ຂປລ
ການພັດທະນາ ຢ່າງວ່ອງໄວ ຂອງອຸດສາຫະກຳຫຸ່ນຍົນຈີນ ໄດ້ນຳເອົາໂອກາດສຳຄັນມາສູ່ ອາຟຣິກາ. ອີງຕາມຕົວເລກຂໍ້ມູນ ຈາກສະຫະພັນຫຸ່ນຍົນສາກົນ ສະແດງໃຫ້ເຫັນວ່າ: ປີ2024, ສປ ຈີນ ໄດ້ປະກອບຕິດຕັ້ງແລະ ນຳໃຊ້ຫຸ່ນຍົນ ອຸດສາຫະກຳໃໝ່ ປະມານ 295.000 ໂຕ, ກວມເອົາ 54% ຂອງຈຳນວນທັງໝົດ ທົ່ວໂລກ.

ຂປລ.ວິທະຍຸ-ໂທລະພາບສູນກາງຈີນ, ເວັບໄຊ ຂ່າວອອນລາຍ ອິດສະຫລະ ອາຟຣິກາໃຕ້ ຫລື IOL ໄດ້ລົງບົດຄວາມ ໂດຍລະບຸວ່າ: ການພັດທະນາ ຢ່າງວ່ອງໄວ ຂອງອຸດສາຫະກຳຫຸ່ນຍົນຈີນ ໄດ້ນຳເອົາໂອກາດສຳຄັນມາສູ່ ອາຟຣິກາ. ອີງຕາມຕົວເລກຂໍ້ມູນ ຈາກສະຫະພັນຫຸ່ນຍົນສາກົນ ສະແດງໃຫ້ເຫັນວ່າ: ປີ2024, ສປ ຈີນ ໄດ້ປະກອບຕິດຕັ້ງແລະ ນຳໃຊ້ຫຸ່ນຍົນ ອຸດສາຫະກຳໃໝ່ ປະມານ 295.000 ໂຕ, ກວມເອົາ 54% ຂອງຈຳນວນທັງໝົດ ທົ່ວໂລກ. ຮູບແບບຈີນ ທີ່ເຊື່ອມໂຍງແຜນການໄລຍະຍາວ, ຄວາມຕ້ອງການດ້ານອຸດສາຫະກຳ ແລະ ການລົງທຶນເຂົ້າ ໃນການຄົ້ນຄວ້າ ແລະ ພັດທະນາ ໄດ້ກາຍເປັນວົງຈອນ ການຄ້າຢ່າງວ່ອງໄວ. ບົດຄວາມດັ່ງກ່າວລະບຸຕື່ມວ່າ: ສິ່ງນີ້ມີຜົນດີຕໍ່ ອາຟຣິກາປັບປຸງແກ້ໄຂຈຸດອ່ອນ ໃນຂົງເຂດຕ່າງໆເຊັ່ນ: ອຸດສາຫະກຳການຜະລິດ, ການແພດ, ກະສິກຳ ແລະ ບໍ່ແຮ່ ເປັນຕົ້ນ. ໃນດ້ານກະສິກຳ ແມ່ນສາມາດນຳໃຊ້ຫຸ່ນຍົນ ຕິດຕາມການປູກຝັງ ຢ່າງຖືກຕ້ອງແມ່ນຢຳ, ໃນດ້ານການແພດ ສາມາດໃຊ້ໃນການບົ່ງມະຕິພະຍາດ ໄລຍະໄກ, ໃນດ້ານອຸດສາຫະກຳບໍ່ແຮ່ ສາມາດໃຊ້ລະບົບຂັບຂີ່ແບບອັດຕະໂນມັດເພື່ອຫຼຸດຜ່ອນຄວາມສ່ຽງ, ໃນດ້ານອຸດສາຫະກຳ ການຜະລິດ ສາມາດພັດທະນາ ໂຮງງານອັດສະລິຍະ. ໄປຄຽງຄູ່ກັບ ການຮ່ວມມືລະຫວ່າງ ສປ ຈີນ ແລະ ອາຟຣິກາ ຂະຫຍາຍໄປສູ່ການປະກອບຕິດຕັ້ງ, ການບຳລຸງຮັກສາ ແລະ ຝຶກອົບຮົມເຕັກນິກຫຸ່ນຍົນອຸດສາຫະກຳ, ຄາດວ່າ ອາຟຣິກາ ຈະບົ່ມເພາະສ້າງຄວາມສາມາດ ທາງດ້ານອຸດສາຫະກຳໃໝ່ ແລະ ຖອດຖອນບົດຮຽນຈາກ ສປ ຈີນ ເພື່ອຊຸກຍູ້ການຫັນປ່ຽນ ອຸດສາຫະກຳຂອງຕົນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL