ນັກຮຽນທົ່ວໂລກ ສູນເສຍເວລາຮຽນໄປ2ໃນ3ຍ້ອນໂຄວິດ-19

26/01/2021 08:39
Email Print 349
ຂປລ ປີ​ກາຍ​ນີ້ ​ເວລາ​ຮຽນ​ ຂອງ​ນັກ ຮຽນ ​ທົ່ວ​ໂລກ ສູນ​ເສຍ​ໄປ 2 ​ໃນ3 ຂອງ​ປີ​ການ​ສຶກສາ ຍ້ອນ​ການ​ແຜ່​ລະບາດ ​ພະຍາດ​ໂຄ​ວິດ-19 ​ເຮັດ​ໃຫ້​ຕ້ອງ​ປິດ​ໂຮງຮຽນ ​ເສຍ​ໂອກາດ ​ໃນ​ການ​ຮຽນ​ໜັງສື​ ແຕກ​ຕ່າງ​ກັນ​ໄປ

ຂປລ.​ເມື່ອ​ບໍ່​ດົນ​ມາ​ນີ້, ອົງການ​ສຶກສາ​ ວິທະຍາສາດ ​ແລະ ວັດທະນະທຳ​ແຫ່ງ​ ສະຫະ ​ປະຊາ​ຊາດ(UNESCO)​ເປີດ​ເຜີຍ​ວ່າ: ປີ​ກາຍ​ນີ້ ​ເວລາ​ຮຽນ​ ຂອງ​ນັກ ຮຽນ ​ທົ່ວ​ໂລກ ສູນ​ເສຍ​ໄປ 2 ​ໃນ3 ຂອງ​ປີ​ການ​ສຶກສາ ຍ້ອນ​ການ​ແຜ່​ລະບາດ ​ພະຍາດ​ ໂຄ​ວິດ-19 ​ເຮັດ​ໃຫ້​ຕ້ອງ​ປິດ ​ໂຮງຮຽນ ​ເສຍ​ໂອກາດ ​ໃນ​ການ​ຮຽນ​ໜັງສື​ ແຕກ​ຕ່າງ​ກັນ​ໄປ ​ໃນ​ແຕ່​ລະ ​ພາກ​ພື້ນ​ເຊັ່ນ: ປະ​ເທດ ​ໃນ​ພາກ​ພື້ນ ອາ​ເມ​ລິ​ກາ ​ລາຕິນ ​ແລະ ​ແຖບ​ທະ​ເລ ກາຣາອິບ ປິດ​ໂຮງຮຽນ  ຍ້ອນ​ໂຄ​ວິດ-19 ​ໂດຍ​ສະ​ເລ່ຍ 5​ເດືອນ. ສ່ວນ​ປະ​ເທດ ​ໃນ​ເອີຣົບ ປິດ​ໂຮງຮຽນ 2 ​ເດືອນ​ເຄິ່ງ.ຂະນະ​ທີ່ ປະ​ເທດ​ໃນ​ເຂດ ​ໂອ​ຊຽນ​ເນຍ ປິດ​ໂຮງຮຽນ​ ພຽງ 1​ເດືອນ.​ໃນ​ໄລຍະ 1ປີຜ່ານມາ ພະຍາດ​ໂຄ​ວິດ-19 ລະບາດ ມີ​ນັກຮຽນ ​ຫລາຍ​ກວ່າ 800 ລ້ານ​ຄົນ ຫລື ກວ່າ​ເຄິ່ງໜຶ່ງ​ ຂອງ​ນັກຮຽນ​ ທົ່ວ​ໂລກ ຕ້ອງ​ຜະ​ເຊີນ​ກັບ​ ຄວາມສັບສົນ​ທີ່​ສຸດ ​ເພື່ອ​ປັບ​ຕົວ ​ດ້ານ​ການ​ຮຽນ ມີ31 ປະ​ເທດ ທີ່​ໂຮງຮຽນ ປິດ​ການ​ຮຽນ​ ການ​ສອນ ​ແລະ ອີກ 48ປະ​ເທດ ທີ່​ປັບ​ຫລຸດ​ ຕາຕະລາງ​ສອນ ຫລື ສອນ​ເປັນ ​ບາງ​ເວລາ​ເທົ່າ​ນັ້ນ.ນອກ​ຈາກນີ້ ພາກ​ການ​ສຶກສາ ທົ່ວ​ໂລກ ​ໄດ້​ຮັບ​ເງິນ​ ສະໜັບສະໜູນ ພຽງ0,78% ຂອງ​ມາດ​ຕະການ​ ຊ່ວຍ​ເຫລືອ ​ທົ່ວ​ໂລກ ​ແລະ ​ມີ​ແນວ​ໂນ້ມ ທີ່​ຍອດ​ເງິນ ​ຊ່ວຍ​ເຫລືອ ຈະ​ຫລຸດ​ລົງ ​ຢ່າງ​ຕໍ່​ເນື່ອງ./.

ຮຽບຮຽງ​ຂ່າວ​ໂດຍ ສະ​ໄຫວ

KPL

ຂ່າວອື່ນໆ

ads
ads

Top