ຍົກລະດັບການຕັດເສື້ອ-ການເຮັດແຟ້ມໃສ່ເອກະສານ ໃຫ້ຄູຝຶກ ແລະ ສະມາຊິກແມ່ຍິງ 2 ແຂວງ

21/08/2026 01:18
ຂປລ ຂປລ. ແຫລ່ງຂ່າວຈາກແຂວວງ ເຊກອງ ໃຫ້ຮູ້ວ່າ: ການຝຶກອົບຮົມ ຍົກລະດັບສີມື ໃນການຕັດເສື້ອແວັດ ແລະ ການເຮັດແຟ້ມໃສ່ເອກະສານ ໃຫ້ແກ່ຄູຝຶກ ແລະ ສະມາຊິກແມ່ຍິງ ແຂວງເຊກອງ ແລະ ແຂວງສາລະ ວັນ ຈັດຂ້ຶນໃນວັນທີ 17 ສິງຫາ 2026 ທີ່ແຂວງເຊກອງ ໂດຍມີທ່ານ ນາງ ເພັດດາແກ້ວ ພົນສາ ລາດ ຮອງປະທານສະຫະພັນແມ່ຍິງ ແຂວງເຊກອງ, ທ່ານ ນາງ ຈັນສະ ໝອນ ແສງຫາລາດ ຮອງຫົວໜ້າ ສູນຝຶກອົບຮົມແມ່ຍິງລາວ ສູນກາງ ສະຫະພັນແມ່ຍິງລາວ ເຂົ້າຮ່ວມ ຊ່ຶງການຝຶກອົບຮົມດ່ັງກ່າວ ຈະໄດ້ ດຳເນີນເປັນເວລາ 8 ວັນ ຈົນໄປ ຮອດວັນທີ 25 ສິງຫາ 2026.

ໃນໂອກາດນີ້, ທ່ານ ນາງ ເພັດ ດາແກ້ວ ພົນສາລາດ ໄດ້ກ່າວວ່າ:  ການຝຶກອົບຮົມຄັ້ງນີ້ ກໍເພື່ອເສີມ ສ້າງ ແລະ ຍົກລະດັບຄວາມຮູ້ ທາງ ດ້ານສີມືໃນການຕັດຫຍິບເສື້ອແວັດ,  ການຫຍິບແຟ້ມໃສ່ເອກະສານໃຫ້ ສາມາດນຳຄວາມຮູ້ໄປປະຍຸກໃຊ້  ໃນການປະກອບອາຊີບສ້າງລາຍ ຮັບ ແລະ ສ້າງອາຊີບທີ່ໝັ້ນຄົງ. 

ທ່ານ ນາງ ຈັນສະໝອນ ແສງຫາ ລາດ ໄດ້ກ່າວວ່າ: ໃນການຝຶກອົບ ຮົມຄັ້ງນີ້ ແມ່ນໄດ້ນໍາເອົາບົດຮຽນ  ຂອງ ສປ ຈີນ ທີ່ຄູຝຶກຂອງສູນອົບ ຮົມແມ່ຍິງລາວ ໄດ້ຮໍ່າຮຽນມາແລ້ວ ມາສິດສອນຕໍ່ໃຫ້ບັນດາຄູຝຶກ ແລະ ສະມາຊິກແມ່ຍິງ ແຂວງເຊກອງ ແລະ ແຂວງສາລະວັນ ເພື່ອໃຫ້ ສາມາດສ້າງເປັນຜະລິດຕະພັນກາຍ ເປັນສິນຄ້າ ທີ່ເປັນເອກະລັກຂອງ ແຂວງ ພ້ອມທັງເປັນການປະກອບ ສ່ວນພັດທະນາຊຸມຊົນ ແລະ ສ້າງ ສີມືໃຫ້ແມ່ຍິງມີວິຊາຊີບເສີມ ແລະ ສາມາດສ້າງລາຍຮັບໃຫ້ແກ່ຄອບ ຄົວ, ພ້ອມທັງຍັງໄດ້ເນັ້ນໃຫ້ຜູ້ເຂ້ົາ ອົບຮົມ ຈົ່ງຕັ້ງໃຈຮ່ຳຮຽນ ແລະ ນຳ ເອົາຄວາມຮູ້ໄປຖ່າຍທອດຕໍ່ ໃຫ້ແກ່ ສະມາຊິກແມ່ຍິງຢູ່ຂັ້ນຕ່າງໆ ເພ່ືອສ້າງໃຫ້ເກີດອາຊີບ ແລະ ລາຍຮັບ ທີ່ຍືນຍົງ.

  ຂ່າວ: ພຸດທະສອນ

KPL

ຂ່າວອື່ນໆ

    • ລະດັບນ້ຳຂອງຢູ່ແຂວງຈຳປາສັກ ເລີ່ມຫລຸດລົງເລັກນ້ອຍວັດທະນະທຳ-ສັງຄົມ

      ລະດັບນ້ຳຂອງຢູ່ແຂວງຈຳປາສັກ ເລີ່ມຫລຸດລົງເລັກນ້ອຍ

      8/21/2026 1:24:38 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ລະດັບນ້ຳຂອງ ປະຈຳວັນທີ 17 ສິງຫາ 2026 ຢູ່ ແຂວງຈໍາປາສັກ ເລ່ີມຫລຸດລົງ ເລັກນ້ອຍ.

    • ໂຮງຮຽນ ມສ ມິດຕະພາບ ລາວ-ຫວຽດນາມກຽມພ້ອມຮອບດ້ານເປີດເທີມໃໝ່2026-2027ວັດທະນະທຳ-ສັງຄົມ

      ໂຮງຮຽນ ມສ ມິດຕະພາບ ລາວ-ຫວຽດນາມກຽມພ້ອມຮອບດ້ານເປີດເທີມໃໝ່2026-2027

      8/19/2026 12:41:24 PM

      ໂຮງຮຽນມັດທະຍົມ ສົມບູນມິດຕະພາບ ລາວ-ຫວຽດນາມ ມີຄວາມພ້ອມຮອບດ້ານກຽມ ເປີດສົກຮຽນໃໝ່ 2026-2027 ໂດຍເລີ່ມໃຫ້ນັກຮຽນເຂົ້າມາລົງທະບຽນນັບແຕ່ວັນທີ 17-28 ສິງຫາ 2026, ຄາດວ່າຈະຮັບນັກຮຽນທັງຊັ້ນ ມ1-ມ7 ທັງໝົດ 1.000 ກວ່າຄົນ ແລະ ຈະເປີດການຮຽນ-ການສອນຢ່າງເປັນທາງການໃນວັນທີ 4 ກັນຍາ 2026 ທີ່ ຈະມາເຖິງນີ້.

    • ຄະນະນຳແຂວງສະຫວັນນະເຂດ ຕິດຕາມສະພາບນ້ຳຖ້ວມ ຢຸ່ເມືອງໄຊບຸລີວັດທະນະທຳ-ສັງຄົມ

      ຄະນະນຳແຂວງສະຫວັນນະເຂດ ຕິດຕາມສະພາບນ້ຳຖ້ວມ ຢຸ່ເມືອງໄຊບຸລີ

      8/19/2026 12:40:49 AM

      ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ທ່ານ ຄຳຜຸຍ ສີບຸນເຮືອງ ຮອງປະທານ ຄະນະກຳມະການປົກຄອງແຂວງ ສະຫວັນນະເຂດ ພ້ອມດ້ວຍຄະນະ ລົງຕິດຕາມເບ່ິງສະພາບນ້ຳຖ້ວມ, ຈຸດເສຍຫາຍ ແລະ ຜົນກະທົບຢູ່ຕາມ ຈຸດຕ່າງໆຕາມບ້ານຂອງປະຊາຊົນ ຢູ່ເຂດແຄມນ້ຳເຊບັ້ງໄຟ ເມືອງໄຊບູ ລີ ໃນວັນທີ 14 ສິງຫາ 2026 ພ້ອມ ທັງມອບເຄື່ອງຊ່ວຍເຫລືອຈຳນວນ ໜຶ່ງໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບ ດັ່ງກ່າວ ແລະ ເງິນ 100 ລ້ານກີບ ໃຫ້ເມືອງໄຊບູລີ ໄວ້ແຮສຸກເສີນ ເພື່ອ ນຳໃຊ້ໃນວຽກງານຕ້ານໄພພິບັດ ໃນຄັ້ງນີ້.

    • ຄະນະນຳແຂວງບໍ່ແກ້ວ ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງດຽນບຽນວັດທະນະທຳ-ສັງຄົມ

      ຄະນະນຳແຂວງບໍ່ແກ້ວ ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງດຽນບຽນ

      8/19/2026 12:35:39 AM

      ຂປລ. ແຫລ່ງຂ່າວຈາກແຂວງບ່ໍ ແກ້ວ ໃຫ້ຮູ້ວ່າ: ໃນໂອກາດເດີນທາງ ຢ້ຽມຢາມ ແລະ ເຮັດວຽກ ທີ່ແຂວງ ດຽນບຽນ ສສ ຫວຽດນາມ ໃນ ວັນທີ 16 ສິງຫາ 2026, ທີ່ຫ້ອງ ວ່າການແຂວງດຽນບຽນ ສສ ຫວຽດນາມ, ທ່ານ ແປ້ນຄຳ ບຸດຈັນ ແພງ ກຳມະການສູນກາງພັກ, ເລຂາ ຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ ບໍ່ແກ້ວ ໄດ້ພົບປະກັບ ທ່ານ ເຈິນ ຕ່ຽນ ຊຸງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະຜູ້ແທນສະມາຊິກ ສະພາແຫ່ງຊາດ ແຂວງດຽນບຽນ ພ້ອມດ້ວຍພະແນກການກ່ຽວຂ້ອງ ເຂົ້າຮ່ວມ.

    • ອັດຕະປື ສຳມະນາວິທະຍາສາດ ໃນໂອກາດວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີວັດທະນະທຳ-ສັງຄົມ

      ອັດຕະປື ສຳມະນາວິທະຍາສາດ ໃນໂອກາດວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີ

      8/18/2026 2:02:17 AM

      ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ສຳມະນາວິທະ ຍາສາດ ເນື່ອງໃນໂອກາດສະເຫລີມ ສະຫລອງວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 76 ປີ (13 ສິງຫາ 1950 - 13 ສິງຫາ 2026) ຈັດຂຶ້ນໃນວັນທີ13 ສິງຫາ 2026 ທີ່ຫໍປະຊຸມໃຫຍ່ ຂອງແຂວງ ໂດຍມີ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກ ແຂວງ, ຜູ້ຊີ້ນນຳວຽກງານການ ເມືອງແນວຄິດ ພັກ-ພະນັກງານ, ທ່ານ ກົງຈັກ ສີສະຫວາດ ຫົວໜ້າ ຄະນະໂຄສະນາອົບຮົມແຂວງ ອັດຕະປື ພ້ອມດ້ວຍພະແນກການ ອ້ອມຂ້າງແຂວງ, ກຳລັງ ປກສ -ປກຊ, ອະດີດພະນັກງານການ ນຳ, ພະນັກງານອາວຸໂສບໍານານ ແລະ ວິຊາການອ້ອມຂ້າງແຂວງ ເຂົ້າຮ່ວມ.

ads
ads

Top