ນ້ຳກ້ອນທົ່ວໂລກ ລະລາຍໄວ້ກວ່າ 30ປີກ່ອນ​ເຖິງ57%

26/01/2021 08:44
Email Print 449
ຂປລ ​ໃນ​ພາບ​ລວມນ້ຳ​ແຂງ​ປະມານ 28ພັນ​ຕື້​ໂຕນ ​ໄດ້​ລະລາຍ​ໄປ​ ຈາກ​ທະ​ເລ​ນ້ຳ​ກ້ອນ ​​ແລະ ແຜ່​ນນ້ຳກ້ອນ ຕັ້ງ​ແຕ່​ໃນ​ໄລຍະ​ປີ1990 ​ເປັນຕົ້ນມາ

ຂປລ.ຜົນ​ການ​ສຶກສາ ​ໂດຍ​ຄະນະ ​ວິທະຍາສາດ ທີ່​ໄດ້​ຮັບ​ການ​ເຜີຍ​ແຜ່ ​ໃນ​ວາລະສານ ວິຊາ​ການ ​ເດີ​​ໄຄຣ ​ໂອສ​ເຟຍ(The Cryosphere) ລະບຸ​​ ມື່ອ​ບໍ່​ດົນ​ມາ​ນີ້ວ່າ:​ໃນ​ພາບ​ລວມ ນ້ຳ​ແຂງ​ ປະມານ 28ພັນ​ຕື້​ໂຕນ ​ໄດ້​ລະລາຍ​ໄປ​ ຈາກ​ທະ​ເລ ​ນ້ຳ​ກ້ອນ ​​ແລະ ແຜ່​ນນ້ຳກ້ອນ ຕັ້ງ​ແຕ່ ​ໃນ​ໄລຍະ​ປີ1990 ​ເປັນຕົ້ນມາ. ຂະນະ​ນີ້ ນ້ຳກ້ອນ ມີ​ອັດຕາ​ ລະລາຍ ​ໃນ​ແຕ່ລະ​ປີ​ໄວ​ກວ່າ ​ເມື່ອ 30ປີ​ກ່ອນ ​ເຖິງ 57%.ນ້ຳກ້ອນ​ທົ່ວໂລກ ລະລາຍ ​ສະ​ເລ່ຍ 0,8 ພັນ​ຕື້​ໂຕນ ​ແຕ່​ກັບ​ມາ​ລະລາຍ​ ເພີ່ມ​ສູງ​ຂຶ້ນ ​ເປັນ​ສະ​ເລ່ຍ ປີ​ລະ 1,2 ພັນ​ຕື້​ໂຕນ​​ ໃນ​ຊຸມ​ປີ ຜ່ານມາ./.

ຮຽບຮຽງ​ຂ່າວ​ໂດຍ ສະ​ໄຫວ

KPL

ຂ່າວອື່ນໆ

ads
ads

Top