ຂປລ
, ສະຖານີ ໂທລະພາບ ຊີຊີທີ ວີ(CCTV) ຂອງທາງການ ຈີນ ລາຍງານວ່າ: ເຈົ້າໜ້າທີ່ກູ້ໄພຈີນ ໄດ້ຊ່ວຍເຫລືອ ຄົນງານ ຕິດຢູ່ ບໍ່ຄຳ ໃຕ້ດິນ ຕັ້ງແຕ່ 2 ອາທິດ ຜ່ານມາ ຂື້ນມາໄດ້ ແລ້ວ 11 ຄົນ ຈາກ ຈຳນວນ ທັງໝົດ 22 ຄົນ

ຂປລ.ອ້າງຕາມຂ່າວ ປັກກິງ ຂອງຈີນ ລາຍງານວ່າ: ວັນທີ 24 ມັງກອນ, ສະຖານີ ໂທລະພາບ ຊີຊີທີ ວີ(CCTV) ຂອງທາງການ ຈີນ ລາຍງານວ່າ: ເຈົ້າໜ້າທີ່ກູ້ໄພຈີນ ໄດ້ຊ່ວຍເຫລືອ ຄົນງານ ຕິດຢູ່ ບໍ່ຄຳ ໃຕ້ດິນ ຕັ້ງແຕ່ 2 ອາທິດ ຜ່ານມາ ຂື້ນມາໄດ້ ແລ້ວ 11 ຄົນ ຈາກ ຈຳນວນ ທັງໝົດ 22 ຄົນ ເນື່ອງຈາກ ບໍ່ຄຳ ເກີດເຫດລະເບີດຂື້ນ ຢູ່ໃນເມືອງ ຊີເລີຍ ແຂວງຊານຕົງ ທາງຕາເວັນອອກຂອງ ຈີນ ຕັ້ງແຕ່ວັນທີ 1 ມັງກອນ ຫລັງຈາກບໍ່ຄຳ ທີ່ຢູ່ເລິກລົງໄປ ໃຕ້ດິນ 600 ແມັດ ໄດ້ລະເບີດຂຶ້ນ ເຮັດໃຫ້ ທາງອອກ ຖືກປິດ ສົ່ງຜົນໃຫ້ຄົນງານ 1 ຄົນ ໄດ້ເສຍຊີວິດ ເນື່ອງຈາກ ແຮງລະເບີດ ຢູ່ໃນບໍລິເວນ ດຽວກັນ ກັບ ກຸ່ມຄົນງານ ທີ່ໄດ້ຮັບຄວາມ ຊ່ວຍເຫລືອ 10 ຄົນ. ສ່ວນຄົນງານ ອີກ 10 ຄົນ ຍັງບໍ່ສາມາດ ຕິດຕໍ່ໄດ້ ນັບແຕ່ບໍ່ຄຳ ເກີດເຫດລະເບີດຂຶ້ນ./.
KPL