ກະຊວງການເງິນ ແລະ ຫົວເຫວີຍ ຮ່ວມມືໃນການສຳຫລວດ ອອກແບບໂຄງການ ລະບົບຄຸ້ມຄອງການເງິນພາກລັດ ເປັນດິຈິຕອນ

17/09/2021 14:19
Email Print 833
ຂປລ ຂປລ. ໃນວັນທີ 16 ກັນຍາ 2021 ທີ່ນະຄອນຫລວງວຽງຈັນ, ໄດ້ມີພິທີເຊັນບົດບັນທຶນ ຄວາມເຂົ້າໃນ ລະຫວ່າງ ກະຊວງການເງິນ ແຫ່ງ ສປປ ລາວ ແລະ ບໍລິສັດ ຫົວເຫວີຍ ເທັກໂນໂລຢີ (ລາວ)ຈຳກັດຜູ້ດຽວ, ເພື່ອສຳຫລວດອອກແບບ ລະບົບຄຸ້ມຄອງການເງິນ ພາກລັດແບບດິຈີຕອນ ແລະ ສ້າງແຜນຍຸດທະສາດ ພັດທະນາຄຸ້ມຄອງ ງົບປະມານແຫ່ງລັດ

ຂປລ. ໃນວັນທີ 16 ກັນຍາ 2021 ທີ່ນະຄອນຫລວງວຽງຈັນ, ໄດ້ມີພິທີເຊັນບົດບັນທຶນ ຄວາມເຂົ້າໃນ ລະຫວ່າງ ກະຊວງການເງິນ ແຫ່ງ ສປປ ລາວ ແລະ ບໍລິສັດ ຫົວເຫວີຍ ເທັກໂນໂລຢີ (ລາວ)ຈຳກັດຜູ້ດຽວ, ເພື່ອສຳຫລວດອອກແບບ ລະບົບຄຸ້ມຄອງການເງິນ ພາກລັດແບບດິຈີຕອນ ແລະ ສ້າງແຜນຍຸດທະສາດ ພັດທະນາຄຸ້ມຄອງ ງົບປະມານແຫ່ງລັດ (ລາຍຮັັບ - ລາຍຈ່າຍ ໃຫ້ເປັນດິຈີຕອນ) ໂດຍການເຂົ້າຮ່ວມ ເປັນສັກຂີພິຍານຂອງ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີ ກະຊວງການງເງິນ, ຕາງໜ້າລົງນາມໂດຍ ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຮອງລັດຖະມົນຕີ ກະຊວງການເງິນ ແລະ ທ່ານ ເຄວິນ ຫູ ປະທານ ບໍລິສັດ ຫົວເຫວີຍ ເທັກໂນໂລຢີ (ລາວ)ຈໍາກັດຜູ້ດຽວ, ມີບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ບຸນເຫລືອ ສິນໄຊວໍຣະວົງ ໄດ້ກ່າວວ່າ: ເພື່ອເປັນການຈັດຕັ້ງ ປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ແຜນງົບປະມານແຫ່ງລັດ 5 ປີ (2021-2025) ລັດຖະບານ ສປປ ລາວ ໄດ້ມີແນວທາງນະໂຍບາຍ ແລະ ມາດຕະການປະຕິຮູບແບບຮອບດ້ານ, ຊຶ່ງໃນນັ້ນກໍ່ແມ່ນ ການປະຕິຮູບວຽກງານ ຂະແໜງການເງິນ ເປັນອັນສຳຄັນ. ຕະຫລອດໄລຍະ 10 ຜ່ານມາ, ກະຊວງການເງິນ ໃນນາມເປັນຜູ້ຈັດຕັ້ງ ຜັນຂະຫຍາຍ ນະໂຍບາຍ ແລະ ທິດທາງດັ່ງກ່າວ ໄດ້ຖືເອົາການຫັນວຽກງານ ຂະແໜງການເງິນ ເປັນທັນສະໄໝ ເປັນບຸລິມະສິດ ໂດຍໄດ້ມີວິໄສທັດ ຮອດ ປີ 2030 ແລະ ຍຸດທະສາດພັດທະນາ ການເງິນແຫ່ງລັດ ຮອດ ປີ 2025 ຊຶ່ງໃນຍຸດທະສາດ ທີ 07 ກໍ່ຄື ການພັດທະນາ ຂະແໜງການເງິນພາກລັດ ເປັນທັນສະໄໝທຽບເທົ່າພາກພື້ນ ແລະ ສາກົນ, ພ້ອມນັ້ນ ກໍ່ໄດ້ກຳນົດເຂົ້າໃນ 7 ທິດທາງລວມ ແລະ ຄາດໝາຍສູ້ຊົນ ແຜນພັດທະນາ ຂະແໜງການເງິນ ໄລຍະ 5 ປີ (2021-2025); ໜຶ່ງໃນນັ້ນ, ກໍ່ແມ່ນ ພັດທະນາລະບົບ ຄຸ້ມຄອງຂໍ້ມູນຂ່າວສານ ການເງິນ-ງົບປະມານ ແລະ ການບໍລິຫານລັດ ດ້ວຍກົດໝາຍໃຫ້ມີຄວາມສັກສິດ, ເປັນທັນສະໄໝ ແລະ ກ້າວໄປສູ່ລະບົບດີຈີຕອນ.

ໂຄງການທີ່ຈະລົງນາມ ບົດບັນທຶກຄວາມເຂົ້າໃຈ ຮ່ວມກັບ ຫົວເຫວີຍ ໃນມື້ນີ້ ຖືວ່າມີຄວາມໝາຍຄວາມສຳຄັນຫລາຍ, ຊຶ່ງຈະໄດ້ລົງເລິກສຶກສາກວມເອົາ 2 ຂົງເຂດ ຄື: ສໍາຫລວດ, ອອກແບບ ລະບົບຄຸ້ມຄອງການເງິນ ພາກລັດເປັນດິຈິຕອນ; ແລະ ການສ້າງແຜນຍຸດທະສາດພັດທະນາ ການຫັນວຽກງານການເງິນເປັນດິຈິຕອນ, ຊຶ່ງຈະສຸມໃສບັນດາໜ້າວຽກຕົ້ນຕໍ ດັ່ງນີ້: ລະບົບພາສີອັດສະລິຍະ (Smart Customs); ລະບົບ ຄຸ້ມຄອງອາກອນແບບລວມສູນ (Integrated Tax Information Systems); ສູນວິເຄາະ - ວິໃຈການເງິນພາກລັດ (Public Financial Data Analytic Center for Big Data Platform)ລະບົບ ຄຸ້ມຄອງ; ຫ້ອງການແບບດິຈິຕອນ (Digital Office Automation Platform) ແລະ ລະບົບຄຸ້ມຄອງບຸກຄະລາກອນ (Personnel Management System); ລະບົບ ຄຸ້ມຄອງລັດວິສາຫະກິດ (State Owned Enterprise Management Systems); ລະບົບເຊື່ອມຕໍ່ ຂໍ້ມູນບັນຊີຂອງ ຫົວໜ່ວຍ ທຸລະກິດ (Interfacing with Enterprises Accounting Systems); ລະບົບ ການຊໍາລະສະສາງ ແບບ ດິຈິຕອນ (Digital Payment Gateway); ພື້ນຖານໂຄງລ່າງເຄືອຂ່າຍ ແລະ ຄວາມປອດໄພແບບຄລາວ (MOF Cloud).

ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຍັງໃຫ້ຮູ້ອີກວ່າ: ໂຄງການດັ່ງກ່າວ, ແມ່ນຈະໃຫ້ສຳເລັດ ການສຶກສາພາຍໃນໄລຍະ 03 ເດືອນ ກ່ອນການເຂົ້າສູ່ ການຈັດຕັ້ງປະຕິບັດຕົວຈິງ ໃນປີ 2022-2023. ພາຍ ຫລັງທີ່ໄດ້ສຳເລັດການສຳຫລວດ ແລະ ອອກແບບ ລະບົບດັ່ງກ່າວແລ້ວ ກະຊວງການເງິນ ກໍ່ຈະໄດ້ນໍາສະເໜີ ຕໍ່ລັດຖະບານ ເພື່ອພິຈາລະນາຮັບຮອງເອົາ ການຫັນ ວຽກງານ ການເງິນເປັນດິຈິຕອນ ເຂົ້າເປັນແຜນງານຂອງ ລັດຖະບານ ສປປ ລາວ. ນອກນັ້ນ,  ກະຊວງການເງິນ ຍັງຈະໄດ້ມີການ ປະສານສົມທົບ ແລະ ເຮັດວຽກຮ່ວມກັບບັນດາ ຂະແໜງການທີ່ກ່ຽວຂ້ອງ ເພື່ອຮັບປະກັນໃຫ້ລະບົບ ຄຸ້ມຄອງການ ເງິນພາກລັດ ໄດ້ມາດຕະຖານ ແລະ ສາມາດເຊື່ອມຕໍ່ກັບ ຂະແໜງການທີ່ກ່ຽວຂ້ອງ ໄດ້ຢ່າງມີປະສິດທິຜົນ, ຊຶ່ງຫວັງວ່າ ບັນດາທ່ານ ຈະໃຫ້ການຮ່ວມມື ແລະ ສະໜັບສະໜູນ ໂຄງການດັ່ງກ່າວນີ້ດ້ວຍ.

ທ່ານ ເຄວິນ ຫູ ປະທານບໍລິສັດ ຫົວເຫວີຍ ປະຈຳລາວ ໄດ້ກ່າວວ່າ: ຮູບແບບການວາງແຜນ ແລະ ການອອກແບບ ທີ່ເຮົາໄດ້ຈັດຫາໃຫ້ນັ້ນ ແມ່ນຂຶ້ນຢູ່ກັບປັນຫາ ແລະ ຄວາມຕ້ອງການຫລັກໃນປັດຈຸບັນ ແລະ ຈະພິຈາລະນາເຖິງ ຄວາມຕ້ອງການ ຂອງລະບົບເຊື່ອມຕໍ່ ແລະ ການພັດທະນາໃນອະນາຄົດ, ລວມເຖິງການປະສົມ ປະສານທະນາຄານ, ສະຖາບັນການເງິນ ແລະ ຜູ້ໃຫ້ບໍລິການດ້ານ ການຊຳລະເງິນ ເທິງມືຖືຜ່ານແອັບພິເຄຊັ່ນ ເພື່ອໃຫ້ບັນລຸການບໍລິການ ແລະ ການຈັດການລະບົບ E2E (end to end). ການລົງນາມບົດບັນທຶກດັ່ງກ່າວ, ເປັນພຽງຈຸດເລີ່ມຕົ້ນ ໃນບາດກ້າວນີ້, ພາຍໃນ ສາມເດືອນຕໍ່ຈາກນີ້ ເຮົາຈະເຮັດການສໍາຫລວດອອກແບບ ແລະ ພັດທະນາລະບົບຄຸ້ມຄອງ ການເງິນພາກລັດ ແບບດິຈີຕອນ, ກຳນົດກົນລະຍຸດ ການປ່ຽນແປງທາງດິຈີຕອນ ແລະ ກຽມພ້ອມສໍາລັບໂຄງການ ເພື່ອເຂົ້າສູ່ຂັ້ນຕອນການປະ ຕິບັດໃຫ້ໄວທີ່ສຸດ. ຂ້າພະເຈົ້າຫວັງຢ່າງຫຍິ່ງວ່າ ບັນດາທ່ານທີ່ເຂົ້າຮ່ວມ ຈະໃຫ້ການສະໜັບສະໜູນ ຢ່າງຕໍ່ເນື່ອງໃນວຽກ ທີ່ກຳລັງປະຕິບັດຢູ່ ເພື່ອໃຫ້ການອອແບບ ແລະ ພັດທະນາລະບົບດັ່ງກ່າວ ສຳເລັດຕາມຄາດໝາຍ.

ຂ່າວ: ສົມຫວັງ

KPL

ຂ່າວອື່ນໆ

    • ອັດຕະປື ສຳມະນາວິທະຍາສາດ ໃນໂອກາດວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີວັດທະນະທຳ-ສັງຄົມ

      ອັດຕະປື ສຳມະນາວິທະຍາສາດ ໃນໂອກາດວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີ

      8/18/2026 2:02:17 AM

      ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ສຳມະນາວິທະ ຍາສາດ ເນື່ອງໃນໂອກາດສະເຫລີມ ສະຫລອງວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 76 ປີ (13 ສິງຫາ 1950 - 13 ສິງຫາ 2026) ຈັດຂຶ້ນໃນວັນທີ13 ສິງຫາ 2026 ທີ່ຫໍປະຊຸມໃຫຍ່ ຂອງແຂວງ ໂດຍມີ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກ ແຂວງ, ຜູ້ຊີ້ນນຳວຽກງານການ ເມືອງແນວຄິດ ພັກ-ພະນັກງານ, ທ່ານ ກົງຈັກ ສີສະຫວາດ ຫົວໜ້າ ຄະນະໂຄສະນາອົບຮົມແຂວງ ອັດຕະປື ພ້ອມດ້ວຍພະແນກການ ອ້ອມຂ້າງແຂວງ, ກຳລັງ ປກສ -ປກຊ, ອະດີດພະນັກງານການ ນຳ, ພະນັກງານອາວຸໂສບໍານານ ແລະ ວິຊາການອ້ອມຂ້າງແຂວງ ເຂົ້າຮ່ວມ.

    • ຄຳມ່ວນ ຈັດກິດຈະກຳຍ່າງເພື່ອສຸຂະພາບ ສະຫລອງວັນສຳຄັນຂອງຊາດວັດທະນະທຳ-ສັງຄົມ

      ຄຳມ່ວນ ຈັດກິດຈະກຳຍ່າງເພື່ອສຸຂະພາບ ສະຫລອງວັນສຳຄັນຂອງຊາດ

      8/18/2026 1:57:23 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ແຂວງຄໍາມ່ວນ ຈັດກິດຈະກໍາຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດສະເຫລີມສະ ຫລອງວັນລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 35 ປີ (15 ສິງຫາ 1991-15 ສິງຫາ 2026) ແລະ ວັນສ້າງຕັ້ງແນວລາວສ້າງ ຊາດ ຄົບຮອບ 76 ປີ (13 ສິງຫາ 1950-13 ສິງຫາ 2026) ໃນ ວັນທີ 13 ສິງຫາ 2026 ໂດຍມີ ທ່ານ ສົມໃຈ ພານີຈັນ ຮອງເລຂາ ຄະນະບໍລິຫານງານພັກແຂວງຄໍາ ມ່ວນ, ພ້ອມດ້ວຍບັນດາພະແນກ ການ, ອົງການຈັດຕັ້ງທຽບເທົ່າ, ພະນັກງານ, ທະຫານ, ຕໍາຫລວດ ແລະ ມວນຊົນພາກສ່ວນຕ່າງໆ ເຂົ້າ ຮ່ວມຢ່າງຫລວງຫລາຍ.

    • 76 ປີ ສື່ມວນຊົນລາວຫັນປ່ຽນຕາມຍຸກສະໄໝເປັນກະບອກສຽງອັນແຫລມຄົມໃຫ້ພັກ-ລັດວັດທະນະທຳ-ສັງຄົມ

      76 ປີ ສື່ມວນຊົນລາວຫັນປ່ຽນຕາມຍຸກສະໄໝເປັນກະບອກສຽງອັນແຫລມຄົມໃຫ້ພັກ-ລັດ

      8/17/2026 2:55:52 PM

      ຕະຫລອດໄລຍະ 76 ປີ ຜ່ານມາ, ສື່ມວນຊົນລາວ ມີບົດບາດ ສຳຄັນໃນການເປັນກະບອກສຽງ ອັນແຫລມຄົມໃຫ້ພັກ ແລະ ລັດຖະ ບານໃນການໂຄສະນາເຜີຍແຜ່ແນວ ທາງ, ນະໂຍບາຍ ແລະ ຜົນງານ ການພັດທະນາຂອງປະເທດ, ພ້ອມ ທັງນຳສະເໜີຂ່າວສານຕ່າງໆທີ່ ເກີດຂຶ້ນໃນສັງຄົມ ໃຫ້ປະຊາຊົນຮັບ ຮູ້ຢ່າງທົ່ວເຖິງ ໂດຍມຸ່ງໝັ້ນນຳສະ ເໜີຂ່າວສານທີ່ມີຄວາມຖືກຕ້ອງ, ໜ້າເຊື່ອຖື ແລະ ເຂົ້າເຖິງປະຊາຊົນ ຢ່າງວ່ອງໄວ.

    • ສື່ມວນຊົນລາວກ້າວສູ່ຍຸກດີຈີຕອນພັດທະນາຄຸນນະພາບຄວບຄູ່ຄວາມເຊື່ອຖືວັດທະນະທຳ-ສັງຄົມ

      ສື່ມວນຊົນລາວກ້າວສູ່ຍຸກດີຈີຕອນພັດທະນາຄຸນນະພາບຄວບຄູ່ຄວາມເຊື່ອຖື

      8/14/2026 8:11:40 AM

      ເນື່ອງໃນໂອກາດ ວັນສື່ ມວນຊົນ ແລະ ການພິມຈຳໜ່າຍ ລາວ ຄົບຮອບ 76 ປີ (13 ສິງຫາ 1950-13 ສິງຫາ 2026) ໄດ້ ໝູນວຽນມາຮອດອີກວາລະໜຶ່ງຊຶ່ງວຽກງານສື່ມວນຊົນລາວໄດ້ມີການເຕີບໃຫຍ່ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງຈາກສື່ແບບດັ້ງເດີມຄື: ໜັງສືພິມ, ວິທະຍຸ ແລະ ໂທລະພາບກ້າວເຂົ້າສູ່ສື່ດີຈິຕອນ, ເວັບໄຊ ແລະ ແພລດຟອມອອນລາຍຫລາກຫລາຍ ຮູບແບບ.

    • ໄພນ້ຳຖ້ວມ ຢູ່ເມືອງຈຳພອນ ເສຍຫາຍຫລາຍກວ່າ 2,16 ຕື້ກີບວັດທະນະທຳ-ສັງຄົມ

      ໄພນ້ຳຖ້ວມ ຢູ່ເມືອງຈຳພອນ ເສຍຫາຍຫລາຍກວ່າ 2,16 ຕື້ກີບ

      8/14/2026 12:35:19 AM

      ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ເນ່ືອງ ຈາກໄດ້ຮັບອິດທິພົນຈາກພະຍຸ ຈັນ ຫອມ ເຮັດໃຫ້ມີຝົນຕົກໜັກຕິດຕໍ່ກັນ ເປັນເວລາຫລາຍມື້ ຈົນມາຮອດ ວັນທີ 11 ສິງຫາ 2026 ລະດັບນ້ຳ ເຊຈຳພອນ ເມືອງຈຳພອນ ແຂວງ ສະຫວັນນະເຂດ ໄດ້ມີປະລິມານ ເພີ່ມຂຶ້ນສູງເຖິງ 8,32 ແມັດ ແລະ ໄດ້ ສົ່ງຜົນກະທົບເປັນບໍລິເວນກວ້າງ.

ads
ads

Top