ຂປລ
ອົງການແຮງງານ ສາກົນ(ILO) ໃຫ້ຮູ້ວ່າ: ການແຜ່ລະບາດ ຂອງ ພະຍາດ ໂຄວິດ-19 ໄດ້ສ້າງຄວາມ ເສຍຫາຍ ຢ່າງໃຫຍ່ຫລວງ ໃຫ້ແກ່ ຕະຫລາດ ວຽກເຮັດ ງານທຳ ທົ່ວໂລກ, ເຮັດໃຫ້ ທົ່ວໂລກ ຕ້ອງສູນເສຍ ວຽກເຮັດງານທຳ ຫລາຍກວ່າ 250 ລ້ານ ຕຳແໜ່ງ ໃນປີ 2020.

ຂປລ.ຕາມຂ່າວສານ ຫວຽດນາມ, ວັນທີ 25 ເດືອນມັງກອນ, ອົງການແຮງງານ ສາກົນ(ILO) ໃຫ້ຮູ້ວ່າ: ການແຜ່ລະບາດ ຂອງ ພະຍາດ ໂຄວິດ-19 ໄດ້ສ້າງຄວາມ ເສຍຫາຍ ຢ່າງໃຫຍ່ຫລວງ ໃຫ້ແກ່ ຕະຫລາດ ວຽກເຮັດ ງານທຳ ທົ່ວໂລກ, ເຮັດໃຫ້ ທົ່ວໂລກ ຕ້ອງສູນເສຍ ວຽກເຮັດງານທຳ ຫລາຍກວ່າ 250 ລ້ານ ຕຳແໜ່ງ ໃນປີ 2020. ຕາມການຄົ້ນຄ້ວາ ຄັ້ງຫລ້າສຸດ ຂອງ ອົງການ ແຮງງານ ສາກົນ ລະບຸວ່າ: ຍອດຈຳນວນ ຊົ່ວໂມງ ເຮັດວຽກ ໃນທົ່ວໂລກ ໄດ້ຫລຸດລົງ 8,8% ໃນປີ 2020 ເມື່ອທຽບໃສ່ ໄຕມາດ 4 ໃນປີ 2019. ສິ່ງດັ່ງກ່າວ ສະແດງໃຫ້ເຫັນວ່າ ປີ 2020 ທົ່ວໂລກ ໄດ້ສູນເສຍ ວຽກເຮັດ ງານທຳເຖິງ 255 ລ້ານຕຳແໜ່ງ ກວມເອົາ 4 ເທົ່າເທຶ່ອ ຂອງ ຈຳນວນ ວຽກເຮັດງານທຳ ທ່ີຫລຸດລົງ ໃນໄລຍະ ວິກິດການ ເສດຖະກິດໂລກ ໃນປີ 2009.
ILO ໃຫ້ຮູ້ວ່າ: ໃນໄລຍະ ປະລິມານ ແຮງງານ ຫລຸດລົງ ສົ່ງຜົນໃຫ້ ລາຍຮັບ ແຮງງານ ໃນທົ່ວໂລກ ລວມມີ ປະມານ 3.700 ຕື້ໂດລາ ສະຫະລັດ, ຫລຸດລົງ 8,3% ຫລື 4,4 % ຂອງ GDP ທົ່ວໂລກ. ເຖິງຢ່າງໃດ ກໍຕາມ,ໃນປີ 2020. ປະລິມານ ຜູ້ເສຍວຽກເຮັດ ງານທຳ ໄດ້ເພີ່ມຂຶ້ນສູງສຸດ ເມື່ອທຽບໃສ່ ຊຸມປີ ຜ່ານມາ. ອັດຕາ ການວ່າງງານ ໃນທົ່ວໂລກ ເພີ່ມຂຶ້ນ 33 ລ້ານຄົນ, ກວມເອົາ 1,1% ຍົກເອົາ ຍອດຈຳນວນ ເພີ່ມຂຶ້ນເປັນ 220 ລ້ານຄົນ ແລະ ອັດຕາ ການວ່າງງານ ໃນທົ່ວໂລກ ກວມເອົາ 6,5%. ທ່ານກີໄຣເດີ ຜູ້ອຳນວຍການໃຫຍ່ອົງການແຮງງານ ສາກົນ ກ່າວວ່າ ນີ້ຖືເປັນ ວິກິດການ ຢ່າງຮ້າຍແຮງ ທ່ີສຸດ ທ່ີຕະຫລາດ ວຽກເຮັດ ງານທຳ ໃນທົ່ວໂລກ. ນອກຈາກນັ້ນ ທ່ານຍັງກ່າວວ່າ ຍັງມີອີກປະມານ 81 ລ້ານຄົນ ທ່ີບໍ່ໄດ້ລົງທະບຽນ ເຂົ້າໃນ ບັນຊີ ການວ່າງງານ ແລະ ອື່ນໆ./.
KPL