ໄທ ໄດ້ຮັບທຶນການສຶກສາພາສາຈີນ ເດີນທາງໄປສຶກສາຢູ່ ສປ ຈີນ

22/08/2026 14:05
Email Print 118
ຂປລ ສະ​ຖານ​ທູດ​ຈີນ​ ປະ​ຈຳ​ໄທ ​ໄດ້​ຈັດ​ພິ​ທີ​ສົ່ງສຳ​ມະນາ​ກອນ​ 69 ຄົນ​ໃນ​ຊຸດ​ອົບ​ຮົມ​ພາ​ສາ​ຈີນ ​ສຳ​ລັບ ພະ​ນັກ​ງານ​ລັດ​ຂອງ​ໄທ ​​ຊຸດ​ທີ 22 ​ເດີນ​ທາງ​ໄປ​ສຶກ​ສາ ​​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ​ຮ​ວາ​ສຽວ​ຈີນ.

ຂປລ.ວິທະຍຸ-ໂທລະພາບສູນກາງຈີນ, ສະ​ຖານ​ທູດ​ຈີນ​ ປະ​ຈຳ​ໄທ ​ໄດ້​ຈັດ​ພິ​ທີ​ສົ່ງສຳ​ມະນາ​ກອນ​ 69 ຄົນ​ໃນ​ຊຸດ​ອົບ​ຮົມ​ພາ​ສາ​ຈີນ ​ສຳ​ລັບ ພະ​ນັກ​ງານ​ລັດ​ຂອງ​ໄທ ​​ຊຸດ​ທີ 22 ​ເດີນ​ທາງ​ໄປ​ສຶກ​ສາ ​​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ​ຮ​ວາ​ສຽວ​ຈີນ.ໂຄງ​ການ​ອົບ​ຮົມ ​ພາ​ສາ​ຈີນ ​ສຳ​ລັບ ​ພະ​ນັກ​ງານ​ລັດ​ຂອງ​ໄທ ​ໄດ້​ເລີ່ມ​ປະ​ຕິ​ບັດ ​ຢ່າງ​ເປັນ​ທາງ​ການ​ ມາ​ແຕ່​ປີ2005, ມີ​ຈຸດ​ປະ​ສົງ​ ເພື່ອ​ຝຶກ​ອົບ​ຮົມ ບຸກ​ຄະ​ລາ​ກອນ ດ້ານ​ພາ​ສາ​ຈີນ​ ລະ​ດັບ​ສູງ ​ໃຫ້​ລັດ​ຖະ​ບານ​ໄທ. ປັດ​ຈຸ​ບັນ​, ຊຸດ​ອົບ​ຮົມ​ດັ່ງ​ກ່າວ ໄດ້​ຈັດ​ຂຶ້ນ​ມາ​ໄດ້ 22 ຊຸດ​ແລ້ວ ໂດຍ​ໄດ້​ບຳ​ລຸງ​ສ້າງ ​ບຸກ​ຄະ​ລາ​ກອນ​ໄທ ​ທີ່​ມີ​ຄວາມ​ຮູ້​ພາ​ສາ​ຈີນ ແລະ ຮູ້​ປະ​ເທດ​ຈີນ ​ເກືອບ1.000 ຄົນ. ​ສຳ​ມະນາ​ກອນ​ເຫລົ່າ​ນີ້​ ແມ່ນ​ມາ​ຈາກ​ ພາກ​ສ່ວນ​ສຳ​ຄັນ ​ຂອງ​ລັດ​ຖະ​ບານ​ໄທ​ເຊັ່ນ: ລັດ​ຖະ​ສະ​ພາ​, ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ສຳ​ນັກ​ງານ​ຕຳ​ຫລວດ​ແຫ່ງ​ຊາດ, ກ​ະ​ຊວງ​ຍຸ​ຕິ​ທຳ ແລະ ​ອື່ນໆ, ພາຍ​ຫລັງ​ ຮຽ​ນ​ຈົບ​ກັບ​ຄືນ​ປະ​ເທດ​ໄທ​ ແລະ ກາຍ​ເປັນ​ຂົວ​ຕໍ່​ສຳ​ຄັນ ​ແລະ​ ກຳ​ລັງ​ຫລັກ​ແຫລ່ງ​ ໃນ​ການ​ຊຸກ​ຍູ້​ ການ​ແລກ​ປ່ຽນ ​ແລະ ຮ່ວມ​ມື​ກັນ​ ລະ​ຫວ່າງ​ ສອງ​ປະ​ເທດ​ໃຫ້ເຂັ້ມແຂງຍິ່ງຂຶ້ນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top