ຂປລ
ຈະຫລວດຂອງ ສະເປັກເອັສ ສາມາດ ລຳລຽງ ດາວທຽມ ສື່ສານ 143 ດວງ ຂື້ນສູ່ ຊັ້ນບັນຍາກາດໂລກ ພ້ອມກັນ ເປັນການ ສ້າງປະຫວັດສາດ ຄັ້ງໃຫຍ່ ໃຫ້ແກ່ ວົງການ ອາວະກາດໂລກ.

ຂປລ.ສຳນັກຂ່າວ ຕ່າງປະເທດ ລາຍງານຈາກ ນະຄອນຫລວງ ວໍຊິງຕັນ ຂອງ ສ.ອາເມລິກາ, ວັນທີ 25 ມັງກອນ, ຈະຫລວດຂອງ ສະເປັກເອັສ ສາມາດ ລຳລຽງ ດາວທຽມ ສື່ສານ 143 ດວງ ຂື້ນສູ່ ຊັ້ນບັນຍາກາດໂລກ ພ້ອມກັນ ເປັນການ ສ້າງປະຫວັດສາດ ຄັ້ງໃຫຍ່ ໃຫ້ແກ່ ວົງການ ອາວະກາດໂລກ. ໂດຍຈະຫລວດ ຟອນຄອນ-ນາຍ ຂອງ ບໍລິສັດ ສິເປັກເອັສ ໄດ້ອອກເດີນທາງ ຈາກຖານປ່ອຍ ຈະຫລວດ ໝາຍເລກ 40 ຢູ່ ສູນອາວະກາດ ເຄນເນດີ ເທິງແຫລມ ຄັນນາເວຣັລ ທາງຕາເວັນອອກ ຂອງລັດ ຟໍລຣິດາ ເພື່ອສົ່ງດາວທຽມ 143 ດວງ ຂື້ນສູ່ວົງໂຄຈອນ. ສຳລັບ ດາວທຽມ ທັງໝົດ ແບ່ງເປັນ ດາວທຽມ ສື່ສານ ຕາມຂໍ້ຕົກລົງ ກັບ ລັດຖະບານ ແລະ ບໍລິສັດ ຫລາຍແຫ່ງ ລວມມີ 133 ດວງ ແລະ ອີກ 10 ດວງ ຈາກໂຄງການ ສະຕາລິງ ຂອງ ສະເປັກເອັສ ໂດຍເລີ່ມດຳເນີນມາ ຢ່າງຕໍ່ເນື່ອງ ນັບແຕ່ ເດືອນ ກຸມພາປີ 2018 ຊື່ງເປັນ ໂຄງການ ດວງທຽມ ໂຄຈອນ ລະດັບສູງ ເໜືອພື້ນໂລກປະ ມານ 36.000 ກິໂລແມັດ ເພື່ອປ່ອຍສັນຍານ ອິນເຕີເນັດ ຄວາມໄວສູງ ທ່ີ ສະເປັກເອັສ ໄດ້ຕັ້ງເປົ້າຜະລິດ ແລະ ນຳສົ່ງ ດາວທຽມ ສຳລັບ ໂຄງການ ດັ່ງກ່າວ ຊື່ງເປັນ ແຜນຍຸດທະສາດ ໃນການວາງ ເຄືອຂ່າຍ ອິນເຕີເນັດ ຈາກນອກໂລກ ທີ່ສະເປັກເອັສ ໄດ້ພັດທະນາຂື້ນ ດ້ວຍຕົນເອງ ແລະ ອາດຈະມີ ຈຳນວນ ຫລາຍທີ່ສຸດເຖິງ 12.000 ດວງ. ພາລະກິດ ການສົ່ງ ດາວທຽມ 143 ດວງ ຂອງ ສະເປັກເອັສ ໃນຄັ້ງນີ້ ຖືເປັນ ການສົ່ງດາວທຽມ ສື່ສານ ຫລາຍທີ່ສຸດ ໃນຄັ້ງດຽວ./.
KPL