ຫວຽດນາມ ເປີດສູນສາທາລະນະສຸກ ຮັບໃຊ້ກອງປະຊຸມໃຫຍ່ຄັ້ງທີ 13 ພັກກອມມູນິດ

26/01/2021 09:27
Email Print 457
ຂປລ ຫວຽດນາມ ​ເປີດນຳ​ໃຊ້​ ສູນສາທາລະນະ​ສຸກ ຮັບ​ໃຊ້​ກອງ​ປະຊຸມ​ໃຫຍ່​ຄັ້ງທີ່ 13ຂອງ​ພັກ​ກອມ​ມູນິດ ທີ່​ສູນ ​ໄອ​ຊີ​ຢູ(ICU)ແບັກມາຍ ວຽກງານ ການແພດ ໄດ້ກະກຽມ ຢ່າງລະອຽດ ແລະ ຖືກຕ້ອງ

ຂປລ.ຕາມ​ຂ່າວ​ຈາກ ​ຫວຽດນາມ, ຫວຽດນາມ ​ເປີດນຳ​ໃຊ້​ ສູນສາທາລະນະ​ສຸກ ຮັບ​ໃຊ້ ​ກອງ​ປະຊຸມ​ໃຫຍ່​ ຄັ້ງທີ່ 13 ຂອງ​ພັກ​ກອມ​ມູນິດ ທີ່​ສູນ ​ໄອ​ຊີ​ຢູ(ICU)ແບັກມາຍ ວຽກງານ ການແພດ ໄດ້ກະກຽມ ຢ່າງລະອຽດ ແລະ ຖືກຕ້ອງ ຕາມການແນະນຳ ໂຮງໝໍ ແບັກມາຍ ໄດ້ເພີ່ມອຸປະກອນ ການແພດ ທີ່ທັນສະໄໝ ເພື່ອຮັບໃຊ້ໃຫ້ ບັນດາ ກໍລະນີ ສຸກ ເສີນ ​ໃນວັນທີ 25 ມັງກອນ ຢູ່ຫໍປະຊຸມ ແຫ່ງຊາດ ໝີດິ່ງ (ຮ່າໂນ້ຍ). ສຳລັບ ການຮັບໃຊ້ ວຽກງານ ການແພດ ໃຫ້ແກ່ ກອງປະຊຸມໃຫຍ່ ຄັ້ງທີ 13 ລວມມີ: ICU ແບັກມາຍ, ໂຮງໝໍ ມິດຕະພາບ, ຫ້ອງແຍກຕົວ ສາທາລະນະສຸກ (ໂຮງໝໍ ເຂດຮ້ອນ ສູນກາງ ແລະ CDC ຮ່າໂນ້ຍ), ອົງການ ສາທາລະນະສຸກ ໂຮງໝໍ 108, ຫ້ອງກວດພະຍາດ ໃຫ້ບັນດາ ຜູ້ແທນຂັ້ນ ສູງ ຢ່າງທັນ ເຫດການ./.

ຮຽບຮຽງ​ຂ່າວ​ໂດຍ ສະ​ໄຫວ

KPL

ຂ່າວອື່ນໆ

ads
ads

Top