ແພດໝໍ ຄືຜູ້ເສຍສະຫລະ ໃນການປະຕິບັດໜ້າທີ່ ຕ້ານພະຍາດໂຄວິດ-19

11/09/2021 06:35
Email Print 46546
ຂປລ ຂປລ. ເຫັນໄດ້ວ່າເກືອບ 2 ປີ ທີ່ພະຍາດໂຄວິດ-19 ໄດ້ແຜ່ລະບາດໄປທົ່ວໂລກ, ມີການລາຍງານຈາກຂະແໜງການທີ່ກ່ຽວຂ້ອງ ຈໍານວນຕົວເລກຜູ້ຕິດເຊື້ອໃໝ່, ຜູ້ປິ່ນປົວຫາຍດີ, ຍອດຜູ້ເສຍຊີວິດທີ່ເພີ່ມຂຶ້ນໃນແຕ່ລະມື້ ແລະ ພ້ອມດຽວກັນນັ້ນ, ກໍແມ່ນການປະຕິບັດພາລະໜ້າທີ່ ອັນໜັກໜ່ວງຂອງບັນດາແພດໝໍ, ເຊິ່ງໄລຍະ 2 ປີຜ່ານມາ, ໂຄວິດ-19 ໄດ້ຂ້າຊີວິດແພດ

ຂປລ. ເຫັນໄດ້ວ່າເກືອບ 2 ປີ ທີ່ພະຍາດໂຄວິດ-19 ໄດ້ແຜ່ລະບາດໄປທົ່ວໂລກ, ມີການລາຍງານຈາກຂະແໜງການທີ່ກ່ຽວຂ້ອງ ຈໍານວນຕົວເລກຜູ້ຕິດເຊື້ອໃໝ່, ຜູ້ປິ່ນປົວຫາຍດີ, ຍອດຜູ້ເສຍຊີວິດທີ່ເພີ່ມຂຶ້ນໃນແຕ່ລະມື້ ແລະ ພ້ອມດຽວກັນນັ້ນ, ກໍແມ່ນການປະຕິບັດພາລະໜ້າທີ່ ອັນໜັກໜ່ວງຂອງບັນດາແພດໝໍ, ເຊິ່ງໄລຍະ 2 ປີຜ່ານມາ, ໂຄວິດ-19 ໄດ້ຂ້າຊີວິດແພດ, ໝໍ, ພະຍາບານ ແລະ ບຸກຄະລາກອນການແພດ ໄປຫລາຍຮ້ອຍຄົນໃນທົ່ວໂລກ, ຍ້ອນການເອົາໃຈໃສ່ເບິ່ງແຍງປິ່ນປົວ ຜູ້ຕິດເຊື້ອພະຍາດຮ້າຍດັ່ງກ່າວ, ຈົນຕົນເອງກາຍເປັນຜູ້ຕິດເຊື້ອ ແລະ ເສຍຊີວິດ.

ສຳລັບຢູ່ໃນປະເທດເຮົາ, ໂດຍສະເພາະ ນັບແຕ່ເດືອນເມສາ 2021 ມາຮອດປັດຈຸບັນ ເຫັນວ່າຈໍານວນຜູ້ຕິດເຊື້ອມີຫລາຍກວ່າ 15 ພັນຄົນ ແລະ ອາດຈະເພີ່ມຂຶ້ນຕື່ມອີກກໍອາດເປັນໄດ້, ຍ້ອນວ່າສະພາບແຮງງານລາວ ທີ່ກັບມາຈາກຕ່າງປະເທດຍັງມີຈໍານວນຫລາຍເພີ່ມຂຶ້ນ ແລະ ປະເມີນວ່າ 30-40% ຂອງແຮງງານເຫລົ່ານັ້ນໄດ້ຕິດເຊື້ອໂຄວິດ-19 ມາພ້ອມ, ສົມທົບກັບສະພາບການແຜ່ລະບາດພາຍໃນຊຸມຊົນຢູ່ຫລາຍແຂວງ ກໍມີຕົວເລກສູງຂຶ້ນໃນແຕ່ລະວັນ, ເມື່ອເປັນເຊັ່ນນັ້ນ, ແພດໝໍ ຈຶ່ງຕ້ອງໄດ້ເສຍສະຫລະຄວາມສຸກສ່ວນຕົວ, ຈຳເປັນຕ້ອງໄດ້ຫ່າງລູກ, ຫ່າງຜົວ, ຫ່າງ​ເມຍ ແລະ ຄອບຄົວທີ່ແສນອົບອຸ່ນ ເພື່ອປະຕິບັດໜ້າທີ່ປະຈຳການ ເບິ່ງແຍງດູແລປິ່ນປົວຜູ້ຕິດເຊື້ອພະຍາດດັ່ງກ່າວ.

ເມື່ອທ້າຍເດືອນສິງຫາ 2021, ຜູ້ຂຽນມີໂອກາດ ເຂົ້າຮ່ວມກອງປະຊຸມແລກປ່ຽນຄວາມຮູ້ ກ່ຽວກັບການລະບາດຂອງພະຍາດໂຄວິດ-19 ແລະ ຮັບຮູ້ຂໍ້ມູນຈາກກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ທີ່ໄດ້ຍົກໃຫ້ເຫັນເຖິງສະພາບການຮອງຮັບທາງດ້ານສະຖານທີ່ ແລະ ບຸກຄະລາກອນການແພດ ໃນການປິ່ນປົວຄົນເຈັບໂຄວິດ-19 ຢູ່ລາວໃນປັດຈຸບັນນີ້ວ່າ: ໂຮງໝໍປິ່ນປົວ ນັບທັງຂັ້ນສູນກາງ ແລະ ໂຮງໝໍແຂວງ ມີທັງໝົດ 20 ແຫ່ງ, ໂຮງໝໍຊຸມຊົນ ມີ 17 ແຫ່ງ (ແຂວງລະແຫ່ງ) ແລະ ໂຮງໝໍພາກສະໝາມໃນທົ່ວປະເທດ ມີ 22 ແຫ່ງ. ໃນນີ້, ຢູ່ນະຄອນຫລວງວຽງຈັນ ໂຮງໝໍປິ່ນປົວ ມີ 3 ແຫ່ງ ຄື: ໂຮງໝໍມິດຕະພາບ ສາມາດຮັບໄດ້ 300 ຕຽງ, ແຕ່ປັດຈຸບັນ ນຳໃຊ້ແຕ່ 66 ຕຽງ, ໂຮງໝໍເສດຖາທິລາດ ຮັບໄດ້ 66-100 ຕຽງ ແລະ ໂຮງໝໍ 103 ຮັບໄດ້ 60 ຕຽງ. ຂະນະທີ່ໂຮງໝໍພາກສະໜາມທີ່ຮອງຮັບ ປະກອບມີ ສູນກິລາລ້ານຊ້າງ ຮັບໄດ້ 354 ຕຽງ, ສູນຫລັກ 27 ຮັບໄດ້ 300 ຕຽງ, ສູນກິລາຫ້ວຍຫົງ ຮັບໄດ້ 150 ຕຽງ, ສູນດົງໂດກ ຮັບໄດ້ 200 ຕຽງ, ສູນກິລາຫລັກ 16 ຮັບໄດ້ 180 ຕຽງ ລວມແລ້ວມີທັງໝົດ 1.610 ຕຽງ. ຂະນະທີ່ສູນຮອງຮັບແມ່ຍິງຖືພາກຽມເກີດ ແລະ ເກີດລູກ ໄດ້ກຳນົດເອົາຕຶກຜ່າຕັດທີ່ປຸກໃໝ່ຢູ່ໂຮງໝໍຊຸມຊົນປາກງື່ມ ທີ່ບໍ່ທັນໄດ້ນຳໃຊ້ ເພື່ອມາຮອງຮັບການເກີດລູກຂອງແມ່ຍິງທີ່ຕິດ ເຊື້ອໂຄວິດ-19.

ສໍາລັບບຸກຄະລາກອນດ້ານການແພດ ແມ່ນໄດ້ແບ່ງເປັນທີມງານ ທີມໜຶ່ງປະກອບມີ ທ່ານໝໍ 1, ພະຍາບານ 2, ວິເຄາະ 1, ການຢາ 1 ແລະ ຂັບລົດສຸນເສີນ (Ambulance) ປະຈຳແຕ່ລະສະຖານທີ່ປິ່ນປົວ, ການເຂົ້າປະຕິບັດງານແມ່ນກໍານົດທີມລະ 14 ວັນ, ແລ້ວອອກມາຈໍາກັດບໍລິເວນ 14 ວັນ ຈຶ່ງກັບບ້ານ, ຈຳນວນທີມແພດທີ່ເຂົ້າປະຈຳການ ແມ່ນອີງຕາມຈຳນວນຂອງຜູ້ຕິດເຊື້ອໃນແຕ່ລະສະຖານທີ່.

ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ໃຫ້ຮູ້ຕື່ມວ່າ: ສໍາລັບການປິ່ນປົວສາຍພັນເດວຕ້າ ແລະ ຄວາມຮຸນແຮງຂອງສາຍພັນນີ້ໃນຄົນເຈັບ ແມ່ນອີງຕາມຄູ່ມືຂອງການປິ່ນປົວພະຍາດ COVID-19 ຂອງອົງການອະນາໄມໂລກ, ປັດຈຸບັນ ຍັງບໍ່ມີຢາປິ່ນປົວສະເພາະຂອງພະຍາດດັ່ງກ່າວ, ແຕ່ປິ່ນປົວຕາມອາການ ແລະ ປ້ອງກັນອາການສົນຈາກພະຍາດດັ່ງກ່າວ, ສາຍພັນເດວຕ້າ (Delta) ເປັນສາຍພັນທີ່ມີການແຜ່ເຊື້ອໄດ້ໄວກວ່າສາຍພັນອື່ນ, ສ່ວນຄວາມຮຸນແຮງຂອງພະຍາດ ແມ່ນຄ້າຍຄືສາຍພັນອື່ນ. ປັດຈຸບັນ 95% ຂອງຄົນທີ່ຕິດເຊື້ອຍັງແມ່ນກໍລະນີເບົາບາງ ແລະ ສາມາດຮັບຄົນເຈັບທຸກຄົນ ເຂົ້າປິ່ນປົວຢູ່ໂຮງໝໍພາກສະໝາມ, ໂຮງໝໍສູນກາງ ແລະ ໂຮງໝໍແຂວງ. ແນວໃດກໍຕາມ, ກໍລະນີເກີດການລະບາດ ສີ່ງສຳຄັນແມ່ນຕ້ອງຄັດແຍກຄົນເຈັບໃຫ້ຖືກຕ້ອງ ເຊັ່ນ: ກໍລະນີບໍ່ມີອາການ ຫລື ມີອາການເບົາບາງ ແມ່ນໃຫ້ຄົນເຈັບຕິດຕາມອາ ການຂອງຕົນຢູ່ເຮືອນ, ກໍລະນີປານກາງ ແມ່ນເຂົ້ານອນປິ່ນປົວຢູ່ໂຮງໝໍພາກສະໝາມ ແລະ ກໍລະນີໜັກ ແມ່ນເອົາເຂົ້ານອນປິ່ນປົວຢູ່ໂຮງໝໍສູນກາງ ຖ້າແມ່ນຢູ່ແຂວງ ກໍເອົາເຂົ້ານອນປິ່ນປົວຢູ່ໂຮງໝໍແຂວງ.

 ປັດຈຸບັນ, ເຖິງວ່າຢູ່ປະເທດເຮົາ ໄດ້ມີຫລາຍມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດນີ້ຢ່າງເຂັ້ມງວດກໍຕາມ, ແຕ່ອີງຕາມການປະເມີນຂອງຄະນະສະເພາະກິດຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນຕ່າງໆ ຕໍ່ສະພາບການດັ່ງກ່າວ, ແມ່ນຍັງໜ້າເປັນຫ່ວງ ຫລື ອາດເກີດການລະ ບາດໃນຊຸມຊົນເປັນວົງກວ້າງ, ເນື່ອງຈາກສະຕິການປະຕິບັດມາດຕະການປ້ອງກັນ ຍັງລະລວມ, ຖືເບົາ, ມີບາງກໍລະນີກໍເຫັນວ່າຈົງໃຈລະເມີດ, ເປັນຕົ້ນ ຍັງມີການໄປມາຫາສູ່, ການຢ້ຽມຢາມ, ຊຸມແຊວ ແລະ ອື່ນໆ. ທັງໝົດເຫລົ່ານີ້, ລ້ວນແຕ່ເປັນສາເຫດຫລັກທີ່ພາໃຫ້ເກີດການລະບາດໃນຊຸມຊົນ. ສະນັ້ນ, ຈຶ່ງຮຽກຮ້ອງ ແລະ ພ້ອມກັນໄປຮັບການສັກວັກຊິນຕາມຈຸດທີ່ທາງການໄດ້ກໍານົດ, ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງແຂງແຮງ ເພື່ອຊ່ວຍໃຫ້ແພດໝໍ ໄດ້ປະຕິບັດໜ້າທີ່ໜ້ອຍລົງ ແລະ ເພື່ອໃຫ້ທຸກຄົນ, ທຸກຄອບຄົວໄດ້ປອດໄພຈາກພະຍາດໂຄວິດ-19 ແລ້ວກັບມາໃຊ້ຊີວິດແບບປົກກະ ຕິໂດຍໄວ.

ຂ່າວ: ສຸພາສະຫວັນ ສີຊະນະມຸງຄຸນ.

KPL

ຂ່າວອື່ນໆ

    • ສປປ ລາວ ກະກຽມຄວາມພ້ອມກ່ອນເຂົ້າຮ່ວມກອງປະຊຸມລັດພາຄີສົນທິສັນຍາ ສປຊ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 31ສຸຂະພາບ

      ສປປ ລາວ ກະກຽມຄວາມພ້ອມກ່ອນເຂົ້າຮ່ວມກອງປະຊຸມລັດພາຄີສົນທິສັນຍາ ສປຊ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 31

      10/26/2026 11:15:24 AM

      ກົມສິ່ງແວດລ້ອມ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບສະຖາບັນການເຕີບໂຕສີຂຽວໂລກ (GGGI) ແລະ ອົງການພັດທະນາແຫ່ງສະຫະປະຊາຊາດ (ສປຊ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຈັດສຳມະນາກະກຽມຄະນະຜູ້ແທນ ສປປ ລາວ ກ່ອນເຂົ້າຮ່ວມກອງປະຊຸມລັດພາຄີສົນທິສັນຍາຂອບວຽກສະຫະປະຊາຊາດ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 31 (COP31) ເພື່ອປະສານບຸລິມະສິດ ແລະ ກຳນົດຈຸດຢືນຂອງຊາດໃຫ້ມີຄວາມຊັດເຈນ ແລະ ເປັນເອກະພາບ ໂດຍມີ ທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ນາງ ອາຍຊານີ ເມດາກັງໂກດາ ລາເບ ຜູ້ຕາງໜ້າ ສປຊ ປະຈຳ ສປປ ລາວ, ທ່ານ ນາງ ໂອຢ່າ ຢ່າຊາຣ ເອກອັກຄະລັດຖະທູດຕວັກກີ ປະຈຳ ສປປ ລາວ, ມີຜູ້ຕາງໜ້າຈາກເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ, ຜູ້ຕາງໜ້າສະຖາບັນເຕີບໂຕສີຂຽວສາກົນ (GGGI) ປະຈຳ ສປປ ລາວ, ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງການ, ສະຖານທູດ, ອົງການສາກົນ ແລະ ຄູ່ຮ່ວມພັດທະນາ ເຂົ້າຮ່ວມ.

    • ຄວນປ້ອງກັນພະຍາດອາເອັສວີ (RSV) ໃຫ້ຢູ່ຫ່າງຈາກເຮົາແນວໃດ ?ສຸຂະພາບ

      ຄວນປ້ອງກັນພະຍາດອາເອັສວີ (RSV) ໃຫ້ຢູ່ຫ່າງຈາກເຮົາແນວໃດ ?

      11/14/2024 12:25:41 PM

      ການຕິດເຊື້ອ RSV ເເມ່ນຈະມີ ອາການຄ້າຍຄືກັນກັບການເປັນ ຫວັດທົ່ວໄປ, ແຕ່ໃນບາງກໍລະນີ ໂດຍພິເສດສະເພາະໃນເດັກນ້ອຍເເລ້ວ

    • ວິທີປ້ອງກັນໄວຣັສ (RSV) ແນວໃດ ?ສຸຂະພາບ

      ວິທີປ້ອງກັນໄວຣັສ (RSV) ແນວໃດ ?

      10/8/2024 7:52:54 AM

      ປັດຈຸບັນພໍ່ແມ່ ຜູ້ປົກຄອງກໍາລັງກັງວົນ ແລະ ເຝົ້າລະວັງໄວຣັດ RSV( Respiratory Syncytial Virus).

    • ຄຸນປະໂຫຍດຂອງຜັກກະເດົາ ມີຫຍັງແນ ? ສຸຂະພາບ

      ຄຸນປະໂຫຍດຂອງຜັກກະເດົາ ມີຫຍັງແນ ?

      10/7/2024 4:04:02 PM

      ບູຮານເຄີຍກ່າວໄວ້ວ່າ: ຫວານເປັນລົມ ຂົມເປັນຢາ, ອາຫານ ຫລື ຂອງບາງຢ່າງຂົມໆເຖິງວ່າຈະບໍ່ແຊບແຕ່ກໍມີປະໂຫຍດບໍ່ໜ້ອຍເຊັ່ນ.

    • ໝາກເຜັດມີຄຸນປະໂຫຍດແນວໃດ ? ສຸຂະພາບ

      ໝາກເຜັດມີຄຸນປະໂຫຍດແນວໃດ ?

      9/20/2024 8:47:18 AM

       ໝາກ​ເຜັດ ​ແມ່ນພືດຊະນິດໜຶ່ງທີ່​ແຕ່ລະ​ຄົວ​ເຮືອນ​ຕ້ອງ​ມີ​ຕິດ​ໄວ້ຕູ້​ເຢັນ​ແນ່​ນອນ.

ads
ads

Top