເພີ່ມຂຶ້ນທຸກໆປີ.

    • ປະໂຫຍດຂອງໝາກເລັ່ນສຸຂະພາບ

      ປະໂຫຍດຂອງໝາກເລັ່ນ

      1/10/2022 4:45:46 PM

      ໝາກເລັ່ນ ຈັດຢູ່ໃນໝວດຜັກ ທີ່ອຸດົມໄປດ້ວຍສານອາຫານຫລາຍຢ່າງ, ໝາກເລັ່ນໃຫຍ່ມີນວນຫລາຍ ມີລົດຊາດສົ້ມ ອົມຫວານເລັກນ້ອຍ ສາມາດກິນໄດ້ແບບສົດໆທັງເປືອກ, ແກ່ນ, ນວນ .

    •  ຄຸນປະໂຫຍດ ແລະ ໂທດຂອງນົມງົວສຸຂະພາບ

      ຄຸນປະໂຫຍດ ແລະ ໂທດຂອງນົມງົວ

      1/7/2022 2:01:09 PM

      ນົມງົວ ຜະ​ລິດ​ຈາກ​ຕ່າງປະ​ເທດ​ນຳ​ເຂົ້າ ທີ່​ພວກ​ເຮົາດື່ມທຸກມື້ນີ້ ອຸດົມໄປດ້ວຍຄຸນປະໂຫຍດຫລາຍຢ່າງ

ads
ads

Top