ຂປລ
ທ່ານ ກາຍ ປາມິລິນ ປະທານສະຫະພັນ ສະວິດ ທັງເປັນລັດຖະມົນຕີ ກະຊວງເສດຖະກິດ ການສຶກສາ ແລະ ການຄົ້ນ ຄວ້າ ໄດ້ພົບປະກັບ ທ່ານ ຫວາງເວີນທ່າວ ລັດຖະມົນ ຕີກະຊວງການຄ້າຈີນ ຢູ່ນະຄອນຫລວງເບີນ ຂອງສະວິດ
ຂປລ.ວິທະຍຸ-ໂທລະພາບສູນກາງຈີນ, ເມື່ອບໍ່ດົນມານີ້, ທ່ານ ກາຍ ປາມິລິນ ປະທານສະຫະພັນ ສະວິດ ທັງເປັນລັດຖະມົນຕີ ກະຊວງເສດຖະກິດ ການສຶກສາ ແລະ ການຄົ້ນຄວ້າ ໄດ້ພົບປະກັບ ທ່ານ ຫວາງເວີນທ່າວ ລັດຖະມົນ ຕີກະຊວງການຄ້າຈີນ ຢູ່ນະຄອນຫລວງເບີນ ຂອງສະວິດ, ໂດຍສອງຝ່າຍ ຮ່ວມກັນປະກາດວ່າ: ສປ ຈີນ ແລະ ສະວິດ ໄດ້ສຳເລັດການເຈລະຈາ ຍົກລະດັບ ສັນຍາການຄ້າເສລີ ແລະ ເຊັນບົດບັນທຶກ ຄວາມເຂົ້າໃຈ. ສອງຝ່າຍ ໃຫ້ຄຳໝັ້ນສັນຍາ ຈະເປີດປະຕູສອງຝ່າຍ ທີ່ມີລະດັບສູງກວ່າເກົ່າ ໃນຂົງເຂດຕ່າງໆ ເຊັ່ນ: ສິນຄ້າ,ການບໍລິການ,ການລົງທຶນ ແລະ ລະບຽບການເປັນຕົ້ນ. ສັນຍາການຄ້າເສລີ ຈີນ-ສະວິດ ໄດ້ເຊັນກັນໃນປີ 2013,ແມ່ນສັນຍາການຄ້າເສລີ ສະບັບທຳອິດທີ່ຈີນໄດ້ເຊັນກັບປະເທດ ໃນທະວີບເອີຣົບ. ການເຈລະຈາ ເພື່ອຍົກລະດັບ ໄດ້ເລີ່ມຕົ້ນ ແຕ່ເດືອນກັນຍາປີ 2024,ໂດຍຜ່ານການຫາລື 5 ຮອບ ຈຶ່ງໄດ້ຮັບຜົນສຳເລັດ. ສອງຝ່າຍ ຈະເລັ່ງລັດດຳເນີນ ຂັ້ນຕອນພາຍໃນປະເທດ, ເພື່ອໃຫ້ມີການເຊັນ ອະນຸສັນຍາ ຍົກລະດັບ ຢ່າງເປັນ ທາງການ ໃຫ້ໄວທີ່ສຸດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL